ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະນິວຊີແລນ (19-6-1975 / 19-6-2025), ທ່ານ ຟານມິງຢາງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ນິວຊີແລນ ໄດ້ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບເຫດການສຳຄັນນີ້.

ດັ່ງລຸ່ມນີ້ແມ່ນເນື້ອໃນສຳພາດ:

ນັກຂ່າວການພົວພັນຫວຽດນາມ-ນິວຊີແລນ ສືບຕໍ່ພັດທະນາຢ່າງແຂງແຮງ, ໄປເຂົ້າສູ່ລວງເລິກ ແລະແທດຈິງໃນທຸກຂົງເຂດ. ພະຍານຫຼັກຖານລະອຽດ ແລະໃໝ່ຫຼ້າສຸດແມ່ນສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນທ້າຍເດືອນ ກຸມພາ ຜ່ານມາ, ເນື່ອງໃນໂອກາດການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ນິວຊີແລນ. ທ່ານເອກອັກຄະລັດຖະທູດ ສາມາດເຕື້ອງເຖິງຜົນງານພົ້ນເດັ່ນຂອງການພົວພັນຮ່ວມມືໃນໄລຍະເວລາ 50 ປີຜ່ານມາ ແລະຕີລາຄາແງ່ຫວັງຮ່ວມມືໃນອະນາຄົດ?

leftcenterrightdel
ຕອນບ່າຍວັນທີ 26 ກຸມພາ 2025, ຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຫວຽດນາມ ແລະທ່ານ Christopher Luxon ນາຍົກລັດຖະມົນຕີ ນິວຊີແລນ ໄດ້ພົບປະເຈລະຈາ ແລະເປັນສັກຂີພິຍານພິທີເຊັນເອກະສານຮ່ວມມືລະຫວ່າງສອງປະເທດ. ພາບ: ສຳນັກຂ່າວສານຫວຽດນາມ

ທ່ານເອກອັກຄະລັດຖະທູດ ຟານມິງຢາງ: ກ່ອນໜ້ານີ້ 50 ປີ, ນິວຊີແລນ ແມ່ນໜຶ່ງໃນບັນດາປະເທດທຳອິດສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ ພາຍຫຼັງທ້ອນ ໂຮມປະເທດຊາດເປັນເອກະພາບຢ່າງສົມບູນ.

ຜ່ານເຄິ່ງສະຕະວັດ, ການພົວພັນຫວຽດນາມ-ນິວຊີແລນ ໄດ້ຮັບການເພີ່ມພູນຄູນສ້າງ, ປັບປຸງ ແລະນັບມື້ນັບພັດທະນາຢ່າງບໍ່ຢຸດຢັ້ງ, ດ້ວຍການຂະຫຍາຍຕົວຢ່າງກ້າວກະໂດດພ້ອມດ້ວຍຜົນງານສຳຄັນຫຼາຍຢ່າງ.

ຫວຽດນາມ ແລະນິວຊີແລນ ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານໃນປີ 2009, ຄູ່ຮ່ວມມືຍຸດທະສາດໃນປີ 2020 ແລະກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງ ເປັນທາງການໃນເດືອນກຸມພາ ຜ່ານມາ.

ການພົວພັນສອງປະເທດໄດ້ຮັບການເພີ່ມທະວີ ແລະເປີດກວ້າງຜ່ານການຮັກສາແລກປ່ຽນຄະນະ, ພົບປະຂັ້ນສູງ ແລະທຸກຂັ້ນ ກໍ່ຄືຈັດຕັ້ງປະຕິບັດບັນດາກົນໄກຮ່ວມມືສອງ ຝ່າຍຢ່າງມີປະສິດທິຜົນ.

ຫວຽດນາມ ແລະນິວຊີແລນ ປະສານສົມທົບຢ່າງແໜ້ນແຟ້ນຢູ່ທີ່ບັນດາເວທີປາໄສສາກົນ ແລະພາກພື້ນ ເຊິ່ງສອງປະເທດເປັນສະມາຊິກ, ພ້ອມກັນປະກອບສ່ວນເຂົ້າໃນ ການແກ້ໄຂສິ່ງທ້າທາຍລວມຢູ່ພາກພື້ນ ແລະໃນໂລກ.

ສາມາດເວົ້າໄດ້ວ່າການພົວພັນສອງປະເທດພວມກ້າວເຂົ້າໄລຍະພັດທະນາຢ່າງແຮງທີ່ສຸດນັບແຕ່ກ່ອນຈົນຮອດປະຈຸບັນ. ປະຈຸບັນ, ຫວຽດນາມ ແລະນິວຊີແລນ ແມ່ນຄູ່ ຮ່ວມມືສຳຄັນແຖວໜ້າຂອງກັນໃນພາກພື້ນ.

ບັນດາຜົນງານທີ່ດີງາມດັ່ງກ່າວເລີ່ມຈາກລະດັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງສູງ ແລະຄວາມໄວ້ເນື້ອເຊື່ອໃຈຍຸດທະສາດນັບມື້ນັບໄດ້ຮັບການປັບປຸງລະຫວ່າງສອງປະເທດ, ໃນນັ້ນມີຄວາມຕັດສິນໃຈດ້ານການເມືອງ, ອາລົມຈິດສະໜິດຕິດພັນຢ່າງຈິງໃຈ ແລະອົບອຸ່ນຂອງການນຳຂັ້ນສູງສອງປະເທດ, ກໍ່ຄືນ້ຳໃຈມິດຕະພາບ, ເຂົ້າອົກເຂົ້າໃຈນັບມື້ນັບເລິກເຊິ່ງລະຫວ່າງປະຊາຊົນສອງປະເທດ.

ເຖິງຢ່າງໃດກໍ່ຕາມ, ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອເປີດກວ້າງການຮ່ວມມືລະຫວ່າງສອງປະເທດ, ໃນນັ້ນມີທ່າໄດ້ປຽບ, ຄວາມສາມາດບົ່ມຊ້ອນຍັງບໍ່ທັນໄດ້ຂຸດຄົ້ນ, ໝູນໃຊ້ຢ່າງມີປະສິດທິຜົນ, ຮຽກຮ້ອງຮ້ອງມີຄວາມມານະພະຍາຍາມໃຫຍ່ກວ່າ ເພື່ອນຳການພົວພັນຫວຽດນາມ-ນິວຊີແລນ ຂະຫຍາຍຕົວໃນໄລຍະຈະມາເຖິງ.

leftcenterrightdel
ທ່ານ ຟານມິງຢາງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ນິວຊີແລນ. ພາບ: ສຳນັກຂ່າວສານຫວຽດນາມ

ນັກຂ່າວ: ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ຈຸດສຸມການຮ່ວມມື ເຊິ່ງຫວຽດນາມ ແລະນິວຊີແລນ ຈະຊຸກຍູ້ເພື່ອແນໃສ່ນຳການພົວພັນສອງຝ່າຍສືບຕໍ່ພັດທະນາໃນປີ 2025 ກໍ່ຄືຊຸມປີຕໍ່ໄປ?

ທ່ານເອກອັກຄະລັດຖະທູດ ຟານມິງຢາງ: ປີ 2025 ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ແມ່ນໄລຍະເວລາທີ່ມີຄວາມໝາຍບໍ່ພຽງແຕ່ເພື່ອໃຫ້ ຫວຽດນາມ ແລະນິວຊີແລນ ທົບທວນຄືນໄລຍະທາງການຮ່ວມມືເປັນເວລາເຄິ່ງສະຕະວັດຜ່ານມາເທົ່ານັ້ນ ຫາກຍັງພ້ອມກັນກຳນົດວິໄສທັດ, ກຳນົດທິດພັດທະນາການພົວພັນໃນ 50 ປີ ຈະມາເຖິງ.

ໄລຍະເວລາສະເຫຼີມສະຫຼອງ ປີ 2025 ຍິ່ງມີຄວາມໝາຍກວ່າ ເມື່ອຫວຽດນາມ ແລະນິວຊີແລນ ເຫັນດີເປັນເອກະພາບຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ. ນີ້ແມ່ນເຫດການປະຫວັດສາດ, ພິສູດໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຢ່າງໝັ້ນແກ່ນຂອງທັງຫວຽດນາມ ແລະນິວຊີແລນ ໃນອະນາຄົດຂອງການພົວພັນສອງ ຝ່າຍ, ກໍ່ຄືຄວາມຕັດສິນໃຈ ແລະປາດຖະໜາຢາກນຳການພົວພັນຂຶ້ນສູ່ລະດັບສູງພັດທະນາໃນສັງກາດຮ່ວມມືໃໝ່, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ ແລະປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ແຕ່ລະປະເທດ, ໃນພາກພື້ນ ແລະໃນໂລກ.

ເພື່ອຈັດຕັ້ງປະຕິບັດ, ປະຈຸບັນ ຫວຽດນາມ ແລະນິວຊີແລນ ປະສານສົມທົບສ້າງໂຄງການດຳເນີນງານ ເພື່ອຫັນເນື້ອໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດປະກົດຜົນເປັນຈິງ ດ້ວຍມາດຕະການ, ໂຄງການຮ່ວມມືແທດຈິງ, ປະກອບສ່ວນຂຸດຄົ້ນ ແລະເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງສອງຝ່າຍ.

ແບ່ງປັນວິໄສທັດລວມ ແລະຜົນປະໂຫຍດຍຸດທະສາດຕໍ່ກັບສັນຕິພາບ, ການຮ່ວມມື ແລະພັດທະນາ, ຫວຽດນາມ ແລະນິວຊີແລນ ຕ້ອງສືບຕໍ່ເຮັດໃຫ້ການການພົວພັນດ້ານ ການເມືອງໃຫ້ເລິກເຊິ່ງກວ່າ, ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແທດຈິງກວ່າ, ເພີ່ມທະວີການແລກປ່ຽນຄະນະ ແລະພົບປະຂັ້ນສູງ ແລະທຸກຂັ້ນ ໃນທຸກຊ່ອງທາງ, ຍົກສູງປະສິດທິຜົນບັນດາກົນໄກຮ່ວມມືສອງຝ່າຍກວ່າອີກ.

ໃນສະພາບການສາກົນ ແລະໂລກ ມີການຜັນແປຫຼາຍຢ່າງ, ສອງປະເທດຄວນເພີ່ມທະວີປະສານສົມທົບ, ສະໜັບສະໜູນກັນຢ່າງແຮງກວ່າທີ່ບັນດາເວທີປາໄສຫຼາຍຝ່າຍ, ຄື: ບັນດາກົນໄກກ່ຽວຂ້ອງໂດຍສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ເປັນປະທານ, ສະຫະປະຊາຊາດ ແລະເວທີປາໄສຕ່າງໆ.

ດ້ວຍພື້ນຖານໝັ້ນແກ່ນທີ່ໄດ້ເພີ່ມພູນຄູນສ້າງໃນເຄິ່ງສະຕະວັດຜ່ານມາ ແລະຄວາມຕັດສິນໃຈຈາກສອງຝ່າຍ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ນິວຊີແລນ ຈະສືບຕໍ່ພັດທະນາຢ່າງຮອບດ້ານກວ່າ, ເລິກເຊິ່ງກວ້າງຂວາງກວ່າ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຊົນສອງປະເທດກວ່າອີກ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະພັດທະນາວັດທະນາຖາວອນ,  ຍືນຍົງຢູ່ພາກພື້ນ.

ນັກຂ່າວ: ທ່ານເອກອັກຄະລັດຖະທູດ ຕີລາຄາຄືແນວໃດກ່ຽວກັບບົດບາດຂອງປະຊາຄົມຊາວ ຫວຽດນາມ ໃນການຊຸກຍູ້ການພົວພັນມິດຕະພາບ, ຄວາມເຂົ້າອົກເຂົ້າໃຈລະຫວ່າງປະ ຊາຊົນສອງປະເທດ ເວົ້າສະເພາະ ກໍ່ຄືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ນິວຊີແລນ ເວົ້າລວມ?

ທ່ານເອກອັກຄະລັດຖະທູດ ຟານມິງຢາງ: ປະຈຸບັນ, ປະຊາຄົມຊາວຫວຽດນາມ ອາໄສຢູ່ນິວຊີແລນ ມີຈຳນວນກວ່າ 14.000 ຄົນ. ປະຊາຄົມຊາວຫວຽດນາມ ຢູ່ທີ່ນີ້ມີຊີວິດການເປັນຢູ່ເປັນປົກກະຕິ, ໃນນັ້ນມີຫຼາຍຄົນປະສົບຜົນສຳເລັດໃນຂົງເຂດດຳເນີນທຸລະກິດ, ຄົ້ນຄວ້າວິທະຍາສາດ, ເຮັດວຽກໃນອົງການຂອງລັດ, ວິສາຫະກິດຂອງນິວຊີ ແລນ, ພິເສດມີຜູ້ໜຶ່ງກາຍເປັນສະມາຊິກລັດຖະສະພາຂອງນິວຊີແລນ.

ໃນຊຸມປີຜ່ານມາ, ປະຊາຄົມຊາວຫວຽດນາມ ອາໄສຢູ່ນິວຊີແລນ ຍາມໃດກໍ່ແມ່ນຂົວຕໍ່ສຳຄັນບໍ່ສາມາດຂາດໄດ້, ປະກອບສ່ວນຢ່າງຕັ້ງໜ້າໃນການຊຸກຍູ້ການພົວພັນສອງປະເທດ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ, ການຮ່ວມມື ແລະເຂົ້າອົກເຂົ້າໃຈກັນລະຫວ່າງປະຊາຊົນນິວຊີແລນ ແລະຫວຽດນາມ.

ກຳນົດວຽກງານຊາວຫວຽດນາມ ອາໄສຢູ່ນິວຊີແລນ ແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນທີ່ສຸດ, ສະຖານທູດຫວຽດນາມ ປະຈຳ ນິວຊີແລນ ຈະສືບຕໍ່ມານະພະຍາຍາມປະຕິບັດ ບົດບາດນຳໜ້າໃນການຈັດຕັ້ງປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ຕໍ່ກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ພ້ອມທັງສືບຕໍ່ແລກປ່ຽນ, ສະເໜີອຳນາດ ການປົກຄອງປະຈຳຖິ່ນອຳນວຍຄວາມສະດວກໃຫ້ປະຊາຄົມຊາວຫວຽດນາມ ມີຊີວິດການເປັນຢູ່ເປັນປົກກະຕິ.

ພ້ອມທັງ, ສະຖານທູດ ສືບຕໍ່ຂົນຂວາຍຊາວຫວຽດນາມ ອາໄສຢູ່ທີ່ນີ້ຕອບສະໜອງ, ຮ່ວມເດີນທາງ ແລະສະໜັບສະໜູນບັນດາຂະບວນການບໍລິຈາກ, ກຸສົນໃນປະເທດ, ກໍ່ຄືເສີມຂະຫຍາຍບົດບາດໃນການລະດົມແຫຼ່ງກຳລັງຂອງຊາວຫວຽດນາມ ປະກອບສ່ວນໃຫ້ການພັດທະນາຂອງປະເທດ.

ນັກຂ່າວ: ຂໍຂອບໃຈທ່ານເອກອັກຄະລັດຖະທູດ!

ໂດຍ: ແສງເດືອນ