ຕາງໜ້າລັດຖະບານ ແລະປະຊາຊົນສະຫະພັນລັດເຊຍ, ທ່ານ Ivan Sergeevich Nesterov ໄດ້ສົ່ງຄໍາແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ຜົນຮ້າຍຂອງພາຍຸລູກທີ 3 ຢູ່ພາກເໜືອຫວຽດນາມ, ເຮັດໃຫ້ປະຊາຊົນເສຍຊີວິດ, ໄດ້ຮັບບາດເຈັບ ແລະທໍາລາຍເຮືອນຊານບ້ານຊ່ອງຢ່າງໜັກໜ່ວງ.

ການມອບ-ຮັບເຄື່ອງຊ່ວຍເຫຼືອມະນຸດສະທໍາ 35 ໂຕ່ນຂອງລັດເຊຍ ເພື່ອມອບໃຫ້ຜູ້ຖືກເຄາະຮ້າຍຈາກໄພທໍາມະຊາດແມ່ນສັນຍາລັກຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດໃນຕະຫຼອດ 75 ປີຜ່ານມາ. ທ່ານ Ivan Sergeevich Nesterov ເຊື່ອໝັ້ນວ່າ ດ້ວຍການຊ່ວຍເຫຼືອຂອງລັດຖະບານ ແລະປະຊາຊົນລັດເຊຍຈະຊ່ວຍໃຫ້ຊາວຫວຽດນາມ ທີ່ໄດ້ຮັບຜົນທະທ້ອນຈາກພາຍຸລູກທີ 3 ກັບຄືນສູ່ການດໍາລົງຊີວິດເປັນປົກກະຕິ.

leftcenterrightdel
ເຄື່ອງຊ່ວຍເຫຼືອມະນຸດສະທໍາ 35 ໂຕນຂອງລັດເຊຍ ຊ່ວຍເຫຼືອຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸລູກທີ 3. ພາບ: ສໍານັກຂ່າວສານຫວຽດນາມ

ໃນວັນດຽວກັນ, ສະຖານທູດການາດາ ປະຈໍາ ຫວຽດນາມ ອອກແຈ້ງການວ່າການາດາໄດ້ໜູນຊ່ວຍ 560.000 ໂດລາການາດາ (ກວ່າ 10 ຕື້ດົ່ງ) ເພື່ອຊ່ວຍເຫຼືອຊາວຫວຽດນາມ ທີ່ໄດ້ຮັບຜົນສະທ້ອນຈາກນໍ້າຖ້ວມ ແລະດິນເຊາະເຈື່ອນຍ້ອນພາຍຸລູກທີ 3 ກໍ່ຂຶ້ນ. ການາດາໄດ້ຈັດແບ່ງ 350.000 ໂດລາການາດາ ເພື່ອໜູນຊ່ວຍ Oxfam Canada ສະໜອງນໍ້າ, ບໍລິການທຳຄວາມສະອາດ, ຊຸດທຳຄວາມສະອາດ ກໍ່ຄືບັນດາການບໍລິການການແພດ ແລະອຸປະກາລະທີ່ມີລັກສະນະລໍ່ແຫຼມທາງເພດໃຫ້ວົງຄະນະຍາດທີ່ມີຄວາມສ່ຽງງ່າຍ, ໄດ້ຮັບຜົນສະທ້ອນຈາກພາຍຸ ແລະດິນເຊາະເຈື່ອນພາຍຫຼັງພາຍຸ.

ການາດາ ກໍ່ອຸປະຖຳ 160.000  ໂດລາການາດາ ໃຫ້ສະພາກາແດງການາດາ ໂດຍຜ່ານກອງທຶນໜູນຊ່ວຍໄພພິບັດສຸກເສີນ (EDAF) ເພື່ອສະໜອງສະບຽງອາຫານ, ນໍ້າ, ການບໍລິການທຳຄວາມສະອາດ, ການແພດ, ບ່ອນຢູ່ບ່ອນກິນ ແລະໜູນຊ່ວຍເງິນສົດ. ນອກຈາກນັ້ນ, 50.000 ໂດລາການາດາ ໄດ້ຈັດແບ່ງໃຫ້ສະຖາບັນຄຸ້ມຄອງ ແລະພັດທະນາອາຊີ (AMDI)  ຢູ່ຫວຽດນາມ ຜ່ານກອງທຶນຂໍ້ລິເລີ່ມທ້ອງຖິ່ນການາດາ (CFLI)  ເພື່ອກູ້ຊ່ວຍສຸກເສີນ ແລະຊ່ວຍຟື້ນຟູ, ກໍ່ຄືຍົກສູງກຳລັງຄວາມສາມາດຂອງວົງຄະນະຍາດທ້ອງຖິ່ນຢູ່ແຂວງລາວກາຍ ແລະແຂວງກາວບັ່ງ, ເພື່ອຮັບມືກັບໄພທໍາມະຊາດໃນອະນາຄົດ.

ຕາມທ່ານ Shawn Steil ເອກອັກຄະລັດຖະທູດການາດາ ປະຈໍາ ຫວຽດນາມ ແລ້ວ ບ້ວງເງິນໜູນຊ່ວຍນີ້ລວມມີການໜູນຊ່ວຍບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານພາຍໃນປະເທດ ແລະສາກົນກໍ່ຄືສະພາກາແດງເພື່ອຕອບສະໜອງຄວາມຕ້ອງການທີ່ຈໍາເປັນທີ່ສຸດ. ການາດາສືບຕໍ່ຕິດຕາມສະພາບການຢ່າງໃກ້ຊິດ ແລະກຽມພ້ອມໃຫ້ການຊ່ວຍເຫຼືອສາມັກຄີກັບຊາວຫວຽດນາມ.

ໂດຍ: ໄຊນີດາ