ຕີລາຄາກ່ຽວກັບການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງຫວຽດນາມ ແລະບຣາຊິນ ໃນ 35 ປີຜ່ານມາ, ທ່ານຮອງລັດຖະມົນຕີ Eduardo Paes Saboia ໃຫ້ຮູ້ວ່າ ບຣາຊິນ ແລະຫວຽດນາມ ໄດ້ເພີ່ມພູນຄູນສ້າງສາຍພົວພັນອັນໝັ້ນແກ່ນ, ດ້ວຍນໍ້າໃຈມິດຕະພາບ, ການຮ່ວມມື ແລະຄວາມເຄົາລົບເຊິ່ງກັນ ແລະກັນ, ເຊິ່ງສະແດງອອກຜ່ານບັນດາຜົນງານລວມທີ່ສອງປະເທດບັນລຸໄດ້ໃນ 3 ກວ່າທົດສະວັດແຫ່ງການສ້າງຕັ້ງການພົວພັນທາງການທູດ.

ຫວຽດນາມ ເປັນຄູ່ຮ່ວມມືສຳຄັນຂອງ ບຣາຊິນ ຢູ່ອາຊີຕາເວັນອອກສ່ຽງໃຕ້. ປີ 2023, ການແລກປ່ຽນການຄ້າລະຫວ່າງສອງປະເທດໄດ້ລື່ນກາຍລະດັບ 6,7 ຕື້ໂດລາສະຫະລັດ. ບຣາຊິນ ຖືຫວຽດນາມ ເປັນຄູ່ຮ່ວມມືສຳຄັນທີ່ສຸດໃນບັນດາຄູ່ຮ່ວມມືໃຕ້-ໃຕ້.

ການພົວພັນທາງການທູດລະຫວ່າງ ບຣາຊິນ ແລະຫວຽດນາມ ໄດ້ພັດທະນາພໍສົມຄວນ, ເຊິ່ງຂີດໝາຍດ້ວຍການຢ້ຽມຢາມຂັ້ນສູງ, ການເຈລະຈາຢ່າງມີປະສິດທິຜົນ ແລະການເພີ່ມທະວີການຮ່ວມມືໃນບັນດາຂົງເຂດ, ຄື: ການເມືອງ, ວັດທະນະທໍາ, ການສຶກສາ ແລະເຕັກໂນໂລຢີ. ບັນດາການແລກປ່ຽນດັ່ງກ່າວໄດ້ເພີ່ມຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ ແລະຊຸກຍູ້ສາຍພົວພັນລະຫວ່າງລັດຖະບານ ແລະປະຊາຊົນສອງປະເທດໃຫ້ແໜ້ນແຟ້ນກວ່າອີກ. ປະຈຸບັນ, ຫວຽດນາມ ເປັນຄູ່ຮ່ວມມືສຳຄັນຂອງ ບຣາຊິນ.

leftcenterrightdel
ທ່ານ Eduardo Paes Saboia ຮອງລັດຖະມົນຕີການຕ່າງປະເທດບຣາຊິນ ກ່າວຄຳເຫັນທີ່ການພົບປະມິດຕະພາບ ຫວຽດນາມ-ບຣາຊິນ. ພາບ: ສະຖານທູດຫວຽດນາມ ປະຈຳ ບຣາຊິນ

ກ່ຽວກັບແງ່ຫວັງ ແລະຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ບຣາຊິນ ແລະຫວຽດນາມ ໃນໄລຍະຈະມາເຖິງ, ທ່ານຮອງລັດຖະມົນຕີ Eduardo Paes Saboia ຖືວ່າ ການຢ້ຽມຢາມ ບຣາຊິນ ເມື່ອເດືອນກັນຍາ ຜ່ານມາຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ເປັນຂີດໝາຍສຳຄັນໃນການພົວພັນສອງຝ່າຍ. ການລົງນາມໃນຂໍ້ຕົກລົງຮ່ວມມື 4 ສະບັບກ່ຽວກັບການສຶກສາ, ການປ້ອງກັນຊາດ, ກະສິກຳ ແລະການບໍາລຸງສ້າງດ້ານການທູດໃນການຢ້ຽມຢາມຄັ້ງນີ້ໄດ້ສ້າງພື້ນຖານອັນໝັ້ນຄົງໃຫ້ແກ່ການເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງ ບຣາຊິນ ແລະຫວຽດນາມ ກວ່າອີກ.

ບຣາຊິນ ແລະຫວຽດນາມ ໃຫ້ຄຳໝັ້ນສັນຍາຈະເຮັດໃຫ້ການພົວພັນອີງໃສ່ຄຸນຄ່າລວມພ້ອມກັນແບ່ງປັນເລິກເຊິ່ງກວ່າອີກ. ສອງປະເທດສະໜັບສະໜູນລະບົບສາກົນອີງໃສ່ລັດທິຫຼາຍຝ່າຍ, ອຳນາດກົດໝາຍ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ຖືສະຫະປະຊາຊາດເປັນໃຈກາງໃຫ້ແກ່ການບໍລິຫານທົ່ວໂລກ, ສະຖຽນລະພາບ ແລະວັດທະນາຖາວອນ.

ຕາມທ່ານຮອງລັດຖະມົນຕີ Eduardo Paes Saboia ແລ້ວ, ໃນປີເປັນປະທານ G20 ຄັ້ງນີ້, ບຣາຊິນ ໄດ້ສຸມໃສ່ໃຫ້ບຸລິມະສິດແກ່ການປະຕິຮູບດ້ານການບໍລິຫານທົ່ວໂລກ, ຕ້ານຄວາມບໍ່ສະເໝີພາບ ແລະຊຸກຍູ້ການຫັນປ່ຽນພະລັງງານໃນສະພາບທີ່ໂລກພວມປະເຊີນໜ້າກັບວິກິດການດິນຟ້າອາກາດ. ເມື່ອສົມທົບນໍາກັນ, ບັນດາບຸລິມະສິດເຫຼົ່ານັ້ນຈະເປັນພື້ນຖານສຳຄັນເພື່ອໃຫ້ບັນດາປະເທດທີ່ເຂົ້າຮ່ວມການຮ່ວມມືໃຕ້-ໃຕ້ ຍົກອອກຄວາມກັງວົນໃຈຂອງຕົນ. ບຣາຊິນ ຕີລາຄາສູງການປະກອບສ່ວນຂອງຫວຽດນາມ ເຂົ້າໃນການປຶກສາຫາລືດ້ວຍຖານະແມ່ນແຂກພິເສດບໍ່ພຽງແຕ່ຂອງກອງປະຊຸມສຸດຍອດ G20 ເທົ່ານັ້ນ ຫາກຍັງຂອງຄະນະປະຕິບັດງານກ່ຽວກັບກະສິກຳ; ພ້ອມກັບການຄົ້ນຄວ້າ ແລະປ່ຽນແປງໃໝ່…

ກ່ຽວກັບບັນດາຂົງເຂດສາມາດຮ່ວມມືໄດ້ໃນອະນາຄົດລະຫວ່າງ ບຣາຊິນ ແລະຫວຽດນາມ, ທ່ານຮອງລັດຖະມົນຕີ Eduardo Paes Saboia ເນັ້ນໜັກວ່າ ສອງປະເທດພ້ອມແລ້ວທີ່ຈະຍົກລະດັບການພົວພັນທາງການທູດຂຶ້ນສູ່ລະດັບສູງໃໝ່, ສິ່ງເຫຼົ່ານີ້ໄດ້ສະແດງໃຫ້ເຫັນຜ່ານໂຄງການດໍາເນີນງານລວມດ້ວຍຫຼາຍຮູບຫຼາຍແບບ ແລະເລິກເຊິ່ງລະຫວ່າງ ບຣາຊິນ ແລະຫວຽດນາມ, ກໍ່ຄືກຳລັງແຮງສັງລວມຂອງສອງປະເທດໃນການເຂົ້າຮ່ວມບັນຫາທົ່ວໂລກ. ມີກາລະໂອກາດຫຼາຍຢ່າງໃຫ້ຄວາມມານະພະຍາຍາມຄືດັ່ງກ່າວ. ບຣາຊິນ ແລະຫວຽດນາມ ປາດຖະໜາຢາກຊຸກຍູ້ການເຈລະຈາ ແລະການຮ່ວມມືໃນຫຼາຍຂົງເຂດທີ່ສຳຄັນ, ຄື: ການປ້ອງກັນຊາດ, ວິທະຍາສາດ, ເຕັກໂນໂລຢີ, ການປ່ຽນແປງໃໝ່, ກະສິກຳ, ສະພາບແວດລ້ອມແບບຍືນຍົງ, ການຮ່ວມມືດ້ານເຕັກນິກ ແລະການຫັນປ່ຽນພະລັງງານ.

ຕົວຢ່າງ, ການພົວພັນດ້ານເສດຖະກິດ ແລະການຄ້າ ພວມເຕີບໂຕເປັນປົກກະຕິໃນຊຸມປີມໍ່ໆມານີ້. ໃນການເຈລະຈາຢູ່ Brasilia ໃນເດືອນກັນຍາ 2023, ທ່ານປະທານາທິບໍດີບຣາຊິນ Lula da Silva ແລະທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຮັກສາທ່າເຕີບໂຕນີ້, ມຸ່ງໄປເຖິງເປົ້າໝາຍນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 10 ຕື້ໂດລາສະຫະລັດ ໃນປີ 2025 ແລະ 15 ຕື້ໂດລາສະຫະລັດ ໃນປີ 2030.

ເຖິງວ່າບັນລຸໄດ້ຜົນງານຫຼາຍຢ່າງໃນກວ່າ 3 ທົດສະວັດຜ່ານມາ, ບຣາຊິນ ແລະຫວຽດນາມ ຍັງມີກາລະໂອກາດຫຼາຍຢ່າງເພື່ອເຮັດໃຫ້ການພົວພັນລະຫວ່າງສອງປະເທດເລິກເຊິ່ງກວ່າອີກ. ຕົວຢ່າງຄື, ເປີດກວ້າງ ແລະຫັນການຄ້າເປັນຫຼາຍຮູບຫຼາຍແບບ; ການຮ່ວມມືຄົ້ນຄວ້າ ແລະການພັດທະນາ, ການແບ່ງປັນເຕັກໂນໂລຢີ ແລະຊຸກຍູ້ລະບົບຊີວະພາບປ່ຽນແປງໃໝ່ປະດິດສ້າງ; ການຮ່ວມມືກ່ຽວກັບບັນດາຂໍ້ລິເລີ່ມພັດທະນາແບບຍືນຍົງ, ລວມມີການປົກປັກຮັກສາສິ່ງແວດລ້ອມ, ການຫັນປ່ຽນພະລັງງານ... ຕາມທ່ານຮອງລັດຖະມົນຕີ Eduardo Paes Saboia ແລ້ວ, ໃນໄລຍະຈະມາເຖິງ, ບຣາຊິນ ແລະຫວຽດນາມ ຈະສືບຕໍ່ຊຸກຍູ້ຄຳໝັ້ນສັນຍາຂັ້ນສູງ, ເພີ່ມທະວີການເຈລະຈາກ່ຽວກັບບັນຫາພາກພື້ນ ແລະທົ່ວໂລກ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະຄວາມວັດທະນາຖາວອນຂອງພາກພື້ນ ແລະໂລກ.

ໂດຍ: ເຈິ່ນຮວ່ຽນ