ສະເຫຼີມສະຫຼອງ 75 ປີແຫ່ງການພົວພັນຫວຽດນາມ-ຮຸງກາຣີ: ເຕັມໄປດ້ວຍນໍ້າໃຈມິດຕະພາບ ແລະການຮ່ວມມືທີ່ເປັນມູນເຊື້ອ
ກປ.ອອນໄລ - ທ່ານ ບຸ່ຍເລທ໊າຍ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຮຸງກາຣີ ເນັ້ນໜັກວ່າ: ຫວຽດນາມ ແລະຮຸງກາຣີ ສືບຕໍ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.
ຫວ່າງແລ້ວນີ້, ຢູ່ນະຄອນຫຼວງ Budapest, ຮຸງກາຣີ, ສະຖານທູດຫວຽດນາມ ປະຈຳ ຮຸງກາຣີ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ຮຸງກາຣີ (3/2/1950 - 3/2/2025) ແລະສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 - 30/4/2025).
    |
 |
ທ່ານ ບຸ່ຍເລທ໊າຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮຸງກາຣີ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ. ພາບ: vov.vn |
ກ່າວຄໍາເຫັນຢູ່ທີ່ນີ້, ທ່ານ ບຸ່ຍເລທ໊າຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຮຸງກາຣີ ເນັ້ນໜັກວ່າ ດ້ວຍ 75 ປີແຫ່ງວັນສ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຫວຽດນາມ ແລະຮຸງກາຣີ ສືບຕໍ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.
ສ່ວນທ່ານນາງ Márta Mátrai, ຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດ ຮຸງກາຣີ ສະແດງຄວາມເອກອ້າງທະນົງໃຈຍ້ອນ ຮຸງກາຣີ ໄດ້ປະກອບສ່ວນໜຶ່ງເຂົ້າໃນພາລະກິດປົດປ່ອຍຊາດ ແລະທ້ອນໂຮມປະເທດຊາດເປັນເອກະພາບ, ພິເສດແມ່ນຜ່ານການເຂົ້າຮ່ວມຂອງຄະນະກຳມາທິການສາກົນກ່ຽວກັບການຕິດຕາມກວດກາ ແລະຄວບຄຸມການຢຸດຕິການສູ້ຮົບຢູ່ ຫວຽດນາມ (ICCS) ໄລຍະ 1975-1973. ທ່ານນາງໄດ້ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ, ພິເສດແມ່ນການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ຜ່ານການຢ້ຽມຢາມທຸກຂັ້ນຂອງການນຳສະພາແຫ່ງຊາດ. ທ່ານນາງ Márta Mátrai ກໍ່ຊາບວ່າ, ປະທານສະພາແຫ່ງຊາດຮຸງກາຣີ aszlo Kover ໄດ້ຮັບຄໍາເຊີນ ແລະຄາດວ່າຈະມາຢ້ຽມຢາມ ຫວຽດນາມ ໃນເດືອນຕຸລາປີນີ້.
    |
 |
ທ່ານ Botz Laszlo ປະທານສະມາຄົມມິດຕະພາບຮຸງກາຣີ-ຫວຽດນາມ. ພາບ: vov.vn |
ທ່ານ Botz Laszlo, ປະທານສະມາຄົມມິດຕະພາບຮຸງກາຣີ - ຫວຽດນາມ ໄດ້ຕີລາຄາສູງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນັບມື້ນັບພັດທະນາຢ່າງແຂງແຮງລະຫວ່າງຫວຽດນາມ ແລະຮຸງກາຣີ. ທ່ານ Botz Laszlo ແບ່ງປັນວ່າ: “ຂ້າພະເຈົ້າສະແດງຄວາມເຄົາລົບ ແລະຄວາມຮັກແພງຂອງຊາວຮຸງກາຣີ ທີ່ມີຕໍ່ຫວຽດນາມ, ພິເສດແມ່ນບັນດາລຸ້ນຄົນຫວຽດນາມ ທີ່ຮ່ຳຮຽນຢູ່ຮຸງກາຣີ ຍາມໃດກໍ່ມີຄວາມຮັກແພງຕໍ່ ຮຸງກາຣີ, ໂດຍສະເພາະແມ່ນວັດທະນະທຳ ແລະພາສາຮຸງກາຣີ. ສະມາຄົມມິດຕະພາບຮຸງກາຣີ - ຫວຽດນາມ ຈະສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃນທຸກຂົງເຂດ”.
ໃນຂອບເຂດຂອງພິທີສະເຫຼີມສະຫຼອງ, ບັນດາແຂກໄດ້ເບິ່ງລາຍການສະແດງສິລະປະ, ອາຫານພື້ນເມືອງຂອງຫວຽດນາມ ແລະຊົມງານວາງສະແດງຮູບເງົາ, ສາຍຮູບເງົາເພື່ອວາດພາບໄລຍະທາງ 75 ປີແຫ່ງການພົວພັນມິດຕະພາບຫວຽດນາມ - ຮຸງກາຣີ ແລະ 50 ປີແຫ່ງວັນສ້າງສາ ແລະພັດທະນາປະເທດຫວຽດນາມ.
ໂດຍ: ໄຊນີດາ