ນັກຂ່າວ: ຂໍຮຽນສະຫາຍ, ສະຫາຍຈົ່ງໃຫ້ຮູ້ໝາກຜົນສໍາຄັນທີ່ບັນລຸໄດ້ໃນການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ?

ສະຫາຍ ເລຮວ່າຍຈູງ: ໃນໄລຍະຢ້ຽມຢາມຫວຽດນາມ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ໄດ້ມີການເຄື່ອນໄຫວສຳຄັນຫຼາຍຢ່າງ. ນັ້ນແມ່ນການເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການຕາມພິທີການລະດັບລັດ, ພົບປະເຈລະຈາກັບທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ; ພົບປະກັບທ່ານ ຟ້າມມີງຈີ໊ງ ນາຍົກລັດຖະມົນຕີ ແລະທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ; ເປັນປະທານຮ່ວມການພົບປະຂັ້ນສູງລະຫວ່າງສອງພັກ; ຕ້ອນຮັບຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະສະມາຄົມມິດຕະພາບ ຫວຽດນາມ-ລາວ; ເຂົ້າຮ່ວມງານລ້ຽງຢ່າງສົມກຽດໂດຍທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ແລະພັນລະຍາ ເປັນປະທານ; ວາງພວງມາລາ ແລະເຂົ້າຢ້ຽມສຸສານປະທານໂຮ່ຈິມີນ, ວາງພວງມາລາຢູ່ອະນຸສາວະລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ; ຢ້ຽມຢາມ ແລະເຮັດວຽກຢູ່ນະຄອນໂຮ່ຈີມິນ; ມີການພົບປະກັບທ່ານ ນົງດຶກແມ້ງ ອະດີດເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ທ່ານ ຫງວຽນມີງຈ໊ຽດ ອະດີດປະທານປະເທດຫວຽດນາມ ແລະທ່ານ ເຈືອງເຕີນຊາງ ອະດີດປະທານປະເທດຫວຽດນາມ. ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ກໍ່ໄດ້ມີ ການພົບປະກັບຜູ້ຕາງໜ້າອະດີດທະຫານອາສາສະໝັກ, ຊ່ຽວຊານ, ນັກຮຽນຫວຽດນາມ ຢູ່ລາວ, ລຸ້ນໜຸ່ມຂອງສອງປະເທດ. ພ້ອມກັບການເຂົ້າຮ່ວມການເຄື່ອນໄຫວຢ່າງເປັນທາງການແລ້ວ, ພັນລະຍາຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະພັນລະຍາຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ໄປຢ້ຽມຢາມສູນເດັກກຳພ້າຢູ່ ຮ່າໂນ້ຍ ແລະພ້ອມກັນຈັດຕັ້ງວັນບຸນໄຫວ້ພະຈັນໃຫ້ພວກຫຼານເຍົາວະຊົນ.

leftcenterrightdel
ສະຫາຍ ເລຮວ່າຍຈູງ, ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ. ພາບ: ຫວູຮວ່າງ

ຜ່ານການພົບປະເຈລະຈາລະຫວ່າງການນໍາສອງທ່ານ, ການພົບປະລະຫວ່າງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ກັບການນຳຫຼັກແຫຼ່ງຂອງຫວຽດນາມ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ; ແລກປ່ຽນສະພາບການສາກົນ, ພາກພື້ນ; ຕີລາຄາໝາກຜົນການຮ່ວມມືໃນໄລຍະຜ່ານມາ ແລະຍົກອອກທິດທາງການຮ່ວມມືໃນທຸກຂົງເຂດໃນໄລຍະຈະມາເຖິງ. ການແລກປ່ຽນໄດ້ດຳເນີນໄປໃນບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ນໍ້າໃຈສະຫາຍ, ອ້າຍນ້ອງ, ສະໜິດຕິດພັນ, ສະໜິດສະໜົມ, ປັບປຸງຄວາມເຂົ້າໃຈເຊິ່ງກັນ ແລະກັນ, ການພົວພັນມິດຕະພາບລະຫວ່າງເລຂາທິການໃຫຍ່, ປະທານປະເທດສອງທ່ານ ແລະການນຳຂັ້ນສູງສອງປະເທດ.

ສອງຝ່າຍໄດ້ຢືນຢັນຖືເປັນສໍາຄັນ, ບຸລິມະສິດພິເສດນໍາກັນ ແລະໃນການພົວພັນ ຫວຽດນາມ-ລາວ; ເຫັນດີເປັນເອກະພາບຈະສືບຕໍ່ພ້ອມກັນເພີ່ມພູນຄູນສ້າງ, ຊຸກຍູ້ການພົວພັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ. ສອງຝ່າຍໄດ້ອອກຖະແຫຼງການຮ່ວມ ຫວຽດນາມ-ລາວ ຢືນຢັນຫຼັກການ, ທິດທາງ ແລະເນື້ອໃນຕົ້ນຕໍໃນທຸກຂົງເຂດໃນການພົວພັນຮ່ວມມື ຫວຽດນາມ-ລາວ ໃນໄລຍະຈະມາເຖິງ.

ອາດເວົ້າໄດ້ວ່າ ການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດລາວ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ. ໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມຈະກໍານົດທິດທາງ, ຊຸກຍູ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃຫ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ນັບມື້ນັບສະໜິດຕິດພັນ, ເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນກວ່າ.

ນັກຂ່າວ: ສະຫາຍຈົ່ງໃຫ້ຮູ້ທິດທາງໃນໄລຍະຈະມາເຖິງເພື່ອແນໃສ່ຜັນຂະຫຍາຍໝາກຜົນການຢ້ຽມຢາມ?

ສະຫາຍ ເລຮວ່າຍຈູງ: ການຈັດຕັ້ງຜັນຂະຫຍາຍການປະຕິບັດທິດທາງຮ່ວມມື, ພັດທະນາສາຍພົວພັນແບບພິເສດ ຫວຽດນາມ-ລາວ ຢ່າງມີປະສິດທິຜົນ ເຊິ່ງການນຳສອງຝ່າຍໄດ້ເຫັນດີເປັນເອກະພາບແມ່ນມີຄວາມໝາຍສໍາຄັນທີ່ສຸດໃນໄລຍະຈະມາເຖິງ.

ເພື່ອເຮັດໄດ້ສິ່ງດັ່ງກ່າວ, ກ່ອນອື່ນໝົດ, ທຸກຂັ້ນ, ທຸກຂະແໜງການ, ທຸກທ້ອງຖິ່ນຕ້ອງໄດ້ຮັບຮູ້ຢ່າງຈະແຈ້ງ, ຄົບຖ້ວນ ແລະເຊື່ອມຊຶມຄວາມໝາຍ, ຄຸນຄ່າອັນໃຫຍ່ຫຼວງ, ພິເສດຂອງສາຍພົວພັນແບບພິເສດ ຫວຽດນາມ-ລາວ, ກໍ່ຄືຄວາມສຳຄັນ ແລະຄວາມໝາຍເປັນຕາຍຂອງຄວາມສາມັກຄີ, ການຊ່ວຍເຫຼືອເຊິ່ງກັນ ແລະກັນໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດຂອງສອງພັກ, ສອງລັດ.

ທີສອງ, ຕ້ອງຖືເປັນສຳຄັນການປະຕິບັດຂໍ້ຕົກລົງ, ຄໍາໝັ້ນສັນຍາທີ່ສອງຝ່າຍບັນລຸໄດ້ຢ່າງມີປະສິດທິຜົນ, ໃນນັ້ນມີຂໍ້ຕົກລົງ, ໂຄງການຮ່ວມມືໃນຂົງເຂດເຊື່ອມຕໍ່ເສດຖະກິດ, ການຄ້າ, ການລົງທຶນ, ພື້ນຖານໂຄງລ່າງ, ເງິນຕາ.

ທີສາມ, ການນໍາສອງທ່ານ ແລະການນຳຂັ້ນສູງສອງຝ່າຍໄດ້ສະເໜີບັນດາທິດທາງ, ມາດຕະການສຳຄັນ ເພື່ອຊຸກຍູ້ການຮ່ວມມືໃນທຸກຂົງເຂດລະຫວ່າງສອງປະເທດ. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງຄວນສ້າງໂຄງການ, ແຜນການຜັນຂະຫຍາຍໃນແຕ່ລະບັນຫາ, ຂົງເຂດໂດຍໄວ, ດ້ວຍຂັ້ນຕອນ, ເວລາລະອຽດ.

ທີສີ່ ແລະສຳຄັນທີ່ສຸດແມ່ນບັນດາອົງການທີ່ກ່ຽວຂ້ອງຄວນເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນ, ແກ້ໄຂສິ່ງທີ່ຍັງຄົງຄ້າງ, ຄວາມຫຍຸ້ງຍາກໃຫ້ທັນການ, ຊຸກຍູ້ຄວາມຄືບໜ້າໃນວິວັດການປະຕິບັດ; ພ້ອມທັງຕ້ອງຊຸກຍູ້ເປັນປະຈຳ, ກວດກາຄືນຄວາມຄືບໜ້າເພື່ອຮັບປະກັນໃຫ້ການປະຕິບັດຂໍ້ຕົກລົງ, ຄໍາໝັ້ນສັນຍາ, ໂຄງການຮ່ວມມືລະຫວ່າງສອງປະເທດຢ່າງມີປະສິດທິຜົນ.

ນັກຂ່າວ: ຂໍຂອບໃຈສະຫາຍ!

ໂດຍ: ເຈິ່ນຮວ່ຽນ