ເນື່ອງໃນໂອກາດນີ້, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບຄວາມໝາຍ ແລະໝາກຜົນທີ່ພົ້ນເດັ່ນຂອງການປະຕິບັດງານຄັ້ງນີ້.
ນັກຂ່າວ: ສະເໜີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ແບ່ງປັນບັນດາໝາກຜົນທີ່ພົ້ນເດັ່ນໃນການຢ້ຽມຢາມ ສ.ແອັດສະໂຕນີ ແລະລາຊະອານາຈັກຊູແອັດ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມ UNOC 3 ແລະດຳເນີນການເຄື່ອນໄຫວສອງຝ່າຍຢູ່ ຝຣັ່ງ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ?
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ການໄປປະຕິບັດງານຄັ້ງນີ້ປະສົບຜົນສຳເລັດຢ່າງຈົບງາມ, ຜ່ານນັ້ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ຮັບການເພີ່ມທະວີ. ນີ້ແມ່ນຄັ້ງທຳອິດທີ່ທ່ານນາຍົກລັດຖະມົນຕີໄປຢ້ຽມຢາມຝຣັ່ງ ນັບແຕ່ສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ (ເດືອນ ຕຸລາ 2024), ແມ່ນການຢ້ຽມຢາມຊູແອັດ ຄັ້ງທຳອິດພາຍຫຼັງ 6 ປີທີ່ທ່ານນາຍົກລັດຖະມົນຕີຫວຽດນາມ ໄປຢ້ຽມຢາມແອັດສະໂຕນີ ນັບແຕ່ສອງປະເທດສ້າງຕັ້ງການພົວພັນທາງການທູດໃນປີ 1992. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈ ແລະຄວາມຄອງຄອຍຂອງຫວຽດນາມ ໃນ “ການຮ່ວມມືທີ່ໃໝ່ກວ່າ, ລະດັບສູງກວ່າ” ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຝຣັ່ງ ແລະການພົວພັນຄູ່ຮ່ວມມືເພື່ອນມິດທີ່ເປັນມິດຕະພາບມູນເຊື້ອ, ມີການພົວພັນຮ່ວມມືຫຼາຍດ້ານກັບ ຊູແອັດ ແລະແອັດສະໂຕນີ. ບັນດາປະເທດຕີລາຄາສູງຕໍ່ບົດບາດ ແລະທີ່ຕັ້ງຂອງຫວຽດນາມ, ຖືເປັນສໍາຄັນ ແລະປາດຖະໜາຢາກຮັກສາການພົວພັນຢ່າງມີປະສິດທິຜົນ, ປັບປຸງ ແລະເຮັດໃຫ້ການພົວພັນກັບຫວຽດນາມ ເລິກເຊິ່ງຂຶ້ນກວ່າອີກ. ຜ່ານການພົວພັນດັ່ງກ່າວ, ພວກເຮົາມຸ່ງໄປເຖິງການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກວ່າອີກກັບສະຫະພາບເອີລົບ (ອີຢູ) ແລະເສີມຂະຫຍາຍບົດບາດເປັນຂົວຕໍ່ລະຫວ່າງບັນດາປະເທດອີຢູ ແລະພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ.
    |
 |
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: xaydungchinhsach.chinhphu.vn |
ການໄປປະຕິບັດງານໄດ້ນຳເອົາກຳລັງວັງຊາໃໝ່ເຂົ້າໃນຂອບເຂດການຮ່ວມມືທີ່ເປັນມູນເຊື້ອ. ຫຼາຍການກໍານົດທິດຮ່ວມມືໃຫຍ່ໃນຂົງເຂດການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະລັງງານ, ພື້ນຖານໂຄງລ່າງ, ການສຶກສາ-ບຳລຸງສ້າງ, ວັດທະນະທໍາ, ກິລາ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ… ກໍ່ໄດ້ເຫັນດີເປັນເອກະພາບສູງຈາກສອງຝ່າຍ.
ການໄປປະຕິບັດງານດັ່ງກ່າວໄດ້ສ້າງຂອບເຂດການຮ່ວມມືໃນຂົງເຂດໃໝ່ທີ່ບັນດາປະເທດຄູ່ຮ່ວມມືທີ່ມີທ່າແຮງ ແລະຫວຽດນາມ ມີຄວາມຕ້ອງການ. ຜ່ານການໄປປະຕິບັດງານຄັ້ງນີ້, ຫວຽດນາມ ແລະຊູແອັດ ໄດ້ກາຍເປັນຄູ່ຮ່ວມມືຍຸດທະສາດຂະແໜງການໃນຂົງເຂດວິທະຍາສາດ-ເຕັກໂນໂລຢີ ແລະນະວັດຕະກຳ. ຝຣັ່ງ ແລະແອັດສະໂຕນີ ກໍ່ລ້ວນແຕ່ຢືນຢັນວ່າ ຈະພ້ອມກັບຫວຽດນາມ ຮ່ວມມືກ່ຽວກັບການຫັນເປັນດີຈີຕອນ, ນະວັດຕະກຳ, ພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ... ຜ່ານການແບ່ງປັນບົດຮຽນພຶດຕິກຳຕົວຈິງທີ່ດີ ແລະມາດຕະການເຕັກໂນໂລຢີໃນໄລຍະຈະມາເຖິງ.
ພວກເຮົາ ກໍ່ໄດ້ສ້າງຂີດໝາຍສຳຄັນຜ່ານການເຂົ້າຮ່ວມກອງປະຊຸມ UNOC 3 ດ້ວຍການເປັນເຈົ້າການ, ຕັ້ງໜ້າປະກອບສ່ວນໃຫ້ກອງປະຊຸມດ້ວຍການເປັນປະທານຮ່ວມຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບເຫດການສຸດຍອດເຂດທົ່ງພຽງ ແລະຕາງໜ້າໃຫ້ 10 ປະເທດສະມາຊິກອາຊຽນກ່າວຄຳເຫັນທີ່ກອງປະຊຸມ UNOC 3.
ສຸດທ້າຍ, ໃນການພົບປະ ແລະການເຮັດວຽກຕ່າງໆຂອງທ່ານນາຍົກລັດຖະມົນຕີ, ຫວຽດນາມ ແລະບັນດາປະເທດລ້ວນແຕ່ບັນລຸໄດ້ຄວາມຮັບຮູ້ລວມກ່ຽວກັບຄວາມສຳຄັນຂອງການຮັກສາສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ ແລະສະຖຽນລະພາບຢູ່ແຕ່ລະພາກພື້ນ, ກໍ່ຄືການແກ້ໄຂການຂັດແຍ້ງໂດຍສັນຕິວິທີບົນພື້ນຖານກົດບັດ ສປຊ ແລະກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມສົນໃຈ, ການສະໜັບສະໜູນ ແລະການຮ່ວມມືຂອງບັນດາປະເທດສໍາລັບຫວຽດນາມ ໃນບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈບົນພື້ນຖານການຍົກສູງ ແລະປະຕິບັດກົດໝາຍສາກົນ, ຜ່ານນັ້ນຮ່ວມແຮງຮ່ວມໃຈປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູູ່ພາກພື້ນ ແລະໃນໂລກ.
ນັກຂ່າວ: ຫວຽດນາມ ແລະບັນດາປະເທດຄູ່ຮ່ວມມືຈະຕ້ອງເຮັດຫຍັງແດ່ ເພື່ອຫັນໝາກຜົນເຫຼົ່ານີ້ໃຫ້ປະກົດຜົນເປັນຈິງ, ຂໍຮຽນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ?
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ການເຄື່ອນໄຫວດ້ວຍຈຳນວນ 84 ກິດຈະກຳໄດ້ຈັດຕັ້ງຢ່າງແໜ້ນແຟ້ນ, ສາມາດຢືນຢັນໄດ້ວ່າ ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ບັນລຸໄດ້ໝາກຜົນທີ່ມີຄວາມໝາຍສຳຄັນ, ແທດຈິງຫຼາຍຢ່າງ, ຜ່ານນັ້ນແມ່ນເຮັດໃໝ່, ເຮັດໃຫ້ການພົວພັນສອງຝ່າຍລະຫວ່າງຫວຽດນາມ ກັບປະເທດຕ່າງໆເລິກເຊິ່ງຂຶ້ນກວ່າເກົ່າ, ເພື່ອຜົນປະໂຫຍດຂອງແຕ່ລະຝ່າຍ ແລະປະກອບສ່ວນໃຫ້ສັນຕິພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.
ໃນໄລຍະຈະມາເຖິງ, ບົນພື້ນຖານຄວາມຮັບຮູ້ ແລະການກຳນົດທິດລວມ, ບັນດາຂໍ້ຕົກລົງການຮ່ວມມືທີ່ບັນລຸໄດ້ໃນຂອບເຂດການຢ້ຽມຢາມ, ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຂອງຫວຽດນາມ ຈະສົມທົບກັນຢ່າງຕັ້ງໜ້າ, ແໜ້ນແຟ້ນກັບບັນດາປະເທດຄູ່ຮ່ວມມືຜັນຂະຫຍາຍໜ້າທີ່ໃນ 4 ດ້ານຕົ້ນຕໍ. ທີໜຶ່ງ, ຍູ້ແຮງການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນຢ່າງຮອບດ້ານໃນທຸກຊ່ອງທາງຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະການພົບປະແລກປ່ຽນປະຊາຊົນ. ທີສອງ, ຜັນຂະຫຍາຍການກຳນົດທິດ, ມາດຕະການ, ກົນໄກ, ຂໍ້ຕົກລົງການຮ່ວມມືຢ່າງມີປະສິດທິຜົນ. ທີສາມ, ຫວຽດນາມ ແລະບັນດາປະເທດຄູ່ຮ່ວມມືຈະຄົ້ນຄວ້າ, ແລກປ່ຽນ ແລະເປີດກວ້າງບັນດາໂຄງການຮ່ວມມືທີ່ມີຢູ່ແລ້ວໃນຂົງເຂດທີ່ເປັນມູນເຊື້ອຢ່າງຮີບດ່ວນ, ຄື: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ... ທີສີ່, ດ້ວຍຄໍາໝັ້ນສັນຍາທີ່ສະໝັກໃຈ 15 ຂໍ້ກ່ຽວກັບບັນຫາທີ່ກ່ຽວຂ້ອງເຖິງການບໍລິຫານທາງທະເລ, ຄື: ຊຸກຍູ້ການປະຕິບັດສົນທິສັນຍາກົດໝາຍວ່າດ້ວຍທະເລ ແລະບັນດາເອກະສານທີ່ກ່ຽວຂ້ອງຢ່າງແຂງແຮງ... ຫວຽດນາມ ຈະຕ້ອງສືບຕໍ່ຜັນຂະຫຍາຍຄຳໝັ້ນສັນຍາດັ່ງກ່າວຢ່າງແຂງແຮງ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການສົມທົບກັບຄູ່ຮ່ວມມືເພື່ອປະຕິບັດການຫັນ SDG 14 ແລະຮັບປະກັນໃຫ້ມະຫາສະໝຸດຍາມໃດກໍ່ແມ່ນຂົງເຂດທີ່ມີສັນຕິພາບ, ການຮ່ວມມື ແລະຄວາມຮັບຜິດຊອບລວມ.
ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາຂໍ້ຕົກລົງ ແລະຄຳໝັ້ນສັນຍາຈະໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນໃນຕົວຈິງເມື່ອບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດພ້ອມກັນຕັດສິນໃຈປະຕິບັດຕາມເນື້ອໃນຈິດໃຈ “ໄດ້ເວົ້າແລ້ວຕ້ອງເຮັດ, ໄດ້ໃຫ້ຄໍາໝັ້ນສັນຍາແລ້ວ ຕ້ອງປະຕິບັດ”.
ນັກຂ່າວ: ຂໍຂອບໃຈທ່ານ!
ໂດຍ: ເຈິ່ນຮວ່ຽນ