ຕາມທ່ານ Olivier Brochet ແລ້ວ, ການຢ້ຽມຢາມ ຫວຽດນາມ ຂອງທ່ານ Emmanuel Macron ປະທານາທິບໍດີ ແມ່ນຂີດໝາຍສຳຄັນໃນການພົວພັນສອງຝ່າຍ. ຫວຽດນາມ ແມ່ນປະເທດຢ້ຽມຢາມທຳອິດໃນການຢ້ຽມຢາມ 3 ປະເທດຂອງທ່ານ Emmanuel Macron ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຕໍ່ຈາກນັ້ນແມ່ນ ອິນໂດເນເຊຍ ແລະສິງກະໂປ. ການຢ້ຽມຢາມ 3 ປະເທດອາຊີຕາເວັນອອກສ່ຽງໃຕ້ ຂອງທ່ານ Emmanuel Macron ແມ່ນສ່ວນໜຶ່ງຂອງການປະຕິບັດຍຸດທະສາດ ມະຫາສະໝຸດອິນເດຍ-ປາຊີຟິກ ຂອງ ຝຣັ່ງ ຮອດປີ 2028, ສະແດງໃຫ້ເຫັນຄວາມປາດຖະໜາຂອງ ຝຣັ່ງ ຢາກຊຸກຍູ້ຄຳໝັ້ນສັນຍາຂອງຕົນໃນການພົວພັນທີ່ເຂັ້ມແຂງກວ່າກັບບັນດາຄູ່ຮ່ວມມືເພື່ອຄວາມໝັ້ນຄົງ, ການຮ່ວມມື ແລະ ພັດທະນາໃນພາກພື້ນ.
ໃນໄລຍະຢ້ຽມຢາມ 3 ປະເທດອາຊີຕາເວັນອອກສ່ຽງໃຕ້, ທ່ານ Emmanuel Macron ປາດຖະໜາຢາກມາຢ້ຽມຢາມ ຫວຽດນາມ ເປັນປະເທດທຳອິດ, ເຊິ່ງສະແດງໃຫ້ເຫັນວ່າ ຝຣັ່ງ ຕີລາຄາສູງການພົວພັນແບບພິເສດ ແລະເຂັ້ມແຂງກັບຫວຽດນາມ. ໃນເຄິ່ງສະຕະວັດທີ່ຜ່ານມາ, ການພົວພັນ ຝຣັ່ງ-ຫວຽດນາມ ໄດ້ພັດທະນາດີງາມຢ່າງບໍ່ຢຸດຢັ້ງ, ດ້ວຍການຮ່ວມມືສອງຝ່າຍໄດ້ຮັບການເປີດກວ້າງໃນຫຼາຍຂົງເຂດ. ສອງຝ່າຍໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີ 2013 ແລະຮອດເດືອນ ຕຸລາ 2024, ໃນການຢ້ຽມຢາມ ຝຣັ່ງ ຢ່າງເປັນທາງການຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ, ສອງຝ່າຍໄດ້ຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ການຢ້ຽມຢາມ ຫວຽດນາມ ຂອງທ່ານ Emmanuel Macron ອີກເທື່ອໜຶ່ງໄດ້ຢັ້ງຢືນການພັດທະນາຢ່າງແຂງແຮງຂອງການພົວພັນສອງປະເທດ, ສະແດງໃຫ້ເຫັນຄວາມປາດຖະໜາຂອງສອງຝ່າຍເພື່ອນຳການພົວພັນສອງຝ່າຍເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ. ພິເສດ, ຝຣັ່ງ ປາດຖະໜາຢາກວ່າ ຫວຽດນາມ ຈະຖື ຝຣັ່ງ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ສາມາດຮ່ວມເດີນທາງກັບ ຫວຽດນາມ ບົນເສັ້ນທາງພັດທະນາ.
    |
 |
ທ່ານ Olivier Brochet ເອກອັກຄະລັດຖະທູດ ຝຣັ່ງ ປະຈຳ ຫວຽດນາມ. ພາບ: ມາຍວູ້. |
ທ່ານ Olivier Brochet ເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ ການຢ້ຽມຢາມ ຫວຽດນາມ ຂອງປະທານາທິບໍດີ ຝຣັ່ງ ໃນຄັ້ງນີ້ ຈະເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືສອງຝ່າຍໃນທຸກຂົງເຂດ, ຈາກການເມືອງ, ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ-ບຳລຸງສ້າງ, ວິທະຍາສາດ-ເຕັກໂນໂລຢີ, ວັດທະນະທຳ... ແລະເປັນຕົ້ນແມ່ນການຊຸກຍູ້ການຮ່ວມມືສອງຝ່າຍເພື່ອພ້ອມກັນຮັບມືກັບບັນດາບັນຫາ ແລະສິ່ງທ້າທາຍທີ່ມີລັກສະນະທົ່ວໂລກ.
ທ່ານ Olivier Brochet ກໍ່ແບ່ງປັນວ່າ, ໃນການຢ້ຽມຢາມ, ນອກຈາກການພົບປະ ແລະໂອ້ລົມກັບການນຳຂັ້ນສູງຂອງພັກ ແລະລັດຫວຽດນາມ ແລ້ວ, ທ່ານ Emmanuel Macron ຈະໄປຢ້ຽມຢາມ ແລະພົບປະກັບບັນດານັກສຶກສາມະຫາວິທະຍາໄລວິທະຍາສາດ ແລະເຕັກໂນໂລຢີ ຮ່າໂນ້ຍ, ແລະພ້ອມກັບບັນດານັກສຶກສາທີ່ພວມຮ່ຳຮຽນໃນບັນດາໂຄງການທີ່ ຝຣັ່ງ ອຸປະຖໍາ. ຢູ່ທີ່ນີ້, ທ່ານ Emmanuel Macron ຄາດວ່າຈະກ່າວຄຳປາໄສເພື່ອມຸ່ງໄປເຖິງຊາວໜຸ່ມຫວຽດນາມ, ໃນນັ້ນກ່າວເຖິງການພົວພັນຮ່ວມມືລະຫວ່າງສອງປະເທດ, ບົດບາດຂອງຊາວໜຸ່ມໃນການຊຸກຍູ້ການພົວພັນສອງຝ່າຍ ກໍ່ຄືການໜູນຊ່ວຍຂອງ ຝຣັ່ງ ໃນການເຄື່ອນໄຫວຄົ້ນຄວ້າ, ບຳລຸງສ້າງ ແລະການປ່ຽນແປງໃໝ່ຢູ່ບັນດາມະຫາວິທະຍາໄລຢູ່ ຫວຽດນາມ.
ພາກສ່ວນທີ່ຕິດຕາມມານຳທ່ານ Emmanuel Macron ແລະພັນລະຍາ ລວມມີບັນດາການນຳຂັ້ນສູງຂອງລັດຖະບານ ຝຣັ່ງ, ໃນນັ້ນມີລັດຖະມົນຕີກະຊວງເສດຖະກິດ, ການເງິນ ແລະອະທິປະໄຕອຸດສາຫະກຳ ແລະດີຈີຕອນ, ລັດຖະມົນຕີກະຊວງກອງທັບ… ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ບັນດາລັດຖະມົນຕີຂອງສອງປະເທດໄດ້ມີການພົບປະກັບບັນດາຄູ່ຮ່ວມມືຂອງສອງປະເທດ ຝຣັ່ງ ແລະ ຫວຽດນາມ ເພື່ອຊຸກຍູ້ບັນດາໂຄງການຮ່ວມມືລະຫວ່າງສອງຝ່າຍໃນຂົງເຂດເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.
ທ່ານ ເອກອັກຄະລັດຖະທູດ ເນັ້ນໜັກວ່າ, ແມ່ນໜຶ່ງໃນບັນດາຈຸດສຸມຂອງການຢ້ຽມຢາມຫວຽດນາມ ຄັ້ງນີ້ ຂອງທ່ານປະທານາທິບໍດີ ຝຣັ່ງ ແມ່ນເພີ່ມທະວີການຮ່ວມມືໃນການຫັນປ່ຽນພະລັງງານ ກໍ່ຄືໃນບັນດາຂົງເຂດປັນຍາປະດິດ, ບຳລຸງສ້າງ, ຖ່າຍທອດເຕັກໂນໂລຊີ... ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ຈະມີເຫດການພິເສດທີ່ຈັດຂຶ້ນເນື່ອງໃນໂອກາດການຢ້ຽມຢາມຫວຽດນດາມ ຂອງທ່ານ Emmanuel Macron ປະທານາທິບໍດີ ແມ່ນ French Tech Summit Vietnam 2025 (FTSV 2025) ໃນວັນທີ 27 ພຶດສະພາ ຢູ່ນະຄອນໂຮ່ຈີມິນ, ຄາດວ່າຈະດຶງດູດຜູ້ແທນປະມານ 1.500 ຄົນທີ່ມາຈາກຫວຽດນາມ ແລະ ຝຣັ່ງ, ໃນນັ້ນມີນັກວາງແຜນນະໂຍບາຍ, ການນຳວິສາຫະກິດ, ນັກລົງທຶນ, ນັກເລີ່ມຕົ້ນທຸລະກິດ ແລະ ນັກຊ່ຽວຊານດ້ານເຕັກໂນໂລຊີຂອງສອງປະເທດ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ລະອຽດເພື່ອແນໃສ່ຫັນຖະແຫຼງການຮ່ວມກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຝຣັ່ງ ທີ່ໄດ້ລົງນາມໃນວັນທີ 7 ຕຸລາ 2024 ປະກົດຜົນເປັນຈິງ, ໄດ້ເນັ້ນໜັກເຖິງບຸລິມະສິດຂອງການເພີ່ມທະວີການຮ່ວມມືໃນຂົງເຂດເຕັກໂນໂລຊີສູງ, ການປ່ຽນແປງໃໝ່ປະດິດຄິດສ້າງ ແລະການຫັນເປັນດີຈີຕອນ. ຄາດວ່າເຫດການດັ່ງກ່າວຈະເປີດໄລຍະການຮ່ວມມືຢ່າງເລິກເຊິ່ງກວ່າອີກໃນຂົງເຂດເຕັກໂນໂລຊີ ແລະການປ່ຽນແປງໃໝ່ປະດິດຄິດສ້າງລະຫວ່າງ ຫວຽດນາມ ແລະ ຝຣັ່ງ.
ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ: ໂດຍລວມແລ້ວ, ການຢ້ຽມຢາມຫວຽດນາມ ຂອງທ່ານ Emmanuel Macron ປະທານາທິບໍດີ ໄດ້ຢືນຢັນເຖິງຄວາມສຳຄັນຂອງການພົວພັນ ຝຣັ່ງ-ຫວຽດນາມ; ສະແດງໃຫ້ເຫັນຄວາມຕັດສິນໃຈຂອງສອງຝ່າຍໃນການສ້າງການພົວພັນຄູ່ຮ່ວມມືທີ່ທັນສະໄໝ, ຂະຫຍັນຂັນເຄື່ອນ ບົນພື້ນຖານເຄົາລົບເຊິ່ງກັນແລະກັນ; ມຸ່ງໄປເຖິງເປົ້າໝາຍນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່.
ໂດຍ: ຈາງຫງວຽນ