ທ່ານ Omar Paganini ລັດຖະມົນຕີການຕ່າງປະເທດອູຣູກວຍ ໃຫ້ຮູ້ວ່າ: ອູຣູກວຍ ຈະດຳລົງຕຳແໜ່ງປະທານກຸ່ມຕະຫຼາດລວມອາເມລິກາໃຕ້ (Mecosur) ແລະສືບຕໍ່ສະໜັບສະໜູນຫວຽດນາມ ໃນການເຈລະຈາສັນຍາການຄ້າເສລີ (FTA) ກັບກຸ່ມນີ້.

leftcenterrightdel
ທ່ານນາງ ໂງມິງງວຽດ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາກຊັງຕິນ, ທັງຮັບຜິດຊອບ ອູຣູກວຍ ຍື່ນເອກະສານມອບໜ້າທີ່ສະບັບສຳເນົາໃຫ້ທ່ານ Omar Paganini ລັດຖະມົນຕີການຕ່າງປະເທດ ອູຣູກວຍ. ພາບ: ສະຖານທູດຫວຽດນາມ

ກ່າວຄຳເຫັນທີ່ການພົບປະເຊິ່ງດຳເນີນຢູ່ນະຄອນຫຼວງ Montevideo ໃນອາທິດກ່ອນ, ທ່ານນາງ ໂງມິງງວຽດ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາກຊັງຕິນ, ທັງຮັບຜິດຊອບ ອູຣູກວຍ ໄດ້ຍື່ນເອກະສານມອບໜ້າທີ່ສະບັບສຳເນົາ, ທ່ານລັດຖະມົນຕີ Paganini ເນັ້ນໜັກວ່າ ຈະຮ່ວມມືຢ່າງແໜ້ນແຟ້ນກັບສະຖານທູດຫວຽດນາມ ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງແຂງແຮງ ແລະຮອບດ້ານກວ່າໃນໄລຍະຈະມາເຖິງ.

ອູຣູກວຍປາດຖະໜາຢາກໃຫ້ຫວຽດນາມ ສະໜັບສະໜູນ ແລະແບ່ງປັນປະສົບການກ່ຽວກັບວິວັດການເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP).

ທ່ານລັດຖະມົນຕີການຕ່າງປະເທດ Paganini ໃຫ້ຮູ້ວ່າ: ລັດຖະມົນຕີກະຊວງລ້ຽງສັດ, ກະສິກຳ ແລະສິນໃນນ້ຳ ອູຣູກວຍ Fernando Mattos ຈະມາຢ້ຽມຢາມຫວຽດນາມ ໃນປີນີ້. ອູຣູກວຍ ປາດຖະໜາຢາກເປີດກວ້າງການພົວພັນດ້ານເສດຖະກິດ, ການຄ້າກັບຫວຽດນາມ ແລະສົ່ງອອກຜະລິດຕະພັນກະເສດເປັນຈຳນວນຫຼວງຫຼາຍມາຍັງຫວຽດນາມ.

ໂດຍ: ໄຊນີດາ