ສ້າງຂອບເຂດການຮ່ວມມືດ້ານເສດຖະກິດ - ການຄ້າມີສະຖຽນລະພາບ ແລະຍາວນານລະຫວ່າງຫວຽດນາມ ແລະອາເມລິກາ
ລັດຖະມົນຕີສອງທ່ານໄດ້ເຫັນດີຈະສືບຕໍ່ຊຸກຍູ້ການເຈລະຈາດ້ານເຕັກນິກ ແລະຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ເພື່ອແນໃສ່ບັນລຸໄດ້ຄວາມຄືບໜ້າຢ່າງແທດຈິງໃນການເຈລະຈາ, ມຸ່ງໄປເຖິງການສ້າງຂອບເຂດການຮ່ວມມືດ້ານເສດຖະກິດ - ການຄ້າທີ່ມີສະຖຽນລະພາບ ແລະຍາວນານ.
    |
 |
ຄະນະເຈລະຈາຫວຽດນາມ ພົບປະກັບທ່ານ Steve Daines ສະມາຊິກບັນດາຄະນະກຳມະການການເງິນ ແລະການພົວພັນຕ່າງປະເທດ ອາເມລິກາ. ພາບ: vov.vn |
ໃນຂອບເຂດການເຄື່ອນໄຫວຢູ່ ອາເມລິກາ, ວັນທີ 22 ພຶດສະພາ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ຫງວຽນຮົ່ງຢຽນ, ຫົວໜ້າຄະນະເຈລະຈາລັດຖະບານ, ໄດ້ເຮັດວຽກກັບທ່ານລັດຖະມົນຕີກະຊວງການຄ້າ ອາເມລິກາ Howard Lutnick. ລັດຖະມົນຕີສອງທ່ານໄດ້ເຫັນດີຈະສືບຕໍ່ຊຸກຍູ້ການເຈລະຈາດ້ານເຕັກນິກ ແລະຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ເພື່ອແນໃສ່ບັນລຸໄດ້ຄວາມຄືບໜ້າຢ່າງແທດຈິງໃນການເຈລະຈາ, ມຸ່ງໄປເຖິງການສ້າງຂອບເຂດການຮ່ວມມືດ້ານເສດຖະກິດ - ການຄ້າ ທີ່ມີສະຖຽນລະພາບ ແລະຍາວນານ.
ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາຊຸກຍູ້ສະພາບແວດລ້ອມການຄ້າທີ່ຈະແຈ້ງ, ປອດໃສ, ພ້ອມທັງກຽມພ້ອມເພີ່ມທະວີການສົມທົບກັບອາເມລິກາ ໃນການປ້ອງກັນການສໍ້ໂກງດ້ານການຄ້າ, ທີ່ມາຂອງຜະລິດຕະພັນ ແລະການຂົນສົ່ງຜິດກົດໝາຍ.
ສ່ວນທ່ານລັດຖະມົນຕີ Howard Lutnick ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະເຈດຈຳນົງຂອງຫວຽດນາມ ໃນການເຈລະຈາສັນຍາສອງຝ່າຍກ່ຽວກັບການຄ້າສົມທົບ; ພ້ອມທັງຢັ້ງຢືນວ່າ ຫວຽດນາມ ແມ່ນຕະຫຼາດທີ່ສຳຄັນ, ດູດດື່ມສຳລັບບັນດາວິສາຫະກິດ ອາເມລິກາ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ