ນັກຂ່າວ: ໃນລະຫວ່າງວັນທີ 7-8 ພຶດສະພາ 2025, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຈະໄປຢ້ຽມຢາມທາງລັດຖະກິດ ສ.ອາແຊກໄບຢານ. ຂໍຮຽນທ່ານປະທານາທິບໍດີ ໃຫ້ຮູ້ບາງການຕີລາຄາກ່ຽວກັບການພົວພັນສອງຝ່າຍ ແລະການຮ່ວມມືລະຫວ່າງສອງປະເທດໃນປະຈຸບັນ?

ທ່ານ Ilham Aliyev ປະທານາທິບໍດີ ສ.ອາແຊກໄບຢານ: ກ່ອນອື່ນໝົດ, ຂ້າພະເຈົ້າ ຢາກໃສ່ໃຈວ່າ ອາແຊກໄບຢານ ແລະຫວຽດນາມ ມີການພົວພັນມິດຕະພາບມາດົນກວ່າເຄິ່ງສະຕະວັດ.

ແນໃສ່ພັດທະນາການຮ່ວມມືໃນຫຼາຍຂົງເຂດ ແລະກຳນົດຂົງເຂດຮ່ວມມືໃໝ່, ຄະນະກຳມະການລະຫວ່າງລັດຖະບານ ອາແຊກໄບຢານ-ຫວຽດນາມ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະເຕັກນິກ ໄດ້ຮັບການສ້າງຕັ້ງ. ຄະນະກຳມະການສວມບົດບາດເປັນພື້ນຖານສໍາຄັນໃຫ້ແກ່ການເຈລະຈາເປັນປະຈໍາ ແລະປະຕິບັດຂໍ້ລິເລີ່ມລວມຢ່າງມີປະສິດທິຜົນ .

ການປຶກສາຫາລືດ້ານການເມືອງ ພວມໄດ້ຮັບການຈັດຕັ້ງຜ່ານກະຊວງການຕ່າງປະເທດສອງປະເທດ, ການປຶກສາຫາລືຄັ້ງຫຼ້າສຸດໄດ້ດຳເນີນໃນທ້າຍເດືອນເມສາຜ່ານມາ. ບັນດາກຸ່ມປະຕິບັດງານກ່ຽວກັບການພົວພັນລະຫວ່າງລັດຖະສະພາຢູ່ສະພາແຫ່ງຊາດຂອງທັງຫວຽດນາມ ແລະອາແຊກໄບຢານ ພວມມີການເຄື່ອນໄຫວຢ່າງມີປະສິດທິຜົນ.

ສອງປະເທດພວກເຮົາຮ່ວມມືຢ່າງມີປະສິດທິຜົນໃນຂອບເຂດອົງການຈັດຕັ້ງສາກົນໃຫຍ່, ລວມມີ ຂະບວນການບໍ່ຮ່ວມກຸ່ມ (NAM) ແລະສະຫະປະຊາຊາດ. ອາແຊກໄບຢານ ຖືເປັນສຳຄັນທີ່ສຸດຕໍ່ການພັດທະນາການພົວພັນດ້ານເສດຖະກິດ ແລະການຄ້າກັບຫວຽດນາມ. ປີ 2024, ວົງເງິນການຄ້າລະຫວ່າງສອງປະເທດບັນລຸ 223,93 ລ້ານໂດລາສະຫະລັດ...

ເມື່ອເວົ້າເຖິງການພົວພັນດ້ານວັດທະນະທຳລະຫວ່າງສອງປະເທດ, ຂ້າພະເຈົ້າ ຢາກໃສ່ໃຈວ່າ, ການພົວພັນນີ້ສືບຕໍ່ພັດທະນາ ແລະປັບປຸງຜ່ານບັນດາຂໍ້ລິເລີ່ມ ແລະໂຄງການແຕກຕ່າງກັນ. ຄືແນວນັ້ນ, ການພົວພັນລະຫວ່າງ ອາແຊກໄບຢານ ແລະຫວຽດນາມ ພວມພັດທະນາປະສົບຜົນສຳເລັດໃນທຸກຂົງເຂດສຳຄັນ.

leftcenterrightdel
ທ່ານ Ilham Aliyev ປະທານາທິບໍດີ ສ.ອາແຊກໄບຢານ. ພາບ: ສໍານັກຂ່າວສານຫວຽດນາມ

ນັກຂ່າວ: ຂໍຮຽນທ່ານປະທານາທິບໍດີ ໃຫ້ຮູ້ກ່ຽວກັບການຕີລາຄາຄວາມໝາຍຂອງການຢ້ຽມຢາມອາແຊກໄບຢານ ຂອງການນໍາຫວຽດນາມ ໃນເປົ້າໝາຍນໍາການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່?

ທ່ານ Ilham Aliyev ປະທານາທິບໍດີ ສ.ອາແຊກໄບຢານ: ການຢ້ຽມຢາມ ອາແຊກໄບຢານ ຂອງທ່ານ ໂຕເລິມ ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານໃນຖານະຕຳແໜ່ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ເຫດການນີ້ມີຄວາມໝາຍການເມືອງສໍາຄັນພິເສດ, ໄດ້ເນັ້ນໜັກເຖິງຄວາມປາດຖະໜາຂອງຝ່າຍຕ່າງໆໃນການເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງຂຶ້ນກວ່າເກົ່າ ແລະເປີດກວ້າງບັນດາຂົງເຂດຮ່ວມມືໃໝ່. ໃນສະພາບການດັ່ງກ່າວ, ການຢ້ຽມຢາມຖືວ່າເປັນຂີດໝາຍສຳຄັນໃນການພັດທະນາການຮ່ວມມື ອາແຊກໄບຢານ-ຫວຽດນາມ.

ລາຍການຢ້ຽມຢາມລວມມີຫຼາຍບັນຫາທີ່ກ່ຽວຂ້ອງເຖິງແງ່ມູມຕົ້ນຕໍຂອງໂຄງການດໍາເນີນງານສອງຝ່າຍ. ສອງຝ່າຍຈະແລກປ່ຽນຄໍາເຫັນຢ່າງຮອບດ້ານກ່ຽວກັບຫົວເລື່ອງສະຖານະການການເມືອງ, ສົມທົບວິທີການເຂົ້າເຖິງ ແລະກຳນົດບັນດາຂົງເຂດແງ່ຫວັງເພື່ອຮ່ວມມືຢ່າງເລິກເຊິ່ງກວ່າອີກ. ການເຈລະຈາດ້ານການເມືອງ, ການພົວພັນດ້ານການຄ້າ ແລະເສດຖະກິດ, ກໍ່ຄືການແລກປ່ຽນມະນຸດສະທໍາ ແລະວັດທະນະທຳຈະແມ່ນຈຸດສຸມຂອງການຢ້ຽມຢາມ.

ນອກຈາກນັ້ນ, ການພັດທະນາການເຈລະຈາລະຫວ່າງພັກກໍ່ໄດ້ເອົາໃຈໃສ່ເປັນພິເສດ. ການຮ່ວມມືລະຫວ່າງພັກອາແຊກໄບຢານ ໃໝ່ ແລະພັກກອມມູນິດຫວຽດນາມ ພວມສະແດງໃຫ້ເຫັນກໍາລັງໜູນທີ່ຕັ້ງໜ້າ ແລະການຢ້ຽມຢາມທີ່ຈະມາເຖິງນີ້ຈະຢືນຢັນເຖິງລະດັບການກະທົບຊຶ່ງກັນ ແລະກັນຕື່ມອີກບົນພື້ນຖານດ້ານການເມືອງ ແລະແນວຄິດ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ການຢ້ຽມຢາມຂອງທ່ານ ໂຕເລິມ ຈະກາຍເປັນກຳລັງໜູນສຳຄັນໃຫ້ແກ່ການເພີ່ມທະວີການຮ່ວມມື ແລະເປີດຂອບຟ້າໃໝ່ໃຫ້ແກ່ການພັດທະນາການພົວພັນລະຫວ່າງອາແຊກໄບຢານ ແລະຫວຽດນາມ ບົນເນື້ອໃນຈິດໃຈໄມຕີຈິດມິດຕະພາບ ແລະການເຄົາລົບເຊິ່ງກັນ ແລະກັນ.

ນັກຂ່າວ: ຄືແນວນັ້ນ ທ່ານສາມາດເວົ້າວ່າ ແງ່ຫວັງ ແລະຄວາມສາມາດບົ່ມຊ້ອນໃນການພັດທະນາການພົວພັນສອງຝ່າຍກວ່າອີກລະຫວ່າງຫວຽດນາມ ແລະອາແຊກໄບຢານ ແມ່ນໃຫຍ່ຫຼວງທີ່ສຸດ?

ທ່ານ Ilham Aliyev ປະທານາທິບໍດີ ສ.ອາແຊກໄບຢານ: ຂ້າພະເຈົ້າ ເຊື່ອໝັ້ນວ່າ, ສອງປະເທດພວກເຮົາມີກາລະໂອກາດເພື່ອພັດທະນາຄວາມສາມາດບົ່ມຊ້ອນການຮ່ວມມືໃນຫຼາຍຂົງເຂດທີ່ແຕກຕ່າງກັນ. ຖ້າພວກເຮົາເວົ້າເຖິງການພົວພັນດ້ານການຄ້າ ແລະເສດຖະກິດນັ້ນ, ປະຈຸບັນແມ່ນມີກາລະໂອກາດຮ່ວມມືໃໝ່ຫຼາຍຢ່າງເຊິ່ງບໍ່ພຽງແຕ່ຊຸກຍູ້ການເຕີບໂຕດ້ານເສດຖະກິດເທົ່ານັ້ນ ຫາກຍັງສ້າງພື້ນຖານທີ່ໝັ້ນຄົງໃຫ້ແກ່ການພົວພັນຄູ່ຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຈາກນັ້ນ, ປະກອບສ່ວນຫັນພື້ນຖານເສດຖະກິດຂອງພວກເຮົາໃຫ້ເປັນຫຼາຍຮູບຫຼາຍແບບກວ່າເກົ່າ.

ໜຶ່ງໃນບັນດາຂົງເຂດແງ່ຫວັງເພື່ອເພີ່ມທະວີການພົວພັນລະຫວ່າງສອງປະເທດພວກເຮົາແມ່ນການທ່ອງທ່ຽວ. ການສ້າງສາຍການບິນໂດຍກົງລະຫວ່າງ Baku ແລະນະຄອນຂອງຫວຽດນາມ ພ້ອມກັບການພັດທະນາຄຽງຄູ່ກັບບັນດາລາຍການທ່ອງທ່ຽວຈະປະກອບສ່ວນຍົກສູງຄວາມສົນໃຈຂອງປະຊາຊົນສອງປະເທດສໍາລັບພື້ນຖານວັດທະນະທໍາ ແລະປະຫວັດສາດຂອງກັນ.

ແລະແນ່ນອນວ່າແມ່ນທັງການສຶກສາ. ອາແຊກໄບຢານ ຍາມໃດກໍ່ຍິນດີຕ້ອນຮັບນັກສຶກສາຫວຽດນາມ. ເຂົາເຈົ້າສາມາດໄດ້ຮັບຜົນປະໂຫຍດຈາກໂຄງການດ້ານການສຶກສາໂດຍ ອາແຊກໄບຢານ ສະໜອງໃນຂອບເຂດບ້ວງອຸປະຖຳ ແລະທຶນການສຶກສາທີ່ສະຫງວນໃຫ້ ພົນລະເມືອງບັນດາປະເທດສະມາຊິກ NAM. ສິ່ງດັ່ງກ່າວນີ້ຈະປັບປຸງກາລະໂອກາດແລກປ່ຽນວິຊາການສຶກສາ, ຄົ້ນຄວ້າວິທະຍາສາດ ແລະເພີ່ມທະວີການພົບປະແລກປ່ຽນປະຊາຊົນລະຫວ່າງ ອາແຊກໄບຢານ ແລະຫວຽດນາມ. ການປະຕິບັດບັນດາໂຄງການແລກປ່ຽນ, ກໍ່ຄືການຮ່ວມມືໃນຂົງເຂດວິທະຍາສາດ ແລະເຕັກນິກ, ສາມາດກາຍເປັນຂົງເຂດໜຶ່ງທີ່ເຕັມໄປດ້ວຍຄວາມໝັ້ນໝາຍຕ່າງໆໃຫ້ແກ່ການພັດທະນາການພົວພັນສອງຝ່າຍ.

ນັກຂ່າວ: ຂໍຂອບໃຈທ່ານປະທານາທິບໍດີ !

ໂດຍ: ເຈິ່ນຮວ່ຽນ