leftcenterrightdel
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຖະຫວາຍທູບທຽນ ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ ກວ໋າງຈິ. ພາບ: vov.vn

ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30-4-1975 / 30-4-2025), ຕອນບ່າຍວັນທີ 27 ເມສາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ພ້ອມກັບຄະນະປະຕິບັດງານໄດ້ຖະຫວາຍທູບທຽນ, ດອກໄມ້ອາໄລຫາ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈື່ອງເຊີນ ແລະເຂດສຸສານແຫ່ງຊາດ ທາງຫຼວງເລກ 9. ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈື່ອງເຊີນ ແລະເຂດສຸສານແຫ່ງຊາດທາງຫຼວງເລກ 9, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະຄະນະປະຕິບັດງານໄດ້ສະຫງວນອາໄລຫາໜຶ່ງນາທີບັນດາຄຸນງາມຄວາມດີຂອງບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດ ທີ່ໄດ້ອຸທິດສ່ວນອາຍຸຂອງຕົນ, ເລືອດເນື້ອເພື່ອເອກະລາດ, ເສລີພາບຂອງປະເທດຊາດ ແລະຄວາມຜາສຸກຂອງປະຊາຊົນ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ