ສົງຄາມປ້ອງກັນປິຕຸພູມ (1941-1945) ແມ່ນໜຶ່ງໃນບັນດາສົງຄາມທີ່ທໍລະຫົດ ແລະສະຫງ່າອົງອາດທີ່ສຸດໃນປະຫວັດສາດມວນມະນຸດ. ໃນສົງຄາມນີ້, ປະຊາຊົນ ແລະກອງທັບແດງໂຊວຽດ ໄດ້ພ້ອມກັບກໍາລັງກ້າວໜ້າທັງໝົດໃນໂລກລຸກຮື້ຂຶ້ນຕໍ່ສູ້ຕ້ານລັດທິຟາດຊິດ - ອິດທິກຳລັງໂຫດຮ້າຍທີ່ແຜ່ຂະຫຍາຍສົງຄາມ, ດັບສູນ ແລະຄວາມກຽດຊັງໃນທົ່ວຫ້າທະວີບ. ໄຊຊະນະວັນທີ 9 ພຶດສະພາ 1945 ຂອງກອງທັບແດງໂຊວຽດ ໄດ້ກາຍເປັນສັນຍາລັກອັນຍິ່ງໃຫຍ່ຂອງຈິດໃຈຕ້ານຟາດຊິດ, ປົດປ່ອຍມວນມະນຸດອອກຈາກໄພດັບສູນເຊື້ອຊາດ.

leftcenterrightdel
ຄະນະກອງທັບປະຊາຊົນຫວຽດນາມ ໃນການກວດຜ່ານຄັ້ງສຸດທ້າຍພິທີສວນສະໜາມ ຢູ່ຈັດຕຸລັດແດງ. ພາບ: ຮ່ຽນມີງ

ເມື່ອຫວນຄືນປະຫວັດສາດ, ໃນການສູ້ຮົບຢ່າງດຸເດືອດເພື່ອປົກປັກຮັກສາມົດສະກູ ໃນທ້າຍປີ 1941, ຕົ້ນປີ 1942, ຮູບແຖວຂອງກອງພັນໃຫຍ່ສາກົນ ຂຶ້ນກັບກອງພົນນ້ອຍລົດຈັກເຄື່ອນຍ້າຍພິເສດ (OMSBON) - ແມ່ນກໍາລັງຍອດຢ້ຽມໄດ້ລະດົມອອກສູ່ສະໜາມຮົບໂດຍກົງ-ມີນັກຮົບຫວຽດນາມ 7 ຄົນ. ນີ້ແມ່ນບັນດານັກຮຽນການທະຫານທີ່ປະທານໂຮ່ຈີມິນ ແລະພັກ ໄດ້ສົ່ງໄປຮຽນ, ບໍາລຸງສ້າງຢູ່ໂຊວຽດ ກ່ອນສົງຄາມ, ແນໃສ່ກະກຽມກຳລັງໃຫ້ແກ່ການປະຕິວັດປົດປ່ອຍຊາດ. ພ້ອມກັບສະມາຊິກ OMSBON ຫຼາຍພັນຄົນແມ່ນບັນດາຊາວໜຸ່ມທີ່ມີສັນຊາດແຕກຕ່າງກັນທີ່ມາຈາກແອັດສະປາຍ, ບຸນກາຣີ, ເຢຍລະມັນ, ເຊັກ, ໂປໂລຍ, ຮຸງກາຣີ, ອີຕາລີ, ເກຣັກ, ຝຣັ່ງ, ເຂົາເຈົ້າບໍ່ລັງເລໃຈທີ່ຈະເຂົ້າຮ່ວມກຸ່ມຂອງກອງທັບແດງໂຊວຽດ, ຕໍ່ສູ້ຢ່າງພິລະອາດຫານຕ້ານກອງທັບຟາດຊິດ. ຫຼາຍຄົນໃນຈຳນວນນັ້ນ,  ມີນັກຮົບຫວຽດນາມ ໄດ້ເສຍສະຫຼະຊີວິດໃນສົງຄາມ, ປະກອບສ່ວນກຳລັງແຮງສະກັດກັ້ນ ແລະດັບສູນລັດທິຟາດຊິດ, ນໍາເອົາສັນຕິພາບມາໃຫ້ມວນມະນຸດ.

ວັນທີ 12 ທັນວາ ປີ 1986, ຕາມລັດຖະບັນຍັດຂອງປະທານຄະນະປະທານໂຊວຽດ ສູງສຸດສະຫະພາບໂຊວຽດ, ລັດສະຫະພາບໂຊວຽດ ໄດ້ມອບຫຼຽນໄຊສົງຄາມປົກປັກຮັກສາປະເທດຊາດ ຊັ້ນ I ແລະຫຼຽນໄຊເຊີດຊູ 40 ປີແຫ່ງວັນໄຊຊະນະໃຫ້ແກ່ນັກຮົບຫວຽດນາມ 7 ຄົນທີ່ເຂົ້າຮ່ວມສົງຄາມປ້ອງກັນປິຕຸພູມ.

ຫວຽດນາມ ຍາມໃດກໍ່ເຄົາລົບ ແລະເອກອ້າງທະນົງໃຈຢ່າງສູງຕໍ່ການປະກອບສ່ວນຂອງຕົນໃນໄຊຊະນະຟາດຊິດ ຂອງມວນມະນຸດ, ຖືວ່າແມ່ນພາກສ່ວນໜຶ່ງທີ່ຂາດບໍ່ໄດ້ໃນປະຫວັດສາດແຫ່ງການຕໍ່ສູ້ປະຕິວັດຫວຽດນາມ.

ຈາກບົດຮຽນເລືອດເນື້ອຂອງບັນພະບຸລຸດຂອງພວກເຮົາ ຜ່ານການຕໍ່ສູ້ຕໍ່ຕ້ານການຮຸກຮານຈາກພາຍນອກໃນຕະຫຼອດໄລຍະແຫ່ງການສ້າງສາ ແລະປົກປັກຮັກສາປະເທດ, ຫວຽດນາມ ຍາມໃດກໍ່ເຂົ້າໃຈເຖິງຄຸນຄ່າຂອງສັນຕິພາບ ແລະຈິດໃຈສາມັກຄີສາກົນ. ນັບແຕ່ເຂົ້າເປັນສະມາຊິກສະຫະປະຊາຊາດ (ສປຊ) ເມື່ອປີ 1977, ຫວຽດນາມ ຍາມໃດກໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວລວມເພື່ອສັນຕິພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ. ພິເສດ, ໃນຊຸມປີມໍ່ໆມານີ້, ຫວຽດນາມ ໄດ້ສະແດງບົດບາດຄວາມຮັບຜິດຊອບໃນການຮັກສາສັນຕິພາບ ແລະປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ປະຊາຄົມສາກົນໂດຍຜ່ານການສົ່ງທະຫານເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ, ເປັນຂີດໝາຍຫັນປ່ຽນປະຫວັດສາດຈາກການເຂົ້າຮ່ວມການຕໍ່ສູ້ເພື່ອຍາດເອົາສັນຕິພາບ, ເອກະລາດໄປສູ່ການເຂົ້າຮ່ວມຮັກສາສັນຕິພາບ. ພ້ອມກັນນັ້ນ, ຫວຽດນາມ ຍັງແມ່ນໜຶ່ງໃນບັນດາປະເທດເຂົ້າຮ່ວມໂດຍໄວໃນການຜັນຂະຫຍາຍການເຄື່ອນໄຫວຊອກຫາກູ້ໄພກູ້ຊີບແຜ່ນດິນໄຫວຢູ່ມຽນມາ, ຕວັກກີ, ຊ່ວຍປະເທດເພື່ອນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ ແລະໄດ້ຮັບການຕີລາຄາສູງຈາກເພື່ອນມິດສາກົນ ແລະ ສປຊ...

ທັງໝົດທີ່ກ່າວມານັ້ນໄດ້ປະກອບສ່ວນຢືນຢັນວ່າ ຫວຽດນາມ ຍາມໃດກໍ່ໝັ້ນຄົງ ແລະສະເໝີຕົ້ນສະເໝີປາຍໃນການປະຕິບັດແນວທາງການພົວພັນຕ່າງປະເທດ “ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບໃນປະຊາຄົມສາກົນ”. ຈາກການຕໍ່ສູ້ອັນເປັນທໍາຈົນຮອດການຮັບໃຊ້ມວນມະນຸດ, ທະຫານຫວຽດນາມ ຍາມໃດກໍ່ສະແດງໃຫ້ເຫັນຄຸນທາດ ແລະອຸດົມການຂອງທະຫານລຸງໂຮ່, ທັງພິລະອາດຫານໃນສະໜາມຮົບ, ທັງມີມະນຸດສະທໍາໃນສະໄໝສັນຕິພາບ.

ເລື່ອງຫວຽດນາມ ຈັດສົ່ງກອງກຳລັງເຂົ້າຮ່ວມພິທີສວນສະໜາມເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະສົງຄາມປ້ອງກັນປິຕຸພູມ ຢູ່ສະຫະພັນລັດເຊຍ ປີ 2025 ແມ່ນການສືບຕໍ່ປະຫວັດສາດ ແລະມູນເຊື້ອອັນດີງາມ. ຈາກບັນດາຊາວໜຸ່ມຫວຽດນາມ ທີ່ເຂົ້າຮ່ວມການປ້ອງກັນມົດສະກູ ໃນເມື່ອກ່ອນ ຈົນເຖິງບັນດານາຍ ແລະພົນທະຫານຫວຽດນາມ ທີ່ໄດ້ເດີນຂະບວນຢ່າງສະຫງ່າຜ່າເຜີຍຢູ່ຈັດຕຸລັດແດງໃນມື້ນີ້, ນັ້ນແມ່ນແຫຼ່ງກຳເນີດຈິດໃຈສາກົນອັນສູງສົ່ງ, ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນສັນຕິພາບລວມຂອງມວນມະນຸດ. ເຫດການນີ້ໄດ້ຕັກເຕືອນພວກເຮົາກ່ຽວກັບບົດຮຽນອັນລໍ້າຄ່າຂອງປະຫວັດສາດ, ຄື: ເພື່ອປົກປັກຮັກສາສັນຕິພາບ, ບັນດາຊົນຊາດຕ້ອງສາມັກຄີ; ຢາກສະກັດກັ້ນສົງຄາມ, ຕ້ອງເດັດດ່ຽວຕໍ່ສູ້ຕ້ານການຮຸກຮານ,  ຫົວຮຸນແຮງ, ຄວາມກຽດຊັງ - ການປ່ຽນຮູບນອກໃໝ່ຂອງລັດທິຟາດຊິດ.

ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງ, ຫວຽດນາມ ຍາມໃດກໍ່ໝັ້ນຄົງຢືນຢູ່ຄຽງຂ້າງສັນຕິພາບ ແລະຍຸຕິທຳ. ຈາກປະເທດທີ່ປະສົບເຄາະຮ້າຍຈາກສົງຄາມ, ຫວຽດນາມ ໄດ້ກາຍເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ປະກອບສ່ວນເຂົ້າໃນພາລະກິດລວມຂອງມວນມະນຸດໃນການກໍ່ສ້າງໂລກໃຫ້ມີສັນຕິພາບ, ຍຸຕິທຳ ແລະພັດທະນາແບບຍືນຍົງ. ນັ້ນແມ່ນສານແຫ່ງຍຸກສະໄໝຈາກໄຊຊະນະຟາດຊິດ ແຕ່ 80 ປີກ່ອນນີ້: ຄວາມສາມັກຄີຊົນຊາດ ສົມທົບກັບຄວາມສາມັກຄີສາກົນ ຈະສ້າງເປັນກຳລັງແຮງອັນໃຫຍ່ຫຼວງ ເພື່ອຊະນະສັດຕູທັງໝົດ, ບໍ່ວ່າຈະຢູ່ໃນສົງຄາມ ຫຼື ການປະເຊີນໜ້າກັບສິ່ງທ້າທາຍທົ່ວໂລກໃນປະຈຸບັນ.

ດ້ວຍຈິດໃຈນັ້ນ, ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ພ້ອມກັບມວນມະນຸດທີ່ກ້າວໜ້າມານະພະຍາຍາມມີການກະທໍາ ເພື່ອອະນາຄົດອັນດີງາມ, ບ່ອນທີ່ມີຄັນທຸງສັນຕິພາບ, ເອກະລາດ ແລະພັດທະນາແບບຍືນຍົງຍາມໃດກໍ່ປິວສະບັດຢູ່ເທິງທ້ອງຟ້າໃນໂລກ.

ໂດຍ: ເຈິ່ນຮວ່ຽນ