ຕາມທ່ານເລຂາທິການໃຫຍ່, ບັນຫາການປ່ຽນແປງຢ່າງເລິກເຊິ່ງທີ່ບໍ່ເຄີຍມີມາກ່ອນໃນຂອບເຂດທົ່ວໂລກທາງດ້ານພູມສາດການເມືອງ, ພູມສາດເສດຖະກິດ, ກ່ຽວກັບການແກ່ງແຍ້ງຍຸດທະສາດ, ການພັດທະນາຂອງວິທະຍາສາດເຕັກໂນໂລຢີ, ພ້ອມກັບສິ່ງທ້າທາຍໃນການປ່ຽນແປງດິນຟ້າອາກາດ, ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງທີ່ເປັນການທະຫານ ແລະບໍ່ເປັນການທະຫານ, ໄດ້ບັງຄັບໃຫ້ພວກເຮົາຕ້ອງປ່ຽນແປງໃໝ່, ປະຕິຮູບເພື່ອພັດທະນາ. ນີ້ກໍແມ່ນຄໍາສັ່ງອະນາຄົດຂອງຊາດ.

"ມະຕິ 4 ສະບັບ" ຂອງກົມການເມືອງ (ມະຕິເລກທີ 57-NQ/TW ຂອງກົມການເມືອງກ່ຽວກັບວິວັດການພັດທະນາວິທະຍາສາດ ແລະເຕັກໂນໂລຢີ, ນະວັດຕະກຳ ແລະການຫັນເປັນດີຈີຕອນແຫ່ງຊາດ; ມະຕິເລກທີ 59-NQ/TW ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່; ມະຕິເລກທີ 68-NQ/TW ກ່ຽວກັບການພັດທະນາເສດຖະກິດເອກະຊົນ; ມະຕິເລກທີ 68-NQ/TW ກ່ຽວກັບການປ່ຽນແປງໃໝ່ວຽກງານການສ້າງ ແລະປະຕິບັດກົດໝາຍຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດໃນສັງກາດໃໝ່) ພວມມຸ່ງໄປເຖິງເປົ້າໝາຍອັນໃຫຍ່ຫຼວງນີ້.

“ມະຕິ 4 ສະບັບ” ຫຼືເອີ້ນວ່າ “ສີ່ເສົາຄໍ້າເພື່ອໃຫ້ຫວຽດນາມ ກ້າວຂຶ້ນ” ໄດ້ກຳນົດວ່າ: ຄວນຍູ້ແຮງຈິດໃຈເລີ່ມດໍາເນີນທຸລະກິດແຫ່ງຊາດ: ປຸກລຸກແຫຼ່ງກຳລັງປ່ຽນແປງໃໝ່ປະດິດຄິດສ້າງໃນທົ່ວສັງຄົມ, ພັດທະນາເສດຖະກິດດີຈີຕອນ, ເສດຖະກິດຄວາມຮູ້, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ນຳປະເທດຫວຽດນາມ ກ້າວໄປຂ້າງໜ້າຢ່າງວ່ອງໄວ ແລະເຂັ້ມແຂງບົນເສັ້ນທາງຫັນເປັນທັນສະໄໝ ແລະເຊື່ອມໂຍງ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ມະຕິເລກທີ 68 ລະບຸວ່າ: ພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່, ເຂດເສດຖະກິດເອກະຊົນມີວິສາຫະກິດປະມານ 940 ພັນກວ່າແຫ່ງ ແລະຄອບຄົວເຮັດທຸລະກິດ 5 ລ້ານກວ່າຄອບຄົວທີ່ກໍາລັງເຄື່ອນໄຫວ, ປະກອບສ່ວນ 50% ຍອດຜະລິດຕະພັນພາຍໃນ (GDP), ຫຼາຍກວ່າ 30% ຂອງລາຍຮັບງົບປະມານແຫ່ງລັດ ແລະນຳໃຊ້ແຮງງານປະມານ 82% ຂອງກໍາລັງແຮງງານທັງໝົດເຂົ້າໃນການເຕີບໂຕເສດຖະກິດ, ສ້າງວຽກເຮັດງານທໍາ, ເປັນກໍາລັງສໍາຄັນຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ, ຍົກສູງສະມັດຕະພາບແຮງງານ, ເພີ່ມຄວາມສາມາດແກ່ງແຍ້ງແຫ່ງຊາດ, ປະກອບສ່ວນເຂົ້າໃນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ເຮັດໃຫ້ຊີວິດສັງຄົມເປັນປົກກະຕິ.

ມະຕິໄດ້ວາງຄາດໝາຍວ່າ: ຮອດປີ 2030, ສູ້ຊົນໃຫ້ມີວິສາຫະກິດ 2 ລ້ານແຫ່ງເຄື່ອນໄຫວໃນພື້ນຖານເສດຖະກິດ, ມີວິສາຫະກິດ 20 ແຫ່ງເຄື່ອນໄຫວ/ປະຊາຊົນນັບພັນຄົນ. ສິ່ງດັ່ງກ່າວຈະບັນລຸໄດ້ຍາກໃນໄລຍະເວລາສັ້ນຄືດັ່ງກ່າວ ຖ້າຫາກພວກເຮົາຍັງບໍ່ທັນ “ຍົກລະດັບ” ວິສາຫະກິດກ່ວາ 1 ລ້ານແຫ່ງ ໃນຈຳນວນກວ່າ 5 ລ້ານຄອບຄົວທີ່ເຮັດທຸລະກິດທີ່ມີຢູ່ແລ້ວ ຂຶ້ນເປັນວິສາຫະກິດ.

ມະຕິເລກທີ 68 ຂອງລັດຖະບານ ໄດ້ເປີດທິດເດີນໃໝ່ທີ່ເປັນໜ້າໃສ່ໃຈ ເມື່ອເປັນຄັ້ງທໍາອິດທີ່ຖືບັນຫາການໜູນຊ່ວຍທາງການເງິນໃຫ້ແກ່ເຂດເສດຖະກິດເອກະເທດ, ພິເສດແມ່ນບັນດາຄອບຄົວທີ່ເຮັດທຸລະກິດ. ນັ້ນແມ່ນການໃຫ້ບູລິມະສິດດ້ານພາສີລາຍຮັບວິສາຫະກິດໃນ 3 ປີທຳອິດ ເພື່ອແນໃສ່ສົ່ງເສີມຄອບຄົວເຮັດທຸລະກິດຫັນໄປສູ່ວິສາຫະກິດຢ່າງເປັນທາງການ. ຍິ່ງໄປກວ່ານັ້ນ, ຕາມຂໍ້ກໍານົດໃໝ່, ບັນດາຄອບຄົວທີ່ເຮັດທຸລະກິດ ບໍ່ເສຍພາສີອາກອນຕາມຮູບການ  "ມອບເໝົາ" ຄືປະຈຸບັນ, ໝາຍຄວາມວ່າ ແມ່ນອັດຕາພາສີອາກອນ ຕາມການເຈລະຈາກັບອົງການພາສີອາກອນ ແລະປົກກະຕິຈະຕໍ່າກວ່າຕົວຈິງ.

ມະຕິເລກທີ 68 ຍັງສົມທົບກັບມະຕິເລກທີ 57 ຍົກອອກການກໍານົດທິດພັດທະນາພື້ນຖານບັນຊີດີຈີຕອນໂດຍບໍ່ເສຍຄ່າ ເພື່ອແນໃສ່ຊ່ວຍໃຫ້ວິສາຫະກິດຂະໜາດນ້ອຍສາມາດປະຕິບັດພັນທະພາສີອາກອນໄດ້ຢ່າງງ່າຍດາຍ ໂດຍບໍ່ມີຄ່າໃຊ້ຈ່າຍເພີ່ມເຕີມ.

ປະຊາຊົນ ແລະວິສາຫະກິດເປັນໃຈກາງຂອງການພັດທະນາບໍ່ພຽງແຕ່ແມ່ນຄຳຂວັນເທົ່ານັ້ນ ຫາກຍັງແມ່ນຄວາມຮຽກຮ້ອງຕ້ອງການ, ໜ້າທີ່ທີ່ໄດ້ລະບຸໄວ້ໃນ “ມະຕິ 4 ສະບັບ” ຂອງກົມການເມືອງ.

ມະຕິເລກທີ 68 ໄດ້ຍົກອອກມາດຕະການແກ້ໄຂ: ປະຊາຊົນ ແລະວິສາຫະກິດມີຄວາມເສລີໃນການດໍາເນີນທຸລະກິດໃນຂະແໜງອາຊີບທີ່ກົດໝາຍບໍ່ໄດ້ເກືອດຫ້າມ. ໃນປີ 2025, ຕ້ອງປະຕິບັດໃຫ້ສຳເລັດການກວດກາຄືນ ແລະລົບລ້າງເງື່ອນໄຂດຳເນີນທຸລະກິດທີ່ບໍ່ຈຳເປັນ, ຂໍ້ກໍານົດທີ່ທັບຊ້ອນກັນ, ບໍ່ເໝາະສົມ, ກີດຂວາງການພັດທະນາຂອງວິສາຫະກິດ ແລະເອກະຊົນ. ຫັນປ່ຽນຈາກພື້ນຖານບໍລິຫານວຽກຫຼວງ, ການຄຸ້ມຄອງເປັນຫຼັກໄປສູ່ການຮັບໃຊ້ ແລະສ້າງສາພັດທະນາ, ຖືປະຊາຊົນ ແລະວິສາຫະກິດເປັນໃຈກາງ; ຫັນການຄຸ້ມຄອງບໍລິຫານລັດເປັນທັນສະໄໝ, ຄຸ້ມຄອງໂດຍອີງໃສ່ຖານຂໍ້ມູນ.

leftcenterrightdel
ບັນດາຜູ້ແທນ ທີ່ການໂອ້ລົມສົນທະນາ “ຫັນປ່ຽນດີຈີຕອນ, ຫັນປ່ຽນເຕັກໂນໂລຢີ-ບຸກທະລຸກ້າວຂຶ້ນ”, ໃນຂອບເຂດເວທີປາໄສຂັ້ນສູງຫັນປ່ຽນດີຈີຕອນຫວຽດນາມ-ອາຊີ 2025. ພາບ: ສໍານັກຂ່າວສານຫວຽດນາມ

ໜຶ່ງໃນບັນດາໜ້າທີ່ທີ່ໄດ້ລະບຸໄວ້ໃນມະຕິເລກທີ 66 ແມ່ນເສີມຂະຫຍາຍປະຊາທິປະໄຕ, ເຄົາລົບ, ຮັບປະກັນ ແລະປົກປ້ອງສິດທິມະນຸດ, ສິດພົນລະເມືອງຢ່າງມີປະສິດທິຜົນ; ຮັບປະກັນຄວາມດຸ່ນດ່ຽງ, ຄວາມເໝາະສົມລະຫວ່າງລະດັບຈຳກັດສິດກັບຜົນປະໂຫຍດອັນຊອບທໍາທີ່ບັນລຸໄດ້. ບັນດາຂໍ້ກໍານົດຂອງກົດໝາຍຕ້ອງມີລັກສະນະເປັນປົກກະຕິ, ງ່າຍດາຍ, ປະຕິບັດງ່າຍ, ຖືປະຊາຊົນ, ວິສາຫະກິດເປັນໃຈກາງ.  ເສີມຂະຫຍາຍບົດບາດຂອງຄຸນສົມບັດສັງຄົມ, ລະບຽບຫຼັກຈັນຍາບັນອາຊີບ, ລະບຽບຫຼັກການຄຸ້ມຄອງວົງຄະນາຍາດຊຸມຊົນດ້ວຍຕົນເອງໃນການປັບປຸງການພົວພັນສັງຄົມ.

ທັດສະນະຊີ້ນຳຂອງມະຕິເລກທີ 57 ເນັ້ນໜັກວ່າ: ເສີມຂະຫຍາຍການເຂົ້າຮ່ວມຢ່າງຕັ້ງໜ້າຂອງນັກທຸະກິດ, ວິສາຫະກິດ ແລະປະຊາຊົນຕໍ່ກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະການຫັນເປັນດີຈີຕອນແຫ່ງຊາດ. ກຳນົດວ່ານີ້ແມ່ນການປະຕິວັດຢ່າງເລິກເຊິ່ງເຖິງຖອງ, ຮອບດ້ານໃນທຸກຂົງເຂດ; ໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ, ເດັດດ່ຽວໜຽວແໜ້ນ, ຄົບຊຸດ,

ສະເໝີຕົ້ນສະເໝີປາຍ, ຍາວນານດ້ວຍມາດຕະການແກ້ໄຂບຸກທະລຸ, ມີລັກສະນະປະຕິວັດ. ປະຊາຊົນ ແລະວິສາຫະກິດເປັນໃຈກາງ, ເປັນເຈົ້າກໍາ, ເປັນແຫຼ່ງກຳລັງ ແລະເປັນກໍາລັງໝູນຫຼັກ; ນັກວິທະຍາສາດແມ່ນປັດໃຈຫຼັກແຫຼ່ງ; ລັດສວມບົດບາດຊັກຈູງ, ຊຸກຍູ້, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະການຫັນປ່ຽນດີຈີຕອນແຫ່ງຊາດ.

ສະຫຼຸບທີ່ກອງປະຊຸມທ່ົວປະເທດກ່ຽວກັບການຊາບຊຶມ, ຜັນຂະຫຍາຍປະຕິບັດມະຕິ 66-NQ/TW ແລະມະຕິເລກທີ 68-NQ/TW ຂອງກົມການເມືອງລົງວັນທີ 18 ພຶດສະພາ ປີ 2025, ທ່ານເລຂາທິການໃຫຍ່ ຮຽກຮ້ອງໃຫ້ທົ່ວລະບົບການເມືອງ, ທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃຈດຽວ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ຫັນຄວາມຄາດຫວັງເປັນການກະທໍາ, ຫັນຄວາມສາມາດບົ່ມຊ້ອມເປັນກໍາລັງແຮງຕົວຈິງ, ເພື່ອພ້ອມກັນນໍາປະເທດຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່-ສັງກາດພັດທະນາ, ວັດທະນາຖາວອນ ແລະຮັ່ງມີເຂັ້ມແຂງຂອງຊົນຊາດຫວຽດນາມ.

ເພື່ອໃຫ້ປະເທດພັດທະນາ, ວັດທະນາຖາວອນ, ຮັ່ງມີເຂັ້ມແຂງນັ້ນ, ເປົ້າໝາຍສູງສຸດຍັງແມ່ນເພື່ອໃຫ້ປະຊາຊົນມີຄວາມຜາສຸກ, ສະໜຸກສະໜານ ຕາມທິດນໍາການກະທໍາທີ່ໄດ້ລະບຸໄວ້ໃນເອກະສານກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ ທີ່ວ່າ: “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມ, ປະຊາຊົນຊົມໃຊ້”.

“ປະຊາຊົນຊົມໃຊ້” ແມ່ນສິ່ງທີ່ພັກ ແລະລັດຫວຽດນາມ ມຸ່ງໄປເຖິງເມື່ອປຸລະດົມຂະບວນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະສ້າງສາປະເທດໃຫ້ໝັ້ນຄົງເຂັ້ມແຂງ, ຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ ໃນ “ຈົດໝາຍສົ່ງເຖິງຄະນະກຳມະການປະຊາຊົນແຕ່ລະພາກ, ແຂວງ, ເມືອງ ແລະບ້ານ” ທີ່ເອົາລົງໃນໜັງສືພິິມ “ກູ້ຊາດ” ໃນວັນທີ 17 ຕຸລາ 1945: “ຖ້າປະເທດຊາດມີເອກະລາດ, ເຊິ່ງປະຊາຊົນບໍ່ມີຄວາມຜາສຸກ, ເສລີພາບນັ້ນ, ເອກະລາດກໍ່ບໍ່ມີຄວາມໝາຍຫຍັງ”.

ໂດຍ: ທູຈາງ