ນັກຂ່າວ: ຂໍທ່ານທູດໃຫ້ຮູ້ກ່ຽວກັບແງ່ຫວັງຂອງການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງຫວຽດນາມ ກັບອາແຊກໄບຊານ, ພິເສດແມ່ນພະລັງແຮງຈາກການຢ້ຽມຢາມຂອງທ່ານ ໂຕເລິມ ທີ່ຈະມາເຖິງນີ້?
ທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳສະຫະພັນລັດເຊຍ: ເດືອນພຶດສະພາປີ 2025, ໂດຍໄດ້ຮັບຄຳເຊີນຂອງປະທານາທິບໍດີບັນດາປະເທດ, ຄື: ກາຊັກສະຖານ, ອາແຊກໄບຊານ, ສະຫະພັນລັດເຊຍ ແລະ ເບລາຣຸດ, ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງພັກ ແລະລັດຫວຽດນາມ ຈະມີການຢ້ຽມຢາມ 4 ປະເທດດັ່ງກ່າວ. ສິ່ງທີ່ພິເສດແມ່ນທັງສີ່ປະເທດເຫຼົ່ານີ້ລ້ວນແຕ່ແມ່ນສະມາຊິກຂອງສະຫະພາບໂຊວຽດ ໃນເມື່ອກ່ອນ. ປີນີ້, ພວກເຮົາສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກສາຍພົວພັນທາງການທູດ ກັບສະຫະພາບໂຊວຽດ, ຄວາມຈິງແລ້ວແມ່ນ 75 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດກັບແຕ່ລະປະເທດເຫຼົ່ານີ້. ແຕ່ລະປະເທດລ້ວນແຕ່ມີຂີດໝາຍສະເພາະ, ເຖິງຢ່າງໃດກໍ່ຕາມ, ອາດເວົ້າໄດ້ວ່າປະຊາຊົນອາແຊກໄບຊານ ແລະ ລັດຖະບານອາແຊກໄບຊານ ໃນເມື່ອກ່ອນ ກໍຄືໃນປະຈຸບັນ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມກັບປະຊາຊົນຫວຽດນາມ. ສາມາດຫວນຄືນວ່າ ລຸງໂຮ່ ໄດ້ມາຢ້ຽມຢາມນະຄອນຫຼວງ ບາກູ ກ່ອນທີ່ສະຫະພາບໂຊວຽດ ໄດ້ສ້າງຕັ້ງຂຶ້ນໃນປີ 1920. ນັ້ນແມ່ນຂີດໝາຍໜຶ່ງ.
ຕໍ່ມາ, ເມື່ອຫວຽດນາມ ສ້າງຕັ້ງສາຍພົວພັນກັບສະຫະພາບໂຊວຽດ ຢ່າງເປັນທາງການໃນປີ 1959, ລຸງໂຮ່ ໄດ້ໄປຢ້ຽມຢາມບັນດາປະເທດ ສາທາລະນະລັດ ສະຫະພາບໂຊວຽດ, ໃນນັ້ນມີອາແຊກໄບຊານ. ໃນໄລຍະຢູ່ທີ່ນີ້, ລຸງໂຮ່ ໄດ້ໄປຢ້ຽມຢາມຮາກຖານອຸດສາຫະກໍາ, ນິຄົມກະເສດ, ພົບປະກັບພໍແມ່ປະຊາຊົນ ແລະການນໍາຂອງອາແຊກໄບຊານ. ມາຮອດປະຈຸບັນ, ໃນໄລຍະຢ້ຽມຢາມ ແລະເຮັດວຽກຢູ່ອາແຊກໄບຊານ ຂອງຂ້າພະເຈົ້າ, ຊາວອາແຊກໄບຊານ ຍັງເວົ້າເຖິງເລື່ອງລຸງໂຮ່ ໄປຢ້ຽມຢາມອາແຊກໄບຊານ ໃນປີ 1959. ປະທານາທິບໍດີຜູ້ທຳອິດຂອງສາທາລະນະລັດ ອາແຊກໄບຊານ ພາຍຫຼັງໂຊວຽດລົ້ມລະລາຍແມ່ນທ່ານ Heydar Aliyev, ຜູ້ທີ່ເຄີຍໄປຢ້ຽມຢາມຫວຽດນາມໃນປີ 1983 ເມື່ອທ່ານເປັນກໍາມະການກົມການເມືອງ, ຮອງປະທານຜູ້ປະຈໍາການຂອງສະພາສູງ ສະຫະພາບໂຊວຽດ. ທ່ານໄດ້ເຂົ້າຮ່ວມພິທີເປີດການນໍາໃຊ້ຂົວທັງລອງ ແລະມີອາລົມຈິດເປັນພິເສດຕໍ່ກັບຫວຽດນາມ. ລູກຊາຍຂອງເພິ່ນ, ທ່ານ Illam Aliyev ປະທານາທິບໍດີຜູ້ພວມປະຈຳການຂອງອາແຊກໄບຊານ ເຄີຍເວົ້າຄືນເຖິງອານຸສອນຂອງພໍ່ຕົນທີ່ເຄີຍໄປຢ້ຽມຢາມຫວຽດນາມ.
    |
 |
|
ທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະພັນລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ |
ມີສິ່ງໜຶ່ງອີກທີ່ຄວນຮັບຮູ້ນັ້ນແມ່ນໃນໄລຍະຢ້ຽມຢາມອາແຊກໄບຊານ, ລຸງໂຮ່ ໄດ້ໄປຢ້ຽມຢາມຮາກຖານນ້ຳມັນອາຍແກັດຂອງມະຫາວິທະຍາໄລນໍ້າມັນອາແຊກໄບຊານ ແລະສະເໜີໃຫ້ສະຫະພາບໂຊວຽດ ຊ່ວຍເຫຼືອຫວຽດນາມ ພັດທະນາຂະແໜງນ້ຳມັນອາຍແກັດ ພາຍຫຼັງຫວຽດນາມ ທ້ອນໂຮມປະເທດຊາດເປັນເອກະພາບ. ແມ່ນຄືແນວນັ້ນແທ້, ພາຍຫຼັງປີ 1975, ໂດຍໄດ້ຮັບການແບ່ງວຽກຂອງລັດຖະບານສູນກາງສະຫະພາບໂຊວຽດ, ອາແຊກໄບຊານ ໄດ້ສຸມໃສ່ບໍາລຸງກໍ່ສ້າງນັກສຶກສາຫຼາຍຄົນໃຫ້ແກ່ຫວຽດນາມ. ຂ້າພະເຈົ້າໄດ້ຮູ້ມາວ່າ ມີນັກສຶກສາຫວຽດນາມ ປະມານ 5.000 ຄົນເຄີຍຮ່ຳຮຽນຢູ່ ບາກູ, ໃນນັ້ນມີນັກສຶກສາ 2.000 ຄົນແມ່ນຮຽນກ່ຽວກັບຂະແໜງການນ້ຳມັນອາຍແກັດ. ນີ້ແມ່ນບຸກຄົນສຳຄັນທີ່ສຸດເມື່ອຫວຽດນາມສ້າງຕັ້ງບໍລິສັດຮ່ວມທຸລະກິດ Vietsovpetro. ມີອີກເລື່ອງໜຶ່ງນັ້ນແມ່ນຜູ້ອຳນວຍການໃຫຍ່ຜູ້ທຳອິດຂອງບໍລິສັດຮ່ວມທຸລະກິດ Vietsovpetro ແມ່ນຊາວອາແຊກໄບຊານ.
ການຢ້ຽມຢາມຄັ້ງນີ້ຂອງທ່ານ ໂຕເລິມ ແມ່ນການຢ້ຽມຢາມຂັ້ນສູງສຸດຂອງການນໍາພັກ ແລະລັດຫວຽດນາມ ເຖິງອາແຊກໄບຊານ ນັບແຕ່ສອງປະເທດສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການ ແລະຈະປະກອບສ່ວນເພີ່ມທະວີການພົວພັນສອງປະເທດໃຫ້ຫຼາຍກວ່າອີກ, ເປັນຕົ້ນແມ່ນໃນບັນດາຂະແໜງການ ທີ່ອາແຊກໄບຊານ ມີທ່າແຮງ, ພິເສດແມ່ນຂະແໜງນ້ຳມັນອາຍແກັດ ແລະ ຂະແໜງການອື່ນໆ. ຫວ່າງມໍ່ໆມານີ້, ອາແຊກໄບຊານ ໄດ້ເປີດປະຕູຢ່າງແຂງແຮງ, ນີ້ອາດຈະແມ່ນປະຕູທີ່ດີເພື່ອໃຫ້ຫວຽດນາມ ພັດທະນາການພົວພັນກັບບັນດາປະເທດອາຊີກາງ ແລະ ກັບບັນດາປະເທດພາກພື້ນເອີລົບກວ່າອີກ. ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ເພື່ອໃຫ້ ອາແຊກໄບຊານ ເພີ່ມທະວີການພົວພັນກັບບັນດາປະເທດອາຊີຕາເວັນອອກ.
ດ້ວຍສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດ, ຂ້າພະເຈົ້າເຊື່ອໝັ້ນຢ່າງແນວແນ່ວ່າ ການຢ້ຽມຢາມອາແຊກໄບຊານ ຂອງທ່ານ ໂຕເລິມ ຈະຍົກລະດັບການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່, ສອດຄ່ອງກັບຜົນປະໂຫຍດ ແລະຄວາມຄອງຄອຍຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ສະຖຽນລະພາບໃນໂລກ ໃຫ້ຫຼາຍກວ່າອີກ.
ນັກຂ່າວ: ຂໍຂອບໃຈທ່ານທູດ!
ໂດຍ: ທູຈາງ