ກ່ອນນີ້ 50 ປີ, ວັນທີ 15 ພຶດສະພາ ປີ 1975, ຫວຽດນາມ ແລະ ເນປານ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ. ໃນໄລຍະເຄິ່ງສະຕະວັດທີ່ຜ່ານມາ, ສາຍພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ.
ວັນທີ 15 ພຶດສະພາ 1975, ຫວຽດນາມ ແລະ ເນປານ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ, ແມ່ນເຫດການປະຫວັດສາດເປີດໜ້າໃໝ່ໃນການພົວພັນມິດຕະພາບລະຫວ່າງສອງປະເທດ. ຕະຫຼອດເຄິ່ງສະຕະວັດທີ່ຜ່ານມາ, ການພົວພັນມິດຕະພາບລະຫວ່າງສອງປະເທດຍາມໃດກໍ່ໄດ້ຮັບການເພີ່ມພູນຄູນສ້າງ, ປັບປຸງ ແລະພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ, ນັບແຕ່ການເມືອງ, ການທູດຈົນເຖິງເສດຖະກິດ, ວັດທະນະທຳ. ໃນນັ້ນ, ບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນໄດ້ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ນໍ້າໃຈມິດຕະພາບລະຫວ່າງສອງປະເທດ.
ກ້າວເຂົ້າສູ່ສັງກາດໃໝ່, ດ້ວຍພື້ນຖານ 50 ປີແຫ່ງນໍ້າໃຈມິດຕະພາບອັນໜັກແໜ້ນ, ການພົວພັນ ຫວຽດນາມ - ເນປານ ສືບຕໍ່ພັດທະນາຢ່າງແຂງແຮງ, ແທດຈິງ, ມີປະສິດທິຜົນ ແລະຍືນຍົງກວ່າອີກ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງແຕ່ລະປະເທດ ກໍ່ຄືຂອງພາກພື້ນ ແລະໃນໂລກ.
    |
 |
ທ່ານ ຫງວຽນງອກຮຸ່ງ ຮອງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ຕ້ອນຮັບທ່ານ Rabindra Adhikari ປະທານ NPSC ໃນປີ 2024. ພາບ: Vietnam+ |
ການພົວພັນມິດຕະພາບລະຫວ່າງຫວຽດນາມ ແລະ ເນປານ ໄດ້ຮັບການສ້າງຕັ້ງບົນພື້ນຖານຄວາມຄ້າຍຄືກັນທາງດ້ານວັດທະນະທຳ, ປະຫວັດສາດ ແລະຄວາມສາມັກຄີ, ສະໜັບສະໜູນເຊິ່ງກັນ ແລະກັນໃນໄລຍະທີ່ຫຍຸ້ງຍາກ. ພາຍຫຼັງການສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ, ສອງປະເທດໄດ້ຮັກສາການສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສສາກົນ ແລະພາກພື້ນຢ່າງມີປະສິດທິຜົນ.
ທ່ານ Surenda Pandey, ໃນຖານະເປັນຮອງປະທານພັກກອມມູນິດເນປານ Marxist-Leninist (CPN-UML), ໄດ້ຕີລາຄາສູງບັນດາຜົນງານທີ່ປະຊາຊົນຫວຽດນາມ ບັນລຸໄດ້ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ຖືວ່າ ຫວຽດນາມ ແມ່ນແຮງບັນດານໃຈ ແລະເປັນແບບຢ່າງກ່ຽວກັບການພັດທະນາເສດຖະກິດ-ສັງຄົມທີ່ກ້າວກະໂດດຂັ້ນ ແລະລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ. ການຕີລາຄານີ້ໄດ້ສ້າງກຳລັງໜູນອັນໃຫຍ່ຫຼວງໃຫ້ແກ່ຫວຽດນາມ ແລະ ເນປານ ສືບຕໍ່ເພີ່ມພູນຄູນສ້າງການພົວພັນທີ່ເປັນມູນເຊື້ອ.
ສະຖານທູດ ຫວຽດນາມ ປະຈຳ ອິນເດຍ ແລະ ເນປານ, ພາຍໃຕ້ການຊີ້ນຳຂອງທ່ານ ຫງວຽນແທງຫາຍ ເອກອັກຄະລັດຖະທູດ ຍາມໃດກໍ່ໄດ້ໃຫ້ການສະໜັບສະໜູນອັນລ້ຳຄ່າ ແລະລຽນຕິດໃຫ້ແກ່ບັນດາການເຄື່ອນໄຫວພົວພັນຕ່າງປະເທດຂອງສະມາຄົມມິດຕະພາບ ຫວຽດນາມ-ເນປານ ແລະສະພາສັນຕິພາບ ແລະຄວາມສາມັກຄີ ເນປານ (NPSC). ການປະສານສົມທົບຢ່າງແໜ້ນແຟ້ນນີ້ແມ່ນປັດໄຈສຳຄັນ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວພົບປະແລກປ່ຽນປະຊາຊົນປະສົບຜົນສຳເລັດ.
ເຖິງວ່າການພົວພັນດ້ານການເມືອງ-ການທູດ ແລະການພົບປະແລກປ່ຽນປະຊາຊົນໄດ້ມີບາດກ້າວພັດທະນາຢ່າງຕັ້ງໜ້າກໍ່ຕາມ, ແຕ່ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນລະຫວ່າງ ຫວຽດນາມ ແລະ ເນປານ ຍັງຈຳກັດຢູ່, ບໍ່ສົມກັບຄວາມສາມາດບົ່ມຊ້ອນ ແລະຄວາມປາດຖະໜາຂອງສອງຝ່າຍ.
ທີ່ການເຮັດວຽກຕ່າງໆ, ສອງຝ່າຍໄດ້ເຫັນດີເປັນເອກະພາບກັນວ່າ ຕ້ອງມີມາດຕະການບຸກທະລຸເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ. ຝ່າຍ ເນປານ ປາດຖະໜາຢາກໃຫ້ບັນດາວິສາຫະກິດຫວຽດນາມ ເພີ່ມທະວີການລົງທຶນເຂົ້າເນປານ, ພິເສດແມ່ນບັນດາຂົງເຂດທີ່ປະເທດນີ້ມີຄວາມສາມາດບົ່ມຊ້ອນ ແລະຫວຽດນາມ ມີທ່າແຮງ ຄື: ໄຟຟ້ານ້ຳຕົກ, ພະລັງງານທົດແທນ, ການທ່ອງທ່ຽວ, ກະສິກຳເຕັກໂນໂລຢີສູງ. ສະມາຄົມມິດຕະພາບຫວຽດນາມ - ເນປານ ແລະ NPSC ໄດ້ ແລະກໍາລັງມານະພະຍາຍາມສວມບົດບາດເປັນຂົວເຊື່ອມຕໍ່ທີ່ຕັ້ງໜ້າລະຫວ່າງວິສາຫະກິດຂອງສອງປະເທດ.
ປີ 2025 ແມ່ນປີທີ່ສ້າງຂີດໝາຍສຳຄັນທີ່ສຸດ: ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ເນປານ ຢ່າງເປັນທາງການ. ນີ້ແມ່ນໂອກາດເພື່ອໃຫ້ສອງປະເທດຫວນຄືນໄລຍະທາງແຫ່ງການຮ່ວມມືໃນໄລຍະຜ່ານມາ, ພ້ອມທັງວາງອອກບັນດາເປົ້າໝາຍ ແລະທິດທາງໃໝ່ເພື່ອພັດທະນາການພົວພັນທາງການທູດ, ພັດທະນານໍ້າໃຈມິດຕະພາບ ແລະການຮ່ວມມືໃນອະນາຄົດ.
ໂດຍເຫັນດີເປັນເອກະພາບຕໍ່ກັບຄວາມຮັບຮູ້ກ່ຽວກັບຄວາມສຳຄັນຂອງເຫດການນີ້, ສະມາຄົມມິດຕະພາບຫວຽດນາມ-ເນປານ ແລະ NPSC ໄດ້ສົມທົບກັນສ້າງແຜນການເຄື່ອນໄຫວເພື່ອລາຍງານຕໍ່ການນຳຂອງສອງປະເທດຊີ້ນຳການຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງຢ່າງສະຫງ່າຜ່າເຜີຍ, ສົມກຽດ, ມີຄວາມໝາຍ ແລະແທດຈິງຢູ່ຫວຽດນາມ ແລະ ເນປານ.
ການຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງນີ້ສຳເລັດບໍ່ພຽງແຕ່ແມ່ນໂອກາດເພື່ອຫວນຄືນມູນເຊື້ອມິດຕະພາບເທົ່ານັ້ນ ຫາກຍັງແມ່ນກາລະໂອກາດເພື່ອສ້າງບາດກ້າວບຸກທະລຸໃໝ່, ຍົກລະດັບການພົວພັນສອງຝ່າຍຂຶ້ນສູ່ໄລຍະພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະຍືນຍົງກວ່າເກົ່າອີກດ້ວຍ.
ດ້ວຍຄວາມເຫັນດີເຫັນພ້ອມ ແລະຄວາມຕັດສິນໃຈ, ການພົວພັນມິດຕະພາບຫວຽດນາມ - ເນປານ ແນ່ນອນວ່າຈະສືບຕໍ່ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງຫຼາຍກວ່າອີກ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະຄວາມຈະເລີນຮຸ່ງເຮືອງໃນພາກພື້ນ ແລະໃນໂລກ.
ໂດຍ: ຈາງຫງວຽນ