ເນື່ອງໃນໂອກາດນີ້, ທ່ານ ເລຮ່ວາຍຈູງ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບການຢ້ຽມຢາມ.

ນັກຂ່າວ: ຂໍຮຽນທ່ານ, ທ່ານສາມາດແບ່ງປັນກ່ຽວກັບຈຸດປະສົງ ແລະຄວາມໝາຍຂອງການຢ້ຽມຢາມທາງລັດຖະກິດເຖິງ ສ. ກູບາ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ແລະພັນລະຍາໄດ້ບໍ?

ທ່ານ ເລຮ່ວາຍຈູງ: ນີ້ແມ່ນການຢ້ຽມຢາມກູບາ ຄັ້ງທຳອິດຂອງທ່ານ ໂຕເລິມ ໃນຖານະຕຳແໜ່ງເປັນເລຂາທິການໃຫຍ່, ປະທານປະເທດ, ກູບາແມ່ນໜຶ່ງໃນບັນດາປະເທດທຳອິດທີ່ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໄປຢ້ຽມຢາມ ໃນສະພາບທີ່ 2 ປະເທດພວມກະກຽມສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1960-2025).

ການຢ້ຽມຢາມກູບາ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ເພື່ອແນໃສ່ຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ຢືນຢັນ ຫວຽດນາມ ຖືເປັນສຳຄັນ ແລະປາດຖະໜາຢາກພັດທະນາການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ. ການຢ້ຽມຢາມສະແດງໃຫ້ເຫັນຄວາມສາມັກຄີ, ຄວາມສັດຊື່ບໍລິສຸດ, ເປັນແບບຢ່າງ, ສະເໝີຕົ້ນສະເໝີປ່າຍຂອງພັກ, ລັດ ແລະປະຊາຊົນຫວຽດນາມ ກັບພັກ, ລັດ ແລະປະຊາຊົນກູບາ, ພ້ອມທັງຢືນຢັນວ່າພັກ, ລັດ ແລະປະຊາຊົນຫວຽດນາມ ປາດຖະໜາຢາກຮ່ວມເດີນທາງ, ຮ່ວມມື, ພ້ອມກັນພັດທະນາເພື່ອປັບປຸງ, ຊຸກຍູ້, ພັດທະນາການພົວພັນສາມັກຄີທີ່ເປັນມູນເຊື້ອ, ມິດຕະພາບພິເສດກັບພັກ, ລັດ ແລະປະຊາຊົນກູບາ ຢ່າງບໍ່ຢຸດຢັ້ງ.

leftcenterrightdel
ທ່ານ ເລຮ່ວາຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ໃຫ້ສຳພາດຕໍ່ນັກຂ່າວ. ພາບ: ເຟືອງຮວາ

ຜ່ານການຢ້ຽມຢາມ, ບັນດາການນຳຂັ້ນສູງສຸດຂອງສອງພັກ, ສອງລັດ ຈະແລກປ່ຽນ, ຕີລາຄາບັນດາຜົນງານທີ່ບັນລຸໄດ້, ຜົນການຮ່ວມມືລະຫວ່າງ ຫວຽດນາມ ແລະກູບາ ໃນໄລຍະຜ່ານມາ ແລະວາງບັນດາທິດທາງເພື່ອເພີ່ມທະວີ, ຍົກສູງປະສິດທິຜົນການຮ່ວມມືໃນທຸກຂົງເຂດ, ນໍາການພົວພັນຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ກູບາ ກ້າວເຂົ້າສູ່ໄລຍະໃໝ່, ນັບມື້ນັບພັດທະນາຢ່າງແທດຈິງ ແລະຍືນຍົງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ນັກຂ່າວ: ສອງຝ່າຍມີຄວາມຫວັງໃດແດ່ໃນການຢ້ຽມຢາມກູບາ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ແລະປະທານປະເທດ?

ທ່ານ ເລຮ່ວາຍຈູງ: ໃນການຢ້ຽມຢາມຄັ້ງນີ້, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຈະມີບັນດາການພົບປະເຈລະຈາ, ການພົບປະກັບບັນດາການນຳຫຼັກແຫຼ່ງ.

ຄຽງຂ້າງນັ້ນ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ແລະຄະນະຍັງໄປວາງພວງມາລາທີ່ອະນຸສາວະລີປະທານ ໂຮ່ຈີມິນ ແລະວິລະຊົນແຫ່ງຊາດກູບາ Jose Marti, ໄປຢ້ຽມຢາມບາງຮາກຖານເສດຖະກິດ, ໃນນັ້ນມີບັນດາສະຖານທີ່ມີໂຄງການຮ່ວມມື ແລະລົງທຶນຂອງບັນດາວິສາຫະກິດຫວຽດນາມ; ພົບປະມິດຕະພາບກັບເພື່ອນມິດ ແລະລຸ້ນໜຸ່ມຂອງສອງປະເທດ. ພ້ອມກັນນັ້ນ, ຍັງມີການເຄື່ອນໄຫວຖະຫວາຍດອກໄມ້ສະແດງຄວາມຮູ້ບຸນຄູນຕໍ່ປະທານໂຮ່ຈີມິນ ແລະການນຳກູບາ.

ຜ່ານການຢ້ຽມຢາມ, ຫວຽດນາມ ຢືນຢັນຄວາມປາດຖະໜາຢາກສືບຕໍ່ສືບທອດ ແລະເສີມຂະຫຍາຍບັນດາມໍລະດົກອັນລ້ຳຄ່າຂອງການພົວພັນລະຫວ່າງສອງປະເທດ, ບົນພື້ນຖານທີ່ໝັ້ນຄົງໂດຍປະທານໂຮ່ຈີມິນ ແລະຜູ້ບັນຊາການໃຫຍ່ Fidel Castro ນໍາໜ້າສ້າງຕັ້ງ. ການພົບປະ ແລະແລກປ່ຽນສອງຝ່າຍລະຫວ່າງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ແລະ ບັນດາການນຳຂັ້ນສູງຂອງກູບາ ຈະຊ່ວຍເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະເພີ່ມທະວີການສົມທົບກັນໃນບັນດາບັນຫາໃຫຍ່, ຈາກນັ້ນປັບປຸງການພົວພັນທີ່ເປັນມູນເຊື້ອ, ແບບພິເສດລະຫວ່າງສອງປະເທດກວ່າອີກ.

ຮ່ວມເດີນທາງພ້ອມກັບທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໃນການຢ້ຽມຢາມຄັ້ງນີ້ຍັງມີບັນດາການນຳຂອງພັກ, ລັດຖະບານ, ຜູ້ຕາງໜ້າບັນດາຄະນະພັກ, ອົງການລັດຖະບານ, ທ້ອງຖິ່ນ ແລະຈະມີການພົບປະ, ເຮັດວຽກສອງຝ່າຍ, ຜ່ານນັ້ນສອງຝ່າຍຈະເຫັນດີຮ່ວມກັນຕີລາຄາໝາກຜົນການຮ່ວມມືໃນໄລຍະຜ່ານມາ, ວາງທິດທາງ ແລະມາດຕະການລະອຽດເພື່ອເພີ່ມທະວີການຮ່ວມມືຫຼາຍດ້ານ, ໃນນັ້ນມີການຮ່ວມມືດ້ານເສດຖະກິດ - ການຄ້າລະຫວ່າງສອງປະເທດ.

ດັ່ງທີ່ພວກເຮົາໄດ້ຮູ້ແລ້ວວ່າ, ປະຈຸບັນ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບສອງ ແລະຄູ່ຮ່ວມມືລົງທຶນໃຫຍ່ທີ່ສຸດຂອງກູບາ ທີ່ມາຈາກອາຊີ ແລະທະວີບໂອເຊອານີ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາສາກົນເພື່ອຜົນປະໂຫຍດຂອງທັງສອງປະເທດ ແລະປະຊາຊົນໃນໄລຍະປະຈຸບັນ.

ຄຽງຂ້າງນັ້ນ, ບັນດາການເຄື່ອນໄຫວລະຫວ່າງສອງພັນລະຍາ ແລະບັນດາການພົບປະແລກປ່ຽນມິດຕະພາບກັບປະຊາຊົນ ແລະລຸ້ນໜຸ່ມຂອງກູບາ ກໍ່ຈະສະແດງໃຫ້ເຫັນສາຍພົວພັນ ແລະນໍ້າໃຈພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຢ່າງມີຊີວິດຊີວາ.

ຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມຈະປະສົບຜົນສຳເລັດ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງນໍ້າໃຈມິດຕະພາບແບບພິເສດ, ນໍ້າໃຈສະຫາຍອ້າຍນ້ອງທີ່ສະໜິດສະໜົມລະຫວ່າງສອງປະເທດ. ບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມຈະປະກອບສ່ວນເສີມສ້າງໜ້າປະຫວັດສາດອັນສະຫງ່າອົງອາດ, ສົດໃສລະຫວ່າງສອງປະເທດ ແລະນຳການພົວພັນ ຫວຽດນາມ - ກູບາ ກ້າວຂຶ້ນສູ່ໄລຍະໃໝ່, ພັດທະນາຢ່າງແທດຈິງ ແລະຍືນຍົງກວ່າ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັງຄົມນິຍົມ, ເພື່ອສັນຕິພາບ, ການຮ່ວມມື ແລະການພັດທະນາຢູ່ແຕ່ລະພາກພື້ນ ແລະໃນໂລກ.

ນັກຂ່າວ: ຂໍຂອບໃຈທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເລຮ່ວາຍຈູງ!

ໂດຍ: ຈາງຫງວຽນ