ນັກຂ່າວ: ພາຍຫຼັງທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ສິ້ນສຸດການຢ້ຽມຢາມລັດເຊຍ ຢ່າງເປັນທາງການ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 25 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ລັດເຊຍ. ທ່ານນາງຮອງລັດຖະມົນຕີ ຈົ່ງໃຫ້ຮູ້ກ່ຽວກັບຄວາມໝາຍ ແລະໝາກຜົນສຳຄັນທີ່ບັນລຸໄດ້ໃນກອງປະຊຸມຄັ້ງນີ້ດ້ວຍ?

ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ: ທີ່ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ພ້ອມກັນກວດກາຄືນ, ສະຫຼຸບການຜັນຂະຫຍາຍບົດບັນທຶກກອງປະຊຸມ ຄັ້ງທີ 24, ແລກປ່ຽນຄວາມເຫັນກ່ຽວກັບໝາກຜົນການຮ່ວມມືໃນຫຼາຍຂົງເຂດ ແລະຍົກອອກມາດຕະການເພື່ອແກ້ໄຂຂໍ້ຕິດຂັດ, ຫຍຸ້ງຍາກທີ່ຍັງຄ້າງ.

ສອງຝ່າຍຕີລາຄາວ່າ ນັບແຕ່ກອງປະຊຸມ ຄັ້ງທີ 24 ມາຮອດປະຈຸບັນ, ພາຍໃຕ້ການຊີ້ນຳໂດຍກົງ ແລະໃກ້ຊິດຂອງທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ແລະທ່ານຮອງນາຍົກລັດຖະມົນຕີ Dmitry Chernyshenko, ບັນດາໜ່ວຍປະຕິບັດງານໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຕັ້ງໜ້າຜັນຂະຫຍາຍໜ້າທີ່ທີ່ໄດ້ຮັບມອບໝາຍ, ລາຍງານຕໍ່ການນໍາອະນຸກຳມະການຢ່າງທັນເວລາກ່ຽວກັບຂໍ້ຕິດຂັດທີ່ເກີດຂຶ້ນ. ໂດຍຜ່ານໂທລະສັບສາຍດ່ວນ, ປະທານອະນຸກຳມະການຮ່ວມສອງທ່ານໄດ້ແລກປ່ຽນ, ສົມທົບກັນຢ່າງທັນການເພື່ອຍົກອອກການຊີ້ນໍາທີ່ເປັນເອກະພາບ, ແກ້ໄຂຄວາມຫຍຸ້ງຍາກໂດຍໄວ.

leftcenterrightdel
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ຈູງກວນ

ສອງຝ່າຍໄດ້ຮັບຮູ້ຄວາມມານະພະຍາຍາມຂອງຄະນະກຳມະການທີ່ໄດ້ປະກອບສ່ວນຊຸກຍູ້ການເຄື່ອນໄຫວຮ່ວມມືສອງຝ່າຍ. ສອງປະເທດໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນເປັນປະຈຳ, ພົ້ນເດັ່ນແມ່ນການຢ້ຽມຢາມຫວຽດນາມ ຂອງທ່ານ Vladimir Putin ປະທານາທິບໍດີລັດເຊຍ, ການຢ້ຽມຢາມລັດເຊຍ ຂອງທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ... ວົງເງິນການຄ້າສອງຝ່າຍລະຫວ່າງສອງປະເທດເຕີບໂຕຢ່າງຕັ້ງໜ້າ, ເປັນຕົ້ນແມ່ນຜະລິດຕະພັນກະເສດ. ການຮ່ວມມືໃນຂົງເຂດພະລັງງານ, ການຄົມມະນາຄົມ, ວິທະຍາສາດ, ການສຶກສາ, ເປັນຕົ້ນແມ່ນດ້ານວັດທະນະທຳ, ການທ່ອງທ່ຽວ, ກິລາລ້ວນແຕ່ບັນລຸບາດກ້າວທີ່ກ້າວໜ້າ.

ກ່ຽວກັບທິດທາງໃນໄລຍະຈະມາເຖິງ, ສອງຝ່າຍໄດ້ຮັບຮອງເອົາບົດບັນທຶກກອງປະຊຸມ, ໃນນັ້ນເຫັນດີເປັນເອກະພາບຕໍ່ 100 ກວ່າລາຍການໃນກວ່າ 20 ຂົງເຂດຮ່ວມມື, ຕັດສິນໃຈຊຸກຍູ້ການພົວພັນດ້ານການເມືອງ, ການທູດ, ເສດຖະກິດ-ການຄ້າ-ການລົງທຶນ, ກະສິກຳ, ອຸດສາຫະກຳ, ພະລັງງານ-ນ້ຳມັນອາຍແກັດ, ຖະແຫຼງຂ່າວ-ສື່ສານ, ວິທະຍາສາດ-ການສຶກສາ, ວັດທະນະທຳ-ກິລາ; ຊຸກຍູ້ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ... ນີ້ແມ່ນໝາກຜົນທີ່ແທດຈິງ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງສອງປະເທດໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ລັດເຊຍ, ມຸ່ງໄປເຖິງເຫດການສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ.

ນັກຂ່າວ: ໃນໄລຍະຈະມາເຖິງ, ພວກເຮົາ ຈະມີມາດຕະການໃດແດ່ ເພື່ອຜັນຂະຫຍາຍໝາກຜົນທີ່ບັນລຸໄດ້ໃນກອງປະຊຸມ, ຂໍຮຽນທ່ານນາງ ຮອງລັດຖະມົນຕີ?

ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ: ກ່າວຄຳເຫັນສິ້ນສຸດກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ຊີ້ນຳອະນຸກຳມະການຫວຽດນາມ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຝ່າຍລັດເຊຍ ເພື່ອຜັນຂະຫຍາຍຂໍ້ຕົກລົງຮ່ວມມືທີ່ໄດ້ເຫັນດີເປັນເອກະພາບໃນກອງປະຊຸມຢ່າງມີປະສິດທິຜົນ, ຕັດສິນໃຈແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ເສີມຂະຫຍາຍບົດບາດຂອງຄະນະກຳມະການລະຫວ່າງລັດຖະບານໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດເວົ້າລວມ, ຂົງເຂດເສດຖະກິດ-ການຄ້າ ແລະວິທະຍາສາດ-ເຕັກນິກ ເວົ້າສະເພາະ. ດ້ວຍເນື້ອໃນຈິດໃຈນັ້ນ ກໍ່ຄືໃນສະພາບການທີ່ສອງປະເທດກະກຽມສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ຂ້າພະເຈົ້າ ຖືວ່າ ພວກເຮົາຄວນສຸມໃສ່ໃນບັນດາຈຸດສຸມ, ຄື:

ໜຶ່ງແມ່ນ, ຕັ້ງໜ້າຜັນຂະຫຍາຍຂໍ້ຕົກລົງທີ່ໄດ້ລະບຸໄວ້ໃນຖະແຫຼງການຮ່ວມກ່ຽວກັບການເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ລັດເຊຍ ເລິກເຊິ່ງຂຶ້ນຕື່ມ ເຊິ່ງບັນລຸໄດ້ໃນການຢ້ຽມຢາມຫວຽດນາມ ຂອງທ່ານ Vladimir Putin ປະທານາທິບໍດີລັດເຊຍ ກໍ່ຄືການເຄື່ອນໄຫວພົບປະຂອງການນຳຂັ້ນສູງສອງປະເທດທີ່ໄດ້ດຳເນີນໃນໄລຍະມໍ່ໆມານີ້ຢ່າງເຂັ້ມງວດ.

ສອງແມ່ນ, ບັນດາກະຊວງ, ຂະແໜງການສອງຝ່າຍເສີມຂະຫຍາຍບົດບາດ, ເປັນເຈົ້າການ ເພີ່ມທະວີການຮ່ວມມື, ແລກປ່ຽນໂດຍກົງ, ເປັນປະຈໍາ, ສົມທົບກັນຜັນຂະຫຍາຍຂໍ້ຕົກລົງທີ່ບັນລຸໄດ້ໃຫ້ຫຼາຍກວ່າເກົ່າ; ພ້ອມທັງສົມທົບກັນແກ້ໄຂຂໍ້ຕິດຂັດທີ່ເກີດຂຶ້ນໃນຕົວຈິງ.

ສາມແມ່ນ, ຄວນເອົາໃຈໃສ່ເປັນພິເສດເຖິງການຮ່ວມມືດ້ານມະນຸດສະທຳ, ຄື: ວັດທະນະທໍາ-ກິລາ, ການສຶກສາ-ກໍ່ສ້າງ, ແຮງງານ-ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ. ສອງຝ່າຍຄວນກະກຽມແຜນການ, ຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ການສຶກສາໃຫ້ປະຊາຊົນກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານລະຫວ່າງສອງປະເທດ.

ສີ່ແມ່ນ, ສົມທົບກັບຝ່າຍລັດເຊຍ ສ້າງເງື່ອນໄຂສະດວກກວ່າເກົ່າໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ລັດເຊຍ. ດ້ວຍພົນລະເມືອງປະມານ 60.000 ຄົນ, ປະຊາຄົມຊາວຫວຽດນາມ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ປະເທດປະຈຳຖິ່ນ, ປະກອບສ່ວນປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ-ລັດເຊຍ ໃຫ້ດີຍິ່ງໆຂຶ້ນ.

ນັກຂ່າວ: ຂໍຂອບໃຈທ່ານນາງຮອງລັດຖະມົນຕີ!

ໂດຍ: ເຈິ່ນຮວ່ຽນ