leftcenterrightdel
ລາຍການສະແດງສິລະປະທີ່ງານບຸນ. ພາບ: vov.vn

ກ່າວຄໍາເຫັນນະທີ່ນີ້, ທ່ານ ຫງວຽນຈ໊ິຢຸງ ຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ຜ່ານການຈັດຕ້ັງ 17 ເທື່ອນັບແຕ່ປີ 2008, ງານບຸນຫວຽດນາມ ຢູ່ນະຄອນຫຼວງໂຕກຽວ, ໄດ້ກາຍເປັນເຫດການພົບປະແລກປ່ຽນວັດທະນະທໍາ-ຍີ່ປຸ່ນ ທີ່ເປັນເອກະລັກສະເພາະ, ປະຊາຄົມຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ ແລະເພື່ອນມິດຍີ່ປຸ່ນ ທີ່ຮັກແພງຫວຽດນາມ ຄອງຄອຍເປັນຈໍານວນຫຼວງຫຼາຍ. ນີ້ແມ່ນໜຶ່ງໃນຈໍານວນນ້ອຍງານບຸນສາກົນຢູ່ໂຕກຽວ ໄດ້ຂໍ່ານັບຮັບຕ້ອນແຂກທີ່ຮັກແພງຂອງທັງສອງປະເທດ, ສະມາຊິກພະບໍລົມວົງສານຸວົງຍີ່ປຸ່ນ, ພິເສດແມ່ນກະສັດຍີ່ປຸ່ນ ໃນຖານະຕໍາແໜ່ງເຈົ້າຟ້າຊາຍປີ 2008.

ທ່ານ ຫງວຽນຈ໊ິຢຸງ ເຊື່ອໝັ້ນວ່າດ້ວຍຂອບຂະໜາດຮ້ານຄ້າກວ່າ 100 ແຫ່ງພ້ອມດ້ວຍການເຄື່ອນໄຫວທີ່ອຸດົມສົບບູນ, ງານບຸນຫວຽດນາມ ກ່ຽວກັບວັດທະນະທໍາຂອງທັງສອງປະເທດຫວຽດນາມ ແລະຍີ່ປຸ່ນ, ສ້າງກາລະໂອກາດເຊື່ອມຕໍ່ ແລະຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການພົບປະແລກປ່ຽນປະຊາຊົນ, ວັດທະນະທໍາ, ການທ່ອງທ່ຽວລະຫວ່າງສອງປະເທດໃນໄລຍະຈະມາເຖິງ. ທ່ານຮອງນາຍົກລັດຖະມົນຕີ ໄດ້ຂອບໃຈການສະໜັບສະໜູນ, ໜູນຊ່ວຍຂອງທົ່ວປະຊາຊົນຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ ແລະເພື່ອນມິດສາກົນ, ປະກອບສ່ວນເຂົ້າໃນຜົນສໍາເລັດລວມຂອງເຫດການວັດທະນະທໍານີ້.

ງານບຸນຫວຽດນາມ ດໍາເນີນໃນສອງມື້, ດ້ວຍບັນດາກິດຈະກໍາທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບ. ງານບຸນມີລາຍການສິລະປະພື້ນເມືອງ. ໜຶ່ງໃນບັນດາຈຸດເນັ້ນໄດ້ຄອງຄອຍທີ່ສຸດໃນປີນີ້ແມ່ນການເຂົ້າຮ່ວມຄັ້ງທໍາອິດຂອງໂຮງລະຄອນຕຸກກະຕານ້ຳ ທັງລອງ ທີ່ມາຈາກນະຄອນຫຼວງຮ່າໂນ້ຍ.

ໂດຍ: ໄຊນີດາ