ຂຸດຄົ້ນຄວາມສາມາດບົ່ມຊ້ອນຮ່ວມມືອັນໃຫຍ່ຫຼວງໃຫ້ມີປະສິດທິຜົນ

ຕອນເຊົ້າວັນທີ 5 ພຶດສະພາ, ຢູ່ສຳນັກງານປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ເປັນປະທານພິທີຕ້ອນຮັບທ່ານປະທານາທິບໍດີ Anura Kumara Dissanayaka ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ສີລັງກາ. ພາຍຫຼັງພິທີຕ້ອນຮັບ, ທ່ານ ເລືອງເກື່ອງ ແລະທ່ານປະທານາທິບໍດີ ສີລັງກາ ໄດ້ດຳເນີນການພົບປະເຈລະຈາ.

ສອງຝ່າຍເຫັນດີເປັນເອກະພາບຖືວ່າ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ, ນ້ຳໃຈມິດຕະພາບອົບອຸ່ນ, ການສະໜັບສະໜູນຢ່າງສຸດຈິດສຸດໃຈລະຫວ່າງສອງປະເທດ ແລະເລື່ອງສອງປະເທດແບ່ງປັນວິໄສທັດ, ທັດສະນະລວມແມ່ນພື້ນຖານເພື່ອນຳການພົວພັນສອງປະເທດພັດທະນາຂຶ້ນລະດັບສູງໃໝ່. ບົນຈິດໃຈດັ່ງກ່າວ, ສອງປະເທດເຫັນດີເປັນເອກະພາບປັບປຸງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ແລະຄວາມເຂົ້າອົກເຂົ້າໃຈກັນຢ່າງບໍ່ຢຸດຢັ້ງ, ຊຸກຍູ້ການຢ້ຽມຢາມຂັ້ນສູງ, ຂັ້ນຕ່າງໆເປັນປະຈຳກວ່າ, ເພີ່ມທະວີ ການຮ່ວມມືລະຫວ່າງສອງພັກກຳອຳນາດ, ພົບປະແລກປ່ຽນລະຫວ່າງບັນດາອົງການຈັດຕັ້ງປະຊາຊົນ, ສະມາຄົມສາມັກຄີມິດຕະພາບຂອງສອງປະເທດ; ຍົກສູງປະສິດທິຜົນບັນດາກົນໄກຮ່ວມມື, ພິເສດແມ່ນຄະນະກຳມະການປະສົມກ່ຽວກັບການຮ່ວມມືເສດຖະກິດ, ການຄ້າ, ວິທະຍາສາດເຕັກນິກເພື່ອກວດກາຄືນ ແລະວາງອອກມາດຕະການຮ່ວມມືລະອຽດ; ປັບປຸງ, ເພີ່ມເຕີມ, ຊຸກຍູ້ການເຊັນຂໍ້ຕົກລົງຮ່ວມມືທີ່ເໝາະສົມກັບສະຖານະການໃໝ່, ຄົ້ນຄວ້າການຍົກລະດັບການພົວພັນເມື່ອມີເງື່ອນໄຂຄົບຖ້ວນ ແລະທັງສອງຝ່າຍເຫັນດີເຫັນພ້ອມ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ Anura Kumara Dissanayaka ປະທານາທິບໍດີ ສີລັງກາ. ພາບ: ທ໊າຍຮຶງ

ສອງຝ່າຍເຫັນດີຕົກລົງຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຕຸລາການແທດຈິງກວ່າ, ສົ່ງເສີມເພີ່ມທະວີການແລກປ່ຽນ, ພົບປະແລກປ່ຽນ, ເປີດກວ້າງການຮ່ວມມືບຳລຸງສ້າງ, ຍົກສູງຄວາມສາມາດ, ປະສານສົມທົບໃນການປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດ, ປະຕິບັດກົດໝາຍ, ພິຈາລະນາເຊັນຂໍ້ຕົກລົງຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຕຸລາການ.

ການນຳສອງທ່ານເຫັນດີເປັນເອກະພາບວ່າ ໃນສະພາບການໂລກ, ພາກພື້ນມີການຜັນແປສັບສົນຫຼາຍຢ່າງ, ສອງປະເທດຈະສືບຕໍ່ມູນເຊື້ອປະສານສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະພາກພື້ນ, ໂດຍສະເພາະ ແມ່ນຢູ່ສະຫະປະຊາຊາດ, ຂະບວນການບໍ່ຮ່ວມກຸ່ມ, ຮ່ວມມືໃຕ້-ໃຕ້ ກໍ່ຄືໃນບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍຢັ້ງຢືນຄືນໃໝ່ຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະຄວາມເສລີໃນການເດີນທະເລ, ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການເຄົາລົບ ແລະປະຕິບັດຕາມກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982). ທ່ານ ເລືອງເກື່ອງ ຊົມເຊີຍ ສີລັງກາ ເພີ່ມທະວີການພົວພັນ, ຮ່ວມມືແທດຈິງກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ແລະອາຊຽນ ກວ່າອີກ.

ສີລັງກາ ປາດຖະໜາຢາກຮຽນເອົາບົດຮຽນພັດທະນາຂອງຫວຽດນາມ

ຕອນບ່າຍວັນທີ 5 ພຶດສະພາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບທ່ານ Anura Kumara Dissanayaka ປະທານາທິບໍດີສີລັງກາ.

ທີ່ການພົບປະ, ທ່ານ Anura Kumara Dissanayaka ຢັ້ງຢືນວ່າ ລັດຖະບານ ແລະປະຊາຊົນ ສີລັງກາ ຍາມໃດກໍ່ຖືຫວຽດນາມ ແມ່ນແຫຼ່ງບັນດານໃຈ, ໃຫ້ກຳລັງໃຈເພື່ອໃຫ້ ສີລັງກາ ສືບຕໍ່ຊອກຫາເສັ້ນທາງເໝາະສົມເພື່ອນຳປະເທດຜ່ານຜ່າຄວາມຫຍຸ້ງຍາກ, ນັບມື້ນັບພັດທະນາກ້າວຂຶ້ນ. ທ່ານປະທານາທິບໍດີ ຕີລາຄາສູງ ຫວຽດນາມ ແມ່ນຮູບແບບພັດທະນາເສດຖະກິດປະສົບຜົນສຳເລັດ, ແມ່ນໜຶ່ງໃນບັນດາປະເທດທີ່ມີລະດັບການພັດທະນາເສດຖະກິດໄວທີ່ສຸດໃນໂລກ, ກາຍເປັນສູນການຜະລິດ, ນະວັດຕະກຳ, ດຶງດູດການລົງທຶນຕ່າງປະເທດ; ສະແດງຄວາມປາດຖະໜາຢາກຮຽນເອົາບັນດາບົດຮຽນນີ້ຈາກຫວຽດນາມ.

ໃນບັນຍາກາດໄມຕີຈິດມິດຕະພາບ ແລະໄວ້ເນື້ອເຊື່ອໃຈ, ທ່ານ ຟ້າມມິງຈິ໊ງ ໄດ້ແບ່ງປັນບັນດາການກຳນົດທິດຍຸດທະສາດ, ເປົ້າໝາຍ, ມາດຕະການ, ບົດຮຽນປະສົບການຂອງ ຫວຽດນາມ ໃນການພັດທະນາເສດຖະກິດ, ປ່ຽນແປງໃໝ່ຮູບແບບການເຕີບໂຕ, ພັດທະນາວິທະຍາສາດ ແລະເຕັກໂນໂລຢີ, ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ. ທ່ານປະທານາທິບໍດີ ສີລັງກາ ຕີລາຄາສູງການແບ່ງປັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະປາດຖະໜາຢາກສອງຝ່າຍສືບຕໍ່ແບ່ງປັນ, ແລກປ່ຽນບົດ ຮຽນໃນໄລຍະຈະມາເຖິງ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Anura Kumara Dissanayaka ປະທານາທິບໍດີສີລັງກາ. ພາບ: ທ໊າຍຮຶງ

ທ່ານປະທານາທິບໍດີ ສີລັງກາ ເຫັນດີເປັນເອກະພາບສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດຫວຽດນາມ ສົ່ງອອກສິນຄ້າທີ່ ສີລັງກາ ມີຄວາມຕ້ອງການ ແລະຫວຽດນາມ ມີທ່າແຮງ; ມີນະໂຍບາຍບຸລິມະສິດໃຫ້ນັກລົງທຶນຫວຽດນາມ ມາ ສີລັງກາ ລົງທຶນບັນດາໂຄງການຈຸດສຸມ.

ການນຳສອງທ່ານກໍ່ເຫັນດີເປີດກວ້າງການຮ່ວມມືການຫັນປ່ຽນດີຈີຕອນ, ຫັນປ່ຽນສີຂຽວ, ພັດທະນາກະສີກຳເຕັກໂນໂລຢີສູງ, ເພີ່ມທະວີການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຢີ, ໂດຍສະເພາະແມ່ນເຕັກໂນໂລຢີໃໝ່.

ການນຳສອງທ່ານຕີລາຄາສູງເລື່ອງ ຫວຽດນາມ ແລະສີລັງກາ ແບ່ງປັນຫຼາຍທັດສະນະລວມກ່ຽວກັບບັນຫາພາກພື້ນ ແລະສາກົນ ແລະເຫັນດີເປັນເອກະພາບຖືວ່າ ໃນສະພາບການພາກພື້ນ ແລະໂລກຜັນແປຫຼາຍຢ່າງຄືປະຈຸບັນ, ສອງປະເທດຄວນເພີ່ມທະວີການຮ່ວມມື, ສະໜັບສະໜູນກັນ, ກາຍເປັນເພື່ອນມິດສະໜິດສະໜົມ ແລະໄວ້ເນື້ອເຊື່ອໃຈຢູ່ບັນດາເວທີປາໄສຫຼາຍຝ່າຍພາກພື້ນ ແລະສາກົນ.

ເພີ່ມທະວີການຮ່ວມມືລັດຖະສະພາ

ກໍ່ໃນຕອນບ່າຍວັນທີ 5 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝີນ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານ Anura Kumara Dissanayaka ປະທານາທິບໍດີ ສີລັງກາ.

ທີ່ການພົບປະ, ທ່ານ ເຈິ່ນແທັງເໝີນ ເນັ້ນໜັກວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະສີລັງກາ ພັດທະນາຢ່າງບໍ່ຢຸດຢັ້ງໃນຕະຫຼອດ 55 ປີຜ່ານມານັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນທາງການທູດ, ໃນນັ້ນການຮ່ວມມື ລະຫວ່າງລັດຖະສະພາສອງປະເທດປະກອບສ່ວນຢ່າງຕັ້ງໜ້າເຂົ້າຜົນງານລວມ, ທັງແງ່ມູມສອງຝ່າຍ ແລະທີ່ບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ; ຢັ້ງຢືນວ່າ ສະພາແຫ່ງຊາດຫວຽດນາມ ຕີລາຄາສູງການຮ່ວມມືລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດໃນໄລຍະຜ່ານມາ; ຊົມເຊີຍເລື່ອງສະພາແຫ່ງຊາດ ສີລັງກາ ໄດ້ສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບ ສີລັງກາ-ຫວຽດນາມ ແລະປາດຖະໜາຢາກສອງຝ່າຍເຊັນບົດບັນທຶກຮ່ວມມືລະຫວ່າງສອງສະພາແຫ່ງຊາດ, ຜ່ານນັ້ນຊຸກຍູ້ການພົບປະຂັ້ນສູງ, ແລກປ່ຽນບົດຮຽນນິຕິກຳ ແລະຕິດຕາມກວດກາ, ປະກອບສ່ວນສ້າງເງື່ອນໄຂສະດວກໃຫ້ການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ.

leftcenterrightdel
ທ່ານ ເຈິ່ນແທັງເໝີນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານປະທານາທິບໍດີ Anura Kumara Dissanayaka. ພາບ: ທ໊າຍຮຶງ

ທ່ານປະທານາທິບໍດີ ສີລັງກາ ເຫັນດີເປັນເອກະພາບຕໍ່ການສະເໜີຂອງທ່ານປະທານສະພາແຫ່ງຊາດຫວຽດນາມ, ເນັ້ນໜັກວ່າ ສະພາແຫ່ງຊາດສອງປະເທດມີບົດບາດສຳຄັນໃນການຊຸກຍູ້ການຮ່ວມມືແທດຈິງ, ມີປະສິດທິຜົນ, ພິເສດແມ່ນໃນຂົງເຂດ ເຊິ່ງສອງ ຝ່າຍມີທ່າແຮງ ແລະປະສານສົມທົບແກ້ໄຂບັນຫາພາກພື້ນ, ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານປະທານາທິບໍດີ ຕີລາຄາສູງບົດບາດຂອງກຸ່ມສະມາຊິກລັດຖະສະພາມິດຕະພາບ ສີລັງກາ-ຫວຽດນາມ ແລະບັນດາສະມາຄົມມິດຕະພາບລະຫວ່າງສອງ ປະເທດ; ສະເໜີສອງຝ່າຍເພີ່ມທະວີການແລກປ່ຽນຄະນະ, ແບ່ງປັນບົດຮຽນໃນການປະສານສົມທົບລະຫວ່າງລັດຖະບານ ແລະສະພາແຫ່ງຊາດ, ວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ; ເຊື່ອມຕໍ່ເສດຖະກິດ.

ສອງຝ່າຍກໍ່ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນກັນຢູ່ບັນດາເວທີປາໄສພາກພື້ນ, ສາກົນ; ເພີ່ມທະວີການແບ່ງປັນຂໍ້ມູນ, ປະສານສົມທົບຫຼັກໝັ້ນໃນບັນຫາພາກພື້ນ, ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ໂດຍ: ແສງເດືອນ