ເນື່ອງໃນໂອກາດນີ້, ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຫວຽດນາມ ກ່ຽວກັບການພົວພັນລະຫວ່າງສອງປະເທດ ກໍ່ຄືຄວາມຫວັງຕໍ່ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ.
ນັກຂ່າວ: ທ່ານຮອງລັດຖະມົນຕີ ຕີລາຄາຄືແນວໃດຕໍ່ການພົວພັນຫວຽດນາມ-ຈີນ, ເປັນຕົ້ນແມ່ນພາຍຫຼັງ 15 ປີແຫ່ງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ?
ທ່ານຮອງລັດຖະມົນຕີ ຫງວຽນມິງຫວູ: ຫວຽດນາມ ແລະຈີນ ມີຄວາມຄ້າຍຄືກັນຫຼາຍຢ່າງ, ຄື: ມີຊາຍແດນຮ່ວມກັນ, ແມ່ນສອງປະເທດສັງຄົມນິຍົມທີ່ມີພັກຄອມມູນິດນຳພາ, ມີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ມີຜົນປະໂຫຍດນັບມື້ນັບມີສະໜິດຕິດພັນ. ສະນັ້ນ, ສອງປະເທດລ້ວນແຕ່ຖືເປັນສໍາຄັນຕໍ່ການພົວພັນນຳກັນ ແລະກຳນົດການພົວພັນຫວຽດນາມ-ຈີນ, ຈີນ-ຫວຽດນາມ ແມ່ນທິດທາງບຸລິມະສິດໃນການພົວພັນຕ່າງປະເທດຂອງແຕ່ລະປະເທດ.
ນັບແຕ່ສອງຝ່າຍໄດ້ສ້າງກອບການພົວພັນຮ່ວມມືຍຸດທະສາດຮອບດ້ານ (ປີ 2008) ມາຮອດປະຈຸບັນ, ການພົວພັນລະຫວ່າງສອງພັກ, ສອງລັດ ນັບມື້ນັບພັດທະນາຢ່າງແທດຈິງ, ໜັກແໜ້ນ ແລະຮອບດ້ານໃນທຸກຂົງເຂດ. ການພົວພັນດ້ານການເມືອງໄດ້ຮັບການພັດທະນາຢ່າງແຂງແຮງ, ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນໄດ້ຮັບການເພີ່ມທະວີ. ການນຳພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະແນວໂຮມປະເທດຊາດສອງປະເທດໄດ້ພົບປະ, ແລກປ່ຽນເປັນປະຈໍາ. ໃນນັ້ນ, ມີການຢ້ຽມຢາມຂັ້ນສູງຫຼາຍຄັ້ງທີ່ເປັນຂີດໝາຍສຳຄັນໃນການພົວພັນສອງປະເທດ, ຫວ່າງມໍ່ໆມານີ້ແມ່ນການຢ້ຽມຢາມຈີນ ຄັ້ງປະຫວັດສາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນເດືອນຕຸລາ 2022.
    |
 |
ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ. ພາບ: ດວ່ານກາ |
ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນນັບມື້ນັບເຂົ້າສູ່ລວງເລິກ. ຈີນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ 20 ປີລຽນຕິດ ແລະປະຈຸບັນຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຈີນ ໃນອາຊຽນ, ຄູ່ຮ່ວມມືການຄ້າໃຫຍ່ອັນດັບ 4 ຂອງຈີນ ໃນໂລກ (ຖັດຈາກ ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ).
ການພົບປະແລກປ່ຽນປະຊາຊົນ ແລະການຮ່ວມມືລະຫວ່າງບັນດາທ້ອງຖິ່ນກໍ່ໄດ້ດຳເນີນໄປຢ່າງເປັນຂະບວນຟົດຟື້ນ, ບັນລຸໄດ້ໝາກຜົນແທດຈິງຫຼາຍຢ່າງ. ມາຮອດປະຈຸບັນ, ມີເກືອບ 60 ແຂວງ/ນະຄອນຂອງຫວຽດນາມ ໄດ້ສ້າງຕັ້ງການພົວພັນຮ່ວມມືມິດຕະພາບກັບບັນດາທ້ອງຖິ່ນຂອງຈີນ.
ສອງຝ່າຍບັນລຸໄດ້ຜົນງານຫຼາຍຢ່າງໃນການກໍ່ສ້າງເສັ້ນຊາຍແດນຫວຽດນາມ-ຈີນ ແຫ່ງສັນຕິພາບ, ມິດຕະພາບ ແລະການຮ່ວມມື, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງບັນດາທ້ອງຖິ່ນຊາຍແດນສອງຝ່າຍ. ສອງຝ່າຍກໍ່ມານະພະຍາຍາມຮັກສາການເຈລະຈາ, ເພີ່ມທະວີການຮ່ວມມື, ແນໃສ່ສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງຄວບຄຸມຄວາມບໍ່ລົງລອຍກັນ, ຄຸ້ມຄອງຄວາມແຕກຕ່າງໃຫ້ເໝາະສົມກັບຂໍ້ກຳນົດຂອງກົດໝາຍສາກົນ, ລວມມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ປະກອບສ່ວນຮັບປະກັນສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ແລະພາກພື້ນ.
ນັກຂ່າວ: ທ່ານຮອງລັດຖະມົນຕີ ຕັ້ງຄວາມຫວັງຄືແນວໃດຕໍ່ການຢ້ຽມຢາມຫວຽດນາມຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ, ການປະກອບສ່ວນຂອງການຢ້ຽມຢາມສໍາລັບການຊຸກຍູ້ ແລະເຮັດໃຫ້ການພົວພັນລະຫວ່າງສອງປະເທດເລິກເຊິ່ງກວ່າ?
ທ່ານຮອງລັດຖະມົນຕີ ຫງວຽນມິງຫວູ: ການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງພັກ, ລັດຈີນ ແມ່ນການຢ້ຽມຢາມຄັ້ງທຳອິດຂອງການນຳສູງສຸດຂອງພັກ, ລັດຈີນ ທີ່ມາຢ້ຽມຢາມຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກຄອມມູນິດຈີນ, ໜຶ່ງປີຫຼັງຈາກການຢ້ຽມຢາມຈີນຄັ້ງປະຫວັດສາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ (ເດືອນຕຸລາ 2022). ການຢ້ຽມຢາມໄດ້ດຳເນີນໄປໃນໂອກາດທີ່ສອງປະເທດກຳລັງສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ. ໃນສະພາບການດັ່ງກ່າວ ແລະດ້ວຍຄວາມສຳຄັນຂອງການຢ້ຽມຢາມ, ແນ່ນອນວ່ານີ້ຈະແມ່ນຂີດໝາຍປະຫວັດສາດໃໝ່ໃນການພົວພັນຫວຽດນາມ-ຈີນ. ຂ້າພະເຈົ້າ ຖືວ່າ ມີ 3 ຈຸດທີ່ທັງສອງຝ່າຍຕັ້ງຄວາມຫວັງຕໍ່ການຢ້ຽມຢາມຄັ້ງນີ້.
ທີໜຶ່ງແມ່ນຄວາມຫວັງກ່ຽວກັບ “ທີ່ຕັ້ງໃໝ່” ແລະ “ລະດັບໃໝ່” ຂອງການພົວພັນສອງຝ່າຍ. ບົນພື້ນຖານບັນດາຜົນງານທີ່ສຳຄັນຂອງ 15 ປີແຫ່ງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ການນຳສອງພັກ, ສອງລັດ ຈະເຮັດໃຫ້ຂອບເຂດການຮ່ວມມືເພື່ອອະນາຄົດອັນຍາວໄກຂອງການພົວພັນສອງປະເທດເລິກເຊິ່ງຂຶ້ນຕື່ມຕາມທິດຍືນຍົງ, ແທດຈິງ ແລະມີປະສິດທິຜົນ, ປະກອບສ່ວນເຂົ້າໃນທ່າອ່ຽງສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືຢູ່ພາກພື້ນ ແລະໃນໂລກ.
ທີສອງແມ່ນຄວາມຫວັງກ່ຽວກັບໝາກຜົນການຮ່ວມມືທີ່ແທດຈິງໃນທຸກຂົງເຂດ. ການນຳສອງພັກ, ສອງລັດ ຈະກຳນົດທິດທາງ, ຈຸດສຸມໃຫຍ່ກໍ່ຄືບັນດາມາດຕະການລະອຽດແນໃສ່ເພີ່ມທະວີການຮ່ວມມືແທດຈິງໃນທຸກຂົງເຂດ, ຕອບສະໜອງຜົນປະໂຫຍດຂອງສອງຝ່າຍ.
ທີສາມແມ່ນຄວາມຫວັງກ່ຽວກັບຜົນກະທົບຂອງການຢ້ຽມຢາມທີ່ມີຕໍ່ທຸກຂັ້ນ, ທຸກຂະແໜງການ ແລະປະຊາຊົນທຸກຊັ້ນຄົນ. ການຢ້ຽມຢາມຄັ້ງນີ້, ພ້ອມກັບການຢ້ຽມຢາມຂອງຈີນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຕັ້ງຄວາມຫວັງໄວ້ວ່າ ຈະສືບຕໍ່ສ້າງກຳລັງໜູນ ແລະພະລັງຢ່າງແຂງແຮງໃຫ້ທຸກຂະແໜງການ, ທຸກຂັ້ນ, ທຸກທ້ອງຖິ່ນ ແລະອົງການຈັດຕັ້ງມະຫາຊົນສືບຕໍ່ຮັກສາ, ພັດທະນາການພົວພັນທີ່ມີຢູ່ແລ້ວ, ຜ່ານນັ້ນສ້າງພື້ນຖານສັງຄົມໃຫ້ໜັກແໜ້ນ, ດີງາມຕໍ່ການພັດທະນາການພົວພັນສອງຝ່າຍ.
ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ!
ໂດຍ: ເຈິ່ນຮວ່ຽນ