ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ ໃຫ້ຮູ້ຄວາມໝາຍ, ຄວາມສຳຄັນ ແລະຈຸດສຸມໃນການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານປະທານາທິບໍດີ Filipe Jacinto Nyusi ຕໍ່ສາຍພົວພັນມິດຕະພາບທີ່ເປັນນູນເຊື້ອລະຫວ່າງສອງປະເທດ?

ທ່ານ ຟ້າມຮວ່າງກິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ໂມຊຳບິກ: ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະໂມຊຳບິກ ນັບມື້ນັບພັດທະນາ ແລະຂະຫຍາຍຕົວຕາມການເວລາ. ໃນຊຸມປີມໍ່ໆມານີ້, ການແລກປ່ຽນຄະນະຜູ້ແທນລະຫວ່າງສອງປະເທດໄດ້ຮັບການຮັກສາເປັນປະຈຳ, ປະກອບສ່ວນຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງສອງປະເທດແມ່ນຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຮອບດ້ານ ຫວຽດນາມ-ໂມຊໍາບິກ.

ການຢ້ຽມຢາມຢ່າງເປັນທາງການຄັ້ງນີ້ຂອງທ່ານປະທານາທິບໍດີ Filipe Jacinto Nyusi ໝັ້ນໝາຍວ່າ ຈະເປີດຂອບເຂດການຮ່ວມມືໃໝ່, ພ້ອມທັງສ້າງທ່າໃຫ້ແກ່ການເຄື່ອນໄຫວຜັນຂະຫຍາຍບັນດາຂອບເຂດການຮ່ວມມືທີ່ມີຢູ່ແລ້ວລະຫວ່າງສອງປະເທດ. ຄາດວ່າ ໃນຂອບເຂດການຢ້ຽມຢາມ, ທ່ານປະທານາທິບໍດີ Filipe Jacinto Nyusi ຈະມີການພົບປະ ແລະເຈລະຈາກັບການນຳຂັ້ນສູງຂອງຫວຽດນາມ, ການຢ້ຽມຢາມ ແລະເຮັດວຽກກັບບາງວິສາຫະກິດ, ຮາກຖານການສຶກສາ, ວັດທະນະທຳ ແລະປະຫວັດສາດທີ່ພົ້ນເດັ່ນຂອງຫວຽດນາມ. ຄາດວ່າສອງຝ່າຍຈະລົງນາມໃນເອກະສານຮ່ວມມືສຳຄັນຈຳນວນໜຶ່ງໃນຂົງເຂດທີ່ທັງສອງຝ່າຍມີຄວາມຕ້ອງການ ແລະມີຄວາມສາມາດບົ່ມຊ້ອນ ແລະມີທ່າແຮງ.

leftcenterrightdel
ທ່ານ Filipe Jacinto Nyusi ປະທານາທິບໍດີ ໂມຊຳບິກ ຕ້ອນຮັບທ່ານນາງ ຫວໍທິແອັ໊ງຊວນ, ຮອງປະທານປະເທດຫວຽດນາມ ໃນການຢ້ຽມຢາມໂມຊໍາບິກ ເມື່ອວັນທີ 12 ກັນຍາ 2023. ພາບ: ສໍານັກຂ່າວສານຫວຽດນາມ

ນັກຂ່າວ: ທີ່ກອງປະຊຸມສຸດຍອດທ່ົວໂລກ Gujarat ເຕັມໄປດ້ວຍພະລັງຊີວິດ ຄັ້ງທີ 10 ທີ່ຈັດຂຶ້ນຢູ່ລັດ Gujarat, ປະເທດອິນເດຍ (ເດືອນມັງກອນ 2024), ທ່ານ ເຈີ່ນລືວກວາງ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານປະທານາທິບໍດີ Filipe Jacinto Nyusi, ສອງຝ່າຍຢືນຢັນວ່າ ສາຍພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາໄດ້ພັດທະນາຢ່າງຈົບງາມໃນທຸກຂົງເຂດ. ທ່ານສາມາດໃຫ້ຮູ້ຈຸດຕົ້ນຕໍກ່ຽວກັບສາຍພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ?

ທ່ານ ຟ້າມຮວ່າງກິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ໂມຊຳບິກ:  ຫວຽດນາມ ແລະໂມຊຳບິກ ສ້າງຕັ້ງການພົວພັນທາງການທູດໃນວັນທີ 25 ມິຖຸນາ 1975, ກົງກັບໂອກາດປະເທດໂມຊຳບິກ ປະກາດເອກະລາດ. ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດເລີ່ມຕົ້ນ ແລະເຕີບໃຫຍ່ຂະຫຍາຍຕົວຈາກການສະໜັບສະໜູນເຊິ່ງກັນ ແລະກັນໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ກໍ່ຄືໃນພາລະກິດສ້າງສາ ແລະພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ.

ທາງດ້ານການເມືອງ, ໃນຊຸມປີຜ່ານມາ, ການແລກປ່ຽນຄະນະຜູ້ແທນ ແລະການເຈລະຈາ, ການສົນທະນາທາງໂທລະສັບທຸກຂັ້ນໄດ້ດຳເນີນເປັນປະຈຳ; ບັນດາກົນໄກຮ່ວມມືຄືຄະນະກຳມະການລະຫວ່າງລັດຖະບານ ແລະການປຶກສາຫາລືດ້ານການເມືອງ ກໍໄດ້ຮັບການຮັກສາ, ສ້າງພື້ນຖານເພື່ອຍູ້ແຮງການຜັນຂະຫຍາຍການຮ່ວມມືໃນທຸກດ້ານ. ສອງຝ່າຍຍັງສົມທົບກັນຢ່າງຕັ້ງໜ້າ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.

ທາງດ້ານການຄ້າ ແລະການລົງທຶນ, ໃນປີ 2023, ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງໂມຊໍາບິກ ບັນລຸປະມານ 127 ລ້ານໂດລາສະຫະລັດ, ສ່ວນຫຼາຍແມ່ນເຂົ້າສານ, ຝຸ່ນ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເຄື່ອງອຸປະກອນກະສິກຳ. ຫວຽດນາມ ນຳເຂົ້າສິນຄ້າຈາກ ໂມຊໍາບິກ ເກືອບ 420 ລ້ານໂດລາສະຫະລັດ, ສ່ວນຫຼາຍແມ່ນຖ່ານຫີນປະເພດຕ່າງໆ ແລະໝາກມ່ວງຫິມະພານ.

ການເຄື່ອນໄຫວລົງທຶນຂອງວິສາຫະກິດຫວຽດນາມ ຢູ່ໂມຊໍາບິກ ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນໃນການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ, ເປັນໜ້າໃສ່ໃຈແມ່ນຜົນສຳເລັດຂອງການຮ່ວມທຸລະກິດໂທລະຄົມ Movitel ເຊິ່ງໄດ້ຮັບການສ້າງຕັ້ງໃນປີ 2012 ດ້ວຍຍອດຈຳນວນທຶນກວ່າ 600 ລ້ານໂດລາສະຫະລັດ. ມາຮອດປັດຈຸບັນ, Movitel ເປັນບໍລິສັດສະໜອງການບໍລິການໂທລະຄົມມະນາຄົມ ແລະເຕັກໂນໂລຢີຂໍ້ມູນຂ່າວສານນອນໃນກຸ່ມ 3 ບໍລິສັດທີ່ມີການປະກອບຫຼາຍທີ່ສຸດເຂົ້າໃນງົບປະມານຂອງໂມຊໍາບິກ.

ໃນຂົງເຂດອື່ນໆ, ຕາມສັນຍາຮ່ວມມືທີ່ມີຢູ່ແລ້ວ, ຫວຽດນາມ ໄດ້ຈັດສົ່ງຜູ້ຊ່ຽວຊານດ້ານສາທາລະນະສຸກ, ການສຶກສາ ແລະກະສິກຳໄປເຮັດວຽກຢູ່ ໂມຊໍາບິກ ຫຼາຍຄົນ. ສອງຝ່າຍຍັງໄດ້ສະໜອງທຶນການສຶກສາໃຫ້ແກ່ພົນລະເມືອງຂອງແຕ່ລະປະເທດໄປຮ່ຳຮຽນ, ຝຶກງານໃນຊຸດບໍາລຸງສ້າງດ້ານວິຊາການ ຫຼືຊຸດບຳລຸງຍົກລະດັບ

leftcenterrightdel
ທ່ານ ຟ້າມຮວ່າງກິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ໂມຊຳບິກ. ພາບ: baoquocte.vn

ນັກຂ່າວ: ທ່ານປະທານາທິບໍດີ Filipe Nyusi ທັງເປັນປະທານພັກກຳອຳນາດຢູ່ໂມຊໍາບິກ. ການຮ່ວມມືລະຫວ່າງສອງພັກ ມີບົດບາດສຳຄັນໃນການພົວພັນທີ່ເປັນມູນເຊື້ອລະຫວ່າງສອງປະເທດ. ຂໍໃຫ້ທ່ານເອກອັກຄະລັດຖະທູດ ແບ່ງປັນຕື່ມອີກກ່ຽວກັບຂໍ້ສັງເກດດັ່ງກ່າວ?

ທ່ານ ຟ້າມຮວ່າງກິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ໂມຊຳບິກ:  ພັກແນວໂຮມປົດປ່ອຍໂມຊຳບິກ (FRELIMO, ປະຈຸບັນແມ່ນພັກກຳອຳນາດ ຢູ່ໂມຊຳບິກ) ແມ່ນໜຶ່ງໃນບັນດາພັກການເມືອງທຳອິດທີ່ພັກກອມມູນິດຫວຽດນາມ ສ້າງຕັ້ງການພົວພັນໃນຊຸມປີ 1960.

ໃນຊຸມປີຜ່ານມາ, ສອງພັກໄດ້ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານເປັນປະຈຳ, ບົນພື້ນຖານຂໍ້ຕົກລົງຮ່ວມກ່ຽວກັບການຮ່ວມມືລະຫວ່າງສອງພັກ ທີ່ໄດ້ລົງນາມຄັ້ງທຳອິດໃນປີ 1983, ແລະປະຈຸບັນພວມໄດ້ຮັບການລົງນາມ ແລະຜັນຂະຫຍາຍຕາມແຕ່ລະໄລຍະ. ມາຮອດປະຈຸບັນ, ຫວຽດນາມ ໄດ້ເປີດຊຸດບໍາລຸງດ້ານການເມືອງໄລຍະສັ້ນຈຳນວນໜຶ່ງໃຫ້ແກ່ພະນັກງານຄຸ້ມຄອງພັກ FRELIMO. ສອງຝ່າຍກໍ່ອັບເດັດສະພາບການ, ແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈຳ, ຊົມເຊີຍ, ຢ້ຽມຢາມຖາມຂ່າວ ແລະລະດົມກໍາລັງໃຈເຊິ່ງກັນ ແລະກັນ, ສະແດງໃຫ້ເຫັນນ້ຳໃຈມິດຕະພາບ ແລະການຮ່ວມມືອັນລ້ຳຄ່າ.

ນັກຂ່າວ: ການຢ້ຽມຢາມຫວຽດນາມຄັ້ງນີ້ຂອງທ່ານປະທານາທິບໍດີ Filipe Nyusi ຈະສ້າງກຳລັງໜູນຕື່ມອີກ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດ. ທ່ານເອກອັກຄະລັດຖະທູດ ມີຄວາມຫວັງໃດແດ່ຕໍ່ການພົວພັນ ຫວຽດນາມ-ໂມຊຳບິກ ໃນໄລຍະຈະມາເຖິງ?

ທ່ານ ຟ້າມຮວ່າງກິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ໂມຊຳບິກ: ນໍ້າໃຈມິດຕະພາບທີ່ເປັນມູນເຊື້ອອັນດີງາມແມ່ນພື້ນຖານອັນໜັກແໜ້ນໃຫ້ການພັດທະນາສາຍພົວພັນສາມັກຄີ, ມິດຕະພາບ ແລະການຮ່ວມມືທີ່ໄວ້ເນື້ອເຊື່ອໃຈລະຫວ່າງຫວຽດນາມ ແລະ ໂມຊຳບິກ ໃນໄລຍະເກືອບ 50 ປີຜ່ານມາ. ຜ່ານການຜັນແປຂອງປະຫວັດສາດ, ທ່າອ່ຽງໃໝ່ປະກົດຂຶ້ນ, ອັນໄດ້ເປັນສິ່ງທ້າທາຍຫຼາຍຢ່າງໃຫ້ແຕ່ລະປະເທດ, ແຕ່ອາລົມຈິດຈິງໃຈ ແລະຄວາມປາດຖະໜາຢາກຮ່ວມມືເພື່ອຜົນປະໂຫຍດລວມຂອງສອງປະເທດ, ກໍຄືເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາຂອງແຕ່ລະພາກພື້ນ ແລະໂລກ ຈະເປັນກຳລັງໜູນເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ມີບາດກ້າວພັດທະນາໃໝ່ໃນອະນາຄົດ.

ນັກຂ່າວ: ຂໍຂອບໃຈທ່ານເອກອັກຄະລັດຖະທູດ!

ໂດຍ: ທູຈາງ