ສະຕາດອັບ ແລະຄວາມຄາດຫວັງຢາກເປັນເຈົ້າຂອງ
ກປ.ອອນໄລ - ສະຕາດອັບ ແມ່ນຂະບວນການທີ່ກໍາລັງພັດທະນາຢ່າງແຂງແຮງ ຢູ່ຫວຽດນາມ. ໃນບົດຂຽນ “ກຳລັງໜູນໃໝ່ໃຫ້ການພັດທະນາເສດຖະກິດ”, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ຮຽກຮ້ອງໃຫ້ “ຊຸກຍູ້ການພັດທະນາສັງຄົມ ທີ່ມີແນວຄິດສະຕາດອັບ, ຄວາມຄາດຫວັງຢາກເປັນເຈົ້າຂອງ, ພິເສດແມ່ນໃນຂົງເຂດນະວັດຕະກໍາ”.
ໄລ່ມາຮອດປະຈຸບັນ, ຫວຽດນາມ ມີວິສາຫະກິດເກືອບ 1 ລ້ານແຫ່ງ. ຈິດໃຈລວມຂອງວິສາຫະກິດແມ່ນຄວາມສາມາດກຳໄດ້ໂອກາດໃນການດໍາເນີນທຸລະກິດ ແລະມີແນວຄິດປ່ຽນແປງໃໝ່ປະດິດຄິດສ້າງ. ຍ້ອນຈິດໃຈສະຕາດອັບ ເປັນປັດໄຈສ້າງຕັ້ງປະຊາຄົມວິສາຫະກິດໃຫ້ມີການພັດທະນາຫຼາຍຮູບຫຼາຍແບບໃນທຸກຂົງເຂດ.
ເຖິງວ່າບັນລຸໄດ້ຜົນສຳເລັດໃດໜຶ່ງກໍຕາມ, ແຕ່ຜ່ານການເຄື່ອນໄຫວຕົວຈິງແລ້ວ, ວິສາຫະກິດເລີ່ມດໍາເນີນທຸລະກິດຢ່າງມີຫົວຄິດປະດິດສ້າງ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ເປັນຕົ້ນແມ່ນໃນການປະຕິບັດນະໂຍບາຍ. ເອກະສານທາງດ້ານກົດໝາຍບາງສະບັບຍັງບໍ່ທັນມີຄວາມເປັນເອກະພາບ, ເຮັດໃຫ້ການເກີດຂໍ້ຕິດຂັດ ແລະບໍ່ປະຕິບັດຕາມກົນໄກບຸລິມະສິດ, ໜູນຊ່ວຍໃຫ້ແກ່ການເຄື່ອນໄຫວເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ.
ເພື່ອຊຸກຍູ້ການພັດທະນາການເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ, ຕ້ອງກໍ່ສ້າງ ແລະປັບປຸງກອບນິຕິກໍາໃຫ້ສົມບູນແບບໂດຍໄວ, ສ້າງຄວາມເປັນເອກະພາບ ແລະຄົບຊຸດໃນການປະຕິບັດ ແລະມີນະໂຍບາຍໜູນຊ່ວຍວິສາຫະກິດ. ບາງວຽກງານຮີບດ່ວນເຊິ່ງທ່ານເລຂາທິການໃຫຍ່ ກໍ່ໄດ້ຊີ້ນຳນັ້ນແມ່ນຜັນຂະຫຍາຍບ້ວງສິນເຊື່ອບຸລິມະສິດສໍາລັບວິສາຫະກິດຂະໜາດກາງ ແລະນ້ອຍໃນທັນທີຜ່ານກອງທຶນຄ້ຳປະກັນສິນເຊື່ອແຫ່ງລັດ. ສະຫງວນ 5-10% ຂອງກອງທຶນທີ່ດິນບຸລິມະສິດຢູ່ເຂດເຕັກໂນໂລຢີສູງເພື່ອໃຫ້ບໍລິສັດໃໝ່ ມາເຊົ່າດ້ວຍລາຄາບຸລິມະສິດ. ກໍ່ສ້າງສູນໃຫ້ຄຳປຶກສາດ້ານກົດໝາຍໂດຍບໍ່ເສຍຄ່າ ຫຼືໜູນຊ່ວຍດ້ານລາຄາໃຫ້ແກ່ວິສາຫະກິດຂະໜາດກາງ ແລະນ້ອຍ ຢູ່ທ້ອງຖິ່ນຕ່າງໆ...
ສາມາດເຫັນໄດ້ວ່າ ຈິດໃຈສະຕາດອັບໄດ້ຮັບການສົ່ງເສີມ, ສ້າງເງື່ອນໄຂ, ອຳນວຍຄວາມສະດວກໃນການພັດທະນາຈະສ້າງລະບົບນິເວດສະຕາດອັບທີ່ປະດິດຄິດສ້າງ ແລະຍືນຍົງ, ຊຸກຍູ້ການເຕີບໂຕເສດຖະກິດ. ການເຂົ້າຮ່ວມຂອງທ່ົວລະບົບການເມືອງ, ຄວາມຄົບຊຸດໃນການປະຕິບັດນະໂຍບາຍ, ກົດໝາຍຈະສ້າງເປັນວິສາຫະກິດລຸ້ນໃໝ່ ດ້ວຍຈິດໃຈສະຕາດອັບທີ່ແຂງແຮງ, ມີຄວາມເຊື່ອໝັ້ນຕົນເອງບືນຕົວຂຶ້ນສ້າງຜົນງານໃໝ່.
ໂດຍ: ທູຈາງ