ນັກຂ່າວ: ຂໍທ່ານນາງເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ຂອງທ່ານ Anura Kumara Dissanayake ປະທານາທິບໍດີສີລັງກາ ມີຄວາມໝາຍ ແລະຄວາມສຳຄັນຄືແນວໃດ ສໍາລັບການພົວພັນ ຫວຽດນາມ-ສີລັງກາ?
ທ່ານນາງ ຈິ້ງທິເຕິມ ເອກອັກຄະລັດຖະທູດ: ການຢ້ຽມຢາມຫວຽດນາມ ຂອງທ່ານ Anura Kumara Dissanayake ປະທານາທິບໍດີສີລັງກາ ແມ່ນຕອບສະໜອງຕາມຄຳເຊີນຂອງທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ມີຄວາມໝາຍສຳຄັນຕໍ່ການພົວພັນລະຫວ່າງສອງປະເທດໃນຫຼາຍດ້ານ.
ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດໃນ 16 ປີ ນັບແຕ່ປີ 2009 ຂອງປະມຸກລັດ ສີລັງກາ ແລະກໍ່ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງທ່ານ Anura Kumara Dissanayake ນັບແຕ່ຂຶ້ນຮັບຕຳແໜ່ງປະທານາທິບໍດີໃນເດືອນ ກັນຍາ 2024.
ການຢ້ຽມຢາມໄດ້ສະແດງໃຫ້ເຫັນການເອົາໃຈໃສ່ເປັນພິເສດທີ່ການນຳ ແລະປະຊາຊົນ ສີລັງກາ ມີຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອກັບຫວຽດນາມ. ການຢ້ຽມຢາມກໍ່ຈະຊ່ວຍຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນໃໝ່ ເຊັ່ນ: ການຫັນປ່ຽນດີຈີຕອນ, ເສດຖະກິດດີຈີຕອນ, ການຫັນປ່ຽນພະລັງງານ, ປັນຍາປະດິດ...
    |
 |
ທ່ານນາງ ຈິ້ງທິເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສີລັງກາ. ພາບ: ສໍານັກຂ່າວສານຫວຽດນາມ |
ການຢ້ຽມຢາມໄດ້ດຳເນີນກົງກັບໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ ແລະ ສີລັງກາ (1970-2025), ສະນັ້ນ, ຈະເປັນໂອກາດດີເພື່ອໃຫ້ສອງຝ່າຍຫວນຄືນການພົວພັນຮ່ວມມືພາຍຫຼັງກວ່າ 5 ທົດສະວັດແຫ່ງການສ້າງຕັ້ງ ແລະພັດທະນາ, ຈາກນັ້ນສະເໜີທິດທາງ, ມາດຕະການເພີ່ມທະວີ ແລະພັດທະນາການພົວພັນມິດຕະພາບ ແລະການຮ່ວມມືໃນສະພາບການໃໝ່, ເໝາະສົມກັບຜົນປະໂຫຍດຂອງສອງປະເທດ, ພ້ອມທັງປະກອບສ່ວນເຂົ້າໃນການພັດທະນາລວມ, ສັນຕິພາບ ແລະການຮ່ວມມືໃນພາກພື້ນ.
ເນື່ອງໃນໂອກາດນີ້, ທ່ານ Anura Kumara Dissanayake ຈະເຂົ້າຮ່ວມໃນນາມເປັນແຂກຮັບເຊີນຕົ້ນຕໍ ແລະກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງງານບຸນວິສາຂະບູຊາ Vesak ຄັ້ງທີ 20 ໂດຍພຸດທະສາສະໜາຫວຽດນາມ ແລະຄະນະກຳມະການຈັດຕັ້ງສາກົນງານບຸນ Vesak ສະຫະປະຊາຊາດ ຈັດຕັ້ງຢູ່ນະຄອນໂຮ່ຈີມິນ ແຕ່ວັນທີ 6-8 ພຶດສະພາ. ທ່ານ Anura Kumara Dissanayake ຕອບຮັບຄຳເຊີນເຂົ້າຮ່ວມການເຄື່ອນໄຫວນີ້ ໄດ້ສະແດງໃຫ້ເຫັນຄວາມສະໜິດທິດພັນທາງພຸດທະສາສະໜາ ແລະ ວັດທະນະທຳລະຫວ່າງສອງປະເທດຢ່າງເລິກເຊິ່ງ.
ນັກຂ່າວ: ຕາມທ່ານນາງເອກອັກຄະລັດຖະທູດແລ້ວ, ການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນສ້າງການພົວພັນຫວຽດນາມ - ສີລັງກາ ໃນໄລຍະຈະມາເຖິງແນວໃດ?
ທ່ານນາງ ຈິ້ງທິເຕິມ ເອກອັກຄະລັດຖະທູດ: ຫວຽດນາມ ແລະ ສີລັງກາ ມີການພົວພັນມິດຕະພາບອັນດີງາມ. ໃນຊຸມປີຜ່ານມາລັດຖະບານສີລັງກາ ໄດ້ເອົາໃຈໃສ່ເປັນຢ່າງດີຕໍ່ການເພີ່ມທະວີການພົວພັນກັບຫວຽດນາມ. ການນຳ ແລະປະຊາຊົນສີລັງກາ ຫຼາຍລຸ້ນຄົນຍັງມີຄວາມຮັກແພງ, ເຄົາລົບນັບຖືຫວຽດນາມ ແລະປະທານໂຮ່ຈີມິນ.
ຍ້ອນເຫດການພາວະວິໄສ ແລະອັດຕະວິໄສ, ລວມທັງພະຍາດໂຄວິດ-19 ແລະວິກິດການເສດຖະກິດ-ການເງິນຂອງສີລັງກາ, ການພົວພັນຮ່ວມມືລະຫວ່າງສອງປະເທດຈຶ່ງບໍ່ໄປບໍ່ມາໃນຊຸມປີມໍ່ໆມານີ້.
ແຕ່ວ່າສໍາລັບການຜັນແປຢ່າງຕັ້ງໜ້າຂອງສະພາບການດ້ານການເມືອງ-ຄວາມໝັ້ນຄົງ-ເສດຖະກິດຂອງສີລັງກາ ໃນໄລຍະມໍ່ໆມານີ້, ພ້ອມກັບການດັດແປງນະໂຍບາຍຂອງລັດຖະບານ ສີລັງກາ, ຫວຽດນາມ - ດ້ວຍສະຖຽນລະພາບດ້ານການເມືອງ - ຄວາມໝັ້ນຄົງ ແລະການພັດທະນາເສດຖະກິດຢ່າງຕັ້ງໜ້າ - ພວມກາຍເປັນແບບຢ່າງທີ່ສີລັງກາ ປາດຖະໜາຢາກຮຽນຮູ້, ແມ່ນຄູ່ຮ່ວມມືໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ທີ່ສີລັງກາ ປາດຖະໜາຢາກເພີ່ມທະວີການຮ່ວມມື.
ໃນສະພາບການນັ້ນ, ການຢ້ຽມຢາມຈະປະກອບສ່ວນສ້າງການພັດທະນາການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ກ້າວຂຶ້ນສູ່ລະດັບໃໝ່.
ຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມຫວຽດນາມ ຂອງປະທານາທິບໍດີສີລັງກາ ໃນຄັ້ງນີ້ ຈະແມ່ນຈຸດເລີ່ມຕົ້ນຂອງການຮ່ວມມືຢ່າງເລິກເຊິ່ງລະຫວ່າງ ຫວຽດນາມ - ສີລັງກາ ໃນຊຸມປີຕໍ່ໜ້າ, ນຳເອົາຜົນປະໂຫຍດມາໃຫ້ສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ການຮ່ວມມື, ພັດທະນາ ແລະວັດທະນາຖາວອນຂອງພາກພື້ນ ແລະໃນໂລກ.
ນັກຂ່າວ: ທ່ານນາງເອກອັກຄະລັດຖະທູດ ມີຂໍ້ສະເໜີແນວໃດເພື່ອຊຸກຍູ້ການພົວພັນຮອບດ້ານລະຫວ່າງສອງປະເທດ?
ທ່ານນາງ ຈິ້ງທິເຕິມ ເອກອັກຄະລັດຖະທູດ: ຫວຽດນາມ ແລະ ສີລັງກາ ມີມິດຕະພາບທີ່ເປັນມູນເຊື້ອ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ, ມີຄວາມຄ້າຍຄືກັນຫຼາຍດ້ານ ນັບແຕ່ດ້ານພູມສາດ, ປະຫວັດສາດ ແລະວັດທະນະທຳ, ດັ່ງນັ້ນຈຶ່ງມີຫຼາຍເງື່ອນໄຂເພື່ອຊຸກຍູ້ ແລະເປີດກວ້າງການຮ່ວມມືໃນທຸກຂົງເຂດ.
ຫວຽດນາມ ແລະ ສີລັງກາ ລ້ວນແຕ່ແມ່ນປະເທດກະສິກຳ. ທັງສອງປະເທດລ້ວນແຕ່ແມ່ນປະເທດທີ່ຕັ້ງຢູ່ແຄມທະເລ, ຕັ້ງຢູ່ທີ່ຕັ້ງຍຸດທະສາດຂອງມະຫາສະໝຸດປາຊີຟິກ ແລະ ມະຫາສະໝຸດອິນເດຍ. ກະສິກຳ, ສິນໃນນ້ຳ ແລະຊັບພະຍາກອນມະຫາສະໝຸດແມ່ນບັນດາຂົງເຂດທີ່ມີທ່າແຮງ ທີ່ສອງປະເທດສາມາດສືບຕໍ່ພັດທະນາ ໂດຍອີງໃສ່ບັນດາຜົນງານທີ່ບັນລຸໄດ້.
ການທ່ອງທ່ຽວແມ່ນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນທີ່ສຸດ, ຍ້ອນວ່າທັງສອງປະເທດມີຮ່ອງຮອຍປະຫວັດສາດ, ມໍລະດົກວັດທະນະທຳທີ່ອຸດົມສົມບູນ, ທິວທັດທຳມະຊາດທີ່ສວຍງາມ. ໂດຍການຊຸກຍູ້ບັນດາຂໍ້ລິເລີ່ມການທ່ອງທ່ຽວຮ່ວມກັນ, ໃນນັ້ນມີການທ່ອງທ່ຽວທາງດ້ານຈິດວິນຍານ, ທ່ອງທ່ຽວວັດທະນະທຳ, ທ່ອງທ່ຽວທະເລ..., ສອງປະເທດສາມາດໜູນຊ່ວຍເຊິ່ງກັນ ແລະກັນໃນການຊຸກຍູ້ການພັດທະນາເສດຖະກິດ, ພ້ອມທັງເພີ່ມທະວີການແລກປ່ຽນວັດທະນະທຳ ແລະການເຊື່ອມຕໍ່ລະຫວ່າງປະຊາຊົນ.
ຂົງເຂດທີ່ສຳຄັນໜຶ່ງອີກແມ່ນການສຶກສາ ແລະເຕັກໂນໂລຊີ. ຜ່ານການຮ່ວມມືໃນການຄົ້ນຄ້ວາ ແລະນະວັດຕະກຳ, ສອງປະເທດສາມາດຮ່ວມກັນແກ້ໄຂບັນດາສິ່ງທ້າທາຍລວມ ແລະເສີມຂະຫຍາຍກຳລັງແຮງຂອງກັນ.
ພະລັງງານທົດແທນກໍ່ເປັນຂົງເຂດໜຶ່ງທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ. ທັງຫວຽດນາມ ແລະສີລັງກາ ລ້ວນແຕ່ໃຫ້ຄຳໝັ້ນສັນຍາພັດທະນາແບບຍືນຍົງ ແລະມີກາລະໂອກາດຮ່ວມມືຫຼາຍທີ່ສຸດໃນໂຄງການພະລັງງານແສງຕາເວັນ ແລະພະລັງງານລົມ. ສອງປະເທດຍັງມີຄວາມຕ້ອງການຊຸກຍູ້ການຮ່ວມມືເພື່ອພ້ອມກັນຮັບມືກັບສິ່ງທ້າທາຍໃນທົ່ວໂລກເຊັ່ນການປ່ຽນແປງຂອງດິນຟ້າອາກາດ ແລະການຫັນປ່ຽນພະລັງງານ..., ຜ່ານນັ້ນບໍ່ພຽງແຕ່ເຮັດໃຫ້ການພົວພັນລະຫວ່າງສອງຝ່າຍເລິກເຊິ່ງເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນສັນຕິພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກອີກດ້ວຍ.
ນັກຂ່າວ: ຂໍຂອບໃຈທ່ານນາງເອກອັກຄະລັດຖະກທູດ!
ໂດຍ: ຈາງຫງວຽນ