ນະທີ່ນີ້, ທ່ານ Daniyar Akkaziev, ຜູ້ຮັກສາການອຳນວຍການບໍລິຫານສະພາທຸລະກິດລະຫວ່າງ ລັດເຊຍ - ອາຊຽນ ຢັ້ງຢືນວ່າ ສະຫະພັນ ລັດເຊຍ ຖືການຮ່ວມມືກັບ ອາຊຽນ ເປັນສຳຄັນ ແລະສະຫະພັນລັດເຊຍ ກໍພວມປະຕິບັດຍຸດທະສາດທິດຕາເວັນອອກ. ທ່ານ Akkaziev ມີຄວາມຫວັງຢ່າງໃຫຍ່ຫຼວງກ່ຽວກັບການເພີ່ມທະວີການພົວພັນລະຫວ່າງ ລັດເຊຍ - ອາຊຽນ ນັບທັງດ້ານການຄ້າໃນສະພາບການຂອງສັງກາດເຕັກໂນໂລຢີດີຈີຕອນ.

leftcenterrightdel
ເວທີປາໄສເສດຖະກິດຕາເວັນອອກ ຄັ້ງທີ 9. ພາບ: ສໍານັກຂ່າວສານຫວຽດນາມ

ໃນບົດກ່າວປາໄສຂອງຕົນ, ທ່ານ ເລວຽດຫາຍ, ຜູ້ກໍ່ຕັ້ງທັງເປັນປະທານສະພາບໍລິຫານກຸ່ມບໍລິສັດກໍ່ສ້າງຮວ່າບິ່ງ ໃຫ້ຮູ້ວ່າ ຜ່ານການເຈລະຈາ, ແລກປ່ຽນກັບບັນດາຄູ່ຮ່ວມມື, ປັດຈຸບັນຕະຫຼາດ ລັດເຊຍ ພວມມີຄວາມຕ້ອງການເປັນຈຳນວນຫຼາຍກ່ຽວກັບການດຳເນີນການກໍ່ສ້າງ, ຊັບພະຍາກອນມະນຸດຮັບໃຊ້ຂົງເຂດກໍ່ສ້າງກໍຄືວັດສະດຸກໍ່ສ້າງ ແລະກຸ່ມບໍລິສັດຂອງທ່ານພວມມຸ່ງໄປເຖິງການຮ່ວມມືກັບບັນດາຄູ່ຮ່ວມມືລັດເຊຍ ໃນຂົງເຂດນີ້. ໃນວັນດຽວກັນ, ທ່ານ ເລວຽດຫາຍ ໄດ້ພົບປະ ແລະເຈລະຈາກັບຫຼາຍວິສາຫະກິດ ແລະອຳນາດການປົກຄອງທ້ອງຖິ່ນຂອງ ລັດເຊຍ ພ້ອມດຽວກັນນັ້ນ, ຜູ້ຕາງໜ້າກຸ່ມບໍລິສັດກໍ່ສ້າງຮວ່າບິ່ງ ກໍ່ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ (MOU) ກັບກຸ່ມບໍລິສັດໃຫຍ່ພັດທະນາຕາເວັນອອກໄກ ແລະຂົ້ວໂລກເໜືອ, ກຸ່ມບໍລິສັດ Segezha ແລະກອງທຶນ Roscongress.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ