ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລີມ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ຈັດຕັ້ງຢ່າງສົມກຽດຢູ່ທຳນຽບປະທານາທິບໍດີ ພາຍໃຕ້ການເປັນປະທານຂອງທ່ານ Ilham Aliyev ປະທານາທິບໍດີແຫ່ງ ສ. ອາແຊກໄບຊານ ພ້ອມດ້ວຍພັນລະຍາ.
ສອງປະເທດຕັດສິນໃຈຊຸກຍູ້ການຮ່ວມມືໃນທຸກຂົງເຂດກວ່າອີກ
ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະທ່ານ Ilham Aliyev ປະທານາທິບໍດີແຫ່ງ ສ. ອາແຊກໄບຊານ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສອງປະເທດດຳເນີນການພົບປະເຈລະຈາ. ພາຍຫຼັງການພົບປະເຈລະຈາ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະທ່ານ Ilham Aliyev ປະທານາທິບໍດີແຫ່ງ ສ. ອາແຊກໄບຊານ ໄດ້ເປັນສັກຂີພິຍານພິທີມອບ-ຮັບເອກະສານຮ່ວມມືລະຫວ່າງຫວຽດນາມ ແລະ ອາແຊກໄບຊານ ແລະກ່າວຄຳເຫັນຕໍ່ສື່ມວນຊົນ.
ກ່າວຄຳເຫັນຕໍ່ສື່ມວນຊົນ, ທ່ານ Ilham Aliyev ໃຫ້ຮູ້ວ່າ ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ປຶກສາຫາລືຫຼາຍບັນຫາສຳຄັນ ແລະບັນດາເອກະສານທີ່ໄດ້ລົງນາມໃນມື້ນີ້ພິສູດໃຫ້ເຫັນວ່າ ສອງຝ່າຍກຳລັງມີບາດກ້າວເດີນສຳຄັນເພື່ອມຸ່ງເຖິງອະນາຄົດ. ເລື່ອງ ທ່ານເລຂາທິການໃຫຍ່ ໂຕເລີມ ມີການຢ້ຽມຢາມທາງລັດຖະກິດ ສ. ອາແຊກໄບຊານ ຄັ້ງນີ້ ແລະເປັນສັກຂີພິຍານການມອບ-ຮັບເອກະສານຮ່ວມມືສະແດງໃຫ້ເຫັນຄວາມສຳຄັນຂອງການຮ່ວມມືສອງຝ່າຍ, ໂດຍສະເພາະແມ່ນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ການສຶກສາ, ໂລຢິກສະຕິກ. ໃນໄລຍະຈະມາເຖິງ, ສອງຝ່າຍກໍ່ເຫັນດີເປັນເອກະພາບເປີດກວ້າງການຮ່ວມມືບໍ່ພຽງແຕ່ດ້ານການຄ້າເທົ່ານັ້ນ ຫາກຍັງປາດຖະໜາຢາກຮ່ວມມືລົງທຶນສູ່ກັນ; ຈັດຕັ້ງກອງປະຊຸມຄະນະກຳມະການລະຫວ່າງລັດຖະບານສອງປະເທດໂດຍໄວ ເພື່ອແນໃສ່ເພີ່ມທະວີຊຸກຍູ້ບັນດາຂໍ້ຕົກລົງຮ່ວມມືລະຫວ່າງສອງປະເທດ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລີມ ພົບປະເຈລະຈາກັບທ່ານ Ilham Aliyev ປະທານາທິບໍດີແຫ່ງ ສ. ອາແຊກໄບຊານ. ພາບ: ສຳນັກຂ່າວສານຫວຽດນາມ |
ທ່ານປະທານາທິບໍດີແຫ່ງ ສ. ອາແຊກໄບຊານ ຢັ້ງຢືນວ່າ ນີ້ແມ່ນການຢ້ຽມຢາມ ອາແຊກໄບຊານ ຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນທາງການທູດໃນປີ 1992. ສິ່ງດັ່ງກ່າວພິສູດໃຫ້ເຫັນການຖືເປັນສຳຄັນ ແລະຄວາມຕັດສິນໃຈຂອງຫວຽດນາມ ໃນການຊຸກຍູ້ການຮ່ວມມືກັບ ອາແຊກໄບຊານ ໃນທຸກຂົງເຂດກວ່າອີກ, ສົມກັບການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ແລະຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງສອງປະເທດ.
ກ່າວຄຳເຫັນຕໍ່ສື່ມວນຊົນ, ທ່ານເລຂາທິການໃຫຍ່ ໂຕເລີມ ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດ, ອົບອຸ່ນ ເຊິ່ງທ່ານປະທານາທິບໍດີ, ການນຳ ແລະເພື່ອນມິດ ອາແຊກໄບຊານ ສະຫງວນໃຫ້ແກ່ຄະນະຜູ້ແທນຂັ້ນສູງຫວຽດນາມ. ທ່ານເລຂາທິການໃຫຍ່ ໃຫ້ຮູ້ວ່າ ສອງຝ່າຍຫາກໍ່ມີການພົບປະເຈລະຈາປະສົບຜົນສຳເລັດຢ່າງຈົບງາມ ແລະເຫັນດີເປັນເອກະພາບກ່ຽວກັບຫຼາຍທິດທາງຍຸດທະສາດເພື່ອແນໃສ່ພັດທະນາການພົວພັນສອງປະເທດໃນໄລຍະຈະມາເຖິງ. ສອງຝ່າຍປິຕິຊົມຊື່ນເມື່ອເຫັນວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມຫວຽດນາມ-ອາແຊກໄບຊານ ທີ່ໄດ້ກໍ່ຕັ້ງຂຶ້ນດ້ວຍການຢ້ຽມຢາມປະຫວັດສາດ ອາແຊກໄບຊານ ໃນປີ 1959 ຂອງປະທານໂຮ່ຈີມິນ, ສືບທອດດ້ວຍຫຼາຍການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດ, ໄດ້ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍຄວາມມານະພະຍາຍາມຂອງປະຊາຊົນສອງປະເທດ, ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງໃນຂົງເຂດການເມືອງ-ການທູດ, ພະລັງງານ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຄ້າ-ການລົງທຶນ, ການສຶກສາ-ກໍ່ສ້າງ...
ບົນພື້ນຖານຜົນງານທີ່ບັນລຸໄດ້ ແລະຄວາມສາມາດບົ່ມຊ້ອນຮ່ວມມືອັນໃຫຍ່ຫຼວງ, ສອງຝ່າຍເຫັນດີເປັນເອກະພາບຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ເປີດໄລຍະພັດທະນາໃໝ່ໃນການພົວພັນສອງປະເທດ. ຂອບເຂດຮ່ວມມືນີ້ຈະສ້າງພື້ນຖານໝັ້ນແກ່ນເພື່ອປັບປຸງ ແລະເຮັດໃຫ້ການພົວພັນຫວຽດນາມ-ອາແຊກໄບຊານ ເລິກເຊິ່ງກວ່າອີກ, ຍາດແຍ່ງທ່າແຮງຂອງກັນເພື່ອສອງປະເທດສືບຕໍ່ພັດທະນາຢ່າງໄວ ແລະຍືນຍົງໃນສະພາບການໃໝ່.
5 ກຸ່ມມາດຕະການນໍາການພົວພັນສອງຝ່າຍກ້າວເຂົ້າສູ່ສັງກາດພັດທະນາໃໝ່
ເພື່ອຫັນເນື້ອໃນໃນຖະແຫຼງການຮ່ວມໃຫ້ປະກົດຜົນເປັນຈິງ, ເພື່ອແນໃສ່ນຳການພົວພັນສອງຝ່າຍກ້າວເຂົ້າສູ່ສັງກາດພັດທະນາໃໝ່, ທ່ານເລຂາທິການໃຫຍ່ ໃຫ້ຮູ້ວ່າ ສອງຝ່າຍໄດ້ເຫັນດີເປັນເອກະພາບຢ່າງສູງກ່ຽວກັບ 5 ກຸ່ມມາດຕະການ: ເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງໃນທຸກຊ່ອງທາງພັກ, ລັດ, ສະພາແຫ່ງຊາດ ແລະທ້ອງຖິ່ນ; ຊຸກຍູ້ການພົວພັນລະຫວ່າງພັກກອມມູນິດຫວຽດນາມ ກັບພັກ ອາແຊກໄບຊານ ຫາກໍ່ກຳອຳນາດ ກໍ່ຄືບັນດາພັກການເມືອງ ທີ່ມີຖານະທີ່ຕັ້ງຢູ່ອາແຊກໄບຊານ; ປະຕິບັດຕາມບັນດາເອກະສານ/ຂໍ້ຕົກລົງຂັ້ນສູງທີ່ໄດ້ລົງນາມໃຫ້ມີປະສິດທິຜົນ; ສົມທົບຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ແລະຄົ້ນຄວ້າສ້າງຕັ້ງກົນໄກຮ່ວມມືໃໝ່; ຍູ້ແຮງການຮ່ວມມືເສດຖະກິດ-ການຄ້າແທດຈິງ, ຮອບດ້ານຜ່ານການເພີ່ມທະວີປະສິດທິຜົນຂອງຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືເສດຖະກິດ-ການຄ້າ ແລະວິທະຍາສາດ-ເຕັກນິກ, ຍູ້ແຮງການສົ່ງເສີມການຄ້າ, ການລົງທຶນ, ເຊື່ອມຕໍ່ປະຊາຄົມວິສາຫະກິດສອງປະເທດ; ສຸມໃສ່ພັດທະນາການຮ່ວມມືໃນເສົາຄ້ຳພະລັງງານ-ນ້ຳມັນອາຍແກັສ, ຄົ້ນຄວ້າຊຸກຍູ້ການຮ່ວມມືໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ຂົນສົ່ງທາງລົດໄຟ, ທາງທະລາ, ກະສິກຳ ແລະອຸດສາຫະກຳປຸງແຕ່ງ...
ສອງຝ່າຍຄວນຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຜ່ານການແລກປ່ຽນຄະນະ; ເພີ່ມທະວີການແລກປ່ຽນບົດຮຽນປະສົບການ ແລະການຮ່ວມມືໃນຂົງເຂດຕ່າງຝ່າຍຕ່າງມີຄວາມສົນໃຈ, ລວມມີການຮ່ວມມືແລກປ່ຽນຂໍ້ມູນຂ່າວສານ, ປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລີມ ແລະທ່ານ Ilham Aliyev ປະທານາທິບໍດີແຫ່ງ ສ. ອາແຊກໄບຊານ ເຂົ້າຮ່ວມກອງປະຊຸມຂ່າວ, ແຈ້ງໝາກຜົນການພົບປະເຈລະຈາ. ພາບ: ສຳນັກຂ່າວສານຫວຽດນາມ |
ສອງຝ່າຍເປີດກວ້າງການຮ່ວມມືດ້ານວັດທະນະທຳ, ກິລາ ແລະທ່ອງທ່ຽວ, ການສຶກສາ ແລະກໍ່ສ້າງ, ການພົບປະແລກປ່ຽນປະຊາຊົນ ແລະການຮ່ວມມືທ້ອງຖິ່ນ; ເຫັນດີເປັນເອກະພາບເວລາຈັດຕັ້ງກິດຈະກຳວັດທະນະທຳ, ສິລະປະຢູ່ສອງປະເທດ; ຍູ້ແຮງການໂຄສະນາເຜີຍແຜ່ກ່ຽວກັບຄວາມສາມາດບົ່ມຊ້ອນການທ່ອງທ່ຽວຂອງແຕ່ລະປະເທດເພື່ອດຶງດູດນັກທ່ອງທ່ຽວ.
ຫວຽດນາມ ແລະອາແຊກໄບຊານ ເພີ່ມທະວີການແລກປ່ຽນທັດສະນະກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຊຸກຍູ້ການຮ່ວມມືແກ້ໄຂບັນຫາຄວາມໝັ້ນຄົງບໍ່ແມ່ນການທະຫານ ແລະຄວາມໝັ້ນຄົງແມ່ນການທະຫານ, ສົມທົບຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ, ຄື: ສະຫະປະຊາຊາດ, ຂະບວນການບໍ່ຮ່ວມກຸ່ມ, ກອງປະຊຸມຂັ້ນສູງກ່ຽວກັບການສົມທົບກະທຳ ແລະບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈຢູ່ອາຊີ (CICA)... ສອງຝ່າຍເນັ້ນໜັກວ່າ ຈະສະໜັບ ສະໜູນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການບິນ, ການເດີນທະເລ ແລະການຄ້າຢູ່ທະເລຕາເວັນອອກ; ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນຳໃຊ້ ແລະນາບຂູ່ນຳໃຊ້ກຳລັງອາວຸດ, ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.
ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າດ້ວຍຄວາມຕັດສິນໃຈສູງຂອງການນຳ ແລະປະຊາຊົນສອງປະເທດ, ເຊື່ອໝັ້ນຢ່າງແນວແນ່ວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອາແຊກໄບຊານ ຈະພັດທະນານັບມື້ນັບແຂງແຮງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະວັດທະນາຖາວອນລວມຂອງພາກພື້ນ ແລະໂລກ.
* ຕອນເຊົ້າວັນທີ 7 ພຶດສະພາ, ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ມີການພົບປະກັບການນຳກຸ່ມບໍລິສັດ Kusto ແລະຜູ້ອໍານວຍການໃຫຍ່ກອງທຶນລົງທຶນແຫ່ງຊາດ ອາແຊກໄບຊານ. ຕ້ອນຮັບທ່ານປະທານບໍລິສັດຫຸ້ນສ່ວນກໍ່ສ້າງ Coteccons, ກຸ່ມບໍລິສັດ Kusto Bolat Duisenov, ທ່ານເລຂາທິການໃຫຍ່ ໂຕເລີມ ສະເໜີປະຊາຄົມວິສາຫະກິດສອງຝ່າຍ, ໃນນັ້ນມີກຸ່ມບໍລິສັດ Kusto ແລະບໍລິສັດຫຸ້ນສ່ວນກໍ່ສ້າງ Coteccons ເສີມຂະຫຍາຍທ່າໄດ້ປຽບ, ເຊື່ອມຕໍ່ລະຫວ່າງສອງປະເທດ ແລະກັບຕະຫຼາດທົ່ວໂລກ, ຜ່ານນັ້ນຍູ້ແຮງການຮ່ວມມືລົງທຶນ, ດຳເນີນທຸລະກິດໃນໄລຍະຈະມາເຖິງ. ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ພັກ ແລະລັດຫວຽດນາມ ຊົມເຊີຍກຸ່ມບໍລິສັດ Kusto ແລະ Coteccons ສືບຕໍ່ຄົ້ນຄວ້າ, ເປີດກວ້າງການຮ່ວມມືລົງທຶນໃນຂົງເຂດກໍ່ສ້າງ ແລະແຮ່ທາດດິນຫາຍາກຢູ່ ອາແຊກໄບຊານ ບົນຫຼັກການຮັບປະກັນປະສິດທິຜົນການລົງທຶນ ແລະຜົນປະໂຫຍດກົມກຽວລະຫວ່າງບັນດາຝ່າຍກ່ຽວຂ້ອງ, ເຄົາລົບຂໍ້ກຳນົດກົດໝາຍຂອງທັງສອງຝ່າຍ.
ໂດຍ: ແສງເດືອນ