ຫວຽດນາມ ໂຮມເຂົ້າຍັງເຫຼືອ 34 ແຂວງ, ນະຄອນ ຢ່າງເປັນທາງການ
ດ້ວຍອັດຕາ 96,44% ສະມາຊິກສະພາແຫ່ງຊາດ ທີ່ມີໜ້າໄດ້ເຫັນດີ, ຕອນເຊົ້າວັນທີ 12 ມິຖຸນາ, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ຮັບຮອງເອົາມະຕິວ່າດ້ວຍການສັບຊ້ອນຫົວໜ່ວຍບໍລິຫານຂັ້ນແຂວງປີ 2025. ຕາມນັ້ນແລ້ວ, ທົ່ວປະເທດມີ 34 ຫົວໜ່ວຍບໍລິຫານ, ລວມມີ 6 ນະຄອນ ຂຶ້ນກັບສູນກາງ ແລະ 28 ແຂວງ.
ສະພາແຫ່ງຊາດ ຮຽກຮ້ອງໃຫ້ບັນດາອົງການຕາມສິດອຳນາດຂອງຕົນຮີບເຮັ່ງປະຕິບັດບັນດາວຽກງານກະກຽມທີ່ຈຳເປັນ ຮັບປະກັນໃຫ້ອຳນາດການປົກຄອງທ້ອງຖິ່ນຢູ່ບັນດາແຂວງ, ນະຄອນທີ່ໄດ້ຮັບການສ້າງຕັ້ງຫຼັງການສັບຊ້ອນຄັ້ງນີ້ ເລີ່ມເຄື່ອນໄຫວແຕ່ວັນທີ 1 ກໍລະກົດ 2025 ຢ່າງເປັນທາງການ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຄັກດິ້ງ ຮອງປະທານສະພາແຫ່ງຊາດຫວຽດນາມ ຢັ້ງຢືນວ່າ: “ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີຕໍ່ແຜນນະໂຍບາຍ ແລະ ແບບວິທີສັບຊ້ອນບັນດາຫົວໜ່ວຍບໍລິຫານຂັ້ນແຂວງປີ 2025. ບັນດາສະມາຊິກສະພາແຫ່ງຊາດ ມີຄວາມເປັນເອກະພາບສູງໂດຍຖືວ່າ ນີ້ແມ່ນແຜນນະໂຍບາຍໃຫຍ່ ແມ່ນເຫດການສຳຄັນຂອງພັກ ແລະ ລັດ, ມີຄວາມໝາຍທາງດ້ານປະຫວັດສາດ ແລະ ການເມືອງອັນສັກສິດທີ່ສຸດ ເຊິ່ງບັນດາສະມາຊິກສະພາແຫ່ງຊາດ ຊຸດທີ XV ໄດ້ລົງຄະແນນສຽງ, ຮັບຮອງເອົາມະຕິ”.
    |
 |
ກອງປະຊຸມສະໄໝສາມັນ ເທື່ອທີ 9 ສະພາແຫ່ງຊາດ ຊຸດທີ XV. ພາບ: quochoi.vn |
ທ່ານນາງ ຫງວຽນທິທູຮ່າ ສະມາຊິກສະພາແຫ່ງຊາດ ແຂວງກວາງນິງ ຖືວ່າ: “ບັນດາແຂວງພາຍຫຼັງໂຮມເຂົ້າກັນ ຈະມີຂອບຂະໜາດໃຫຍ່ກວ່າ, ມີເງື່ອນໄຂທຳມະຊາດ ແລະແຫຼ່ງກຳລັງທີ່ຫຼາກຫຼາຍກວ່າ, ມີຄວາມສາມາດສ້າງ, ວາງແຜນຜັງພັດທະນເສດຖະກິດ - ສັງຄົມທີ່ມີຂອບຂະໜາດໃຫຍ່, ດຶງດູດການລົງທຶນຢ່າງແຮງກວ່າ, ຈັດຕັ້ງຄືນພື້ນທີ່ຜະລິດ ແລະການບໍລິຫານຢ່າງເໝາະສົມ ແລະຍືນຍົງ.”
ແຫຼ່ງຄັດຈາກ: vovworld.vn