ນັກຂ່າວ: ທ່ານເອກອັກຄະລັດຖະທູດ ຕີລາຄາຄືແນວໃດກ່ຽວກັບຜົນງານການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະເມັກຊິກໂກ ໃນ 50 ປີຜ່ານມາ? ແມ່ນຫຍັງເປັນທ່າແຮງຄວນເສີມຂະຫຍາຍ?

ທ່ານ ຫງວຽນວັນຫ໋າຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເມັກຊິກໂກ: ພາຍຫຼັງ 50 ປີ, ການພົວພັນສອງປະເທດໄດ້ພັດທະນາຢ່າງຮອບດ້ານ, ກວມລວມຂົງເຂດທີ່ແຕກຕ່າງກັນ, ນັບມື້ນັບເຂົ້າສູ່ແທດຈິງ ແລະມີປະສິດທິຜົນ. ສິ່ງດັ່ງກ່າວບໍ່ພຽງແຕ່ສ່ອງແສງໃຫ້ເຫັນຄວາມສະໜິດຕິດພັນລະຫວ່າງສອງຊາດເທົ່ານັ້ນ, ຫາກຍັງຢັ້ງຢືນຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງເພື່ອໃຫ້ການພົວພັນລະຫວ່າງສອງປະເທດສືບຕໍ່ພັດທະນາຢ່າງແຂງແຮງໃນອະນາຄົດອີກດ້ວຍ.

ການພົວພັນດ້ານການເມືອງ-ການທູດລະຫວ່າງສອງປະເທດໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງດ້ວຍການຮັກສາກົນໄກຮ່ວມມືສອງຝ່າຍ ກໍ່ຄືຜ່ານການຢ້ຽມຢາມ, ການພົບປະຂັ້ນສູງ ແລະການສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສຫຼາຍຝ່າຍ, ຄື: ສະຫະປະຊາຊາດ, ເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC), ສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP)... ບົນພື້ນຖານນັ້ນ, ໃນຊຸມປີມໍ່ໆມານີ້, ການຮ່ວມມືດ້ານເສດຖະກິດ-ການຄ້າໄດ້ມີເງື່ອນໄຂສະດວກເພື່ອບືນຕົວຂຶ້ນຢ່າງແຂງແຮງ...

leftcenterrightdel
ທ່ານ ຫງວຽນວັນຫ໋າຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເມັກຊິກໂກ. ພາບ: ສໍານັກຂ່າວສານຫວຽດນາມ

ພາຍຫຼັງ 50 ປີແຫ່ງການພັດທະນາການພົວພັນ, ຮອດເວລາພິຈາລະນາ ແລະຍົກການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່, ກ່ອນອື່ນໝົດແມ່ນຄູ່ຮ່ວມມືຮອບດ້ານ, ຈາກນັ້ນມຸ່ງໄປເຖິງຄູ່ຮ່ວມມືຍຸດທະສາດແນໃສ່ສ້າງກອບ ແລະຂົງເຂດພັດທະນາໃໝ່ໃຫ້ການພົວພັນ ຫວຽດນາມ-ເມັກຊິກໂກ. ຈຸດທີ 2 ຄວນເສີມຂະຫຍາຍນັ້ນແມ່ນສອງປະເທດລ້ວນແຕ່ແມ່ນພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ ແລະມີທີ່ຕັ້ງໃນເວທີສາກົນ ແລະລ້ວນແຕ່ແມ່ນສະມາຊິກຂອງສັນຍາ CPTPP. ສຸດທ້າຍ, ແມ່ນຄວນເສີມຂະຫຍາຍປັດໄຈວັດທະນະທຳ ແລະການພົບປະແລກປ່ຽນປະຊາຊົນເພື່ອສ້າງພື້ນຖານອັນໜັກແໜ້ນ, ຍາວນານໃຫ້ແກ່ການພົວພັນສອງປະເທດ. ທັງຫວຽດນາມ ແລະເມັກຊິກໂກ ລ້ວນແຕ່ມີພື້ນຖານວັດທະນະທຳທີ່ເຕັມໄປດ້ວຍສີສັນ ແລະຫຼາກຫຼາຍຊົນເຜົ່າ. ນີ້ແມ່ນເງື່ອນໄຂສະດວກເພື່ອຍູ້ແຮງການແລກປ່ຽນ, ຮ່ວມມືໃນຂົງເຂດນີ້, ປັບປຸງພື້ນຖານການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງຊາດ.

ນັກຂ່າວ: ທ່ານເອກອັກຄະລັດຖະທູດ  ໃຫ້ຂໍ້ສັງເກດຄືແນວໃດກ່ຽວກັບຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ທັງການພົວພັນສອງຝ່າຍ ກໍ່ຄືການປະສານສົມທົບຢູ່ເວທີສາກົນ ແລະເວທີປາໄສຫຼາຍຝ່າຍ?

ທ່ານ ຫງວຽນວັນຫ໋າຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເມັກຊິກໂກ: ປີ 2025 ບໍ່ພຽງແຕ່ເປັນຂີດໝາຍໃນໄລຍະທາງ 50 ປີແຫ່ງການພົວພັນ ຫວຽດນາມ-ເມັກຊິກໂກ ເທົ່ານັ້ນ, ຫາກຍັງເປີດແງ່ຫວັງໃໝ່ ເພື່ອໃຫ້ສອງປະເທດສືບຕໍ່ເຮັດໃຫ້ການຮ່ວມມືສອງຝ່າຍເລິກເຊິ່ງ, ພ້ອມທັງປະສານສົມທົບກັນຢ່າງມີປະສິດທິຜົນກວ່າຢູ່ເວທີປາໄສຫຼາຍຝ່າຍ, ເພື່ອພາລະກິດສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງຢູ່ໃນໂລກ.

ທາງດ້ານການເມືອງ-ການທູດ, ບົນພື້ນຖານ 50 ປີແຫ່ງການພົວພັນມິດຕະພາບ ແລະການຮ່ວມມື, ສອງຝ່າຍພວມຕັ້ງໜ້າມຸ່ງໄປເຖິງການຍົກລະດັບການພົວພັນ ແລະພວມເຈລະຈາກ່ຽວກັບສັນຍາ, ຂໍ້ຕົກລົງຫຼາຍສະບັບເພື່ອສ້າງກອບນິຕິກຳໃຫ້ການພົວພັນສອງຝ່າຍພັດທະນາຢ່າງໝັ້ນຄົງ ແລະຍາວນານ.

ສິ່ງເປັນໜ້າສົນໃຈ, ການຮ່ວມມືດ້ານເສດຖະກິດ-ການຄ້າ ສືບຕໍ່ແມ່ນໜຶ່ງໃນບັນດາເສົາຄໍ້າສຳຄັນທີ່ສຸດໃນການພົວພັນສອງຝ່າຍ. ໃນຂົງເຂດນີ້, ຄວາມສາມາດບົ່ມຊ້ອນການຮ່ວມມືຍັງມີຂະໜາດໃຫຍ່ຫຼວງຍ້ອນວ່າ ສອງຝ່າຍຍັງບໍ່ທັນຂຸດຄົ້ນຄວາມສາມາດບົ່ມຊ້ອນ, ກຳລັງແຮງຂອງກັນໄດ້ໝົດເທື່ອ ແລະຍັງບໍ່ທັນເໝາະສົມກັບກຳລັງແຮງ, ກໍາລັງຄວາມສາມາດບົ່ມຊ້ອນດ້ານເສດຖະກິດຂອງສອງປະເທດເທື່ອ. ດ້ວຍບົດບາດເປັນຂົວຕໍ່ລະຫວ່າງອາຊຽນ ແລະອາເມລິກາລາຕິນ, ສອງປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອເພີ່ມທະວີການເຊື່ອມຕໍ່ລະຫວ່າງພາກພື້ນ...

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ໃນປີນີ້, ສອງຝ່າຍໄດ້ປະສານສົມທົບຄືແນວໃດເພື່ອຈັດຕັ້ງສະເຫຼີມສະຫຼອງເຫດການນີ້ຢູ່ສອງປະເທດ?

ທ່ານ ຫງວຽນວັນຫ໋າຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເມັກຊິກໂກ: ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນສອງຝ່າຍແມ່ນເຫດການໃຫຍ່ທີ່ສອງຝ່າຍໄດ້ເອົາໃຈໃສ່ເປັນພິເສດ ແລະສົມທົບກັນຢ່າງແໜ້ນແຟ້ນໃນການດຳເນີນບັນດາການເຄື່ອນໄຫວສະເຫຼີມສະຫຼອງ, ທັງສະແດງໃຫ້ເຫັນນໍ້າໃຈມິດຕະພາບ ແລະການພົວພັນຮ່ວມມືລະຫວ່າງສອງປະເທດເພື່ອນມິດທີ່ເປັນມູນເຊື້ອ ແລະສະແດງໃຫ້ເຫັນຢ່າງຈະແຈ້ງຄໍາໝັ້ນສັນຍາການພັດທະນາການພົວພັນ ຫວຽດນາມ-ເມັກຊິກໂກ ຢ່າງແຂງແຮງໃນໄລຍະຈະມາເຖິງ. ບັນດາການເຄື່ອນໄຫວສະເຫຼີມສະຫຼອງເມື່ອຂຶ້ນແຜນຄາດຄະເນລາຍການ ແລະຈັດຕັ້ງຢູ່ແຕ່ລະປະເທດ, ລ້ວນແຕ່ໄດ້ຮັບການໜູນຊ່ວຍ, ຮ່ວມເດີນທາງ ແລະສະໜັບສະໜູນຈາກອົງການທີ່ກ່ຽວຂ້ອງທັງສູນກາງ ແລະທ້ອງຖິ່ນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດຂອງແຕ່ລະການເຄື່ອນໄຫວ.

ຫວ່າງມໍ່ໆມານີ້, ຢູ່ຫວຽດນາມ, ກອງປະຊຸມສໍາມະນາສາກົນ “50 ປີແຫ່ງການພົວພັນຫວຽດນາມ-ເມັກຊິກໂກ: ສະພາບການປະຈຸບັນ ແລະແງ່ຫວັງ” ກໍ່ໄດ້ຈັດຕັ້ງໃນວັນທີ 23 ເມສາ, ຢູ່ຮ່າໂນ້ຍ, ໂດຍສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ແລະສະຖານທູດເມັກຊິກໂກ ສົມທົບກັນຈັດຕັ້ງປະຕິບັດ. ເຫດການໄດ້ເຕົ້າໂຮມເອົານັກການທູດຂອງທັງພາກພື້ນອາເມລິກາລາຕິນ ແລະນັກຮຽນຮູ້, ບັນດາວິສາຫະກິດໃນຫຼາຍຂົງເຂດແຕກຕ່າງກັນຂອງຫວຽດນາມ... ຄາດວ່າ, ງານວາງສະແດງ “ເດີນທາງໄປເມັກຊິກໂກ ບູຮານ” ຈະດຳເນີນຢູ່ຮ່າໂນ້ຍ ໃນເດືອນພຶດສະພານີ້, ໂດຍສະຖານທູດເມັກຊິກໂກ ແລະອົງການວັດທະນະທຳຫວຽດນາມຈັດຕັ້ງ, ແນໃສ່ວາງສະແດງມໍລະດົກວັດທະນະທຳ ແລະພື້ນຖານທີ່ສີວິໄລຂອງເມັກຊິກໂກ.

ຢູ່ເມັກຊິກໂກ, “ວັນວັດທະນະທຳຫວຽດນາມ” ໄດ້ຈັດຂຶ້ນໃນລະຫວ່າງວັນທີ 29-30 ມີນາ ຢູ່ເມັກຊິກໂກ ໂດຍສະຖານທູດຫວຽດນາມ ສົມທົບກັບອົງການທີ່ກ່ຽວຂ້ອງຂອງເມັກຊິກໂກ ຈັດຕັ້ງ. ຄາດວ່ານັບແຕ່ນີ້ຮອດທ້າຍປີ, ສະຖານທູດຫວຽດນາມ ຈະສືບຕໍ່ຈັດຕັ້ງບັນດາ ເຫດການເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນສອງປະເທດ, ປະກອບສ່ວນໂຄສະນາໃຫ້ແກ່ການສົ່ງເສີມການລົງທຶນ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ.

ຫວັງວ່າບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນຈະວາງພື້ນຖານໃຫ້ແກ່ການພົວພັນຮ່ວມມືຮອບດ້ານ, ຍາວນານ, ຍືນຍົງ ແລະນັບມື້ນັບນຳເອົາຜົນປະໂຫຍດແທດຈິງມາໃຫ້ປະຊາຊົນສອງປະເທດ.

ນັກຂ່າວ: ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ສອງປະເທດຄວນເຮັດຫຍັງແດ່ເພື່ອໃຫ້ການພົວພັນສອງຝ່າຍສືບຕໍ່ພັດທະນາໃນໄລຍະຈະມາເຖິງ?

ທ່ານ ຫງວຽນວັນຫ໋າຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເມັກຊິກໂກ: ເພື່ອໃຫ້ການພົວພັນສອງຝ່າຍລະຫວ່າງຫວຽດນາມ ແລະເມັກຊິກໂກ ສືບຕໍ່ພັດທະນາຢ່າງແຂງແຮງໃນໄລຍະຈະມາເຖິງ, ສອງປະເທດຄວນສົມທົບກັນຢ່າງແໜ້ນແຟ້ນ, ເສີມຂະຫຍາຍທ່າແຮງທີ່ມີຢູ່ແລ້ວ ແລະຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະຝ່າຍ.

ເພື່ອນໍາການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບເຂົ້າສູ່ແທດຈິງ ແລະມີປະສິດທິຜົນ, ນຳເອົາຜົນປະໂຫຍດແທດຈິງມາໃຫ້ແຕ່ລະປະເທດ, ຄວນຜັນຂະຫຍາຍມາດຕະການຢ່າງຄົບຊຸດ ເພື່ອຊຸກຍູ້ການພົວພັນສອງປະເທດໃນທຸກດ້ານ. ທາງດ້ານການເມືອງ-ການທູດ, ນັ້ນແມ່ນການຍົກລະດັບການພົວພັນສອງຝ່າຍ ແລະສໍາເລັດບັນດາກອບນິຕິກໍາເພື່ອສ້າງບັນຍາກາດໃໝ່ໃຫ້ແກ່ການພັດທະນາການພົວພັນ ແລະສ້າງພື້ນຖານນິຕິກໍາໃຫ້ແກ່ການພົວພັນແບບຍືນຍົງ ແລະຍາວນານ.

ກ່ຽວກັບດ້ານເສດຖະກິດ, ການຄ້າ, ສອງຝ່າຍຕ້ອງຍາດແຍ່ງກາລະໂອກາດຢ່າງສຸດຂີດຈາກສັນຍາ CPTPP; ເພີ່ມທະວີການໂຄສະນາ, ສະໜອງຂໍ້ມູນຂ່າວສານໃຫ້ວິສາຫະກິດກ່ຽວກັບກາລະໂອກາດດໍາເນີນທຸລະກິດ ກໍ່ຄືຊ່ວຍເຂົາເຈົ້າຊອກຫາຄູ່ຮ່ວມມືເມື່ອທຳມາຫາກິນຢູ່ຕະຫຼາດຂອງແຕ່ລະຝ່າຍ...

ນັກຂ່າວ: ຂໍຂອບໃຈທ່ານ!

ໂດຍ: ເຈິ່ນຮວ່ຽນ