ເນື່ອງໃນໂອກາດນີ້, ທ່ານ ດັ້ງຮວ່າງຢາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ສປຊ ກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ກໍ່ຄືການປະກອບສ່ວນຂອງຫວຽດນາມ ເຂົ້າໃນອົງການຫຼາຍຝ່າຍໃຫຍ່ທີ່ສຸດຂອງໂລກ.

ຕໍ່ໄປນີ້ແມ່ນເນື້ອໃນຂອງການສໍາພາດ:

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະເຂົ້າຮ່ວມສັບປະດາຂັ້ນສູງສະມັດຊາໃຫຍ່ ສປຊ ເປັນຄັ້ງທຳອິດ, ທ່ານຕີລາຄາຄືແນວໃດກ່ຽວກັບຄວາມໝາຍຂອງການປະຕິບັດງານຄັ້ງນີ້?

ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ: ຄະນະຜູ້ແທນຂັ້ນສູງຫວຽດນາມ ນໍາໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ ແລະວາລະປຶກສາຫາລືລວມຂັ້ນສູງຂອງສະມັດຊາໃຫຍ່ ສປຊ, ດ້ວຍສານທີ່ວ່າ: “ປັບປຸງລັດທິຫຼາຍຝ່າຍ, ພ້ອມກັນກະທໍາເພື່ອສ້າງອະນາຄົດແຫ່ງສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະຍືນຍົງໃຫ້ທຸກຄົນ”. ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເຫດການນີ້ມີຄວາມໝາຍສຳຄັນທີ່ສຸດ.

ນີ້ແມ່ນຄັ້ງທຳອິດທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມສະມັດຊາໃຫຍ່ ສປຊ ໂດຍກົງ ແລະກໍ່ແມ່ນການເຄື່ອນໄຫວທາງການທູດຫຼາຍຝ່າຍຄັ້ງທຳອິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ອົງການຈັດຕັ້ງສາກົນທົ່ວໂລກ ສປຊ, ຜ່ານນັ້ນໄດ້ຢັ້ງຢືນຄືນໃໝ່ຢ່າງແຂງແຮງໃນລະດັບສູງສຸດແນວທາງພົວພັນຕ່າງປະເທດ ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ, ແບ່ງປັນວິໄສທັດ ແລະມາດຕະການຂອງຫວຽດນາມ ກ່ຽວກັບບົດບາດຂອງ ສປຊ ແລະບັນດາບັນຫາສຳຄັນຂອງໂລກ, ພ້ອມທັງສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງພັກ ແລະລັດໃນການຮ່ວມມືຫຼາຍຝ່າຍ, ບັນດາໂຄງການດໍາເນີນງານໃຫຍ່ຂອງ ສປຊ ແລະການພົວພັນຮອບດ້ານກັບ ສປຊ.

leftcenterrightdel
ທ່ານ ດັ້ງຮວ່າງຢາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ

ນັກຂ່າວ: ຫວຽດນາມ ນັບມື້ນັບມີທັດສະນະສຳຄັນຢູ່ ສປຊ, ນັບມື້ນັບເປັນເຈົ້າການເຂົ້າຮ່ວມວຽກງານລວມຂອງອົງການຫຼາຍຝ່າຍທີ່ໃຫຍ່ທີ່ສຸດໃນໂລກ. ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ການປະກອບສ່ວນທີ່ມີຄວາມໝາຍຂອງຫວຽດນາມ ໃຫ້ ສປຊ ໃນໄລຍະຜ່ານມາແມ່ນຫຍັງແດ່?

ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ: ຫວນຄືນໄລຍະເກືອບເຄິ່ງສັດຕະວັດຜ່ານມາ, ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ສປຊ ໄດ້ມີບາດກ້າວພັດທະນາກະໂດດຂັ້ນ, ໃນຫຼາຍດ້ານ ແລະຫຼາຍຂັ້ນ. ສປຊ ແມ່ນເພື່ອນມິດທີ່ໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນກັບຫວຽດນາມ ໃນໄລຍະຕົ້ນແຫ່ງການສ້າງປະເທດຄືນໃໝ່ພາຍຫຼັງສົງຄາມ ແລະໃນພາລະກິດປ່ຽນແປງໃໝ່ຕໍ່ໄປ. ຫວຽດນາມ ຢັ້ງຢືນບົດບາດເປັນເຈົ້າການຢ່າງບໍ່ຢຸດຢັ້ງ ແລະການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຂອງ ສປຊ, ແບ່ງປັນບັນດາຄຸນຄ່າຫຼັກຂອງອົງການນີ້ຢ່າງເລິກເຊິ່ງ. ຈາກປະເທດທີ່ໄດ້ຮັບການຊ່ວຍເຫຼືອຈາກ ສປຊ, ຫວຽດນາມ ໄດ້ຫັນເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະມີປະສິດທິຜົນຂອງ ສປຊ, ແມ່ນປະເທດປະກອບສ່ວນໃຫຍ່ອັນດັບທີ 49 ເຂົ້າໃນງົບປະມານຂອງ ສປຊ, ເຂົ້າຮ່ວມນັບມື້ນັບເລິກເຊິ່ງກວ້າງຂວາງ, ມີການປະກອບສ່ວນທີ່ມີຄວາມໝາຍທັງ 3 ເສົາຄໍ້າຕົ້ນຕໍ: ສັນຕິພາບ-ຄວາມໝັ້ນຄົງ, ການຮ່ວມມືພັດທະນາ ແລະສິດທິມະນຸດ.

ຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງຫວຽດນາມ ໄດ້ຮັບການຮັບຮູ້ ແລະສະໜັບສະໜູນຈາກປະຊາຄົມໂລກ, ໄດ້ຮັບເລືອກຕັ້ງເຂົ້າບັນດາຕຳແໜ່ງສຳຄັນເພື່ອບໍລິຫານບັນດາອົງການ ສປຊ, ຄື: ຮອງປະທານສະມັດຊາໃຫຍ່ ສປຊ ຊຸດທີ 77 (2022-2023), ສະມາຊິກສະພາປະຕິບັດໂຄງການພັດທະນາ ສປຊ (UNDP), ກອງທຶນປະຊາກອນ ສປຊ (UNFPA) ແລະຫ້ອງການບໍລິການຂອງ ສປຊ (UNOPS) ອາຍຸການ 2000-2002, ສະມາຊິກສະພາເສດຖະກິດ ແລະສັງຄົມ ສປຊ (ECOSOC) ບັນດາອາຍຸການ 1998-2000 ແລະ 2016-2018, ປະທານສະມັດຊາໃຫຍ່ອົງການຊັບສິນທາງປັນຍາໂລກ (WIPO) ອາຍຸການ 2018-2019, ເຂົ້າຮ່ວມບັນດາກົນໄກເຄື່ອນໄຫວບໍລິຫານຂອງອົງການສຶກສາ, ວິທະຍາສາດ ແລະວັດທະນະທຳ ສປຊ (UNESCO)…

ນັກຂ່າວ: ການທູດຫຼາຍຝ່າຍມີບົດບາດສໍາຄັນໃນແນວທາງ “ການທູດໄມ້ໄຜ່” ຂອງຫວຽດນາມ. ແນວທາງນີ້ໄດ້ປະກອບສ່ວນຍົກສູງທີ່ຕັ້ງ ແລະຮູບພາບປະເທດຊາດ, ຊາວຫວຽດນາມ ຄືແນວໃດໃນສາຍຕາເພື່ອນມິດສາກົນ, ຂໍຮຽນທ່ານເອກອັກຄະລັດຖະທູດ?

ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ: ໃນໄລຍະຜ່ານມາ, ພວກເຮົາບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງ, ເຮັດໃຫ້ຮູບພາບຫວຽດນາມ ສວຍງາມຕື່ມອີກໃນສາຍຕາເພື່ອນມິດສາກົນ, ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ, ຫວຽດນາມ ແມ່ນສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະເປັນເຈົ້າການເຂົ້າຮ່ວມການເຄື່ອນໄຫວລວມຂອງ ສປຊ, ຄື: ຮັກສາສັນຕິພາບ, ຄວາມໝັ້ນຄົງ, ຊຸກຍູ້ບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະສິດທິມະນຸດ. ການປະຕິບັດງານຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນອີກເທື່ອໜຶ່ງແນວທາງພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນບັນດາການພົວພັນກັບຫວຽດນາມເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບໃນລະດັບສູງສຸດ, ສະແດງໃຫ້ເຫັນຢ່າງຈະແຈ້ງຮູບພາບຫວຽດນາມ ເປັນສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະມີຄວາມສາມາດແບກຫາບວຽກງານລວມຂອງ ສປຊ.

ນັກຂ່າວ: ດ້ວຍພື້ນຖານອັນດີງາມທີ່ບັນລຸໄດ້ໃນໄລຍະຜ່ານມາ, ທ່ານເອກອັກຄະລັດຖະທູດ ຈະມີຄວາມຫວັງໃດແດ່ຕໍ່ການພົວພັນລະຫວ່າງຫວຽດນາມ ແລະ ສປຊ ໃນໄລຍະຈະມາເຖິງ?

ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ: ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ເພີ່ມທະວີການພົວພັນຄູ່ຮ່ວມມືກັບ ສປຊ, ແນໃສ່ຊຸກຍູ້ລັດທິຫຼາຍຝ່າຍ, ເຄົາລົບກົດໝາຍສາກົນ ແລະກົດບັດ ສປຊ; ປະກອບສ່ວນຢ່າງແທດຈິງເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະສາກົນ; ຮັບມືຢ່າງທັນການ ແລະມີປະສິດທິຜົນຕໍ່ສິ່ງທ້າທາຍທົ່ວໂລກ, ເປັນຕົ້ນແມ່ນຄຳໝັ້ນສັນຍາການກະທໍາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ; ສືບຕໍ່ຕັ້ງໜ້າຜັນຂະຫຍາຍແຜນການກະທໍາແຫ່ງຊາດປະຕິບັດໂຄງການດໍາເນີນງານ 2030; ຍູ້ແຮງການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ; ເພີ່ມທະວີການພົວພັນລະຫວ່າງ ສປຊ ກັບອົງການຈັດຕັ້ງພາກພື້ນ, ພິເສດແມ່ນຍົກສູງບົດບາດໃຈກາງຂອງອາຊຽນ ໃນໂຄງປະກອບຄວາມໝັ້ນຄົງພາກພື້ນ.

ຫວນຄືນໄລຍະ 47 ປີຜ່ານມາ, ການພົວພັນຄູ່ຮ່ວມມື ຫວຽດນາມ-ສປຊ ບັນລຸໄດ້ໝາກຜົນອັນດີງາມ ແລະມີຄວາມໝາຍຫຼາຍຢ່າງ, ທັງຕອບສະໜອງຄວາມຮຽກຮ້ອງຕ້ອງການ, ຜົນປະໂຫຍດຂອງຫວຽດນາມໃນແຕ່ລະໄລຍະ, ທັງປະກອບສ່ວນເສີມຂະຫຍາຍຮູບພາບ, ທີ່ຕັ້ງຂອງປະເທດ, ເພີ່ມທະວີທັດສະນະ ແລະ “ຂີດໝາຍ” ປະກອບສ່ວນຂອງຫວຽດນາມ ຢູ່ ສປຊ. ບັນດາໝາກຜົນດັ່ງກ່າວຈະສ້າງເງື່ອນໄຂສະດວກໃຫ້ສອງຝ່າຍເປີດກວ້າງ ແລະຍົກສູງປະສິດທິຜົນການຮ່ວມມື, ຕັ້ງໜ້າໜູນຊ່ວຍໃຫ້ພາລະກິດພັດທະນາປະເທດຊາດ, ເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ, ກໍ່ຄືປະກອບສ່ວນປະຕິບັດບັນດາເປົ້າໝາຍລວມຂອງ ສປຊ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງຂອງມະນຸດ, ເພື່ອອະນາຄົດອັນດີງາມກວ່າໃຫ້ທຸກຄົນ.

ໂດຍ: ເຈິ່ນຮວ່ຽນ