ໂດຍຕອບສະໜອງຕາມຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Cho Tea Yul, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທ່ງເຊີນ ຈະໄປຢ້ຽມຢາມ ສ.ເກົາຫຼີ ເປັນເວລາ 3 ວັນແຕ່ວັນທີ 30 ພຶດສະພາ ຫາວັນທີ 1 ມິຖຸນາ 2024.

ການຢ້ຽມຢາມ ສ.ເກົາຫຼີ ຂອງລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ແມ່ນມີຄວາມໝາຍສໍາຄັນ, ເພື່ອແນໃສ່ສືບຕໍ່ຢືນຢັນ ແລະຜັນຂະຫຍາຍນະໂຍບາຍການຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ, ມະຕິເລກທີ 34-NQ/TW ຂອງກົມການເມືອງວ່າດ້ວຍເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະພັດທະນາ, ຫັນການພົວພັນການຕ່າງປະເທດຂອງຫວຽດນາມ ເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ; ສະແດງໃຫ້ເຫັນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍ ແລະການຖືເປັນສໍາຄັນຂອງຫວຽດນາມ ໃນການເພີ່ມທະວີ, ປັບປຸງ ແລະຊຸກຍູ້ການພົວພັນຮ່ວມມືສອງຝ່າຍກັບ ສ.ເກົາຫຼີ ໃນທຸກຂົງເຂດ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: vov.vn

ນີ້ກໍ່ແມ່ນໂອກາດເພື່ອໃຫ້ສອງຝ່າຍຕີລາຄາ ແລະກວດກາຄືນປະສິດທິຜົນບັນດາເນື້ອໃນ ແລະໂຄງການຮ່ວມມື, ພິເສດແມ່ນ “ໂຄງການກະທໍາຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສ.ເກົາຫຼີ” ທີ່ການນຳສອງປະເທດໄດ້ຮັບຮອງເອົາເນື່ອງໃນໂອກາດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ໃນເດືອນ ມິຖຸນາ 2023. ຈາກນັ້ນ, ຍົກອອກການກຳນົດທິດ ແລະມາດຕະການເພື່ອສືບຕໍ່ປະຕິບັດບັນດາຂໍ້ຕົກລົງຮ່ວມມືຂັ້ນສູງຢ່າງມີປະສິດທິຜົນ ແລະບັນດາໝາກຜົນສຳຄັນທີ່ບັນລຸໄດ້ໃນການຢ້ຽມຢາມຂອງການນຳສອງປະເທດໃນໄລຍະມໍ່ໆມານີ້, ເປັນຕົ້ນແມ່ນໃນຂົງເຂດການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການຊ່ວຍເຫຼືອດ້ານການພັດທະນາ, ການເງິນທະນາຄານ, ການຮ່ວມມືດ້ານແຮງງານ, ວິທະຍາສາດ ແລະເຕັກໂນໂລຊີ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຄົມມະນາຄົມ, ພື້ນຖານໂຄງລ່າງ, ການສຶກສາ, ການຮ່ວມມືດ້ານວັດທະນະທໍາ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ.

ຄາດວ່າໃນຂອບເຂດການຢ້ຽມຢາມ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ຈະມີການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Cho Tea Yul, ພົບປະກັບທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol, ແລະຕ້ອນຮັບສະມາຄົມມິດຕະພາບຫວຽດນາມ - ສ.ເກົາຫຼີ, ສະມາຄົມເສດຖະກິດ-ວັດທະນະທຳ ສ.ເກົາຫຼີ - ຫວຽດນາມ, ຢ້ຽມຢາມ ແລະໂອ້ລົມກັບພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ ແລະເຂົ້າຮ່ວມການເຄື່ອນໄຫວສຳຄັນຕ່າງໆອີກຫຼາຍຢ່າງ. ນີ້ກໍ່ແມ່ນການຢ້ຽມຢາມຢ່າງເປັນທາງການຄັ້ງທຳອິດຂອງທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຢູ່ ສ.ເກົາຫຼີ ນັບແຕ່ 2 ປະເທດທີ່ໄດ້ຍົກລະດັບການພົວພັນຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2022.

ການຢ້ຽມຢາມ ສ.ເກົາຫຼີ ຄັ້ງນີ້ຂອງທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ດຳເນີນໄປໃນສະພາບການທີ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສ.ເກົາຫຼີ ພວມຢູ່ໃນໄລຍະພັດທະນາດີທີ່ສຸດ. ການຮ່ວມມືລະຫວ່າງສອງປະເທດສືບຕໍ່ບັນລຸໄດ້ຫຼາຍຜົນງານທີ່ສຳຄັນ, ຕັ້ງໜ້າ ແລະແທດຈິງໃນທຸກຂົງເຂດ.

ກ່ຽວກັບດ້ານການເມືອງ, ການທູດ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Yoon Suk Yeol ຢືນຢັນວ່າ, ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນນະໂຍບາຍການຕ່າງປະເທດຂອງ ສ.ເກົາຫຼີ, ແມ່ນຈຸດໃຈກາງໃນການປະຕິບັດຍຸດທະສາດມະຫາສະໝຸດອິນເດຍ - ປາຊີຟິກ ແລະຂໍ້ລິເລີ່ມສາມັກຄີ ອາຊຽນ - ສ.ເກົາຫຼີ ຂອງ ສ.ເກົາຫຼີ. ສອງປະເທດໄດ້ຮັກສາການແລກປ່ຽນຢູ່ທຸກຂັ້ນ ແລະທຸກທ້ອງຖິ່ນເປັນປະຈຳ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສສາກົນ ແລະພາກພື້ນ.

ດ້ານເສດຖະກິດ, ການຄ້າ, ການລົງທຶນ, ໃນປີ 2023, ສ.ເກົາຫຼີ ສືບຕໍ່ຮັກສາທີ່ຕັ້ງເປັນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດສຳຄັນທີ່ສຸດຂອງຫວຽດນາມ ໃນຂະນະທີ່ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 3 ຂອງ ສ.ເກົາຫຼີ (ຖັດຈາກຈີນ ແລະອາເມລິກາ) ດ້ວຍວົງເງິນການຄ້າເກືອບ 80 ຕື້ໂດລາສະຫະລັດ. ສອງຝ່າຍກໍ່ເຫັນດີຈະສູ້ຊົນປະຕິບັດສຳເລັດເປົ້າໝາຍຍົກວົງເງິນການຄ້າສອງຝ່າຍໃຫ້ບັນລຸ 100 ຕື້ໂດລາສະຫະລັດ ໂດຍໄວ, ມຸ່ງໄປເຖິງ 150 ຕື້ໂດລາສະຫະລັດ ໃນປີ 2030 ຢ່າງຍຸຕິທຳ ແລະຍືນຍົງ. ຄຽງຂ້າງກັນນັ້ນ, ປະຈຸບັນ ສ.ເກົາຫຼີ ແມ່ນປະເທດທີ່ມີເງິນລົງທຶນຢູ່ຫວຽດນາມ ຫຼາຍກວ່າໝູ່ດ້ວຍຈຳນວນ 87 ຕື້ໂດລາສະຫະລັດ (ຄິດໄລ່ຮອດເດືອນ ເມສາ 2024), ຫວຽດນາມ ແມ່ນຄູ່ຮ່ວມມືໃຫຍ່ອັນດັບ 2 ຂອງຫວຽດນາມ ກ່ຽວກັບການຮ່ວມມື ODA ແລະແມ່ນຄູ່ຮ່ວມມືໃຫຍ່ອັນດັບ 3 ກ່ຽວກັບການຮ່ວມມືດ້ານແຮງງານ ແລະການຄ້າ.

ກ່ຽວກັບການພົບປະແລກປ່ຽນປະຊາຊົນ, ປະຈຸບັນມີຊາວຫວຽດນາມ ກຳລັງດຳລົງຊີວິດ ແລະເຮັດວຽກຢູ່ ສ.ເກົາຫຼີ ກວ່າ 270.000 ຄົນ. ໃນປີ 2023, ຈຳນວນນັກທ່ອງທ່ຽວ ສ.ເກົາຫຼີ ມາຫວຽດນາມ ບັນລຸ 3,6 ລ້ານເທື່ອຄົນ, ຢືນອັນດັບທີໜຶ່ງໃນບັນດາປະເທດທີ່ມີຈຳນວນນັກທ່ອງທ່ຽວມາຫວຽດນາມ, ໃນຂະນະທີ່ຈຳນວນນັກທ່ອງທ່ຽວຫວຽດນາມ ໄປ ສ.ເກົາຫຼີ ບັນລຸກວ່າ 500.000 ເທື່ອຄົນ. ໃນ 4 ເດືອນຕົ້ນປີ 2024, ສ.ເກົາຫຼີ ສືບຕໍ່ແມ່ນຕະຫຼາດນັກທ່ອງທ່ຽວໃຫຍ່ທີ່ສຸດມາຫວຽດນາມ ດ້ວຍ 1,6 ລ້ານເທື່ອຄົນ, ກວມເອົາ 25,8% ຂອງນັກທ່ອງທ່ຽວສາກົນທັງໝົດ.

ໂດຍ: ໄຊນີດາ