ການນຳພັກ, ລັດ ຫວຽດນາມ ສົ່ງສານອວຍພອນທ່ານປະທານາທິບໍດີ ສ.ເກົາຫຼີ
ເນື່ອງໃນໂອກາດທ່ານ Lee Jae Myung ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີຜູ້ທີ 21 ຂອງ ສ.ເກົາຫຼີ, ວັນທີ 4 ມິຖຸນາ 2025, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ແລະທ່ານປະທານປະເທດຫວຽດນາມ ເລືອງເກື່ອງ ໄດ້ສົ່ງສານອວຍພອນ.
    |
 |
ທ່ານ Lee Jae Myung ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີຜູ້ທີ 21 ຂອງສ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ |
ໃນສານສະບັບຕ່າງໆ, ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ ສະແດງຄວາມເຊື່ອໝັ້ນດ້ວຍອິດທິພົນຊື່ສຽງ, ຈັນຍາບັນ ແລະວິໄສທັດຍຸດທະສາດຂອງທ່ານປະທານາທິບໍດີ Lee Jae Myung, ປະເທດສ.ເກົາຫຼີ ຈະສືບຕໍ່ພັດທະນາຢ່າງແຮງ, ບັນລຸໄດ້ຫຼາຍຜົນງານອັນຍິ່ງໃຫຍ່ກວ່າ, ຢັ້ງຢືນບົດບາດ ແລະທີ່ຕັ້ງສາກົນຂອງສ.ເກົາຫຼີ ໃນໄລຍະເວລາຈະມາເຖິງ. ພ້ອມທັງຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບທ່ານປະທານາທິບໍດີ ແລະປະເທດ ສ.ເກົາຫຼີ ສືບຕໍ່ຊຸກຍູ້ການພົວພັນສອງປະເທດພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະຮອບດ້ານກວ່າອີກ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ