ນັກຂ່າວ: ຫວຽດນາມ ແມ່ນຊົນຊາດທີ່ອົງອາດກ້າແກ່ນໃນຕະຫຼອດໄລຍະປະຫວັດສາດແຫ່ງການຕໍ່ສູ້ຍາດເອົາເອກະລາດ ແລະປົກປັກຮັກສາອະທິປະໄຕຕ້ານການຮຸກຮານຈາກພາຍນອກໃນສະຕະວັດທີ XX. ຂໍຮຽນທ່ານ ຈົ່ງໃຫ້ຮູ້ບົດຮຽນປະຫວັດສາດອັນລ້ຳຄ່າໃດ ທີ່ໄດ້ກຳນົດແນວທາງນະໂຍບາຍການຕ່າງປະເທດຂອງຫວຽດນາມ ໃນການພົວພັນສາກົນໃນປັດຈຸບັນ?
ທ່ານ ບຸ່ຍແທງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ບັນດາຜົນງານອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະປ່ຽນແປງໃໝ່ໃນປັດຈຸບັນຂອງຫວຽດນາມ ລ້ວນແຕ່ມີຂີດໝາຍ ແລະການປະກອບສ່ວນສຳຄັນຂອງວຽກງານການຕ່າງປະເທດ. ບັນດາບົດຮຽນປະຫວັດສາດອັນລ້ຳຄ່າໃນ 80 ປີຜ່ານມາຍັງມີຄຸນຄ່າເໝືອນເດີມ ແລະສືບຕໍ່ເຍືອງທາງໃຫ້ແກ່ວຽກງານການຕ່າງປະເທດຂອງຫວຽດນາມ ໃນສັງກາດໃໝ່, ສັງກາດບືນຕົວຂຶ້ນຂອງຊາດ.
ທີໜຶ່ງແມ່ນບົດຮຽນຮັບປະກັນຜົນປະໂຫຍດຂອງປະເທດ-ຂອງຊາດໃຫ້ສູງສຸດ. ທີສອງແມ່ນບົດຮຽນກ່ຽວກັບການສົມທົບກຳລັງແຮງຂອງຊາດກັບກຳລັງແຮງຂອງຍຸກສະໄໝ. ທີສາມແມ່ນການສົມທົບຢ່າງແໜ້ນແຟ້ນລະຫວ່າງການພົວພັນຕ່າງປະເທດກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະບັນດາຂົງເຂດຕ່າງໆໃນການວາງແຜນກຳນົດ ແລະຜັນຂະຫຍາຍແນວທາງນະໂຍບາຍການຕ່າງປະເທດ. ທີສີ່ແມ່ນບົດຮຽນກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ, ຖືປະເທດເຂົ້າໃນກະແສຫຼັກຂອງຍຸກສະໄໝ; ປັດຈຸບັນແມ່ນການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ຮອບດ້ານ, ຄົບຖ້ວນ, ນໍາການເຊື່ອມໂຍງເຂົ້າກັບສາກົນກາຍເປັນກຳລັງໜູນໃຫ້ແກ່ການພັດທະນາ, ກາຍເປັນພາລະກິດຂອງທົ່ວລະບົບການເມືອງ ແລະທົ່ວປວງຊົນ.
    |
 |
ທ່ານ ບຸ່ຍແທງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ. |
ບັນດາບົດຮຽນປະຫວັດສາດອັນລ້ຳຄ່ານີ້ ສືບຕໍ່ປະກອບສ່ວນເຂົ້າໃນການກຳນົດທິດນະໂຍບາຍການຕ່າງປະເທດຂອງຫວຽດນາມ ໃນສັງກາດໃໝ່, ສອດຄ່ອງກັບສະພາບການສາກົນ, ຊ່ວຍໃຫ້ຫວຽດນາມ ສືບຕໍ່ຢືນຢັນ ແລະຍົກສູງທີ່ຕັ້ງຂອງຕົນໃນເວທີສາກົນ.
ນັກຂ່າວ: ຄວາມເຄັ່ງຕຶງທີ່ແກ່ຍາວລະຫວ່າງອາເມລິກາ ແລະຈີນ ພວມວາງອອກສິ່ງທ້າທາຍຕໍ່ຄວາມໝັ້ນຄົງ ແລະສະຖຽນລະພາບຢູ່ພາກພື້ນ ອາຊີ-ປາຊີຟິກ. ໃນຂະນະນັ້ນ, ຫວຽດນາມ ພວມໄດ້ຮັບການຕີລາຄາຈາກປະຊາຄົມສາກົນ ວ່າແມ່ນໜຶ່ງໃນບັນດາປະເທດທີ່ມີບົດບາດສຳຄັນພິເສດໃນໂຄງປະກອບຄວາມໝັ້ນຄົງຂອງພາກພື້ນ. ຂໍຮຽນທ່ານ ໃຫ້ຮູ້ວ່າ ອັນໃດເປັນຫຼັກການ ແລະການດັດປັບນະໂຍບາຍທີ່ຊ່ວຍໃຫ້ຫວຽດນາມ ຮັກສາຄວາມດຸ່ນດ່ຽງລະຫວ່າງບັນດາສູນກາງອຳນາດໃຫຍ່ໃນສະພາບການສັບສົນໃນປັດຈຸບັນ?
ທ່ານ ບຸ່ຍແທງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ນະໂຍບາຍການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ. ຫຼັກການ ແລະທິດນໍາການຕ່າງປະເທດຂອງຫວຽດນາມ ແມ່ນຮັບປະກັນຜົນປະໂຫຍດຂອງປະເທດ-ຂອງຊາດໃຫ້ສູງສຸດບົນພື້ນຖານກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ; ເດັດດ່ຽວຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນເພື່ອຮັກສາສັນຕິພາບ ແລະສະຖຽນລະພາບ, ຮັບໃຊ້ການສ້າງສາ ແລະປົກປັກຮັກສາປະເທດຊາດ.
ພ້ອມກັນນັ້ນ, ຫວຽດນາມ ປະຕິບັດນະໂຍບາຍປ້ອງກັນຊາດ “4 ບໍ່” ຄື: ບໍ່ເຂົ້າຮ່ວມພັນທະມິດທາງການທະຫານ; ບໍ່ຮ່ວມສຳພັນກັບປະເທດນີ້ເພື່ອຕ້ານປະເທດອື່ນ; ບໍ່ໃຫ້ຕ່າງປະເທດຕັ້ງຖານທັບ ຫຼືນໍາໃຊ້ຜືນແຜ່ນດິນເພື່ອຕ້ານປະເທດອື່ນ ແລະບໍ່ໃຊ້ກຳລັງອາວຸດ ຫຼືນາບຂູ່ນໍາໃຊ້ກຳລັງອາວຸດໃນການພົວພັນສາກົນ...
ກ່ຽວກັບການພົວພັນ ຫວຽດນາມ-ສະຫະພັນລັດເຊຍ
ນັກຂ່າວ: ວັນໄຊຊະນະ ທີ 9 ພຶດສະພາ ມີຄວາມໝາຍພິເສດຕໍ່ປະຊາຊົນສະຫະພັນລັດເຊຍ ແລະປະຊາຊົນທີ່ຮັກຫອມສັນຕິພາບໃນທົ່ວໂລກ. ທ່ານ ຈົ່ງແບ່ງປັນການຕີລາຄາ, ຄວາມຮູ້ສຶກຂອງທ່ານ ກ່ຽວກັບເຫດການປະຫວັດສາດທີ່ສໍາຄັນນີ້?
ທ່ານ ບຸ່ຍແທງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ວັນທີ 9 ພຶດສະພາ 1945 ແມ່ນຂີດໝາຍປະຫວັດສາດອັນຍິ່ງໃຫຍ່ບໍ່ພຽງແຕ່ສຳລັບປະຊາຊົນສະຫະພາບໂຊວຽດ ໃນເມື່ອກ່ອນ ແລະສະຫະພັນລັດເຊຍໃນປັດຈຸບັນເທົ່ານັ້ນ, ຫາກຍັງສໍາລັບປະຊາຊົນທີ່ຮັກຫອມສັນຕິພາບໃນໂລກທຸກຖ້ວນໜ້າ ແລະສໍາລັບຂະບວນການປະຕິວັດ ແລະປົດປ່ອຍຊາດໃນທົ່ວໂລກອີກດ້ວຍ. ນີ້ແມ່ນຂີດໝາຍສະແດງໃຫ້ເຫັນເຫດການກອງທັບແດງ ໂຊວຽດ ໄດ້ຕີຊະນະລັດທິຟາດຊິດ, ເຮັດໃຫ້ລະບົບລ່າເມືອງຂຶ້ນຂອງພວກຈັກກະພັດເອີຣົບອ່ອນແອລົງຢ່າງໜັກໜ່ວງ, ສິ້ນສຸດສົງຄາມທີ່ຮ້າຍກາດທີ່ສຸດໃນປະຫວັດສາດມວນມະນຸດ - ສົງຄາມໂລກຄັ້ງທີ 2 ຢູ່ສະໜາມຮົມເອີຣົບ.
ຄຽງຄູ່ກັນນັ້ນ, ໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່ຂອງສະຫະພາບໂຊວຽດ ໃນປີ 1945 ກໍ່ແມ່ນແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງໃຫ້ແກ່ຂະບວນການຕໍ່ສູ້ເພື່ອເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະຄວາມກ້າວໜ້າຂອງສັງຄົມໃນທົ່ວໂລກ, ພິເສດແມ່ນຢູ່ອາຊີ, ອາຟຣິກາ ແລະອາເມລິກາ ລາຕິນ, ໃນນັ້ນມີຫວຽດນາມ.
ໄຊຊະນະອັນຍິ່ງໃຫຍ່ນີ້ຍັງໄດ້ສ້າງພື້ນຖານໃຫ້ແກ່ລັດທິຫຼາຍຝ່າຍໃນໂລກປັດຈຸບັນ, ສ້າງການຫັນປ່ຽນຢ່າງແຂງແຮງຕໍ່ສະຖານະການການເມືອງໂລກ, ພົ້ນເດັ່ນກວ່າໝູ່ແມ່ນການກຳເນີດຂອງສະຫະປະຊາຊາດດ້ວຍບັນດາຫຼັກການພື້ນຖານຂອງການພົວພັນສາກົນ, ເຊັ່ນ: ການເຄົາລົບສິດສະເໝີພາບ, ສິດຕັດສິນດ້ວຍຕົນເອງລະຫວ່າງບັນດາປະເທດ; ແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ..., ປະກອບສ່ວນສຳຄັນເຂົ້າໃນການສ້າງລະບຽບໂລກໃໝ່ພາຍຫຼັງສົງຄາມ ແລະອະນາຄົດຂອງມວນມະນຸດເພື່ອສິດ ແລະຜົນປະໂຫຍດຂອງປະຊາຊົນໃນທົ່ວໂລກ.
ການສະເຫຼີມສະຫຼອງວັນໄຊຊະນະຄົບຮອບ 80 ປີ, ພວກເຮົາຍິ່ງມີຄວາມເຂົ້າໃຈຢ່າງແຈ່ມແຈ້ງ, ເລິກເຊິ່ງຕໍ່ຄຸນຄ່າປະຫວັດສາດ, ຈິດໃຈຕໍ່ສູ້ບໍ່ຍອມຈຳນົນ ແລະຄວາມຄາດຫວັງຢາກມີສັນຕິພາບເຊິ່ງໄຊຊະນະໄດ້ເອົາມາໃຫ້. ໄຊຊະນະຂອງກອງທັບແດງໂຊວຽດ ແລະກຳລັງຮັກຫອມສັນຕິພາບທີ່ກ້າວໜ້າໃນທົ່ວໂລກຈະໄດ້ຈົດຈຳ ແລະເຊີດຊູຕະຫຼອດໄປ.
ນັກຂ່າວ: ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີລັດເຊຍ ໄດ້ຕີລາຄາວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈທີ່ສຸດຂອງສະຫະພັນລັດເຊຍ. ໃນຕະຫຼອດໄລຍະ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສອງປະເທດໄດ້ຜັນຂະຫຍາຍຫຼາຍໂຄງການຮ່ວມມືສຳຄັນໃນຫຼາຍຂົງເຂດ, ນັບແຕ່ດ້ານພະລັງງານ, ການປ້ອງກັນຊາດ ຕະຫຼອດຮອດການສຶກສາ, ວັດທະນະທຳ. ຂໍຮຽນທ່ານ ໃຫ້ຮູ້ວ່າ ອັນໃດແມ່ນຫຼັກການຫຼັກແຫຼ່ງເພື່ອໃຫ້ຫວຽດນາມ ແລະລັດເຊຍ ຮັກສາ ແລະເສີມຂະຫຍາຍຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານໃນຕະຫຼອດໄລຍະປະຫວັດສາດ ແລະໃນໄລຍະປັດຈຸບັນ? ອັນໃດແມ່ນບັນດາຜົນການຮ່ວມມືທີ່ພົ້ນເດັ່ນທີ່ສຸດລະຫວ່າງສອງປະເທດໃນໄລຍະຜ່ານມາ, ຂົງເຂດໃດແມ່ນຂົງເຂດຮ່ວມມືບຸລິມະສິດທີ່ສອງປະເທດປາດຖະໜາຢາກຊຸກຍູ້ກວ່າອີກໃນໄລຍະຈະມາເຖິງ? ຂໍທ່ານຈົ່ງແບ່ງປັນເພີ່ມເຕີມກ່ຽວກັບເນື້ອໃນທີ່ສໍາຄັນທີ່ຈະປຶກສາຫາລືຢູ່ມົດສະກູ ໃນການຢ້ຽມຢາມຄັ້ງນີ້?
ທ່ານ ບຸ່ຍແທງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: 75 ປີກ່ອນນີ້, ຫວຽດນາມ ແລະສະຫະພາບໂຊວຽດ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ, ໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພົວພັນລະຫວ່າງສອງປະເທດໃນທຸກຂົງເຂດການຮ່ວມມືສອງຝ່າຍ ແລະຢູ່ບັນດາເວທີປາໄສສາກົນ ແລະພາກພື້ນ. ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈຳການຊ່ວຍເຫຼືອອັນໃຫຍ່ຫຼວງ, ຊອບທຳ ແລະສຸດຈິດສຸດໃຈຂອງສະຫະພາບໂຊວຽດ ໃນຕະຫຼອດໄລຍະຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະສ້າງສາປະເທດຊາດ. ການໜູນຊ່ວຍ, ຊ່ວຍເຫຼືອຢ່າງຮອບດ້ານ, ໃຫຍ່ຫຼວງ ແລະມີຄ່າໃນຫຼາຍທົດສະວັດຜ່ານມານັ້ນແມ່ນປັດໄຈສຳຄັນ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະປົກປັກຮັກສາປະເທດຊາດຂອງປະຊາຊົນຫວຽດນາມ. ການພົວພັນ ຫວຽດນາມ-ລັດເຊຍ ໃນປັດຈຸບັນໄດ້ ແລະພວມສືບທອດ ແລະສືບຕໍ່ການພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ, ໃກ້ຊິດສະໜິດສະໜົມ, ຜູກພັນຂອງການພົວພັນ ຫວຽດນາມ-ສະຫະພາບ ໂຊວຽດ ໃນເມື່ອກ່ອນ.
ເນື່ອງໃນໂອກາດທີ່ທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດ ແລະຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ ທີ່ຈະມາເຖິງນີ້, ຫວຽດນາມ ປາດຖະໜາຢາກສະແດງຄວາມເຄົາລົບນັບຖືຕໍ່ການປະກອບສ່ວນ ແລະການເສຍສະຫຼະອັນໃຫຍ່ຫຼວງຂອງສະຫະພາບໂຊວຽດ ໃນເມື່ອກ່ອນ, ສະຫະພັນລັດເຊຍ ໃນປັດຈຸບັນໃນໄຊຊະນະອັນໃຫຍ່ຫຼວງ ຕໍ່ສູ້ຕ້ານລັດທິຟາດຊິດ, ປົກປັກຮັກສາສັນຕິພາບໃນໂລກໄວ້ຢ່າງໝັ້ນແກ່ນ. ເນື່ອງໃນໂອກາດນີ້, ຫວຽດນາມ ປາດຖະໜາຢາກເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດກວ່າອີກ, ກຳນົດທິດນຳການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບລັດເຊຍ ຂຶ້ນສູ່ລະດັບສູງໃໝ່, ປັບປຸງການພົວພັນຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ແລະບັນດາພັກການເມືອງໃຫຍ່ຢູ່ລັດເຊຍ.
ໃນຂອບເຂດການຢ້ຽມຢາມ, ທ່ານເລຂາທິການໃຫຍ່ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຈະມີການພົບປະສຳຄັນກັບການນຳຂັ້ນສູງລັດເຊຍ, ຜ່ານນັ້ນສ້າງກຳລັງໜູນໃໝ່ໃນການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ, ລວມທັງບັນດາຂົງເຂດຮ່ວມມືແບບດັ້ງເດີມ ແລະຂົງເຂດໃໝ່ທີ່ມີຄວາມສາມາດບົ່ມຊ້ອນ, ຄື: ເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດພື້ນຖານ, ພະລັງງານ, ເຕັກໂນໂລຊີສູງ, ປັນຍາປະດິດ...; ສ້າງກຳລັງໜູນທີ່ສຳຄັນກວ່າອີກເພື່ອຫັນບັນດາເປົ້າໝາຍພັດທະນາທີ່ມີລັກສະນະກໍານົດທິດໃນການພົວພັນສອງຝ່າຍ ຫວຽດນາມ - ລັດເຊຍ ໃຫ້ປະກົດຜົນເປັນຈິງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ກໍ່ຄືໃນໂລກ.
ນັກຂ່າວ: ລັດເຊຍ ພວມເປີດກວ້າງການຮ່ວມມືດ້ານພະລັງງານກັບບັນດາປະເທດໃນພາກພື້ນອາຊີ-ປາຊີຟິກ, ໃນນັ້ນມີທັງຂົງເຂດດັ້ງເດີມ ຄື ນໍ້າມັນອາຍແກັດ ແລະບັນດາຂົງເຂດໃໝ່ຄືພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບ. ຂໍທ່ານ ໃຫ້ຮູ້ວ່າ, ຫວຽດນາມ ສາມາດຮັບຜິດຊອບບົດບາດຄືແນວໃດໃນໂຄງປະກອບການຮ່ວມມືດ້ານພະລັງງານໃໝ່ຂອງພາກພື້ນ?
ທ່ານ ບຸ່ຍແທງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ພະລັງງານແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືທີ່ເປັນເສົາຄ້ຳ, ມີລັກສະນະຍຸດທະສາດຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ລັດເຊຍ, ສະແດງໃຫ້ເຫັນນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ. ໃນໄລຍະຜ່ານມາ, ສອງປະເທດ ກໍມີບາດກ້າວເດີນທີ່ລະອຽດໃນການຮ່ວມມືດ້ານພະລັງງານນິວເຄຼຍເພື່ອຈຸດປະສົງສັນຕິພາບ, ພ້ອມທັງເປີດກວ້າງການຮ່ວມມືໃນຂົງເຂດພະລັງງານໃໝ່ ເຊັ່ນ: ພະລັງງານທົດແທນ ແລະການຄົມມະນາຄົມສີຂຽວ.
ໃນພາກພື້ນ, ດ້ວຍທີ່ຕັ້ງພູມສາດຍຸດທະສາດຂອງຕົນ, ຫວຽດນາມ ພວມຕັ້ງໜ້າເຂົ້າຮ່ວມບັນດາກົນໄກຮ່ວມມືດ້ານພະລັງງານ, ຄວາມໝັ້ນຄົງດ້ານພະລັງງານໃນຂອບເຂດອາຊຽນ, ອາຊຽນ +3, APEC..., ພວກຂ້າພະເຈົ້າ ຖືວ່າ ໃນຖານະເປັນປະເທດທີ່ມີການພົວພັນອັນຍາວນານ, ມີຄວາມໄວ້ເນື້ອເຊື່ອໃຈ, ມີມູນເຊື້ອກັບລັດເຊຍ ທາງດ້ານພະລັງງານ, ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ເພື່ອແລກປ່ຽນ, ແບ່ງປັນບົດຮຽນໃນການຮ່ວມມືກັບລັດເຊຍ ແລະບັນດາປະເທດໃນຂົງເຂດນີ້. ພ້ອມກັນນັ້ນ, ຫວຽດນາມ ກໍປາດຖະໜາຢາກຮຽນຮູ້ຕື່ມອີກຈາກບັນດາຄູ່ຮ່ວມມື, ໂດຍສະເພາະແມ່ນກ່ຽວກັບເຕັກໂນໂລຊີສູງ, ເຕັກໂນໂລຊີໃໝ່, ຈາກນັ້ນສ້າງພື້ນຖານອັນດີງາມເພື່ອຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງບັນດາປະເທດໃນຂົງເຂດພະລັງງານ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ຊຸກຍູ້ການພັດທະນາແບບຍືນຍົງຂອງຫວຽດນາມ, ຈາກນັ້ນປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນ ແລະໃນໂລກ.
ໂດຍ: ໄຊຊະນະ