leftcenterrightdel
ພາບປະກອບຈາກ: baochinhphu.vn

ໂທລະເລກທາງການຂອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ລັດຖະມົນຕີບັນດາກະຊວງຕາມພາລະໜ້າທີ່, ເປັນເຈົ້າການຊີ້ນໍາ, ຜັນຂະຫຍາຍຢ່າງທັນການ, ມີໄຫວພິບບັນດາມາດຕະການທີ່ສອດຄ່ອງ, ມີປະສິດທິຜົນເພື່ອໜູນຊ່ວຍການຜະລິດ, ບໍລິໂພກ, ສົ່ງອອກຜະລິດຕະພັນກະເສດ, ປະກອບສ່ວນຍົກສູງລາຍຮັບ, ໃຫ້ຊີວິດຊາວກະສິກໍາເປັນປົກກະຕິ. ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ບັນດາທ້ອງຖິ່ນເພີ່ມທະວີການສົມທົບກັບບັນດາສະຫະສະມາຄົມຂະແໜງສິນຄ້າ, ວິສາຫະກິດ ສຸມໃສ່ເຊື່ອມຕໍ່ຢ່າງແໜ້ນແຟ້ນກັບບັນດາເຂດວັດຖຸດິບ, ຍູ້ແຮງການຄຸ້ມຄອງຮັກສາ, ປຸງແຕ່ງ, ໂດຍສະເພາະແມ່ນປຸງແຕ່ງລົງເລິກເພື່ອຍົກສູງມູນຄ່າເພີ່ມ; ຍູ້ແຮງການເຄື່ອນໄຫວເຊື່ອມຕໍ່ລະຫວ່າງບັນດາສະຫະກອນ, ຜູ້ຜະລິດກັບບັນດາວິສາຫະກິດຫົວເງື່ອນຮັບຊື້ການສ່ົງອອກ, ວິສາຫະກິດ, ລະບົບແຈກຢາຍ, ຂາຍຍ່ອຍເພື່ອສ້າງເງື່ອນໄຂຈໍາໜ່າຍຜະລິດຕະພັນກະເສດເມື່ອໄລຍະເກັບກ່ຽວ.

ສໍາລັບບັນດາວິສາຫະກິດຜະລິດ, ດໍາເນີນທຸລະກິດ, ການສົ່ງອອກຜະລິດຕະພັນກະເສດ, ທ່ານນາຍົກລັດຖະມົນຕີ ສະເໜີຕ້ອງຕັ້ງໜ້າຕິດຕາມຂໍ້ມູນຂ່າວສານກ່ຽວກັບການເຄື່ອນໄຫວສົ່ງອອກຜະລິດຕະພັນກະເສດຜ່ານດ່ານ ຢູ່ບັນດາດ່ານຊາຍແດນ, ດັດປັບແຜນການຜະລິດ, ດໍາເນີນທຸລະກິດ,... ຢ່າງທັນການ, ຫຼີກລ້ຽງສະພາບຄ້າງໄວ້ຂອງຜະລິດຕະພັນກະເສດຢູ່ດ່ານຊາຍແດນ; ເພີ່ມທະວີການຮັບຊື້ແຮໄວ້ຜະລິດຕະພັນກະເສດ, ໂດຍສະເພາະແມ່ນໃນຈຸດເວລາເກັບກ່ຽວເພື່ອໜູນຊ່ວຍການບໍລິໂພກຜະລິດຕະພັນກະເສດໃຫ້ປະຊາຊົນ.

ໂດຍ: ໄຊນີດາ