ນີ້ແມ່ນຂໍ້ສັງເກດຂອງເອກອັກຄະລັດຖະທູດບາງປະເທດອາຟຼິກາ ປະຈຳ ຫວຽດນາມ ເມື່ອໂອ້ລົມກັບນັກຂ່າວຫວຽດນາມ. ບັນດາເອກອັກຄະລັດຖະທູດກໍ່ຕີລາຄາສູງຄວາມມານະພະຍາຍາມຂອງລັດຖະບານຫວຽດນາມ, ສະແດງໃຫ້ເຫັນຈິດໃຈເດັດດ່ຽວຂ້ຽວຂາດ, ມຸ່ງໄປເຖິງການຮັບໃຊ້ປະຊາຊົນຢ່າງມີປະສິດທິຜົນ ແລະໂປ່ງໃສກວ່າອີກ.

leftcenterrightdel
ທ່ານນາງ Vuyiswa Tulelo ເອກອັກຄະລັດຖະທູດ ອາຟຼິກາໃຕ້ ປະຈຳ ຫວຽດນາມ. ພາບ: vov.vn

ຕາມທ່ານນາງ Vuyiswa Tulelo ເອກອັກຄະລັດຖະທູດ ອາຟຼິກາໃຕ້ ປະຈຳ ຫວຽດນາມ ແລ້ວ, ໃນໄລຍະຜ່ານມາ ຫວຽດນາມ ພວມມີການພັດທະນາທີ່ບຸກທະລຸ.  ແບ່ງປັນຈາກການສັງເກດສະພາບການຕົວຈິງຂອງຕົນກ່ຽວກັບການປ່ຽນແປງທີ່ຈະແຈ້ງນີ້, ທ່ານນາງເອກອັກຄະລັດຖະທູດ  ໃຫ້ຮູ້ວ່າ: ເມື່ອທ່ານນາງເລີ່ມດຳລົງຕຳແໜ່ງກ່ອນໜ້ານີ້ 3 ປີ, Lotte Mall ຫາກໍ່ເປັນພຽງຄວາມຄິດຢູ່ໃນເຈ້ຍ, ແຕ່ມາໃນປະຈຸບັນນີ້ໄດ້ກາຍເປັນສູນການຄ້າທີ່ຄຶກຄື້ນ, ເຕັມໄປດ້ວຍຜູ້ຄົນ. ຫຼືເຂດບຶງຕົມທາງຫຼັງບ່ອນທີ່ນາງພວມອາໄສຢູ່, ຍັງໄດ້ອະນາໄມໃຫ້ສະອາດເພື່ອກໍ່ສ້າງເຮືອນໃຫ້ປະຊາຊົນຢູ່.

ຕາມທ່ານນາງເອກອັກຄະລັດຖະທູດແລ້ວ, ບັນດາການຫັນປ່ຽນດັ່ງກ່າວສະແດງໃຫ້ເຫັນວ່າ ການນຳຂອງພັກ ແລະລັດຫວຽດນາມ ບໍ່ພຽງແຕ່ວາງແຜນກໍານົດນະໂຍບາຍເທົ່ານັ້ນ, ຫາກຍັງມີການກະທໍາຢ່າງຂ້ຽວຂາດ, ມີການກໍານົດທິດເພື່ອໃຫ້ບັນລຸໝາກຜົນຢ່າງຈະແຈ້ງອີກດ້ວຍ.

ທ່ານນາງເອກອັກຄະລັດຖະທູດ ອາຟຼິກາໃຕ້ ປະຈຳຫວຽດນາມ ກໍ່ສະແດງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ການຊີ້ນໍາການປະຕິຮູບຮອບດ້ານຂອງທ່ານ ໂຕເລິມ ເລຂາທິການໃຫຍ່. ນີ້ແມ່ນພະຍານຫຼັກຖານທີ່ພິສູດໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຄໍາໝັ້ນສັນຍາອັນຍາວນານ, ສະເໝີຕົ້ນສະເໝີປາຍ ແລະຕໍ່ເນື່ອງຂອງການນຳຂັ້ນສູງສໍາລັບການພັດທະນາແບບຍືນຍົງຂອງປະເທດ. ການປະຕິບັດງານ ຫຼື ການຕ້ອນຮັບຄະນະຜູ້ແທນຕ່າງປະເທດຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ກໍ່ບໍ່ພຽງແຕ່ມີລັກສະນະຮູບການເທົ່ານັ້ນ, ຫາກຍັງຍາມໃດກໍ່ມີໝາກຜົນທີ່ລະອຽດ, ເປີດກວ້າງການພົວພັນຮ່ວມມືຢ່າງແທດຈິງອີກດ້ວຍ.

“ສິ່ງທີ່ທ່ານ ໂຕເລິມ ເລຂາທິການໃຫຍ່ ພວມຜັນຂະຫຍາຍຢູ່ນັ້ນແມ່ນສະແດງໃຫ້ເຫັນຄວາມສຸດໃຈ ແລະຄໍາໝັ້ນສັນຍາຢ່າງບໍ່ຢຸດພັກ, ເພື່ອແນໃສ່ຮັບປະກັນບັນດານະໂຍບາຍບໍ່ພຽງແຕ່ໄປຖືກທິດເທົ່ານັ້ນ, ຫາກຍັງຕິດພັນກັບປະຊາຊົນທຸກຖ້ວນໜ້າໃນວິວັດການມຸ່ງໄປເຖິງການພັດທະນາອີກດ້ວຍ. ການດໍາລົງຊີວິດຂອງປະຊາຊົນບໍ່ສາມາດປ່ຽນແປງໄດ້ຍ້ອນນະໂຍບາຍທີ່ຢູ່ໃນເຈ້ຍ. ຂ້າພະເຈົ້າສະແດງຄວາມນິຍົມນັບຖືຢ່າງຈິງໃຈເມື່ອໄດ້ເຫັນການນໍາທຸກຂັ້ນ ແລະປະຊາຊົນຫວຽດນາມ ພວມຮ່ວມເດີນທາງເພື່ອເປົ້າໝາຍລວມ”, ທ່ານນາງ Vuyiswa Tulelo ໃຫ້ຮູ້.

leftcenterrightdel
ທ່ານນາງ Amal Salama ເອກອັກຄະລັດຖະທູດ ອີຢິບ ປະຈຳ ຫວຽດນາມ. ພາບ: vov.vn

ສ່ວນທ່ານນາງ Amal Salama ເອກອັກຄະລັດຖະທູດ ອີຢິບ ປະຈຳ ຫວຽດນາມ ກໍ່ໃຫ້ຮູ້ວ່າ ໄລຍະທາງຂອງການສ້າງສາ ແລະພັດທະນາປະເທດຊາດຄືນໃໝ່ພາຍຫຼັງສົງຄາມໄດ້ພິສູດໃຫ້ເຫັນເຈດຈຳນົງທີ່ອົງອາດກ້າແກ່ນຂອງຊາດຫວຽດນາມ. ນັບແຕ່ໄລຍະປ່ຽນແປງໃໝ່ໃນປີ 1986 ຈົນມາຮອດປະຈຸບັນ, ລັດຖະບານຫວຽດນາມ ຍາມໃດກໍ່ສວມບົດບາດສຳຄັນ ແລະແທດຈິງໃນການຊຸກຍູ້ບັນດາຜົນງານດ້ານເສດຖະກິດ - ສັງຄົມ, ນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນ. ພິເສດ, ທ່ານນາງ Amal Salama ກໍ່ໄດ້ເນັ້ນໜັກວ່າ ບັນດານັກການທູດສາກົນຍາມໃດກໍ່ຕິດຕາມຢ່າງໃກ້ຊິດ ແລະຕີລາຄາສູງບັນດາລັດຖະນະໂຍບາຍທີ່ມີວິໄສທັດຂອງທ່ານ ໂຕເລິມ ເລຂາທິການໃຫຍ່.

“ສາມາດເຫັນໄດ້ຢ່າງຈະແຈ້ງວ່າ ທ່ານ ໂຕເລິມ ເລຂາທິການໃຫຍ່ ຍາມໃດກໍ່ເອົາໃຈໃສ່, ໃກ້ຊິດຕິດແທດກັບປະຊາຊົນຫວຽດນາມ ໝົດທຸກຄົນ, ເອົາໃຈໃສ່ເຖິງການປັບປຸງມາດຖານການດໍາລົງຊີວິດຂອງປະຊາຊົນ. ທ່ານເລຂາທິການໃຫຍ່ ກໍ່ພ້ອມແລ້ວທີ່ຈະສ້າງເງື່ອນໄຂປັບປຸງການເຄື່ອນໄຫວຂອງລັດຖະບານ ຜ່ານການປະຕິຮູບຫຼາຍດ້ານໃນໄລຍະມໍ່ໆມານີ້. ການປະຕິຮູບກ່ຽວກັບກົງຈັກການຈັດຕັ້ງການບໍລິຫານ, ນັບແຕ່ຂັ້ນສູນກາງຈົນຮອດທ້ອງຖິ່ນ ໄດ້ ແລະກໍາລັງຍົກສູງປະສິດທິພາບ, ປະສິດທິຜົນການເຄື່ອນໄຫວຂອງລັດ, ມຸ່ງໄປເຖິງການຮັບໃຊ້ປະຊາຊົນເປັນຢ່າງດີກວ່າ”, ທ່ານນາງເອກອັກຄະລັດຖະທູດ ອີຢິບ ແບ່ງປັນວ່າ, ທ່ານນາງຮູ້ສຶກເອກອ້າງທະນົງໃຈເມື່ອໄດ້ມາປະຕິບັດງານທາງການທູດຢູ່ຫວຽດນາມ ໄດ້ເຫັນປະຈັກຕາການພັດທະນາຢ່າງຕັ້ງໜ້າຂອງຫວຽດນາມ, ພ້ອມທັງປະກອບສ່ວນຊຸກຍູ້ການພົວພັນຫວຽດນາມ - ອີຢິບ.

ຄຽງຂ້າງນັ້ນ, ທ່ານນາງ Amal Salama ກໍ່ຕີລາຄາສູງບົດບາດຂອງຫວຽດນາມ ໃນເວທີສາກົນ, ພິເສດແມ່ນໃນການຊຸກຍູ້ສັນຕິພາບ ແລະສະຖຽນລະພາບຂອງພາກພື້ນ, ດ້ວຍນະໂຍບາຍການພົວພັນຕ່າງປະເທດທີ່ເປັນເຈົ້າການ ແລະຕັ້ງໜ້າ.

ໃນຂະນະນັ້ນ, ທ່ານ Jamale Chouaibi ເອກອັກຄະລັດຖະທູດ ມາຣົກ, ຫົວໜ້າຄະນະທຸຕານຸທູດ ອາຟຼິກາ ປະຈຳ ຫວຽດນາມ ກໍ່ຢືນຢັນວ່າ: ຫວຽດນາມ ແມ່ນແບບຢ່າງທີ່ພົ້ນເດັ່ນກ່ຽວກັບຜົນສໍາເລັດໃນການປະຕິຮູບ ແລະພັດທະນາ.

leftcenterrightdel
ທ່ານ Jamale Chouaibi ເອກອັກຄະລັດຖະທູດ ມາຣົກ, ຫົວໜ້າຄະນະທຸຕານຸທູດ ອາຟຼິກາ ປະຈຳ ຫວຽດນາມ. ພາບ: vov.vn

ທ່ານ Jamale Chouaibi ໃຫ້ຮູ້ວ່າ: “ຫວຽດນາມ ແມ່ນແຮງບັນດານໃຈໃຫ້ບັນດາປະເທດພວມພັດທະນາຢູ່ ອາຟຼິກາ. ຫວຽດນາມ ແມ່ນແບບຢ່າງກ່ຽວກັບຜົນສໍາເລັດໃນພາກພື້ນ. ບັນດາຜົນງານທີ່ຫວຽດນາມ ຍາດໄດ້ນັບແຕ່ສະໄໝປ່ຽນແປງໃໝ່ຈົນມາຮອດປະຈຸບັນແມ່ນສິ່ງທີ່ເປັນໜ້ານິຍົມນັບຖືແທ້ໆ. ຫຼາຍໂຄງການ, ຫຼາຍເປົ້າໝາຍທີ່ຫວຽດນາມ ວາງອອກແມ່ນໄດ້ເຮັດສໍາເລັດກ່ອນກໍານົດເວລາ. ນັ້ນແມ່ນພະຍານຫຼັກຖານທີ່ພິສູດໃຫ້ເຫັນກໍາລັງຄວາມສາມາດໃນການວາງແຜນກຳນົດ ແລະການປະຕິບັດຢ່າງມີປະສິດທິຜົນຂອງກົງຈັກນໍາພາ”.

ທ່ານ Jamale Chouabi  ກໍ່ໃຫ້ຮູ້ຕື່ມອີກວ່າ: ຜົນສຳເລັດຂອງຫວຽດນາມ ບໍ່ພຽງແຕ່ແມ່ນມາຈາກບັນດາແນວທາງທີ່ຖືກຕ້ອງຂອງພັກ ແລະລັດເທົ່ານັ້ນ, ຫາກຍັງແມ່ນຍ້ອນການຮ່ວມໄມ້ຮ່ວມມື, ຮ່ວມແຮງຮ່ວມໃຈຂອງປະຊາຊົນ - ຜູ້ອອກແຮງງານທີ່ດຸໝັ່ນຂະຫຍັນພຽນ, ຫ້າວຫັນຂະຫຍັນຂັນແຂງ ແລະຢຶດໝັ້ນຕໍ່ເປົ້າໝາຍພັດທະນາອີກດ້ວຍ. ທ່ານເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ ເປົ້າໝາຍຫວຽດນາມ ກາຍເປັນປະເທດພັດທະນາຮອບດ້ານໃນປີ 2045 ແມ່ນສິ່ງທີ່ສາມາດເປັນໄປໄດ້ ແລະສາມາດບັນລຸໄດ້ກອ່ນກຳນົດເວລາ.

ໂດຍ: ຈາງຫງວຽນ