ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກວ່າ

ຫວນຄືນປະຫວັດສາດການພົວພັນ ຫວຽດນາມ - ອາເມລິກາ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຖືວ່າ ນີ້ແມ່ນວິວັດການທີ່ຫາຍາກ ແລະເປັນແບບຢ່າງໃນການພົວພັນສາກົນກ່ຽວກັບການຮຳບາດແຜ ແລະສ້າງການພົວພັນພາຍຫຼັງສົງຄາມ; ເນັ້ນໜັກວ່າ ໝາກຜົນນີ້ແມ່ນມາຈາກຄວາມມານະພະຍາຍາມ,  ການສ້າງຄວາມໄວ້ເນື້ອເຊື່ອໃຈໃນຕະຫຼອດ 3 ທົດສະວັດຂອງບັນດາການນຳ, ອໍານາດການປົກຄອງ, ສະພາແຫ່ງຊາດ ແລະປະຊາຊົນສອງປະເທດ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ກ່າວຄຳເຫັນທີ່ພິທີ. ພາບ: qdnd.vn

ທ່ານເລຂາທິການໃຫຍ່, ປະທານປະເທດ ຊົມເຊີຍບັນດາໝາກຜົນທີ່ໜ້າສົ່ງເສີມທີ່ສອງຝ່າຍບັນລຸໄດ້ພາຍຫຼັງ 1 ປີແຫ່ງການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ພ້ອມທັງຖືວ່າ ດ້ວຍເນື້ອໃນຮອບດ້ານ ແລະລະອຽດຂອງຂອບເຂດການພົວພັນໃໝ່, ສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອສືບຕໍ່ເຮັດໃຫ້ການພົວພັນລະຫວ່າງປະເທດເລິກເຊິ່ງ ແລະນັບມື້ນັບພັດທະນາເປັນປົກກະຕິ, ແທດຈິງ, ນຳມາເຊິ່ງຜົນປະໂຫຍດຫຼາຍກວ່າໃຫ້ປະຊາຊົນສອງປະເທດ ກໍ່ຄືປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ຄວາມວັດທະນາຖາວອນຢູ່ພາກພື້ນ ແລະສາກົນ. ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກວ່າ ສິ່ງສຳຄັນກວ່ານັ້ນແມ່ນຊ່ວຍໃຫ້ສອງຝ່າຍສ້າງຄວາມໄວ້ເນື້ອເຊື່ອໃຈ, ເປັນພື້ນຖານສຳຄັນເພື່ອໃຫ້ “ພວກເຮົາສາມາດພ້ອມກັນສ້າງວິໄສທັດທີ່ສົດໃສໃຫ້ແກ່ການພົວພັນລະຫວ່າງສອງປະເທດໃນອະນາຄົດ, ເພື່ອໃຫ້ສອງປະເທດພວກເຮົາ, ລູກຫຼານຂອງພວກເຮົາຍາມໃດກໍ່ເປັນເພື່ອນມິດ ແລະຄູ່ຮ່ວມມືທີ່ດີຂອງກັນ” ຄືທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ກ່າວຄໍາເຫັນໃນການຢ້ຽມຢາມອາເມລິກາ ເມື່ອປີ 2015.

ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໄດ້ສິ້ນສຸດການກ່າວຄໍາປາໄສໂດຍຄໍາເວົ້າຂອງທ່ານ Abraham Lincoln ປະທານາທິບໍດີ ຄົນທີ 16 ຂອງສະຫະລັດອາເມລິກາ: "ແບບວິທີດີທີ່ສຸດເພື່ອຄາດຄະເນອະນາຄົດແມ່ນການສ້າງອະນາຄົດ".

leftcenterrightdel
ລາຍການສະແດງສິລະປະທີ່ພິທີ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໄດ້ຂອບອົກຂອບໃຈລັດຖະບານ ແລະປະຊາຊົນອາເມລິກາ ທີ່ໄດ້ໃຫ້ການຊ່ວຍເຫຼືອປະຊາຊົນຫວຽດນາມ ຖືກເຄາະຮ້າຍຈາກພາຍຸ ຢາກີ ຜ່ານມາຢ່າງທັນການ.

ກ່າວຄຳເຫັນທີ່ພິທີ, ທ່ານ John Kerry ອະດີດລັດຖະມົນຕີການຕ່າງປະເທດ ເນັ້ນໜັກວ່າ, ຍ້ອນບັນດາຄວາມມານະພະຍາຍາມຂອງການນຳລຸ້ນຕ່າງໆ, ປະຊາຊົນສອງປະເທດ, ປະຈຸບັນສອງຝ່າຍບໍ່ພຽງແຕ່ປິຕິຊົມຊື່ນທີ່ ຊອກໄດ້ວິທີຊຸກຍູ້ການຮຳບາດແຜ, ຢຸດຕິສົງຄາມເທົ່ານັ້ນ, ຫາກຍັງຢືນຢູ່ຕໍ່ໜ້າກາລະໂອກາດ “ຮ່ວມກັນສ້າງກາລະໂອກາດໃຫ້ລຸ້ນໜຸ່ມອີກດ້ວຍ”.

ທ່ານ Dan Sullivan ສະມາຊິກສະພາສູງ ສະແດງຄວາມເສົ້າສະຫລົດໃຈເຖິງຄອບຄົວຂອງຜູ້ປະສົບເຄາະຮ້າຍຈາກພາຍຸ ຢາກີ; ຢືນຢັນວ່າ, ລັດຖະສະພາອາເມລິກາ ຈະສືບຕໍ່ສະໜັບສະໜູນຫວຽດນາມ “ເຂັ້ມແຂງ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະວັດທະນາຖາວອນ”, ແມ່ນປະເທດທີ່ມີບົດບາດສຳຄັນແຖວໜ້າຢູ່ພາກພື້ນ.

ການພົວພັນຫວຽດນາມ - ອາເມລິກາ ກ້າວເຂົ້າສູ່ໜ້າໃໝ່ ແລະພັດທະນາຢ່າງດີງາມ

ຕອນເຊົ້າວັນທີ 23 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດໄດ້ກ່າວຄຳປາໄສກ່ຽວກັບນະໂຍບາຍຢູ່ມະຫາວິທະຍາໄລ Columbia.

ໃນສະພາບການໂລກມີການປ່ຽນແປງຢ່າງວ່ອງໄວ, ທ່ານເລຂາທິການໃຫຍ່, ປະທານປະເທດ ຢືນຢັນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດ, ຫວຽດນາມ ຍັງຕັ້ງໝັ້ນປະຕິບັດນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ເປັນຫຼາຍຮູບຫຼາຍແບບ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ຫວຽດນາມ ຈະຢຶດໝັ້ນໃນນະໂຍບາຍປ້ອງກັນຊາດ “4 ບໍ່”, ສະໜັບສະໜູນການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດບັດສະຫະປະຊາຊາດ, ກົດໝາຍສາກົນ, ຄັດຄ້ານການກະທຳແບບຝ່າຍດຽວ, ອຳນາດການເມືອງ, ການນຳໃຊ້ ຫຼືການຂົ່ມຂູ່ນຳໃຊ້ກຳລັງອາວຸດໃນການພົວພັນສາກົນ.

leftcenterrightdel
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢ້ຽມຢາມມະຫາວິທະຍາໄລ Columbia. ພາບ: qdnd.vn

ເຕື້ອງເຖິງການພົວພັນລະຫວ່າງ ຫວຽດນາມ-ອາເມລິກາ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຢືນຢັນວ່າ: ເພື່ອໃຫ້ການພົວພັນລະຫວ່າງສອງປະເທດຫັນໄປສູ່ໜ້າໃໝ່ ແລະພັດທະນາຢ່າງດີງາມຄືປະຈຸບັນ, ປັດໄຈສຳຄັນທີ່ສຸດແມ່ນມູນເຊື້ອເມດຕາຂອງປະເທດຫວຽດນາມ, ແມ່ນການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ດ້ວຍວິໄສທັດ, ຄວາມຕັດສິນໃຈ ແລະຄວາມກ້າຫານ ເພື່ອນຳປະເທດ ຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນ. ຄຽງຂ້າງນັ້ນ, ຕ້ອງເວົ້າເຖິງບັນດາເພື່ອນມິດ, ຄູ່ຮ່ວມມືອາເມລິກາ, ພິເສດແມ່ນການສະໜັບສະໜູນຢ່າງແຂງແຮງຂອງຫຼາຍພັກ ຢູ່ອາເມລິກາ ສຳລັບການພົວພັນຫວຽດນາມ - ອາເມລິກາ.

ທ່ານເລຂາທິການໃຫຍ່, ປະທານປະເທດ ເຊື່ອໝັ້ນວ່າ ດ້ວຍວິທີເຂົ້າເຖິງແມ່ນຍົກສູງຄວາມສາມັກຄີສາກົນ, ມຸ່ງໄປເຖິງອະນາຄົດ, ກໍ່ຄືຜົນສຳເລັດຂອງການພົວພັນຫວຽດນາມ - ອາເມລິກາ, ໂລກຈະຫັນສິ່ງທີ່ບໍ່ອາດເປັນໄປໄດ້ໃຫ້ປະກົດຜົນເປັນຈິງ, ສືບຕໍ່ສ້າງອະລີຍະທຳທີ່ໝັ້ນຄົງ, ກ້າວໜ້າໃຫ້ມວນມະນຸດ...

* ຕອນເຊົ້າວັນທີ 23 ກັນຍາ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໄດ້ຕ້ອນຮັບນັກຊ່ຽວຊານ, ນັກຮຽນຮູ້ກ່ຽວກັບຫວຽດນາມ ຈຳນວນໜຶ່ງ.

* ກ່ອນໜ້ານັ້ນ, ວັນທີ 22 ກັນຍາ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ອາເມລິກາ ໃນການພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະປັນຍາປະດິດ”. ຢູ່ທີ່ນີ້, ຜູ້ຕາງໜ້າບັນດາອົງການເຕັກໂນໂລຢີ, ກຸ່ມບໍລິສັດເຕັກໂນໂລຢີແຖວໜ້າສະຫະລັດອາເມລິກາ ແລະໂລກ ໄດ້ແບ່ງປັນບັນດາບົດຮຽນສາກົນໃນການພັດທະນາຂົງເຂດ ເຄິ່ງຊັກນໍາໄຟຟ້າ ແລະ AI, ກໍ່ຄືຊີ້ອອກບັນດາຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ແລະກາລະໂອກາດຮ່ວມມືກັບຫວຽດນາມ ເພື່ອພັດທະນາບັນດາຂົງເຂດນີ້.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໄດ້ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ການໂອ້ລົມສົນທະນາ “ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ອາເມລິກາ ໃນການພັດທະນາອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ ແລະປັນຍາປະດິດ”. ພາບ: qdnd.vn

ທ່ານເລຂາທິການໃຫຍ່, ປະທານປະເທດ ຢືນຢັນວ່າ: ຄວາມສາມາດບົ່ມຊ້ອນການຮ່ວມມືຂອງບັນດາຄູ່ຮ່ວມມືຫວຽດນາມ ແລະອາເມລິກາ ໃນຂະແໜງອຸດສາຫະກຳສູງຄື ເຄິ່ງຊັກນຳໄຟຟ້າ ແລະປັນຍາປະດິດ ແມ່ນໃຫຍ່ຫຼວງ ແລະມີຄວາມໝາຍຫຼາຍຢ່າງໃນສະໄໝໃໝ່, ພິເສດແມ່ນພາຍຫຼັງຫວຽດນາມ ແລະອາເມລິກາ ຍົກລະດັບການພົວພັນຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານດ້ວຍ 2 ເສົາຄ້ຳຮ່ວມມືບຸກທະລຸ ແມ່ນ: ການປ່ຽນແປງໃໝ່ປະດິດສ້າງ ແລະອຸດສາຫະກຳເຄິ່ງຊັກນຳໄຟຟ້າ.

* ວັນທີ 22 ກັນຍາ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໄດ້ພົບປະ ແລະແລກປ່ຽນກັບບັນດາການນຳພັກກອມມູນິດ, ບັນດາອົງການຝ່າຍຊ້າຍ ແລະເພື່ອນມິດອາເມລິກາ ຢູ່ນະຄອນ New York.

ໃນບັນຍາກາດທີ່ສະໜິດສະໜົມ, ອົບອຸ່ນ, ບັນດາຜູ້ແທນສະແດງຄວາມສະເທືອນໃຈທີ່ໄດ້ພົບປະກັບທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ, ແບ່ງປັນຄວາມຮູ້ສຶກພິເສດ ແລະການສະໜັບສະໜູນຫວຽດນາມ ດ້ວຍຫຼາຍຮູບການທີ່ແຕກຕ່າງກັນໃນສະໄໝຕ່າງໆ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ພົບປະກັບບັນດາການນຳຂອງພັກກອມມູນິດ, ບັນດາອົງການຝ່າຍຊ້າຍ ແລະບັນດາເພື່ອນມິດອາເມລິກາ. ພາບ: ແທງຕວນ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ແຈ້ງໃຫ້ຊາບບັນດາຜົນງານຂອງຫວຽດນາມ ພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່, ບັນດາໝາກຜົນທີ່ບັນລຸໄດ້ໃນການຜັນຂະຫຍາຍການປະຕິບັດບັນດາເປົ້າໝາຍຂອງກອງປະຊຸມໃຫຍ່ ຄັ້ງທີ 13; ຢືນຢັນແນວທາງເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື, ມິດຕະພາບ ແລະການພັດທະນາໃນການພົວພັນຂອງຫວຽດນາມ ກັບບັນດາປະເທດ, ໃນນັ້ນມີ ອາເມລິກາ, ເນັ້ນໜັກວ່າ ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ການໄກ່ເກ່ຍໃນໂລກ, ເຂົ້າຮ່ວມການແກ້ໄຂບັນດາສິ່ງທ້າທາຍລວມທີ່ມະນຸດພວມປະເຊີນໜ້າ.

ທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ຊົມເຊີຍ ແລະມອບຫຼຽນກາມິດຕະພາບ ໃຫ້ບັນດາບຸກຄົນທີ່ມີການປະກອບສ່ວນຢ່າງຕັ້ງໜ້າ, ສໍາຄັນ, ປະກອບສ່ວນເພີ່ມທະວີການພົວພັນ ລະຫວ່າງປະຊາຊົນສອງປະເທດ.

ໂດຍ: ຈາງຫງວຽນ