ນັກຂ່າວ: ຫວຽດນາມ ໄດ້ສຳເລັດບົດບາດເປັນປະທານຮ່ວມຂອງ SEARP ໄລຍະ 2022-2025 ຂອງ OECD. ທ່ານນາງຮອງລັດຖະມົນຕີ ສາມາດໃຫ້ຮູ້ກ່ຽວກັບບາງໝາກຜົນຕົ້ນຕໍທີ່ບັນລຸໄດ້ ແລະຄວາມໝາຍຂອງບັນດາໝາກຜົນເຫຼົ່ານີ້ໄດ້ບໍ?

ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: SEARP ແມ່ນໜຶ່ງໃນ 5 ໂຄງການພາກພື້ນຂອງ OECD, ໄດ້ປະກາດຄັ້ງທຳອິດ ໃນປີ 2014 ພາຍໃຕ້ຂໍ້ລິເລີ່ມຂອງ ຍີ່ປຸ່ນ ເພື່ອແນໃສ່ໜູນຊ່ວຍຂະບວນການປະຕິຮູບດ້ານເສດຖະກິດຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ຜ່ານການແບ່ງປັນບົດຮຽນພັດທະນາ, ຊຸກຍູ້ການເຕີບໂຕເສດຖະກິດແບບຍືນຍົງ ແລະກວມລວມຜ່ານ 13 ຂົງເຂດຮ່ວມມື. ໄລຍະ 2022-2025 ແມ່ນໄລຍະທີ່ໂລກ ກໍ່ຄືພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກ້າວເຂົ້າສູ່ໄລຍະຟື້ນຟູພາຍຫຼັງພະຍາດໂຄວິດ-19, ດ້ວຍສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ, ເຊັ່ນ: ລະບົບຕ່ອງໂສ້ການສະໜອງທົ່ວໂລກຖືກຕັດຂາດ, ສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ, ເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທຳມະຊາດ... ນັບມື້ນັບຮ້າຍແຮງຂຶ້ນເລື້ອຍໆ. ການປະຕິວັດເຕັກໂນໂລຊີ 4.0 ແລະບັນດາບາດກ້າວບຸກທະລຸໃນຂົງເຂດຕ່າງໆ, ເຊັ່ນ: semiconductor ແລະປັນຍາປະດິດ (AI) ກໍ່ເຮັດໃຫ້ບັນດາປະເທດ, ເປັນຕົ້ນແມ່ນບັນດາປະເທດພວມພັດທະນາຕ້ອງໄດ້ຄັດເລືອກກ່ຽວກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ການພັດທະນາວິທະຍາສາດ - ເຕັກໂນໂລຊີ ເປັນກໍາລັງໜູນບຸກທະລຸໃໝ່.

leftcenterrightdel
ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: ກະຊວງການຕ່າງປະເທດຫວຽດນາມ.

ໃນສະພາບການນັ້ນ, ຫວຽດນາມ ພ້ອມກັບອົດສະຕາລີ ແລະບັນດາປະເທດ ໄດ້ກຳນົດ 3 ບຸລິມະສິດຕົ້ນຕໍໃຫ້ແກ່ SEARP, ລວມມີ: ສຸມໃສ່ໜູນຊ່ວຍບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຜ່ານຜ່າພາວະເສດຖະກິດຊອັກໃນໄລຍະສັ້ນ, ພິເສດແມ່ນຜົນສະທ້ອນຈາກພະຍາດໂຄວິດ-19 ດ້ວຍວິທີຊຸກຍູ້ບັນດານະໂຍບາຍປີການເງິນ ແລະເງິນຕາໃຫ້ເໝາະສົມ, ໜູນຊ່ວຍວິສາຫະກິດຂະໜາດນ້ອຍ, ກາງ ແລະຈຸນລະພາກ, ເພີ່ມທະວີຄວາມສາມາດຕ້ານທານຂອງຕ່ອງໂສ້ການສະໜອງ; ໜູນຊ່ວຍບັນດາປະເທດໃນພາກພື້ນປະຕິບັດການປະຕິຮູບໂຄງປະກອບເພື່ອແນໃສ່ຍົກສູງສະມັດຕະພາບ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະດຳເນີນທຸລະກິດ, ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ມຸ່ງໄປເຖິງການເຕີບໂຕແບບຍືນຍົງ ແລະກວມລວມ; ເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ OECD ໂດຍຜ່ານການແບ່ງປັນບົດຮຽນ, ນຳໃຊ້ມາດຕະຖານ ແລະທຳນຽມທີ່ດີຂອງ OECD, ເພື່ອແນໃສ່ໜູນຊ່ວຍບັນດາປະເທດໃນພາກພື້ນເຂົ້າໃກ້ກັບມາດຕະຖານສາກົນກ່ຽວກັບການບໍລິຫານ, ຄວາມໂປ່ງໃສ ແລະການພັດທະນາແບບຍືນຍົງ.

ບົນພື້ນຖານບັນດາບຸລິມະສິດທີ່ໄດ້ເຫັນດີເປັນເອກະພາບ, ໃນບົດບາດເປັນປະທານຮ່ວມ, ຫວຽດນາມ ແລະ ອົດສະຕາລີ ໄດ້ເປັນປະທານ ແລະພ້ອມກັບບັນດາສະມາຊິກ ຊຸກຍູ້ການເຄື່ອນໄຫວສຳຄັນຫຼາຍຢ່າງ. ພົ້ນເດັ່ນແມ່ນການລົງນາມ ແລະຜັນຂະຫຍາຍບົດບັນທຶກຊ່ວຍຈໍາ (MOU) ກ່ຽວກັບການຮ່ວມມືລະຫວ່າງ OECD ແລະອາຊຽນ, ຈັດຕັ້ງເວທີປາໄສຂັ້ນລັດຖະມົນຕີໃນພາກພື້ນດ້ວຍຫົວຂໍ້ທີ່ແທດຈິງ, ຕິດພັນຢ່າງແໜ້ນແຟ້ນກັບຄວາມຕ້ອງການຂອງບັນດາປະເທດໃນພາກພື້ນ ແລະສອດຄ່ອງກັບບຸລິມະສິດ, ທ່າແຮງຂອງບັນດາປະເທດ OECD, ດໍາເນີນຫຼາຍການຄົ້ນຄວ້າ, ຕີລາຄາ, ບົດລາຍງານເສດຖະກິດ, ຍົກອອກຫຼາຍຂໍ້ສະເໜີທີ່ເໝາະສົມ, ທັນການ ແລະບັນດາໂຄງການໜູນຊ່ວຍສ້າງກໍາລັງຄວາມສາມາດໃຫ້ບັນດາປະເທດອາຊຽນ. ຕາມນັ້ນແລ້ວ, SEARP ໄດ້ປະກອບສ່ວນຢ່າງແທ້ຈິງເຂົ້າໃນຂະບວນການຟື້ນຟູເສດຖະກິດຂອງພາກພື້ນ. ອາຊີຕາເວັນອອກສ່ຽງໃຕ້ ໄດ້ກາຍເປັນຈຸດພົ້ນເດັ່ນໃນການເຕີບໂຕດ້ານເສດຖະກິດໃນສະພາບການໂລກຍັງມີຄວາມບໍ່ສະຫງົບຢູ່. ນອກຈາກນັ້ນ, ຜ່ານບັນດາການເຄື່ອນໄຫວລະອຽດ, ຄື: ໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະກາງ ເຊື່ອມໂຍງເຂົ້າກັບລະບົບຕ່ອງໂສ້ມູນຄ່າທົ່ວໂລກ, ກໍ່ສ້າງພື້ນຖານໂຄງລ່າງດີຈີຕອນ ແລະພັດທະນາເສດຖະກິດດີຈີຕອນ, ປະຕິຮູບລະບົບພາສີ ແລະເພີ່ມທະວີການດຶງດູດ ແລະຄຸ້ມຄອງການລົງທຶນຕ່າງປະເທດ, ຊຸກຍູ້ການເຕີບໂຕສີຂຽວ ແລະເສດຖະກິດໝູນວຽນ..., SEARP ສວມບົດບາດເປັນຂົວຕໍ່ຊຸກຍູ້ຂະບວນການປະຕິຮູບຂອງບັນດາປະເທດໃນພາກພື້ນຕາມທິດນັບມື້ນັບເຂົ້າໃກ້ກັບບັນດາມາດຕະຖານສູງຂອງໂລກ, ພ້ອມທັງ ສົ່ງເສີມບັນດາປະເທດຮ່ວມມືກັບ OECD ຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງກວ່າອີກ.

ຫວຽດນາມ ພາກພູມໃຈທີ່ໄດ້ປະກອບສ່ວນນໍາ SEARP ກາຍເປັນເສົາຄ້ຳຮ່ວມມືໃນພາກພື້ນທີ່ມີອິດທິພົນຢ່າງແທ້ຈິງ ແລະມີວິໄສທັດໄລຍະຍາວ. ບັນດາໝາກຜົນຕັ້ງໜ້າທີ່ກ່າວມານັ້ນໄດ້ຮັບການຕີລາຄາສູງຈາກບັນດາປະເທດ OECD ແລະບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ຜ່ານນັ້ນສືບຕໍ່ຢືນຢັນບົດບາດ, ການປະກອບສ່ວນຢ່າງຕັ້ງໜ້າ, ຄວາມຮັບຜິດຊອບ ກໍ່ຄືຄວາມສາມາດບໍລິຫານ ແລະນໍາພາຂອງຫວຽດນາມ ໃນບັນດາກົນໄກຫຼາຍຝ່າຍ.

ນັກຂ່າວ: ຫວຽດນາມ ໄດ້ຖອດຖອນບົດຮຽນອັນລໍ້າຄ່າອັນໃດເພື່ອຮັບໃຊ້ວຽກງານປະຕິບັດໜ້າທີ່ຍູ້ແຮງ ແລະຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍໃນໄລຍະຈະມາເຖິງ ຂໍຮຽນທ່ານນາງຮອງລັດຖະມົນຕີ?

ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ສາມາດເວົ້າໄດ້ວ່າ ຫວຽດນາມ ຮັບຕຳແໜ່ງສຳຄັນໃນອົງການສາກົນທີ່ມີມາດຕະຖານສູງຄື OECD ແມ່ນບາດກ້າວເພື່ອຫັນແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ແລະຄຳສັ່ງເລກທີ 25-CT/TW ຂອງຄະນະເລຂາທິການ ກ່ຽວກັບການຍູ້ແຮງ ແລະຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍຮອດປີ 2030 ເປັນລະອຽດ. ຜ່ານພຶດຕິກໍາຕົວຈິງເມື່ອໄດ້ເປັນປະທານຮ່ວມຂອງ SEARP ດ້ວຍບັນດາໝາກຜົນທີ່ຕັ້ງໜ້າ ຄືໄດ້ກ່າວມາຂ້າງເທິງນັ້ນ, ສາມາດຖອດຖອນໄດ້ບົດຮຽນ ດັ່ງນີ້:

ກ່ອນອື່ນໝົດ, ໃນສະພາບການທີ່ປະເທດກຳລັງກ້າວເຂົ້າສູ່ສັງກາດພັດທະນາໃໝ່, ເປັນສັງກາດທີ່ບືນຕົວຂຶ້ນຂອງຊາດ, ພວກເຮົາຕ້ອງເປັນເຈົ້າການເຂົ້າຮ່ວມ, ເສີມຂະຫຍາຍບົດບາດ, ປະກອບສ່ວນສ້າງ ແລະກໍານົດລະບອບລະບຽບການຫຼາຍຝ່າຍ ແລະຄວາມເປັນລະບຽບຮຽບຮ້ອຍທາງການເມືອງ-ເສດຖະກິດສາກົນໃຫ້ເປັນຮູບເປັນຮ່າງ, ພ້ອມທັງຍູ້ແຮງການປັບປຸງລະບອບລະບຽບການ, ນະໂຍບາຍ, ກົດໝາຍພາຍໃນປະເທດໃຫ້ສົມບູນແບບ ເພື່ອແນໃສ່ຍົກສູງກຳລັງຄວາມສາມາດປະຕິບັດບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງສາກົນ, ຜ່ານນັ້ນຍົກສູງທີ່ຕັ້ງ, ອິດທິພົນຊື່ສຽງຂອງປະເທດ ກໍ່ຄືຍາດແຍ່ງເອົາທຸກແຫຼ່ງກໍາລັງໃຫ້ແກ່ການພັດທະນາ.

ທີສອງ, ຢຶດໝັ້ນ ແລະເດັດດ່ຽວໃນການປະຕິບັດແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍ, ລຸລ່ວງຂອງພັກ ແລະລັດເຮົາ ກ່ຽວກັບການຕັ້ງໜ້າ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ, ຍູ້ແຮງການຮ່ວມມືກັບບັນດາອົງການຈັດຕັ້ງສາກົນທີ່ມີອິດທິພົນຊື່ສຽງ ແລະມີຜົນສະທ້ອນຢູ່ພາກພື້ນ ແລະໃນໂລກ. ພວກເຮົາບໍ່ສາມາດບັນລຸໄດ້ສິ່ງດັ່ງກ່າວ ຖ້າບໍ່ມີການເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດຕິດແທດຂອງການນຳຂັ້ນສູງ ແລະການສົມທົບກັນຢ່າງເປັນເຈົ້າການ, ແໜ້ນແຟ້ນ, ມີຄວາມຮັບຜິດຊອບຂອງບັນດາກະຊວງ, ຂະແໜງການໃນການສະເໜີ ແລະຜັນຂະຫຍາຍບັນດາເນື້ອໃນການຮ່ວມມືໃນຂອບເຂດຫຼາຍຝ່າຍຄື SEARP.

ທີສາມ, ຫວຽດນາມ ບັນລຸໄດ້ບັນດາຜົນງານທີ່ໜ້າປະທັບໃຈໃນການພັດທະນາເສດຖະກິດ-ສັງຄົມ, ພິເສດແມ່ນໄດ້ສະແດງອອກໃຫ້ເຫັນກໍາລັງຄວາມສາມາດໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຟື້ນຟູ ແລະພັດທະນາຢ່າງວ່ອງໄວພາຍຫຼັງໂລກລະບາດ, ກາຍເປັນແບບຢ່າງທີ່ພົ້ນເດັ່ນໃນພາກພື້ນ, ໄດ້ຮັບການຮັບຮູ້ ແລະຕີລາຄາສູງຈາກບັນດາປະເທດ. ຍ້ອນເຫດນັ້ນ, ບັນດາການເຄື່ອນໄຫວຮ່ວມມືໃນຂອບເຂດ SEARP ໂດຍ ຫວຽດນາມ ສະເໜີ ແລະເປັນປະທານຈັດຕັ້ງຍາມໃດກໍ່ໄດ້ຮັບການສະໜັບສະໜູນ ແລະການເຂົ້າຮ່ວມຢ່າງຕັ້ງໜ້າຈາກບັນດາປະເທດສະມາຊິກ OECD ກໍ່ຄື ບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ທີສີ່, ຕ້ອງຕັ້ງໜ້າຍາດແຍ່ງເອົາແຫຼ່ງກໍາລັງສາກົນໃຫ້ໄດ້ຫຼາຍທີ່ສຸດ. ນີ້ແມ່ນການໜູນຊ່ວຍອັນລ້ຳຄ່າ, ທັນການຂອງ OECD ແລະບັນດາປະເທດສະມາຊິກ, ພິເສດແມ່ນປະເທດທີ່ເປັນປະທານຮ່ວມ ອົດສະຕາລີ, ນັບທັງແຫຼ່ງກໍາລັງດ້ານການເງິນ ແລະບົດຮຽນໄດ້ຊ່ວຍໃຫ້ຫວຽດນາມ ມີກໍາລັງໜູນເພື່ອສະເໜີ ແລະຊຸກຍູ້ການຜັນຂະຫຍາຍບັນດາໂຄງການຮ່ວມມືທີ່ມີຄວາມທະເຍີທະຍານ, ຜ່ານນັ້ນປະຕິບັດບົດບາດເປັນປະທານຮ່ວມຂອງຕົນໃຫ້ສຳເລັດເປັນຢ່າງດີ. ໃນໄລຍະຈະມາເຖິງ, ຍີ່ປຸ່ນ, ສ.ເກົາຫຼີ ແລະອົດສະຕາລີ ກໍ່ໄດ້ເຫັນດີເປັນເອກະພາບສືບຕໍ່ໃຫ້ການໜູນຊ່ວຍດ້ານການເງິນເພື່ອໃຫ້ຫວຽດນາມ ສາມາດເຂົ້າຮ່ວມການຮ່ວມມືກັບ OECD ຢ່າງເລິກເຊິ່ງກວ່າເກົ່າ.

ນັກຂ່າວ: ຂໍຂອບໃຈທ່ານນາງຮອງລັດຖະມົນຕີ!

ໂດຍ: ຈາງຫງວຽນ