ເນື່ອງໃນໂອກາດນີ້, ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນຳບົດຂຽນຂອງນັກຊ່ຽວຊານດ້ານປະຫວັດສາດ, ມູນເຊື້ອຂອງສື່ມວນຊົນປະຕິບັດຫວຽດນາມ ກໍ່ຄືບັນດາບັນຫາວາງອອກໃນປະຈຸບັນເພື່ອໃຫ້ສື່ມວນຊົນເຮັດສຳເລັດພາລະກຳ, ຄວາມຮັບຜິດຊອບອັນສູງສົ່ງຂອງຕົນໃນພາລະກິດສ້າງສາ, ປົກປັກຮັກສາ ແລະພັດທະນາປະເທດຊາດ.

ຄົບຮອບໜຶ່ງສະຕະວັດພໍດີນັບແຕ່ໜັງສືພິມປະຕິວັດສະບັບທຳອິດຂອງຫວຽດນາມ-ໜັງສືພິມແທັງນຽນ, ໂດຍຜູ້ນຳ ຫງວຽນອ໊າຍກວກ ກໍ່ຕັ້ງ, ຈັດພິມຈຳໜ່າຍສະບັບທຳອິດໃນວັນທີ 21 ມິຖຸນາ 1925, ສື່ມວນຊົນປະຕິວັດຫວຽດນາມ ໄດ້ຜ່ານໄລຍະປະຫວັດສາດຕິດພັນກັບພາລະກຳອັນສັກກະລະບູຊາ: ຮ່ວມເດີນທາງພ້ອມກັບຊາດ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ.

ມີຄວາມເອກອ້າງທະນົງໃຈທີ່ໄດ້ຮ່ວມເດີນທາງພ້ອມກັບຊາດໃນໜຶ່ງສະຕະວັດ

ໄລຍະ 1925-1945 ເປັນຂີດໝາຍແຫ່ງການກໍາເນີດ ແລະພັດທະນາຢ່າງແຂງແຮງຂອງສື່ມວນຊົນປະຕິວັດຫວຽດນາມ ດ້ວຍບົດບາດແມ່ນທວນໄຟເຍືອງທາງ, ປຸກລຸກນ້ຳໃຈຮັກຊາດ ແລະປູກຝັງແນວຄິດປົດປ່ອຍຊາດໃຫ້ຊາວຫວຽດນາມ ນັບຫຼາຍລ້ານຄົນ. ໜັງສືພິມແທັງນຽນ ພ້ອມກັບໜັງສືພິມຫຼາຍຮ້ອຍສະບັບໄດ້ຮັບການກຳເນີດເກີດຂຶ້ນໃນໄລຍະຕໍ່ມາຢູ່ທັງພາຍໃນ ແລະຕ່າງປະເທດດ້ວຍການເຄື່ອນໄຫວທີ່ມີຫຼາຍຮູບແບບ, ນັບແຕ່ມີການເປີດເຜີຍ, ເປີດເຜີຍເຄິ່ງໜຶ່ງຈົນຮອດການປິດລັບ... ໄດ້ກາຍເປັນໂຮງຮຽນແຫ່ງການປະຕິວັດ, ເຜີຍແຜ່ລັດທິມາກ-ເລນິນ ແລະກຳນົດເສັ້ນທາງປະຕິວັດໃຫ້ແກ່ມະຫາຊົນ, ປະຊາຊົນ. ສື່ມວນຊົນໃນໄລຍະນີ້ບໍ່ພຽງແຕ່ກ່າວປະນາມໂທດກຳຂອງພວກລ່າເມືອງຂຶ້ນ, ສັກດີນາເທົ່ານັ້ນ ຫາກຍັງຈຸດປະກາຍທວນໄຟແຫ່ງການປະຕິວັດ, ປຸກມວນຊົນໃຫ້ລຸກຂຶ້ນມາຕໍ່ສູ້.

leftcenterrightdel
ພາບປະກອບຄັດຈາກ baonamdinh.vn

ໜັງສືພິມທີ່ໄດ້ລົງພິມໃສ່ວັດຖຸດິບທີ່ປະຖົມປະຖານ, ຖືກສົ່ງເຖິງມືຢ່າງປິດລັບໃນໄລຍະຫຍຸ້ງຍາກດັ່ງກ່າວນັ້ນໄດ້ປະກອບສ່ວນສຳຄັນເຂົ້າໃນການກະກຽມດ້ານແນວຄິດ ແລະການຈັດຕັ້ງ, ກຳນົດທິດພຶດຕິກຳການປະຕິວັດ, ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການສ້າງຕັ້ງກຳລັງການເມືອງ, ນຳພາຂະບວນການຕໍ່ສູ້ສ້າງເປັນໄຊຊະນະຂອງການປະຕິວັດເດືອນສິງຫາ ປີ 1945, ກຳເນີດປະເທດສາທາລະນະລັດ ປະຊາທິປະໄຕຫວຽດນາມ.

ພາຍຫຼັງທ້ອນໂຮມປະເທດຊາດເປັນເອກະພາບຢ່າງສົມບູນ, ສື່ມວນຊົນປະຕິວັດກ້າວເຂົ້າສູ່ໄລຍະໃໝ່ດ້ວຍໜ້າທີ່ຈຸດສຸມແມ່ນປະກອບສ່ວນຮຳບາດແຜສົງຄາມ, ຟື້ນຟູເສດຖະກິດ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ ແລະເອກະພາບດ້ານແນວຄິດ, ເຈດຈຳນົງ, ການກະທຳລະຫວ່າງສອງພາກໃຕ້-ເໜືອ. ໃນເງື່ອນໄຂປະເທດຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ສື່ມວນຊົນໄດ້ສວມບົດບາດສຳຄັນໃນການຕໍ່ສູ້ປົກປ້ອງທັດສະນະ ແລະແນວທາງນຳພາຂອງພັກ, ປົກປັກຮັກສາເອກະລາດ, ອະທິປະໄຕຂອງປະເທດຊາດ; ແມ່ນອາວຸດໂຄສະນາທີ່ແຫຼມຄົມ, ປະຕິເສດຖ້ອຍທໍານອງເສກສັນປັ້ນແຕ່ງ, ມ້າງເພທໍາລາຍຂອງບັນດາອິດທິກໍາລັງປໍລະປັກ, ປະຕິການ; ຮັບປະກັນການສື່ສານຢ່າງທັນການ ແລະຄົບຖ້ວນກ່ຽວກັບສະພາບການສູ້ຮົບປົກປັກຮັກສາຊາຍແດນຢູ່ທາງທິດຕາເວັນຕົກສ່ຽງໃຕ້ ແລະຊາຍແດນທາງທິດເໜືອຂອງປະເທດຊາດ, ຜ່ານນັ້ນປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ປຸກລຸກນ້ຳໃຈຮັກຊາດ ແລະຄວາມໄວ້ເນື້ອເຊື່ອໃຈຕໍ່ລັດທິສັງຄົມນິຍົມ.

ຮັກສາ ແລະເສີມຂະຫຍາຍຄຸນທາດ, ມູນເຊື້ອການປະຕິວັດຂອງສື່ມວນຊົນຫວຽດນາມ

ໜຶ່ງສະຕະວັດແມ່ນໄລຍະເວລາທີ່ພຽງພໍເພື່ອຢັ້ງຢືນຄຸນທາດອັນດີງາມຂອງສື່ມວນຊົນປະຕິວັດ ຫວຽດນາມ, ນັ້ນແມ່ນຮັບໃຊ້ເປົ້າໝາຍປະຕິວັດ, ຕິດພັນກັນຢ່າງສະໜິດແໜ້ນກັບຜົນປະໂຫຍດຂອງຊາດ, ປະເທດ ແລະປະຊາຊົນ, ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ.

ສື່ມວນຊົນປະຕິວັດບໍ່ພຽງແຕ່ແມ່ນກະບອກສຽງຂອງພັກ ແລະປະຊາຊົນເທົ່ານັ້ນ ຫາກຍັງແມ່ນແປວໄຟທີ່ສົ່ງແຮງບັນດານໃຈ, ແມ່ນສະຕິປັນຍາແຫ່ງຍຸກສະໄໝ ແລະຄວາມເອກອ້າງທະນົງໃຈອັນໃຫຍ່ຫຼວງຂອງພື້ນຖານວັດທະນະທຳການເມືອງຫວຽດນາມ. ໃນຕະຫຼອດ 100 ປີ, ສື່ມວນຊົນປະຕິວັດຍາມໃດກໍ່ຮັກສາຫຼັກໝັ້ນການເມືອງ, ຕິດແທດກັບແນວທາງຂອງພັກ, ແມ່ນຂົວຕໍ່ລະຫວ່າງພັກ, ລັດ ແລະປະຊາຊົນ. ຈາກໜັງສືພິມທີ່ເຄື່ອນໄຫວປິດລັບໄດ້ສວມບົດບາດເປັນ “ແປວໄຟແຫ່ງການປຸກລຸກຊົນຊາດ” ສ້າງສັນພັດທະນາໃນໄລຍະປ່ຽນແປງໃໝ່, ສື່ມວນຊົນໄດ້ບືນຕົວຂຶ້ນຢ່າງແຂງແຮງ, ຮັກສາສີສັນ, ຄຸນທາດ ແລະລັກສະນະສູ້ຮົບດ້ວຍໂສມໜ້າຂອງພື້ນຖານສື່ມວນຊົນປະຕິວັດແບບໃໝ່ທັນສະໄໝໃນໄລຍະຫັນປ່ຽນດີຈີຕອນ, ການປະຕິວັດອຸດສາຫະກຳ 4.0 ແລະການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ.

ຈື່ຈຳຄຳສັ່ງສອນຂອງປະທານໂຮ່ຈິມິນ-ຄູສອນຜູ້ຍິ່ງໃຫຍ່ຂອງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ: “ໜ້າທີ່ຂອງສື່ມວນຊົນແມ່ນຮັບໃຊ້ປະຊາຊົນ, ຮັບໃຊ້ການປະຕິວັດ. ນັ້ນແມ່ນໜ້າທີ່ຂອງທົ່ວພັກ, ທົ່ວປວງຊົນຫວຽດນາມ, ກໍ່ແມ່ນໜ້າທີ່ຂອງສື່ມວນຊົນເຮົາ”, ສື່ມວນຊົນປະຕິວັດຫວຽດນາມ ໄດ້, ກຳລັງ ແລະຍາມໃດກໍ່ຈະເສີມຂະຫຍາຍບົດບາດນຳໜ້າ, ຫຼັກແຫຼ່ງແກ່ນສານໃນການໂຄສະນາການເມືອງ, ກຳນົດທິດແນວຄິດ ແລະປຸກລະດົມການກະທຳປະຕິວັດໃນທົ່ວປວງຊົນ, ປະກອບສ່ວນປຸກລຸກ ແລະແຜ່ຂະຫຍາຍຂະບວນການແຂ່ງຂັນຜະລິດ, ປຸກລະດົມຈິດໃຈຕໍ່ສູ້ໃນທຸກສະໜາມຮົບ.

ສື່ມວນຊົນກໍ່ແມ່ນພາຫະນະທີ່ມີປະສິດທິຜົນໃນການສຶກສາອົບຮົມດ້ານແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດໃຫ້ແກ່ຊາວຫວຽດນາມ ຮຸ່ນໃໝ່. ໃນດ້ານການທູດ, ສື່ມວນຊົນກໍ່ແມ່ນ “ຂົວຕໍ່ດ້ານຂໍ້ມູນຂ່າວສານ” ລະຫວ່າງຫວຽດນາມ ແລະໂລກ, ປະກອບສ່ວນເປີດເຜີຍໂທດກຳອັນຊົ່ວຮ້າຍຂອງພວກສັດຕູຜູ້ຮຸກຮານຕໍ່ກັບປະຊາຊົນຫວຽດນາມ, ຍາດແຍ່ງເອົາການສະໜັບສະໜູນຈາກເພື່ອນມິດສາກົນໃນສະພາບການສົງຄາມ ແລະສືບຕໍ່ເສີມຂະຫຍາຍບົດບາດນຳໜ້າໃນການເຜີຍແຜ່ຄວາມຮູ້ກ່ຽວກັບການເຊື່ອມໂຍງ, ໂຄສະນາເຜີຍແຜ່ຮູບພາບຂອງປະເທດຊາດ, ຊາວຫວຽດນາມ ອອກສູ່ສາກົນໃນໄລຍະໃໝ່.

ພວກເຮົາລ້ວນແຕ່ມີສິດເອກອ້າງທະນົງໃຈກ່ຽວກັບປະຫວັດສາດ 100 ປີທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກແຕ່ວ່າຄວາມຮຸ່ງເຮືອງເຫຼືອງເຫຼື້ມຂອງສື່ມວນຊົນປະຕິວັດຫວຽດນາມ-ເປັນປະຫວັດສາດແຫ່ງສະຕິປັນຍາທີ່ໄດ້ຂຽນດ້ວຍຢາດເຫື່ອ, ເລືອດເນື້ອເຊື້ອໄຂ ແລະຊີວິດຂອງບັນດານັກຂ່າວ-ນັກຮົບ. ດ້ວຍມູນເຊື້ອອັນສະຫງ່າລາສີດັ່ງກ່າວ, ນັກຂ່າວປະຕິວັດຮຸ່ນຕ່າງໆທີ່ເຕັມໄປດ້ວຍຄຸນທາດ, ມີຄວາມສຸດຈິດສຸດໃຈ ແລະມີຄວາມຮັບຜິດຊອບຈະສືບຕໍ່ເຮັດໃຫ້ສຳເລັດພາລະກຳຢ່າງດີເລີດນັ້ນແມ່ນ “ແຫຼ່ງແສງສະຫວ່າງທີ່ໄວ້ເນື້ອເຊື່ອໃຈ”, ປະກອບສ່ວນກຳນົດທິດຫາງສຽງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງສັງຄົມ, ແຜ່ຂະຫຍາຍຄຸນຄ່າຄວາມຈິງ-ຄວາມດີ-ຄວາມງາມ ແລະຮ່ວມແຮງຮ່ວມໃຈພ້ອມກັບທົ່ວປະເທດຫັນຄວາມຄາດຫວັງຢາກພັດທະນາປະເທດໃຫ້ວັດທະນາຖາວອນ, ມີຄວາມຜາສຸກໃຫ້ປະກົດຜົນເປັນຈິງ, ກ້າວເຂົ້າສູ່ສັງກາດພັດທະນາໃໝ່-ສັງກາດບືນຕົວຂຶ້ນຂອງຊາດຢ່າງໝັ້ນຄົງພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ທີ່ມີກຽດສະຫງ່າໝັ້ນຍືນ.

ໂດຍ: ແສງເດືອນ