ຫວຽດນາມ-ໂອຕຣິດ ຮ່ວມມືພັດທະນາເຕັກໂນໂລຢີສູງ ແລະນະວັດຕະກໍາ
ກປ.ອອນໄລ - ເວທີປາໄສ “ການຮ່ວມມືເຕັກໂນໂລຢີສູງ ແລະນະວັດຕະກໍາຫວຽດນາມ-ໂອຕຣິດ” ຈະດໍາເນີນຢູ່ Vienna ວັນທີ 16 ພຶດສະພາ, ດ້ວຍການເຂົ້າຮ່ວມຂອງຫຼາຍກຸ່ມບໍລິສັດເຕັກໂນໂລຢີໃຫຍ່ສອງປະເທດ.
ສູນນະວັດຕະກໍາແຫ່ງຊາດ (NIC) ໃຫ້ຮູ້ວ່າ ວັນທີ 16 ພຶດສະພາ ຈະມາເຖິງ, ທີ່ Vienna, ໂອຕຣິດ, ສະຖານທູດຫວຽດນາມ ປະຈໍາ ໂອຕຣິດ ສົມທົບກັບສູນນະວັດຕະກໍາແຫ່ງຊາດ (ກະຊວງການເງິນ) ແລະຫ້ອງການການຄ້າໂອຕຣິດ ຈັດຕ້ັງເວທີປາໄສ “ການຮ່ວມມືເຕັກໂນໂລຢີສູງ ແລະນະວັດຕະກໍາຫວຽດນາມ-ໂອຕຣິດ”.
    |
 |
ເວທີປາໄສ “ການຮ່ວມມືເຕັກໂນໂລຢີສູງ ແລະນະວັດຕະກໍາຫວຽດນາມ-ໂອຕຣິດ” ຈະໄດ້ຈັດຕັ້ງໃນວັນທີ 16 ພຶດສະພາ. ພາບ: NIC |
ທ່ານ ຫງວຽນຈ໊ິຢຸງ ຮອງນາຍົກລັດຖະມົນຕີຈະເຂົ້າຮ່ວມ ແລະກ່າວຄໍາເຫັນໂດຍກົງຊີ້ນໍາທີ່ເວທີປາໄສ. ເຫດການຄາດຄະເນເຕົ້າໂຮມຫຼາຍກຸ່ມບໍລິສັດແຖວໜ້າຂອງ ໂອຕຣິດ ແລະຫວຽດນາມ ໃນບັນດາຂົງເຂດປັນຍາປະດິດ (AI), ເຕັກໂນໂລຢີສຸຂະພາບ, ເຄິ່ງຊັກນໍາໄຟຟ້າ, ຄວາມໝັ້ນຄົງທາງອິນເຕີແນັດ, ຄື: UNIDO, TTTech, Infineon, Technologies Austria, Siconnnex, Dynatrace, FPT, VNPT, Sovico, Genetica...
ທ່ານ ຫວູເລທ໊າຍຮວ່າງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສາທາລະນະລັດໂອຕຣິດ, ໃຫ້ຮູ້ວ່າ ນີ້ແມ່ນເວທີປາໄສທໍາອິດໄດ້ຈັດຕັ້ງທີ່ເອີລົບ ເພື່ອຊຸກຍູ້ການແລກປ່ຽນຂໍ້ມູນຂ່າວສານ, ອັບເດດແຜນນະໂຍບາຍ ແລະລະບົບນິເວດວິທະຍາສາດເຕັກໂນໂລຢີ ແລະນະວັດຕະກໍາສອງປະເທດ, ສ້າງເວທີປາໄສໂຄສະນາ, ເຊື່ອມຕໍ່ປະຊາຄົມວິສາຫະກິດເຕັກໂນໂລຢີຫວຽດນາມ ແລະໂອຕຣິດ ເພື່ອເປີດເສັ້ນທາງມຸ່ງເຖິງລົງນາມ, ການຮ່ວມມືລະອຽດ. ເວທີປາໄສກໍ່ແມ່ນຂີດໝາຍສໍາຄັນໃນວິວັດການຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະໂອຕຣິດ ໃນຂົງເຂດເຕັກໂນໂລຢີ ແລະນະວັດຕະກໍາ.
ໂດຍ: ໄຊນີດາ