ເມື່ອຫວນຄືນປະຫວັດສາດ, ສາຍພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດເອີຣົບກາງ-ເອີລົບຕາເວັນອອກ ໄດ້ຮັບການສ້າງຕັ້ງຂຶ້ນໃນໄລຍະທີ່ຫຍຸ້ງຍາກທີ່ສຸດຂອງການຕໍ່ສູ້ອັນຊອບທໍາຍາດເອົາເອກະລາດຂອງປະຊາຊົນຫວຽດນາມ. ບັນດາປະເທດເອີຣົບກາງ-ເອີລົບຕາເວັນອອກ, ຄື: ໂປໂລຍ, ບຸນກາຣີ, ຮຸງກາຣີ, ໂຣມາເນຍ ແລະເຊັກໂກສະໂລວາເກຍ (ປະຈຸບັນແມ່ນ ສ. ເຊັກ ແລະສະໂລວາກີ) ຢູ່ໃນກຸ່ມປະເທດທຳອິດທີ່ຮັບຮູ້ ແລະສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ ໃນປີ 1950. ໃນເວລານັ້ນ, ຫວຽດນາມ ໄດ້ຮັບການສະໜັບສະໜູນອັນລໍ້າຄ່າ, ຄວາມສາມັກຄີຢ່າງຈິງໃຈ ແລະມີປະສິດທິຜົນຈາກບັນດາປະເທດເອີຣົບກາງ-ເອີລົບຕາເວັນອອກ. ບໍ່ພຽງແຕ່ແມ່ນການໜູນຊ່ວຍດ້ານວັດຖຸເທົ່ານັ້ນ, ຫາກຍັງແມ່ນການແບ່ງປັນຢ່າງເລິກເຊິ່ງກ່ຽວກັບນ້ຳໃຈສາມັກຄີ, ອຸດົມການເອກະລາດ, ສັນຕິພາບ ແລະພັດທະນາ.
ໂຄງການກໍ່ສ້າງໂຮງໝໍ, ໂຮງຮຽນຫຼາຍແຫ່ງໄດ້ຮັບການກໍ່ສ້າງຂຶ້ນຈາກການຊ່ວຍເຫຼືອໄດ້ກາຍເປັນສັນຍາລັກແຫ່ງການຮ່ວມມືມິດຕະພາບລະຫວ່າງຫວຽດນາມ ກັບໂປໂລຍ, ບຸນກາຣີ, ຮຸງກາຣີ, ໂຣມາເນຍ ແລະເຊັກໂກສະໂລວາເກຍ. ກໍ່ແມ່ນບັນດາປະເທດເອີຣົບກາງ-ເອີລົບ ຕາເວັນອອກໄດ້ບໍາລຸງສ້າງ, ຕິດປີກໃຫ້ການນໍາພັກ, ລັດ, ນັກຊ່ຽວຊານຂອງຫວຽດນາມ ຫຼາຍລຸ້ນຄົນໃນຫຼາຍຂົງເຂດ, ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ການພັດທະນາຂອງຫວຽດນາມ, ເປັນພື້ນຖານໃຫ້ສາຍພົວພັນ ຫວຽດນາມ-ເອີຣົບກາງ-ເອີລົບຕາເວັນອອກ.
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຢັ້ງຢືນວ່າ: “ໃນນາມລັດຖະບານ ແລະປະຊາຊົນຫວຽດນາມ, ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງມາຍັງລັດຖະບານ ແລະປະຊາຊົນບັນດາປະເທດເອີຣົບກາງ-ເອີລົບຕາເວັນອອກເພື່ອການຮ່ວມມືອັນລໍ້າຄ່າທີ່ໄດ້ສະຫງວນໃຫ້ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະສ້າງສາປະເທດຊາດ... ດ້ວຍພື້ນຖານປະຫວັດສາດອັນໝັ້ນຄົງ ແລະຄວາມສາມາດບົ່ມຊ້ອນຮ່ວມມືທີ່ເປີດກວ້າງ, ການພົວພັນລະຫວ່າງຫວຽດນາມ ແລະບັນດາປະເທດເອີຣົບກາງ-ເອີລົບຕາເວັນອອກ ແມ່ນເສົາຄໍ້າສຳຄັນໃນນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ”.
    |
 |
ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ ແລະຜູ້ແທນເຂົ້າຮ່ວມກອງປະຊຸມສໍາມະນາ. ພາບ: ຮວ່າງຫວູ |
ທີ່ກອງປະຊຸມສໍາມະນາ, ບັນດາຄຳເຫັນໄດ້ຕີລາຄາວ່າ 75 ປີຜ່ານມາເປັນຂີດໝາຍປະຫວັດສາດທີ່ມີຄວາມໝາຍ, ເປັນຂີດໝາຍໄລຍະທາງແຫ່ງການຮ່ວມມືຢ່າງແໜ້ນແຟ້ນ ແລະເລິກເຊິ່ງລະຫວ່າງຫວຽດນາມ ກັບບັນດາປະເທດເອີຣົບກາງ-ເອີລົບຕາເວັນອອກ-ເພື່ອນມິດທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດທີ່ມີຄວາມສາມາດບົ່ມຊ້ອນໃນພາກພື້ນ. ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ: “ໂດຍບໍ່ຢ້ານກົວຕໍ່ພາຍຸລົມແດງຂອງສະພາບການສາກົນ ແລະຢູ່ແຕ່ລະປະເທດ, ແຕ່ພວກເຮົາຍັງຮັກສາ ແລະພັດທະນາສາຍພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະຍືນຍົງ. ສາມາດເວົ້າໄດ້ວ່າ, ໃນໄລຍະ 3/4 ສະຕະວັດນັ້ນ, ພວກເຮົາໄດ້ພ້ອມກັນສ້າງສາ ແລະຮັກສາ “ຂົວແຫ່ງມິດຕະພາບ” ໂດຍອີງໃສ່ບັນດາຄຸນຄ່າລວມ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈ, ການສະໜັບສະໜູນ ແລະພ້ອມແລ້ວທີ່ຈະຊ່ວຍເຫຼືອເຊິ່ງກັນ ແລະກັນ”.
ຫວນຄືນໄລຍະ 75 ປີຜ່ານມາ, ຫວຽດນາມ ກັບບັນດາປະເທດເອີຣົບກາງ-ເອີລົບຕາເວັນອອກ ຍາມໃດກໍ່ມີຄວາມເອກອ້າງທະນົງໃຈຕໍ່ຜົນງານຂອງການຮ່ວມມືທີ່ບັນລຸໄດ້ໃນທຸກຂົງເຂດ. ຫວຽດນາມ ແລະບັນດາປະເທດເອີຣົບກາງ-ເອີລົບຕາເວັນອອກ ໄດ້ສ້າງສາ, ປັບປຸງຄວາມເຊື່ອໝັ້ນຍຸດທະສາດອີງໃສ່ການຮ່ວມມືດ້ານການເມືອງ, ການທູດແຫ່ງລັດ, ການທູດປະຊາຊົນອັນໝັ້ນແກ່ນ ແລະແທດຈິງ. ໃນດ້ານເສດຖະກິດ-ການຄ້າ-ການລົງທຶນ, ການຮ່ວມມືລະຫວ່າງຫວຽດນາມ-ເອີຣົບກາງ-ເອີລົບຕາເວັນອອກ ໄດ້ສວມບົດບາດສຳຄັນໃນການຮ່ວມມືລະຫວ່າງຫວຽດນາມ ກັບສະຫະພາບເອີລົບ (ອີຢູ) ແລະພວມໄດ້ຮັບການຍູ້ແຮງໂດຍອີງໃສ່ພື້ນຖານສັນຍາການຄ້າເສລີ ຫວຽດນາມ-ອີຢູ (EVFTA). ບັນດາປະເທດເອີຣົບກາງ-ເອີລົບຕາເວັນອອກ ແມ່ນຂົວຕໍ່ຍຸດທະສາດ ເພື່ອໃຫ້ຫວຽດນາມ ເຂົ້າເຖິງຕະຫຼາດອີຢູ, ພ້ອມດຽວກັນນັ້ນຫວຽດນາມ ກໍ່ແມ່ນຂົວຕໍ່ເພື່ອໃຫ້ບັນດາປະເທດເຂົ້າເຖິງຕະຫຼາດອາຊຽນ. ພ້ອມກັນນັ້ນ, ມີນັກສຶກສາຫວຽດນາມ 12.000 ກວ່າຄົນໄດ້ຮັບການບໍາລຸງກໍ່ສ້າງຢູ່ບັນດາປະເທດເອີຣົບກາງ-ເອີລົບຕາເວັນອອກ, ໃນນັ້ນມີຫຼາຍຄົນໄດ້ກາຍເປັນຜູ້ນຳ, ນັກຊ່ຽວຊານໃນບັນດາຂົງເຂດສຳຄັນ.
ປະຊາຄົມຊາວຫວຽດນາມ ອາໄສຢູ່ບັນດາປະເທດເອີຣົບກາງ-ເອີລົບຕາເວັນອອກ ນັບມື້ນັບພັດທະນາ, ມີທັດສະນະ, ໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດປະຈໍາຖິ່ນ. ທ່ານ Hynek Kmonicek ເອກອັກຄະລັດຖະທູດ ສ. ເຊັກ ປະຈໍາ ຫວຽດນາມ ຕາງໜ້າສະຖານທູດ 6 ປະເທດເອີຣົບກາງ-ເອີລົບຕາເວັນອອກ ກ່າວຄໍາເຫັນວ່າ: “ສາຍພົວພັນຮ່ວມມືມິດຕະພາບລະຫວ່າງບັນດາປະເທດເອີຣົບກາງ-ເອີລົບຕາເວັນອອກ ກັບຫວຽດນາມ ໄດ້ພິສູດໃຫ້ເຫັນວ່າ ແມ່ນຍືນຍົງໃນຕະຫຼອດ 75 ປີຜ່ານມາໂດຍບໍ່ຢ້ານກົວຕໍ່ການເວລາຂອງປະຫວັດສາດ. ພວກເຮົາແມ່ນຄອບຄົວໃຫຍ່, ໃນນັ້ນປະຊາຄົມຊາວຫວຽດນາມ ຢູ່ປະເທດປະຈຳຖິ່ນແມ່ນຄວາມພາກພູມໃຈອັນໃຫຍ່ຫຼວງ, ເປັນພະຍານຫຼັກຖານໃຫ້ແກ່ສາຍພົວພັນອັນດີງາມໄດ້ຮັບການສ້າງຂຶ້ນບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈນັ້ນ. ຂໍຂອບໃຈປະຊາຊົນຫວຽດນາມ ເພື່ອການຮ່ວມມືໃນມື້ວານ, ມື້ນີ້ ແລະມື້ອື່ນ”.
ໃນສະພາບການໂລກພວມປະເຊີນໜ້າກັບການປ່ຽນແປງຢ່າງເລິກເຊິ່ງ, ສາຍພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດເອີຣົບກາງ-ເອີລົບຕາເວັນອອກ ນັບມື້ນັບມີຄວາມໝາຍຂຶ້ນກວ່າອີກ. ການປັບປຸງ, ຍົກລະດັບການພົວພັນກາຍເປັນຄວາມຕ້ອງການພາວະວິໄສ. ດ້ວຍທີ່ຕັ້ງພູມສາດ, ພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ ແລະບົດບາດນັບມື້ນັບພົ້ນເດັ່ນໃນກົນໄກຫຼາຍຝ່າຍ, ຫວຽດນາມ ກັບບັນດາປະເທດເອີຣົບກາງ-ເອີລົບຕາເວັນອອກ ແມ່ນຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນພ້ອມກັນຮ່ວມມື, ພັດທະນາ, ບໍ່ພຽງແຕ່ໃນດ້ານສອງຝ່າຍເທົ່ານັ້ນ ຫາກຍັງຢູ່ໃນລະດັບພາກພື້ນ ແລະສາກົນ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວວ່າ: “ດ້ວຍພື້ນຖານປະຫວັດສາດ 75 ປີທີ່ໝັ້ນແກ່ນ, ບັນດາຄຸນຄ່າລວມກ່ຽວກັບສັນຕິພາບ, ການຮ່ວມມື ແລະພັດທະນາ, ພວກເຮົາມີພື້ນຖານອັນໜັກແໜ້ນເພື່ອໃຫ້ມີຄວາມເຊື່ອໝັ້ນວ່າສາຍພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດເອີຣົບກາງ-ເອີລົບຕາເວັນອອກ ຈະສືບຕໍ່ພັດທະນາຢ່າງແຂງແຮງ, ນໍາເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນສອງຝ່າຍ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະຄວາມວັດທະນາຖາວອນຂອງພາກພື້ນ ແລະໂລກ.
ໂດຍ: ເຈິ່ນຮວ່ຽນ