ນັກຂ່າວ: ສະເໜີທ່ານນາງຮອງລັດຖະມົນຕີ ໃຫ້ຮູ້ຄວາມໝາຍການໄປປະຕິບັດງານຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ?
ທ່ານນາງ ເລທິທູຮັ່ງ: ສືບຕໍ່ບັນດາການເຄື່ອນໄຫວພົວພັນຕ່າງປະເທດຂັ້ນສູງຢ່າງຟົດຟື້ນຂອງພັກ, ລັດ ແຕ່ຕົ້ນປີຈົນຮອດປະຈຸບັນ, ການໄປປະຕິບັດງານຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແມ່ນບາດກ້າວຜັນຂະຫຍາຍແນວທາງພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບແບບ ແລະຫຼາຍຝ່າຍ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງຂອງກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XIII ແລະການເຄື່ອນໄຫວທາງການທູດສໍາຄັນ ເພື່ອແນໃສ່ຍູ້ແຮງການປະຕິບັດມະຕິສະບັບເລກທີ 59-NQ/TW ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່.
    |
 |
|
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ເຈິ່ນດວ່ານ |
ໃນສະພາບການໂລກ ແລະພາກພື້ນມີການຜັນແປຢ່າງເລິກເຊິ່ງ, ການໄປປະຕິບັດງານຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ມີຄວາມໝາຍສຳຄັນຫຼາຍຢ່າງ, ສະແດງໃຫ້ເຫັນຢູ່ 3 ຈຸດໃຫຍ່:
ທີໜຶ່ງ, ນັ້ນແມ່ນສານສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ. ໃນດ້ານສອງຝ່າຍ, ນີ້ແມ່ນກາລະໂອກາດສຳຄັນເພື່ອພວກເຮົາເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ກັບຝລັ່ງ, ສະວີເດັນ ແລະສ. ເອສໂຕເນຍ, ບັນດາປະເທດມີບົບາດ ແລະຖານະທີ່ຕັ້ງສຳຄັນຢູ່ເອີລົບ. ພ້ອມທັງ, ຜ່ານການໄປປະຕິບັດງານ, ພວກເຮົາ ກໍ່ຈະມຸ່ງໄປສູ່ການຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກັບສະຫະພາບເອີລົບ (ອີຢູ), ເສີມຂະຫຍາຍບົດບາດເປັນຂົວຕໍ່ຮ່ວມມືຫຼາຍດ້ານລະຫວ່າງບັນດາປະເທດ ອີຢູ ແລະອາຊຽນ, ເພີ່ມທະວີການປະສານສົມທົບແກ້ໄຂບັນຫາພາກພື້ນ ແລະທົ່ວໂລກ, ສວມບົດບາດສຳລັບສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາແບບຍືນຍົງຢູ່ແຕ່ລະພາກພື້ນ ແລະໃນໂລກ.
ທີສອງ, ການໄປປະຕິບັດງານຄັ້ງນີ້ແມ່ນກາລະໂອກາດເພື່ອຫວຽດນາມ ສົ່ງສານເຖິງປະຊາຄົມສາກົນກ່ຽວກັບຄວາມຕັດສິນໃຈ, ຄວາມຄາດຫວັງຢາກພັດທະນາ, ດຶງດູດບັນດາແຫຼ່ງກຳລັງໃນສາກົນ ເພື່ອຮັບໃຊ້ເປົ້າໝາຍພັດທະນາຂອງປະເທດໃນສັງກາດໃໝ່. ພວກເຮົາ ລ້ວນແຕ່ຮູ້ແລ້ວວ່າ ຝລັ່ງ ມີທ່າແຮງກ່ຽວກັບໂທລະຄົມມະນາຄົມ, ການບິນ ແລະອາວະກາດ, ພະລັງງານທົດແທນ, ເຕັກໂນໂລຢີປະດິດສ້າງ, ເສັ້ນທາງລົດໄຟຄວາມໄວສູງ... ໃນຂະນະນັ້ນ, ນັບແຕ່ເມື່ອເຂົ້າເປັນສະມາຊິກ ອີຢູ ໃນປີ 2004 ຈົນຮອດປະຈຸບັນ, ເອສໂຕເນຍ ບັນລຸໄດ້ຜົນງານອັນໃຫຍ່ຫຼວງກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ແລະເຊື່ອມໂຍງເຂົ້າກັບ ເອີລົບ, ພິເສດແມ່ນໄປນຳໜ້າກ່ຽວກັບການຫັນປ່ຽນດີຈີຕອນ ແລະໝູນໃຊ້ລັດຖະບານເອເລັກໂຕນິກ. ສະວີເດັນ ແມ່ນປະເທດພັດທະນາ, ມີທ່າແຮງກ່ຽວກັບວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກຳ, ເຕັກໂນໂລຢີຂໍ້ມູນຂ່າວສານ-ສື່ສານ, ສິ່ງແວດລ້ອມ, ເສດຖະກິດສີຂຽວ... ນີ້ຈະແມ່ນບັນດາຂົງເຂດຮ່ວມມື "ໄມ້ງັດ", ແມ່ນເສົາຄ້ຳເພື່ອເຮັດໃຫ້ການພົວພັນສອດຄ່ອງກັບການນຳທິດພັດທະນາ ແລະດຶງດູດການລົງທຶນຂອງຫວຽດນາມ ເພື່ອແນໃສ່ບັນລຸໃຫ້ໄດ້ເປົ້າໝາຍເຕີບໂຕສອງຕົວເລກໃນໄລຈະມາເຖິງ.
ທີສາມ, ໃນແງ່ມູມຫຼາຍຝ່າຍ, ເລື່ອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຂົ້າຮ່ວມ UNOC 3 ດ້ວຍຫົວຂໍ້ "ຍູ້ໄວການກະທໍາ ແລະລະດົມທຸກຝ່າຍເຂົ້າຮ່ວມການອະນຸລັກຮັກສາ ແລະນຳໃຊ້ມະຫາສະໝຸດແບບຍືນຍົງ", ສົ່ງສານສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ, ສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບ ຂອງປະຊາຄົມສາກົນ ເພື່ອອະນາຄົດລວມວັດທະນາຖາວອນ ແລະພັດທະນາແບບຍືນຍົງ. ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຈະຕາງໜ້າໃຫ້ບັນດາປະເທດ ອາຊຽນ ມີບົດກ່າວປາໄສສຳຄັນ, ຢືນຢັນທັດສະນະສະເໝີຕົ້ນສະເໝີປາຍຂອງອາຊຽນ ກ່ຽວກັບການເຊີດຊູລັດທິຫຼາຍຝ່າຍ, ກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982, ເພື່ອແກ້ໄຂບັນດາສິ່ງທ້າທາຍລວມກ່ຽວຂ້ອງເຖິງທະເລ ແລະມະຫາສະໝຸດ. ທ່ານນາຍົກລັດຖະມົນຕີ ກໍ່ແບ່ງປັນບັນດາມາດຕະການຂ້ຽວຂາດ ແລະແຂງແກ່ນ ເຊິ່ງຫວຽດນາມ ພວມຜັນຂະຫຍາຍ ເພື່ອປະຕິບັດເປົ້າໝາຍພັດທະນາແບບຍືນຍົງ (SDG) ກ່ຽວກັບການອະນຸລັກຮັກສາ ແລະນຳໃຊ້ມະຫາສະໝຸດ, ທະເລແບບຍືນຍົງ.
ນັກຂ່າວ: ສະເໜີທ່ານນາງຮອງລັດຖະມົນຕີ ໃຫ້ຮູ້ບາດກ້າວພັດທະນາຕັ້ງໜ້າໃນການພົວພັນຮ່ວມມືສອງຝ່າຍລະຫວ່າງຫວຽດນາມ ກັບ ເອສໂຕເນຍ, ສະວີເດັນ ແລະຝລັ່ງ ກໍ່ຄືການປະກອບສ່ວນຂອງຫວຽດນາມ ທີ່ກອງປະຊຸມມະຫາສະໝຸດສະຫະປະຊາຊາດ ໃນໄລຍະຜ່ານມາ?
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ດຳເນີນໃນສະພາບການພົວພັນຫວຽດນາມ ກັບບັນດາຄູ່ຮ່ວມມືສືບຕໍ່ພັດທະນາຢ່າງຕັ້ງໜ້າ ແລະບັນລຸໄດ້ໝາກຜົນທີ່ດີງາມຫຼາຍຢ່າງ.
ສຳລັບ ຝລັ່ງ, ພາຍຫຼັງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນຕຸລາ ປີ 2024 ເນື່ອງໃນໂອກາດການຢ້ຽມຢາມ ຝລັ່ງ ຢ່າງເປັນທາງການຂອງທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ, ຝລັ່ງ ກາຍເປັນປະເທດ ອີຢູ ທຳອິດທີ່ມີລະດັບການພົວພັນຮ່ວມມືສູງສຸດກັບຫວຽດນາມ. ພ້ອມກັນນັ້ນການຢ້ຽມຢາມທາງລັດຖະກິດຫວຽດນາມ ໃນທ້າຍເດືອນພຶດສະພາ ຂອງທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດນັບມື້ນັບໄດ້ຮັບການປັບປຸງ ແລະພັດທະນາຢ່າງແຂງແຮງ. ການຮ່ວມມືດ້ານເສດຖະກິດ-ການຄ້າ ສືບຕໍ່ແມ່ນເສົາຄ້ຳສຳຄັນໃນການພົວພັນລະຫວ່າງ ຫວຽດນາມ ແລະຝລັ່ງ. ການຮ່ວມມືໃນຂົງເຂດຕ່າງໆ, ຄື: ວັດທະນະທຳ, ການສືກສາ-ກໍ່ສ້າງ, ການແພດ... ສືບຕໍ່ສະແດງໃຫ້ເຫັນຄວາມຂະຫຍັນຂັນເຄື່ອນ ແລະຄວາມສາມາດໜູນຊ່ວຍ, ປະສານສົມທົບລະຫວ່າງບັນດາຄູ່ຮ່ວມມືສອງປະເທດ...
ສຳລັບ ສະວີເດັນ ແລະເອສໂຕເນຍ, ນີ້ແມ່ນບັນດາຄູ່ຮ່ວມມືເພື່ອນມິດມິດຕະພາບທີ່ເປັນມູນເຊື້ອສຳຄັນ, ມີການພົວພັນຮ່ວມມືຫຼາຍດ້ານກັບຫວຽດນາມ. ສະວີເດັນ ແມ່ນປະເທດຕາເວັນຕົກມີຂະບວນການສະໜັບສະໜູນການຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດງຫວຽດນາມເປັນເອກະພາບ. ສະວີເດັນ ກໍ່ແມ່ນປະເທດເອີລົບຕາເວັນຕົກສ່ຽງເໜືອ ຊ່ວຍເຫຼືອລ້າໃຫ້ຫວຽດນາມ ຫຼາຍທີ່ສຸດ, ແຕ່ປີ 1967 ຈົນຮອດປະຈຸບັນບັນລຸກວ່າ 3 ຕື້ໂດລາສະຫະລັດ, ສຸມໃສ່ຂົງເຂດການແພດ, ປະຕິຮູບເສດຖະກິດ, ປະຕິຮູບການບໍລິຫານ... ໃນເວລາຫຼາຍປີຜ່ານມາ, ຫວຽດນາມ ແລະສະວີເດັນ ຮັກສາການທາບທາມການເມືອງເປັນປະຈຳ; ວົງເງິນການຄ້າສອງປະເທດມີການເຕີບໂຕເປັນຢ່າງດີຢ່າງຕໍ່ເນື່ອງ...
ສຳລັບ ເອສໂຕເນຍ, ການພົວພັນສອງປະເທດອີງໃສ່ພື້ນຖານມິດຕະພາບທີ່ດີງາມ. ເອສໂຕເນຍ ໄດ້ຕັ້ງໜ້າໜູນຊ່ວຍຫວຽດນາມ ລົງນາມສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ອີຢູ (EVFTA), ແມ່ນໜຶ່ງໃນບັນດາປະເທດອີຢູທຳອິດ ທີ່ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນລະຫວ່າງຫວຽດນາມ ແລະອີຢູ (EVIPA). ວົງເງິນການຄ້າສອງສົ້ນເຖິງວ່າໜ້ອຍຢູ່ ແຕ່ວ່າມີທ່າອ່ຽງເຕີບໂຕມີຄວາມໝັ້ນຄົງໃນຊຸມປີມໍ່ໆມານີ້. ສອງຝ່າຍພວມຂຸດຄົ້ນທ່າແຮງຈາກ EVFTA ເພື່ອແນໃສ່ເປີດກວ້າງການເຂົ້າເຖິງຕະຫຼາດ, ພິເສດໃນຂົງເຂດສອງຝ່າຍມີຄວາມຕ້ອງການ.
ສຳລັບ UNOC 3, ນີ້ແມ່ນກອງປະຊຸມທີ່ມີລັກສະນະສໍາຄັນ, ກໍານົດທິດໃຫ້ການກະກຽມສິ້ນສຸດການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ (SDGs), ພິເສດແມ່ນ SDG 14 ກ່ຽວກັບການອະນຸລັກຮັກສາ ແລະນຳໃຊ້ມະຫາສະໝຸດ, ທະເລແບບຍືນຍົງ. ທີ່ກອງປະຊຸມກ່ອນໜ້ານີ້, ຫວຽດນາມ ໄດ້ຈັດສົ່ງຜູ້ຕາງໜ້າເຂົ້າຮ່ວມ ແລະປະກອບຄຳເຫັນທີ່ວາລາປະຊຸມຫຼັກ ແລະວາລະປະຊຸມສະເພາະ, ຜ່ານນັ້ນປະກອບສ່ວນເຂົ້າຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ຕໍ່ກັບການອະນຸລັກຮັກສາ ແລະນຳໃຊ້ມະຫາສາໝຸດ ແລະທະເລແບບຍືນຍົງ.
ເຖິງຢ່າງໃດກໍ່ຕາມ, ໃນສະພາບການມະຫາສະໝຸດສືບຕໍ່ປະເຊີນໜ້າກັບຄວາມສ່ຽງຫຼາຍຢ່າງຍ້ອນການປ່ຽນແປງຂອງດິນຟ້າອາກາດ, ມົນລະພິດຢາງ ແລະວິວັດທະນາການປະຕິບັດ SDG 14 ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ເລື່ອງທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມ UNOC 3 ຈະສະແດງໃຫ້ເຫັນຄຳໝັ້ນສັນຍາຂອງຫວຽດນາມ ແມ່ນສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ເຊີດຊູລັດທິຫຼາຍຝ່າຍ, ບົດບາດຂອງສະຫະປະຊາຊາດ ແລະການເຄົາລົບກົດໝາຍສາກົນ, ພິເສດແມ່ນ UNCLOS 1982, ໃນການແກ້ໄຂບັນຫາທະເລ ແລະມະຫາສະໝຸດ, ຜ່ານນັ້ນປະກອບສ່ວນແຜ່ຂະຫຍາຍສານກ່ຽວກັບ ຫວຽດນາມ ເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະກຽມພ້ອມຊຸກຍູ້ການພົວພັນຮ່ວມມື, ຄູ່ຮ່ວມມືເພື່ອມະຫາສະໝຸດສີຂຽວ, ສັນຕິພາບ, ສະຖຽນລະພາບ, ຍືນຍົງ ແລະວັດທະນາຖາວອນຄືເປົ້າໝາຍ ເຊິ່ງກອງປະຊຸມມຸ່ງໄປເຖິງ.
ນັກຂ່າວ: ຂໍຂອບໃຈທ່ານນາງຮອງລັດຖະມົນຕີ!
ໂດຍ: ແສງເດືອນ