ນັກຂ່າວ: ຂໍຮຽນທ່ານນາງຮອງລັດຖະມົນຕີ ໃຫ້ຮູູ້ຄວາມໝາຍຂອງຢ້ຽມຢາມທາງລັດຖະກິດ ສ. ກາຊັກສະຖານ, ຢ້ຽມຢາມທາງລັດຖະກິດ ສ.ອາແຊກໄບຊານ, ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່ ແລະຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ, ຢ້ຽມຢາມທາງລັດຖະກິດ ສ. ເບລາຣູດ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາ?
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີ: ການຢ້ຽມຢາມຄັ້ງນີ້ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ແມ່ນມີຄວາມໝາຍສໍາຄັນເປັນພິເສດ, ໄດ້ດຳເນີນໄປໃນສະພາບທີ່ປະເທດຫວຽດນາມ ຫາກໍ່ຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ຢ່າງສະຫງ່າຜ່າເຜີຍ, ຫວຽດນາມ ພວມກ້າວເຂົ້າສູ່ສັງກາດໃໝ່ - ສັງກາດແຫ່ງການພັດທະນາ, ຮັ່ງມີເຂັ້ມແຂງ, ບືນຕົວຂຶ້ນຂອງປະເທດຊາດ.
ການຢ້ຽມຢາມ 4 ປະເທດຂອງທ່ານ ໂຕເລິມ ສືບຕໍ່ແມ່ນຈຸດພົ້ນເດັ່ນທີ່ສຳຄັນໃນການຜັນຂະຫຍາຍແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ.
    |
 |
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ. |
ນີ້ກໍ່ແມ່ນການຢ້ຽມຢາມສະຫະພັນລັດເຊຍ ແລະບັນດາປະເທດເພື່ອນມິດທີ່ຂຶ້ນກັບ ໂຊວຽດ ໃນເມື່ອກ່ອນ, ເປັນຕົ້ນແມ່ນບັນດາປະເທດອາຊີກາງ ແລະ Kavkaz ທີ່ມີການພົວພັນອັນດີງາມກັບຫວຽດນາມ, ໄດ້ສະໜັບສະໜູນ ແລະຊ່ວຍເຫຼືອພວກເຮົາໃນພາລະກິດຕໍ່ສູ້ປົກປັກຮັກສາປະເທດຊາດໃນເມື່ອກ່ອນ ກໍ່ຄືໃນການສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ; ແມ່ນໂອກາດເພື່ອໃຫ້ພວກເຮົາຢືນຢັນນໍ້າໃຈທີ່ຈິງໃຈ, ຈົ່ງຮັກພັກດີ ແລະປາດຖະໜາຢາກຊຸກຍູ້ການຮ່ວມມືໃນໄລຍະຍາວ, ມີປະສິດທິຜົນ, ແທດຈິງ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ. ລະອຽດແມ່ນ:
ສຳລັບສະຫະພັນລັດເຊຍ, ນີ້ແມ່ນການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຄັ້ງທຳອິດນັບແຕ່ທ່ານ ໂຕເລິມ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ການຢ້ຽມຢາມແມ່ນເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ກຳນົດທິດທາງໃໝ່ເພື່ອນຳການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ ຂຶ້ນສູ່ລະດັບສູງໃໝ່ ກໍ່ຄື ປັບປຸງການພົວພັນຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ກັບບັນດາພັກການເມືອງໃຫຍ່ຢູ່ລັດເຊຍ. ຄຽງຂ້າງນັ້ນ, ການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຂອງທ່ານ ໂຕເລິມ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່ ຍັງສະແດງໃຫ້ເຫັນຄວາມເຄົາລົບນັບຖື, ການເຊີດຊູຂອງຫວຽດນາມ ຕໍ່ການປະກອບສ່ວນ, ການເສຍສະຫຼະອັນໃຫຍ່ຫຼວງຂອງ ໂຊວຽດ ໃນເມື່ອກ່ອນ, ສະຫະພັນລັດເຊຍ ໃນປະຈຸບັນ ໃນໄຊຊະນະອັນຍິ່ງໃຫຍ່ຕ້ານລັດທິ ຟາດຊິດ, ປົກປັກຮັກສາສັນຕິພາບໂລກ ຢ່າງເຂັ້ມແຂງ.
ສຳລັບ ກາຊັກສະຖານ, ອາແຊກໄບຊານ ແລະ ເບລາຣຸດ, ນີ້ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດຂອງທ່ານ ໂຕເລິມ ກັບ 3 ປະເທດນີ້ ແລະມີຄວາມໝາຍສຳຄັນຍິ່ງ. ການຢ້ຽມຢາມບໍ່ພຽງແຕ່ເປັນການປັບປຸງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງລະຫວ່າງຫວຽດນາມ ແລະບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອເທົ່ານັ້ນ, ຫາກຍັງເປັນການສົ່ງສານ ພ້ອມກັບຄວາມຕັດສິນໃຈຂອງຫວຽດນາມ ໃນການປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອກັບບັນດາປະເທດຂຶ້ນກັບ ໂຊວຽດ ໃນເມື່ອກ່ອນຢ່າງບໍ່ຢຸດຢັ້ງອີກດ້ວຍ. ການຢ້ຽມຢາມຂອງທ່ານ ໂຕເລິມ ກໍ່ຈະປະກອບສ່ວນຊຸກຍູ້ການຮ່ວມມືໃນຊ່ອງທາງລະຫວ່າງພັກກອມມູນິດຫວຽດນາມ ກັບບັນດາພັກການເມືອງໃຫຍ່ຂອງ 3 ປະເທດທີ່ກ່າວມາຂ້າງເທິງນັ້ນ.
ພ້ອມກັນນັ້ນ, ການຢ້ຽມຢາມຄັ້ງນີ້ຂອງທ່ານ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຍັງປະກອບສ່ວນຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ຢືນຢັນນ້ຳໃຈທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ທີ່ມີຕໍ່ປະຊາຊົນສະຫະພັນລັດເຊຍ, ກາຊັກສະຖານ, ອາແຊກໄບຊານ ແລະ ເບລາຣຸດ - ເພື່ອນມິດທີ່ເປັນມູນເຊື້ອ, ຍົກລະດັບການພົວພັນ ແລະຊຸກຍູ້ການຮ່ວມມືຮອບດ້ານໃນທຸກຂົງເຂດໃນສະພາບການໃໝ່.
ນັກຂ່າວ: ຂໍຮຽນທ່ານນາງຮອງລັດຖະມົນຕີ ໃຫ້ຮູ້ຄວາມຄາດຫວັງຈາກການຢ້ຽມຢາມຄັ້ງນີ້ຂອງທ່ານ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ?
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີ: ການຢ້ຽມຢາມຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ແມ່ນເພື່ອແນໃສ່ສືບຕໍ່ຍູ້ແຮງ ແລະເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານກັບ ເບລາຣຸດ, ອາແຊກໄບຊານ ແລະ ກາຊັກສະຖານ ໃຫ້ເລິກເຊິ່ງຂຶ້ນກວ່າອີກ.
ການຢ້ຽມຢາມຈະເປັນພະຍານຫຼັກຖານຈະແຈ້ງທີ່ສຸດເພື່ອຢືນຢັນນ້ຳໃຈທີ່ຈິງໃຈ, ສັດຊື່ບໍລິສຸດຂອງພັກ, ລັດຖະບານ ແລະປະຊາຊົນຫວຽດນາມ ທີ່ມີຕໍ່ບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ມຸ່ງໄປເຖິງ “4 ກວ່າ” (ຍືນຍົງກວ່າ, ມີປະສິດທິຜົນກວ່າ, ແທດຈິງກວ່າ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດກວ່າ) ໃນການພົວພັນສອງຝ່າຍ, ສົມກັບຄວາມສາມາດບົ່ມຊ້ອນຂອງການຮ່ວມມື ແລະຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ກໍ່ຄືຄວາມມຸ່ງມາດປາດຖະໜາຂອງປະຊາຊົນຫວຽດນາມ ແລະບັນດາປະເທດ.
ໃນຊຸມວັນຈະມາເຖິງ, ທ່ານ ໂຕເລິມ ຈະມີການພົບປະສຳຄັນກັບການນຳຂັ້ນສູງຂອງບັນດາປະເທດ ຜ່ານນັ້ນກໍານົດການພົວພັນໃນໄລຍະຈະມາເຖິງ, ສ້າງກຳລັງໜູນໃໝ່ໃຫ້ແກ່ການຮ່ວມມືໃນຫຼາຍຂົງເຂດ, ເປັນຕົ້ນແມ່ນບັນດາຂົງເຂດໃໝ່, ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ ຄື: ເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດພື້ນຖານ, ພະລັງງານ, ເຕັກໂນໂລຢີສູງ, ປັນຍາປະດິດ...
ດ້ວຍພື້ນຖານການພົວພັນມິດຕະພາບທີ່ໄດ້ຮັບການທົດສອບຜ່ານການເວລາ ແລະໄດ້ຮັບການເພີ່ມພູນຄູນສ້າງຈາກການນຳລຸ້ນຕ່າງໆຂອງຫວຽດນາມ, ສະຫະພັນລັດເຊຍ, ກາຊັກສະຖານ, ອາແຊກໄບຊານ ແລະ ເບລາຣຸດ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຂອງທ່ານ ໂຕເລິມ ຈະປະສົບຜົນສຳເລັດຢ່າງຈົບງາມ, ສ້າງຂີດໝາຍທີ່ໜ້າປະທັບໃຈໄວ້ໃນໃຈຂອງເພື່ອນມິດສະຫະພັນລັດເຊຍ, ກາຊັກສະຖານ, ອາແຊກໄບຊານ, ເບລາຣຸດ ແລະປະຊາຄົມສາກົນ, ສືບຕໍ່ແຜ່ຂະຫຍາຍ ແລະຍົກສູງພາບພົດກ່ຽວກັບປະເທດຫວຽດນາມ ສັດຊື່ບໍລິສຸດ, ຮັກແພງ ຕໍ່ບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ເຕັມໄປດ້ວຍຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ; ສ້າງກຳລັງໜູນສຳຄັນຕື່ມອີກ ເພື່ອນຳປະເທດຊາດກ້າວເຂົ້າສູ່ສັງກາດແຫ່ງການພັດທະນາໃໝ່, ຫັນເປົ້າໝາຍພັດທະນາທີ່ໄດ້ວາງອອກໃຫ້ປະກົດຜົນເປັນຈິງ, ຜ່ານນັ້ນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນກໍ່ຄືຢູ່ໃນໂລກ.
ນັກຂ່າວ: ປີນີ້ເປັນປີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່, ທ່ານນາງຮອງລັດຖະມົນຕີ ສາມາດໃຫ້ຮູ້ຄວາມໝາຍແຫ່ງໄຊຊະນະຂອງ ໂຊວຽດ ຕໍ່ການປະຕິວັດເດືອນສິງຫາຂອງຫວຽດນາມ ແລະຂະບວນການປະຕິວັດ, ປົດປ່ອຍຊາດໃນທົ່ວໂລກ?
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີ: ໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່ປີ 1945 ຂອງ ໂຊວຽດ ແມ່ນມີຄວາມໝາຍປະຫວັດສາດອັນໃຫຍ່ຫຼວງ ບໍ່ພຽງແຕ່ສຳລັບປະຊາຊົນໂຊວຽດ ເທົ່ານັ້ນ, ຫາກຍັງສໍາລັບຂະບວນການປະຕິວັດ, ປົດປ່ອຍຊາດໃນທົ່ວໂລກອີກດ້ວຍ, ໃນນັ້ນມີຫວຽດນາມ.
ສຳລັບຫວຽດນາມ, ໄຊຊະນະຂອງ ໂຊວຽດ ໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່ ແມ່ນແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງ ທັງເປັນປະຖົມປັດໄຈສຳຄັນເພື່ອໃຫ້ປະຊາຊົນຫວຽດນາມ, ພາຍໃຕ້ການນຳພາຂອງພັກ ແລະປະທານ ໂຮ່ຈີມິນ, ລຸກຮືຂຶ້ນຄັ້ງໃຫຍ່ເພື່ອຍຶດອຳນາດໃຫ້ປະສົບຜົນສຳເລັດ. ການປະຕິວັດເດືອນສິງຫາ ປີ 1945 ເກີດຂຶ້ນໃນສະພາບການ "ທີ່ສຸກງອມ", ລະບົບຟາດຊິດ ລົ້ມລະລາຍ, ພິເສດແມ່ນການຍອມຈໍານົນຂອງຍີ່ປຸ່ນ ຕໍ່ພັນທະມິດ, ເປັນການສິ້ນສຸດສົງຄາມຢູ່ເອີລົບ. ໃນວັນທີ 2 ກັນຍາ 1945, ຢູ່ສະໜາມຫຼວງປະຫວັດສາດ ບາດິ່ງ, ຢູ່ຕໍ່ໜ້າພໍ່ແມ່ພີ່ນ້ອງຮ່ວມຊາດ ແລະປະຊາຊົນໃນທົ່ວໂລກ, ປະທານ ໂຮ່ຈີມິນ ໄດ້ອ່ານຖະແຫຼງການເອກະລາດ ສະຖາປະນາ ປະເທດ ປະຊາທິປະໄຕ ສາທາລະນະລັດ ຫວຽດນາມ, ເປີດສັງກາດແຫ່ງເສລີພາບ, ເອກະລາດແຫ່ງຊາດ ແລະສັງຄົມນິຍົມຢູ່ຫວຽດນາມ. ໄຊຊະນະຂອງຊາດຫວຽດນາມ ຍັງປະກອບສ່ວນບໍ່ໜ້ອຍພ້ອມກັບປະຊາຊົນທົ່ວໂລກ ໃນການຕໍ່ສູ້ຕ້ານຟາດຊິດ ເພື່ອສັນຕິພາບ, ປະຊາທິປະໄຕ ແລະຄວາມກ້າວໜ້າໃນສັງຄົມ. ຍິ່ງໄປກວ່ານັ້ນ, ໃນການຕໍ່ສູ້ຕ້ານ ຟາດຊິດ, ມີບັນດາທະຫານອາສາສະໝັກຫວຽດນາມ ໄດ້ເຂົ້າຮ່ວມການສູ້ຮົບໂດຍກົງເພື່ອປ້ອງກັນ ມົດສະກູ ໃນປີ 1941. ທະຫານຫວຽດນາມ ຫຼາຍຄົນໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານ, ເສຍສະຫຼະຊີວິດເລືອດເນື້ອຂອງຕົນຢູ່ດິນແດນວິລະຊົນໂຊວຽດ.
ໄຊຊະນະຂອງກອງທັບແດງໂຊວຽດ ແລະກຳລັງຮັກຫອມສັນຕິພາບ, ຄວາມກ້າວໜ້າໃນທົ່ວໂລກໄດ້ສ້າງອະນຸສາວະລີວິລະຊົນອັນຮຸ່ງເຮືອງເຫຼືອງເຫຼື້ອມແກ່ມວນມະນຸດ, ຈະໄດ້ເຊີດຊູຕະຫຼອດໄປ, ເພາະວ່ານັ້ນເປັນພື້ນຖານອັນໜັກແໜ້ນ ເພື່ອສ້າງໂລກໃຫ້ມີການພັດທະນາຢ່າງດີງາມ, ຍືນຍົງ ຄືໃນປະຈຸບັນນີ້.
ນັກຂ່າວ: ຂໍຂອບໃຈທ່ານນາງຮອງລັດຖະມົນຕີ!
ໂດຍ: ຈາງຫງວຽນ