leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ການພົບປະໂອ້ລົມກັບພະນັກງານ, ລັດຖະກອນສະຖານທູດ ແລະປະຊາຄົມຊາວຫວຽດນາມ ປະຈຳ ຊູແອັດ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ການພົບປະ, ທ່ານ ຟ້າມມິງຈິ໊ງ  ຢືນຢັນວ່າ ປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດແມ່ນສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກປະຊາຄົມບັນດາເຜົ່າຫວຽດນາມ ໄດ້. ທ່ານນາຍົກລັດຖະມົນຕີ ຫວັງວ່າ ພໍ່ແມ່ປະຊາຊົນສະແດງໃຫ້ເຫັນຄວາມຮັກແພງຕໍ່ບ້ານເກີດເມືອງນອນ, ປະເທດຊາດ; ເບິ່ງແຍງດູແລຕົນເອງ, ຄອບຄົວ ແລະເພື່ອນມິດທີ່ສະໜິດສະໜົມ. ທ່ານນາຍົກລັດຖະມົນຕີ ຖືວ່າ ເລື່ອງພໍ່ແມ່ປະຊາຊົນ ເອົາໃຈໃສ່ເບິ່ງແຍງຕໍ່ປະຊາຄົມປະເທດປະຈຳຖິ່ນກໍ່ແມ່ນຮັກຊາດແລ້ວ; ຜູ້ໃດມີເງື່ອນໄຂຄືແນວໃດ, ມີເງື່ອນໄຂໄປຮອດໃສກໍ່ປະກອບສ່ວນສ້າງສາປະເທດໄປຮອດຫັ້ນ; ທຸກການປະກອບສ່ວນແມ່ນມີຄ່າທັງໝົດ.

*ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ຊູແອັດ, ຕອນເຊົ້າວັນທີ 12 ມິຖຸນາ (ຕາມເວລາທ້ອງຖິ່ນ), ທ່ານ ຟ້າມມິງຈິ໊ງ ໄດ້ໄປຢ້ຽມຢາມ ແລະກ່າວຄຳເຫັນນະໂຍບາຍຢູ່ມະຫາວິທະຍາໄລເສດຖະກິດ Stockholm.

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ແລະຊູແອັດ ພ້ອມກັນຢືນຢູ່ຕໍ່ໜ້າໂອກາດປະຫວັດສາດ ເພື່ອບືນຕົວຂຶ້ນຢືນຢັນບົດບາດເປັນພື້ນຖານເສດຖະກິດນໍາໜ້າໃນພາກພື້ນ, ຍົກລະດັບການພົວພັນມິດຕະພາບ ແລະການຮ່ວມມືແບບຍືນຍົງບົນເນື້ອໃນຈິດໃຈຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະກອບສ່ວນເຂົ້າໃນສັນຕິພາບ, ການຮ່ວມມື ແລະພັດທະນາຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະເອີລົບເໜືອ, ກວ້າງກວ່າແມ່ນຢູ່ ອາຊີ - ປາຊີຟິກ ແລະ ເອີລົບ.

ເພື່ອຫັນວິໄສທັດ ແລະຄວາມຄາດຫວັງນັ້ນໃຫ້ປະກົດຜົນເປັນຈິງ, ຕາມທ່ານນາຍົກລັດຖະມົນຕີແລ້ວ, ສອງປະເທດຕ້ອງສົມທົບກັນຜັນຂະຫຍາຍບັນດາບາດກ້າວບຸກທະລຸ, ຄື: ບາດກ້າວບຸກທະລຸໃນການພົວພັນທາງດ້ານການເມືອງ - ການທູດ; ເສີມຂະຫຍາຍບັນດາຄຸນຄ່າລວມ, ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະນ້ຳໃຈມິດຕະພາບອັນເລິກເຊິ່ງລະຫວ່າງສອງປະເທດ; ຍົກອອກການກຳນົດທິດໃຫຍ່ໃຫ້ແກ່ການພັດທະນາການພົວພັນສອງຝ່າຍ, ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນ ຫວຽດນາມ - ຊູແອັດ ໃຫ້ນັບມື້ນັບເຂົ້າສູ່ແທດຈິງ, ມີປະສິດທິຜົນ, ເປັນຕົ້ນແມ່ນໃນຂົງເຂດວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ, ພັດທະນາແບບຍືນຍົງ... 

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຢ້ຽມຢາມມະຫາວິທະຍາໄລເສດຖະກິດ Stockholm. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ: “ຫວຽດນາມ ພ້ອມທີ່ຈະພ້ອມກັບຊູແອັດ ຊຸກຍູ້ສັນຕິພາບ, ຮ່ວມມື ແລະພັດທະນາຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະເອີລົບເໜືອ, ປະກອບສ່ວນນໍາການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອີຢູ ໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ມີປະສິດທິຜົນ ແລະແທດຈິງກວ່າອີກ”.

ຄຽງຂ້າງນັ້ນ, ສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະພັດທະນາ, ສົມກັບລະດັບການພົວພັນ ແລະທີ່ຕັ້ງເສດຖະກິດຂອງສອງປະເທດ. ຫວຽດນາມ ໃຫ້ຄຳໝັ້ນສັນຍາຮ່ວມມືກັບ ຊູແອັດ ເພື່ອຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ຢ່າງມີປະສິດທິຜົນ ເພື່ອແນໃສ່ຍູ້ແຮງການເຊື່ອມຕໍ່,  ເປີດປະຕູຕະຫຼາດໃຫ້ແກ່ກັນ; ນຳສັນຍາປົກປ້ອງການລົງທຶນ ຫວຽດນາມ - ອີຢູ (EVIPA) ໃຫ້ມີຜົນສັກສິດໂດຍໄວ. ສອງປະເທດ ສູ້ຊົນມີໂຄງການກໍ່ສ້າງ, ກິດຈະກຳທີ່ພົ້ນເດັ່ນໃນໄລຍະການຮ່ວມມືໃໝ່,  ທະວີຄູນບັນດາແບບຢ່າງວິສາຫະກິດຊູແອັດ ທີ່ປະສົບຜົນສໍາເລັດຢູ່ຫວຽດນາມ.

ສອງປະເທດຕ້ອງສ້າງບາດກ້າວບຸກທະລຸໃນການຮ່ວມມືໃນຂົງເຂດວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ການຫັນປ່ຽນສີຂຽວ, ຖືວ່ານີ້ແມ່ນກຳລັງໜູນໃໝ່ຂອງການຮ່ວມມືສອງຝ່າຍ. ໃນນັ້ນຕ້ອງຜັນຂະຫຍາຍຢ່າງຮີບດ່ວນ, ຫັນການພົວພັນຄູ່ຮ່ວມມືຍຸດທະສາດດ້ານວິທະຍາສາດ - ເຕັກໂນໂລຢີ ແລະນະວັດຕະກຳ ທີ່ຈະໄດ້ຮັບການສ້າງຕັ້ງຂຶ້ນໃນການຢ້ຽມຢາມຄັ້ງນີ້ເປັນລະອຽດ.

* ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 12 ມິຖຸນາ, ຢູ່ນະຄອນຫຼວງ Stockholm, ທ່ານ ຟ້າມມິງຈິ໊ງ  ໄດ້ຮັບປະທານອາຫານເຊົ້າ, ເຮັດວຽກກັບການນຳບັນດາກຸ່ມບໍລິສັດເສດຖະກິດຂະໜາດໃຫຍ່ຂອງຊູແອັດ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືລົງທຶນໃນຫຼາຍຂົງເຂດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບການນໍາບັນດາວິສາຫະກິດແຖວໜ້າຂອງ ຊູແອັດ. ພາບ: ສໍານັກຂ່າວສານຫວຽດນາມ

ແລກປ່ຽນກ່ຽວກັບນະໂຍບາຍພັດທະນາເສດຖະກິດ-ສັງຄົມ ຂອງຫວຽດນາມ, ພິເສດແມ່ນນະໂຍບາຍການທູດ, ເຊິ່ງໄດ້ຊ່ວຍໃຫ້ຫວຽດນາມ ພັດທະນາຢ່າງກະໂດດຂັ້ນ ແລະຮັກສາການພົວພັນອັນດີງາມກັບບັນດາປະເທດໃນສະພາບການແກ່ງແຍ້ງຍຸດທະສາດທີ່ສັບສົນ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ຢຶດໝັ້ນຕໍ່ແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ; ເປັນເພື່ອນມິດກັບທຸກໆປະເທດ; ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນ; ເປັນເຈົ້າການ,  ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ; ປະຕິບັດນະໂຍບາຍປ້ອງກັນຊາດ “4 ບໍ່”…

ທ່ານນາຍົກລັດຖະມົນຕີ ກໍ່ໃຫ້ຮູ້ວ່າ: ກົມການເມືອງ, ສະພາແຫ່ງຊາດ ແລະລັດຖະບານຫວຽດນາມ ໄດ້ອອກມະຕິກ່ຽວກັບບາດກ້າວບຸກທະລຸໃນການພັດທະນາວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນດ້ວຍການກຳນົດທິດທີ່ຈະແຈ້ງ, ມີກົນໄກເປີດກ້ວາງ, ໂປ່ງໃສ. ພ້ອມກັນນັ້ນ, ກໍ່ຮັບປະກັນສິດ, ຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍຂອງນັກລົງທຶນ; ຮັບປະກັນສິດຊັບສິນ, ຄວາມເສລີໃນການດຳເນີນທຸລະກິດ, ແກ້ໄຂບັນດາການພົວພັນດ້ານເສດຖະກິດ, ພົນລະເຮືອນດ້ວຍບັນດາມາດຕະການດ້ານເສດຖະກິດ, ພົນລະເຮືອນ… ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ໃນໄລຍະຈະມາເຖິງ, ບັນດາວິສາຫະກິດຈະຮູ້ສຶກໄດ້ວິທີເຮັດແບບໃໝ່, ບັນຍາກາດໃໝ່, ຮູ້ສຶກໄດ້ເຖິງການປ່ຽນແປງຂອງຫວຽດນາມ ຕາມທິດສ້າງເງື່ອນໄຂສະດວກກວ່າໃຫ້ແກ່ນັກລົງທຶນ ເພື່ອໃຫ້ທັງສອງຝ່າຍພ້ອມກັນຊະນະ.

ໂດຍ: ຈາງຫງວຽນ