ກະຊວງການຕ່າງປະເທດໃຫ້ຮູ້ວ່າ ມາຮອດປະຈຸບັນໄດ້ມີ 20 ກວ່າປະເທດ ແລະອົງການຈັດຕັ້ງສາກົນໄດ້ຕົກລົງ ຫຼືຄາດຄະເນຈະຊ່ວຍເຫຼືອດ້ວຍຍອດມູນຄ່າກວ່າ 22 ລ້ານໂດລາສະຫະລັດ (ປະມານ 550 ຕື້ດົ່ງ) ແລະອຸປະກອນ, ນ້ຳສະອາດ, ອະນາໄມ... ການລະດົມກໍາລັງໃຈ, ການຢ້ຽມຢາມຖາມຂ່າວ, ການຊ່ວຍເຫຼືອທາງດ້ານວັດຖຸສະແດງໃຫ້ເຫັນຈິດໃຈແບ່ງປັນ, ຊ່ວຍເຫຼືອ, ແມ່ນກຳລັງໜູນອັນລ້ຳຄ່າ ເພື່ອໃຫ້ຫວຽດນາມ ຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກພາຍຸຢາກີ ໂດຍໄວ.

leftcenterrightdel
ທ່ານ Andrew Goledzinowski ເອກອັກຄະລັດຖະທູດອົດສະຕາລີ ປະຈຳ ຫວຽດນາມ ມອບເຄື່ອງຊ່ວຍເຫຼືອໃຫ້ທ່ານນາງ ວູ້ທິຮ່ຽນແຮ້ງ, ຮອງປະທານຄະນະກຳມະການປະຊາຊົນແຂວງອຽນບາຍ. ພາບ: ສະຖານທູດອົດສະຕາລີ ປະຈຳ ຫວຽດນາມ

ເພື່ອແນໃສ່ໜູນຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸຢາກີຢ່າງທັນການ, ລັດຖະບານ ສ.ເກົາຫຼີ ໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍມະນຸດສະທຳທີ່ມີມູນຄ່າ 2 ລ້ານໂດລາສະຫະລັດ ເພື່ອຊ່ວຍຊາວຫວຽດນາມ ຟື້ນຟູບັນດາເຂດຖືກເສຍຫາຍ. ອົງການເພື່ອການພັດທະນາ ແລະການຮ່ວມມືຂອງສະວິດ (SDC) ກໍ່ໃຫ້ຮູ້ວ່າ ຈະສົ່ງເຄື່ອງກູ້ຊ່ວຍໃຫ້ຫວຽດນາມ, ລວມມີຜ້າເຕັ້ນຄອບຄົວ 300 ແຫ່ງ ແລະ 2 ລະບົບແຈກຢາຍເພື່ອຮັບໃຊ້ປະຊາຊົນ 10.000 ຄົນ. ຜ່ານອົງການ USAID, ອາເມລິກາ,  ໄດ້ໜູນຊ່ວຍ 1 ລ້ານໂດລາສະຫະລັດ, ເນັ້ນໜັກເຖິງຄຳໝັ້ນສັນຍາອັນຍາວນານຕໍ່ຫວຽດນາມ ໃນການປັບປຸງຄວາມສາມາດຮັບມືກັບໄພທຳມະຊາດ. ລັດຖະບານນິວຊີແລນ ກໍ່ປະກາດປະກອບ 1 ລ້ານ NZD ເພື່ອຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ, ສຸມໃສ່ຮັບມືສຸກເສີນ ແລະຟື້ນຟູຊີວິດການເປັນຢູ່.

ທ່ານນາງ Caroline Beresford ເອກອັກຄະລັດຖະທູດນິວຊີແລນ ປະຈຳຫວຽດນາມ ແບ່ງປັນວ່າ: “ພວກຂ້າພະເຈົ້າເຂົ້າໃຈຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງໂດຍພາຍຸຢາກີ ກໍ່ຂຶ້ນໃຫ້ຊາວຫວຽດນາມ, ເພາະວ່າ ນິວຊີແລນ ຕ້ອງຜ່ານພາຍຸນ້ຳຖ້ວມຮ້າຍແຮງທີ່ສຸດໃນຊຸມປີມໍ່ໆມານີ້. ໃນຊ່ວງເວລາທີ່ຫຍຸ້ງຍາກນີ້, ພວກຂ້າພະເຈົ້າຫວັງວ່າ ການໜູນຊ່ວຍຂອງນິວຊີແລນ ຈະໄປເຖິງຜູ້ທີ່ຕ້ອງການໂດຍໄວ; ປະກອບສ່ວນຢ່າງມີປະສິດທິຜົນໃນຄວາມພະຍາຍາມຮ່ວມແຮງຮ່ວມໃຈຊ່ວຍເຫຼືອຊຸມຊົນທີ່ຖືກຜົນສະທ້ອນແນໃສ່ຟື້ນຟູ, ເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າກັບຄືນສູ່ສະພາບປົກກະຕິໂດຍໄວ. ແລະຂ້າພະເຈົ້າຢາກໃຫ້ຊາວຫວຽດນາມ ຮູ້ວ່າ ພວກຂ້າພະເຈົ້າຍາມໃດກໍ່ມຸ່ງຫາພວກເພື່ອນ”.

ພ້ອມກັນຮ່ວມແຮງຮ່ວມໃຈໜູນຊ່ວຍຫວຽດນາມ, ລັດຖະບານອົດສະຕາລີ ປະກາດຈະສະໜອງບ້ວງຊ່ວຍເຫຼືອເບື້ອງຕົ້ນມີມູນຄ່າ 3 ລ້ານ AUD, ລວມມີຄວາມມານະພະຍາຍາມຊ່ວຍເຫຼືອມະນຸດສະທຳ, ເຄື່ອງຊ່ວຍເຫຼືອສຸກເສີນ ແລະບັນດາບໍລິການທີ່ຈຳເປັນອື່ນໆ; ພິເສດແມ່ນຊ່ວຍບັນດາຊຸມຊົນທີ່ຮັບຜົນສະທ້ອນຫຼາຍທີ່ສຸດ ແລະກຸ່ມຄົນຖືກສ່ຽງໄພຫຼາຍກວ່າເພິ່ນຄື: ແມ່ຍິງ, ເດັກນ້ອຍ ແລະຄົນພິການ... ສົ່ງຄວາມເສົ້າສະຫຼົດໃຈຢ່າງສຸດຊິ້ງເຖິງລັດຖະບານ ແລະປະຊາຊົນຫວຽດນາມ ຕໍ່ໜ້າຄວາມເສຍຫາຍໂດຍໄພທຳມະຊາດກໍ່ຂຶ້ນ, ທ່ານ Andrew Goledzinowski ເອກອັກຄະລັດຖະທູດອົດສະຕາລີ ປະຈຳຫວຽດນາມ ເນັ້ນໜັກເຖິງຄວາມສາມັກຄີ, ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງ ແລະກໍ່ສ້າງຄືນໃໝ່ພາຍຫຼັງພາຍຸ. ທ່ານເອກອັກຄະລັດຖະທູດ Andrew Goledzinowski ກໍ່ຕີລາຄາສູງບັນດາທິດທາງທີ່ມີປະສິດທິຜົນ, ການຮັບມືຢ່າງວ່ອງໄວຂອງລັດຖະບານຫວຽດນາມ ໃນການຈັດຕັ້ງບັນດາການເຄື່ອນໄຫວກູ້ໄພ ແລະຮັບມືຢ່າງຮີບດ່ວນຢູ່ບັນດາເຂດປະສົບໄພ.

leftcenterrightdel
ທ່ານ Sandeep Arya ເອກອັກຄະລັດຖະທູດອິນເດຍ ປະຈຳ ຫວຽດນາມ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ຕາງໜ້າກະຊວງກະສິກຳ ແລະພັດທະນາຊົນນະບົດຫວຽດນາມ. ພາບ: vov.vn

ພ້ອມກັບປະເທດຕ່າງໆ, ໃນຂອບເຂດຍຸດທະນາການ Sadbhav (ແປເຈດຕະນາດີ), ທ່ານ Sandeep Arya ເອກອັກຄະລັດຖະທູດອິນເດຍ ປະຈຳຫວຽດນາມ ໃຫ້ຮູ້ວ່າ ລັດຖະບານອິນເດຍ ຫາກໍ່ຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳ 35 ໂຕນດ້ວຍມູນຄ່າ 1 ລ້ານໂດລາສະຫະລັດ ມາຍັງຫວຽດນາມ.

ທ່ານເອກອັກຄະລັດຖະທູດ Sandeep Arya ກໍ່ຢືນຢັນວ່າ ການເຄື່ອນໄຫວໜູນຊ່ວຍມະນຸດສະທຳໃຫ້ແກ່ຫວຽດນາມ ພິສູດໃຫ້ເຫັນການພົວພັນອັນແໜ້ນແຟ້ນຍາວນານລະຫວ່າງສອງປະເທດ, ເປັນຂີດໝາຍແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ; ແມ່ນສ່ວນໜຶ່ງໃນຄວາມພະຍາຍາມຂອງອິນເດຍ ເພື່ອແນໃສ່ປະກອບສ່ວນຊ່ວຍເຫຼືອມະນຸດສະທຳ ແລະກູ້ໄພຢູ່ພາກພື້ນອາຊຽນ, ສອດຄ່ອງກັບນະໂຍບາຍການກະທໍາມຸ່ງຫາຕາເວັນອອກຂອງອິນເດຍ.

ໃນໄລຍະຍາວ, ຕາມທ່ານເອກອັກຄະລັດຖະທູດ Sandeep Arya ແລ້ວ, ເລື່ອງຫວຽດນາມ ປະກາດເຂົ້າຮ່ວມພັນທະມິດພື້ນຖານໂຄງລ່າງຕ້ານໄພພິບັດທຳມະຊາດ (CDRI) ທີ່ມີສຳນັກງານຢູ່ ເດລີ ຫວ່າງແລ້ວນີ້ ຈະໜູນຊ່ວຍບັນດາຝ່າຍແບ່ງປັນບົດຮຽນ, ເຕັກໂນໂລຢີ, ຄວາມສາມາດ, ວາງມາດຕະການ, ຄາດຄະເນຄວາມສ່ຽງ... ປະກອບສ່ວນຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ກໍ່ຄື ຟື້ນຟູພາຍຫຼັງໄພທຳມະຊາດ. ຕໍ່ໜ້າຜົນຮ້າຍຢ້ອນຫຼັງຈາກພາຍຸຢາກີ, ແບ່ງປັນຄວາມຫຍຸ້ງຍາກ, ຄວາມເສຍກັບປະຊາຊົນຫວຽດນາມ, ຜ່ານອົງການຮ່ວມມືສາກົນຍີ່ປຸ່ນ (JICA) ລັດຖະບານ ຍີ່ປຸ່ນ ໄດ້ສົ່ງເຄື່ອງຊ່ວຍເຫຼືອຢ່າງຮີບດ່ວນລວມມີອຸປະກອນຕອງນ້ຳ ແລະແຜ່ນຢາງ plastic ເຖິງແຂວງອຽນບາຍ. ອາຊຽນ ແລະອົງການ UNICEF ກໍ່ສົ່ງເຄື່ອງຊ່ວຍເຫຼືອທີ່ຈຳເປັນ ເຊັ່ນ: ເຄື່ອງໃຊ້ໃນຄອບຄົວ, ນ້ຳສະອາດ ແລະເຄື່ອງອະນາໄມໄປສູ່ເຂດທີ່ຖືກຜົນກະທົບ.

ບັນດາອົງການອື່ນໆ, ຄື: UN Women, ສະຖານທູດບັນດາປະເທດເອີລົບ ພວມສົມທົບກັບຫວຽດນາມ ເພື່ອກຳນົດຄວາມຕ້ອງການອັນຮີບດ່ວນ ແລະບັນດາແຜນການໜູນຊ່ວຍທີ່ເໝາະສົມ, ເພື່ອແນໃສ່ຊ່ວຍປະຊາຊົນໃນເຂດປະສົບໄພຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ກັບຄືນສູ່ການດຳລົງຊີວິດເປັນປົກກະຕິໂດຍໄວ.

ໂດຍ: ຈາງຫງວຽນ