ເນື່ອງໃນໂອກາດນີ້, ທ່ານ Olivier Brochet ເອກອັກຄະລັດຖະທູດຝຣັ່ງ ປະຈຳ ຫວຽດນາມ ໄດ້ແບ່ງປັນກັບສື່ມວນຊົນກ່ຽວກັບເນື້ອໃນທີ່ກ່ຽວຂ້ອງເຖິງກອງປະຊຸມ ແລະຄວາມໝາຍຂອງເລື່ອງຫວຽດນາມ ເຂົ້າຮ່ວມກອງປະຊຸມສຳຄັນນີ້.

ນັກຂ່າວ: ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຈະໄປນະຄອນ Nice (ຝຣັ່ງ) ເພື່ອເຂົ້າຮ່ວມກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 - UNOC3. ທ່ານເອກອັກຄະລັດຖະທູດ ຕີລາຄາຄືແນວໃດກ່ຽວກັບການເຂົ້າຮ່ວມຂອງການນຳຫວຽດນາມ ທີ່ເຫດການຄັ້ງນີ້ໂດຍ ຝຣັ່ງ ເປັນເຈົ້າພາບຈັດຕັ້ງ?

ທ່ານ Olivier Brochet ເອກອັກຄະລັດຖະທູດຝຣັ່ງ: ພວກຂ້າພະເຈົ້າ ຮູ້ສຶກດີໃຈເມື່ອເຫັນວ່າ ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ຕັດສິນໃຈນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມມະຫາສະໝຸດ ສປຊ ໂດຍ ຝຣັ່ງ ແລະຄອສຕາລີກາ ເປັນປະທານຮ່ວມ. ການເຂົ້າຮ່ວມຂອງຫວຽດນາມ ຍິ່ງມີຄວາມໝາຍກວ່າ ຍ້ອນວ່າ ຫວຽດນາມ ແມ່ນປະເທດທີ່ມີຊາຍຝັ່ງທະເລຍາວກວ່າ 3.200 ກິໂລແມັດ ແລະຍິ່ງໄປກວ່ານັ້ນ, ນີ້ແມ່ນປະເທດທີ່ພວມປະເຊີນໜ້າກັບສິ່ງທ້າທາຍທີ່ກ່ຽວຂ້ອງເຖິງມະຫາສະໝຸດ, ຄື: ການປ່ຽນແປງຂອງດິນຟ້າອາກາດ, ຝັ່ງທະເລເຊາະເຈື່ອນ ແລະບັນຫາອື່ນໆທີ່ກ່ຽວຂ້ອງເຖິງການໝົດກ້ຽງແຫຼ່ງຊັບພະຍາກອນໃນນ້ຳ, ສິນທະເລ; ບັນຫາການຂັດແຍ້ງທາງທະເລ... ສະນັ້ນ, ທັດສະນະຂອງຫວຽດນາມ ທີ່ກອງປະຊຸມຍິ່ງມີຄວາມໝາຍກວ່າ.

leftcenterrightdel
ທ່ານ Olivier Brochet ເອກອັກຄະລັດຖະທູດຝຣັ່ງ ປະຈຳ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ລະຫວ່າງ ຝຣັ່ງ ແລະຫວຽດນາມ ມີຫຼາຍທັດສະນະທີ່ຄ້າຍຄືກັນ ແລະປາດຖະໜາຢາກຍົກອອກທັດສະນະ ເພື່ອໃຫ້ປະຊາຄົມສາກົນຮັບຟັງ, ພິເສດແມ່ນໃນຂອບເຂດການຮ່ວມມື ແລະບັນດາກອງປະຊຸມຂອງ ສປຊ. ຍ້ອນແນວນັ້ນ, ຝ່າຍ ຝຣັ່ງ ຮູ້ສຶກດີໃຈຫຼາຍເມື່ອຫວຽດນາມ ໄດ້ສົ່ງຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ UNOC3  ແລະກໍ່ສະເໜີໃຫ້ຫວຽດນາມ ເປັນປະທານເຫດການຢູ່ນອກກອງປະຊຸມກ່ຽວກັບເຂດທົ່ງພຽງ, ທົ່ງຮາບແມ່ນໍ້າ, ແມ່ນໍ້າໃນໂລກ, ໃນນັ້ນມີເຂດທົ່ງພຽງແມ່ນໍ້າຂອງ. ກອງປະຊຸມຢູ່ Nice ຈະແມ່ນໂອກາດເພື່ອຢືນຢັນຄວາມສາມາດຂອງຝຣັ່ງ,  ຫວຽດນາມ ຮ່ວມມືກັນເພື່ອປົກປັກຮັກສາຄຸນຄ່າ, ທັດສະນະຂອງຕົນໃນເວທີສາກົນ, ປະກອບສ່ວນແກ້ໄຂສິ່ງທ້າທາຍທີ່ມີລັກສະນະທົ່ວໂລກ.

ເນື່ອງໃນໂອກາດຈັດກອງປະຊຸມຄັ້ງນີ້, ພວກຂ້າພະເຈົ້າ ຫວັງວ່າ ການນຳຫວຽດນາມ ຈະປະກາດຮັບຮອງເອົາສົນທິສັນຍາວ່າດ້ວຍການປົກປ້ອງເຂດທະເລສາກົນ (BBNJ) ກ່ຽວກັບການອະນຸລັກຮັກສາ ແລະນໍາໃຊ້ຊີວະນາໆພັນທາງທະເລແບບຍືນຍົງ. ຝຣັ່ງ ໄດ້ໃຫ້ສັດຕະຍາບັນ ແລະຫວັງວ່າຫວຽດນາມ ພ້ອມກັບບັນດາປະເທດອື່ນໆກໍ່ຈະໃຫ້ສັດຕະຍາບັນຄືແບບດຽວກັນນີ້ໂດຍໄວເພື່ອໃຫ້ເອກະສານສະບັບນີ້ມີຜົນສັກສິດໂດຍໄວ.

ນັກຂ່າວ: ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ຝຣັ່ງ ແລະຫວຽດນາມ ຈະເຮັດແນວໃດເພື່ອພ້ອມກັນຂຸດຄົ້ນຊັບພະຍາກອນທະເລແບບຍືນຍົງ?

ທ່ານ Olivier Brochet ເອກອັກຄະລັດຖະທູດຝຣັ່ງ: ສອງປະເທດໄດ້ຮ່ວມມືກັນຢູ່ເວທີສາກົນ, ເປັນຕົ້ນແມ່ນຊຸກຍູ້ບັນດາຂໍ້ກຳນົດກ່ຽວກັບເຂດທະເລສາກົນ, ເຊິ່ງປະຈຸບັນຍັງບໍ່ທັນມີບໍ່ວ່າຂໍ້ກຳນົດມາດຕະຖານໃດ. ສົນທິສັນຍາ BBNJ ແມ່ນບາດກ້າວເດີນແນໃສ່ປັບປຸງການຂຸດຄົ້ນຊັບພະຍາກອນຢູ່ເຂດທະເລສາກົນ. ນອກຈາກນັ້ນ, ສອງປະເທດຍັງມີການຮ່ວມມືດ້ານວິທະຍາສາດມາແຕ່ດົນນານ, ພິເສດແມ່ນໃນການຄົ້ນຄວ້າມະຫາສະໝຸດ, ດ້ວຍການເຂົ້າຮ່ວມຂອງບັນດາອົງການຂອງ ຝຣັ່ງ, ຄື: IRD, IFREMER ແລະ CIRAD - ບັນດາອົງການຈັດຕັ້ງ ຝຣັ່ງ ພວມສົມທົບກັນຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມືຫວຽດນາມ.

ຝຣັ່ງ ກໍ່ມີການຮ່ວມມືກັບຫວຽດນາມ ໃນການແກ້ໄຂບັນຫາຝັ່ງທະເລເຊາະເຈື່ອນ. ອົງການພັດທະນາຝຣັ່ງ (AFD) ພວມຜັນຂະຫຍາຍໂຄງການໜູນຊ່ວຍຫຼາຍແຂວງ, ນະຄອນຂອງຫວຽດນາມ ທີ່ຊາຍຝັ່ງທະເລເຊາະເຈື່ອນເພື່ອແກ້ໄຂບັນຫາດັ່ງກ່າວ...

ໃນການຢ້ຽມຢາມຫວຽດນາມ ຂອງປະທານາທິບໍດີ ຝຣັ່ງ ເມື່ອບໍ່ດົນມານີ້, ພວກຂ້າພະເຈົ້າ ໄດ້ປະກາດບ້ວງເງິນໜູນຊ່ວຍມູນຄ່າ 700.000 ເອີໂຣ ທີ່ກ່ຽວຂ້ອງເຖິງການທົດລອງອຸປະກອນຕິດຕາມກວດກາດາວທຽມຢູ່ເຮືອຫາປາຫວຽດນາມ. ພາຍຫຼັງໝົດກຳນົດໄລຍະເວລາທົດລອງ, ສາມາດຜັນຂະຫຍາຍຢູ່ເຮືອຫາປາໃນທົ່ວປະເທດຂອງຫວຽດນາມ, ຜ່ານນັ້ນຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ ອີຢູ ໄດ້ວາງອອກ.

ນັກຂ່າວ: ນະວັດຕະກໍາ ແລະການຄົ້ນຄວ້າວິທະຍາສາດ ພວມກາຍເປັນເສົາຄໍ້າສໍາຄັນໃນການພົວພັນ ຫວຽດນາມ-ຝຣັ່ງ. ພາຍຫຼັງບັນດາຂໍ້ຕົກລົງສະບັບໃໝ່ໄດ້ລົງນາມໃນຂົງເຂດນີ້, ຂົງເຂດໃດແມ່ນບຸລິມະສິດທີ່ ຝລັ່ງ ປາດຖະໜາຢາກສຸມໃສ່ຮ່ວມມືກັບຫວຽດນາມ?

ທ່ານ Olivier Brochet ເອກອັກຄະລັດຖະທູດຝຣັ່ງ: ໃນຕະຫຼອດ 30 ປີຜ່ານມາ, ການຮ່ວມມືລະຫວ່າງ ຫວຽດນາມ-ຝຣັ່ງ ໃນຂົງເຂດການສຶກສາຂັ້ນມະຫາວິທະຍາໄລ ແລະຄົ້ນຄວ້າ ຍາມໃດກໍ່ແມ່ນເສົາຄ້ຳຂອງການຮ່ວມມືສອງຝ່າຍ. ບົນພື້ນຖານນັ້ນ, ພວກຂ້າພະເຈົ້າ ຫວັງວ່າ ໃນໄລຍະໃໝ່, ສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມື, ເປັນຕົ້ນແມ່ນເມື່ອມໍ່ໆມານີ້ ຫວຽດນາມ ໄດ້ປະກາດໃຊ້ມະຕິສະບັບເລກທີ 57-NQ/TW ດ້ວຍຄວາມຮຽກຮ້ອງຕ້ອງການເພີ່ມທະວີການພັດທະນາວິທະຍາສາດ, ການສຶກສາຂັ້ນມະຫາວິທະຍາໄລກວ່າອີກ. ຝຣັ່ງ ປາດຖະໜາຢາກຮ່ວມເດີນທາງພ້ອມກັບຫວຽດນາມ ໃນວິວັດທະນາການນີ້.

ໃນການຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີ ຝຣັ່ງ ຜ່ານມາ, ສອງເຫດການທີ່ພົ້ນເດັ່ນໄດ້ດຳເນີນໃນວັນດຽວກັນ. ນັ້ນແມ່ນບົດກ່າວປາໄສຂອງທ່ານປະທານາທິບໍດີ Macron ທີ່ມະຫາວິທະຍາໄລວິທະຍາສາດ ແລະເຕັກໂນໂລຢີຮ່າໂນ້ຍ, ເຊິ່ງໄດ້ເນັ້ນໜັກເຖິງບົດບາດບຳລຸງສ້າງລຸ້ນໜຸ່ມ ແລະກອງປະຊຸມ French Tech Summit ຢູ່ນະຄອນໂຮ່ຈີມິນ ດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 1.500 ຄົນ, ໄດ້ປຸກລະດົມປີນະວັດຕະກຳ ຝຣັ່ງ-ຫວຽດນາມ ຢ່າງເປັນທາງການ, ເຊິ່ງຈະແກ່ຍາວໄປຮອດທ້າຍປີ 2026. ບັນດາເຫດການຄັ້ງນີ້ຈະເຊື່ອມຕໍ່ບັນດາວິສາຫະກິດ, ມະຫາວິທະຍາໄລ ແລະອົງການຄົ້ນຄວ້າຂອງສອງປະເທດແນໃສ່ແກ້ໄຂສິ່ງທ້າທາຍໃນການພັດທະນາ.

ນອກຈາກຂະແໜງວິທະຍາສາດພື້ນຖານແລ້ວ, ການຮ່ວມມືດ້ານການຄົ້ນຄວ້າລະຫວ່າງສອງປະເທດພວມເປີດກວ້າງໄປສູ່ຂົງເຂດສາທາລະນະສຸກ, ພິເສດແມ່ນຊີວະການແພດ, ຄົມມະນາຄົມ, ພະລັງງານນິວເຄຼຍ ແລະເຕັກໂນໂລຢີອາວະກາດ, ເຕັກໂນໂລຢີນຳໃຊ້.

ຂ້າພະເຈົ້າ ກໍ່ຢາກເນັ້ນໜັກວ່າ ຂົງເຂດວັດທະນະທຳ ຍາມໃດກໍ່ຮັກສາບົດບາດພິເສດໃນການພົວພັນສອງຝ່າຍ. ທ່ານປະທານາທິບໍດີຝຣັ່ງ ແລະພັນລະຍາ ໄດ້ສະຫງວນເວລາຫຼາຍໃຫ້ແກ່ການເຄື່ອນໄຫວວັດທະນະທຳໃນການຢ້ຽມຢາມຫວຽດນາມ. ສິ່ງດັ່ງກ່າວມີຫຼາຍສິ່ງທີ່ຄ້າຍຄືກັນກັບທ່ານ ໂຕເລິມ ເລຂາທິການໃຫຍ່ ແລະພັນລະຍາ. ທ່ານປະທານາທິບໍດີ ຝຣັ່ງ ແລະພັນລະຍາພ້ອມກັບທ່ານ ໂຕເລິມ ເລຂາທິການໃຫຍ່ ແລະພັນລະຍາ. ໄດ້ມີການໂອ້ລົມກ່ຽວກັບວັດທະນະທໍາສອງປະເທດ, ຜ່ານນັ້ນໄດ້ສ້າງຄວາມໃກ້ຊິດສະໜິດສະໜົມລະຫວ່າງການນໍາສອງປະເທດ. ຂ້າພະເຈົ້າ ຖືວ່າ ວັດທະນະທຳແມ່ນຂົງເຂດທີ່ເຊື່ອມຕໍ່ກັນຢ່າງແໜ້ນແຟ້ນທີ່ສຸດລະຫວ່າງສອງປະເທດ, ສອງຊາດ, ສອງອະລິຍະທໍາ ຝຣັ່ງ-ຫວຽດນາມ. ການປະສານສອດສະຫຼັບດ້ານວັດທະນະທໍາສອງປະເທດພວມນໍາເອົາຜົນປະໂຫຍດມາໃຫ້ທັງສອງຝ່າຍ ແລະວັດທະນະທຳ-ນະວັດຕະກໍາ ຈະແມ່ນເສົາຄໍ້າສຳຄັນໃນການພົວພັນຮ່ວມມືສອງປະເທດ, ຄືດັ່ງທີ່ທ່ານ Jean Monnet ນັກການເມືອງ ແລະທີ່ປຶກສາດ້ານເສດຖະກິດຝຣັ່ງ, ຜູ້ກໍ່ຕັ້ງອີຢູ ເຄີຍກ່າວວ່າ: “ຖ້າຫາກເລີ່ມຕົ້ນຄືນໃໝ່ໄດ້ນັ້ນ, ຂ້າພະເຈົ້າ ຈະບໍ່ເລີ່ມຕົ້ນຈາກເສດຖະກິດ, ຂ້າພະເຈົ້າ ຈະເລີ່ມຕົ້ນຈາກວັດທະນະທຳ”.

ນັກຂ່າວ: ຂອບໃຈທ່ານ!

ໂດຍ: ເຈິ່ນຮວ່ຽນ