ນັກຂ່າວ: ສະເໜີທ່ານລັດຖະມົນຕີໃຫ້ຮູ້ຄວາມໝາຍ ແລະຂີດໝາຍພົ້ນເດັ່ນຂອງການໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວໍວັນເຖືອງ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ? ບຸລິມະສິດການຮ່ວມມືລະຫວ່າງສອງປະເທດໃນໄລຍະມາເຖິງແມ່ນຫຍັງແດ່, ຂໍຮຽນທ່ານລັດຖະມົນຕີ?

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ: ໂດຍຮັບຄຳເຊີນຂອງລັດ ຍີ່ປຸ່ນ, ທ່ານປະທານປະເທດ ຫວໍວັນເຖືອງ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການໃນລະຫວ່າງວັນທີ 27-30 ພະຈິກ. ນີ້ແມ່ນການຢ້ຽມຢາມທີ່ມີຄວາມໝາຍ ແລະແມ່ນຂີດໝາຍສຳຄັນທີ່ສຸດ, ສະແດງໃຫ້ເຫັນການພົວພັນພັດທະນາອັນດີງາມຢູ່ລະດັບສູງລະຫວ່າງຫວຽດນາມ ແລະຍີ່ປຸ່ນ. ອາດສາມາດສັງເກດວ່າ “ຄວາມໝາຍສຳຄັນ, ຜົນງານຮອບດ້ານ, ເນື້ອໃນແທດຈິງ, ລາຍການອຸດົມສົມບຸນ”.

ກ່ອນອື່ນໝົດ, ນີ້ແມ່ນການຢ້ຽມຢາມ ຍີ່ປຸ່ນ ເປັນຄັ້ງທຳອິດຂອງທ່ານປະທານປະເທດ ຫວໍວັນເຖືອງ ໃນຖານະຕຳແໜ່ງຜູ້ນຳລັດ. ໄດ້ດຳເນີນກົງກັບໂອກາດສອງປະເທດຫວຽດນາມ ແລະຍີ່ປຸ່ນ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ການຢ້ຽມຢາມແມ່ນຈຸດພົ້ນເດັ່ນ ແລະສຳຄັນທີ່ສຸດໃນປະມານ 500 ເຫດການສະເຫຼີມສະຫຼອງລະຫວ່າງສອງປະເທດໃນຕະຫຼອດໜຶ່ງປີຜ່ານມາ.

leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ. ພາບ: ຫວຽດດວ່ານ

ທີສອງ, ການຢ້ຽມຢາມບັນລຸໄດ້ບັນດາໝາກຜົນສຳຄັນ ແລະຮອບດ້ານ, ໃນນັ້ນຂີດໝາຍພົ້ນເດັ່ນທີ່ສຸດແມ່ນເລື່ອງສອງຝ່າຍໄດ້ອອກຖະແຫຼງການຮ່ວມ ວ່າດ້ວຍການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ ແລະວັດທະນາຖາວອນຢູ່ອາຊີ ແລະໃນໂລກ. ການຍົກລະດັບການພົວພັນສ່ອງແສງລະດັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ ແລະຄວາມເກີດດອກອອກຜົນຂອງການພົວພັນຫວຽດນາມ-ຍີ່ປຸ່ນ, ເປີດອອກໄລຍະຮ່ວມມືພັດທະນາໃໝ່ແທດຈິງ ແລະມີປະສິດທິຜົນກວ່າອີກໃນທຸກຂົງເຂດ, ຕອບສະໜອງຄວາມມຸ່ງມາດປາດຖະໜາ, ຄວາມຕ້ອງການ ແລະຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າສັນຕິພາບ, ສະຖຽນລະພາບ, ພັດທະນາ, ວັດທະນາຖາວອນຢູ່ພາກພື້ນ ແລະໃນໂລກ.

ທີສາມ, ຮັບຮອງເອົາຖະແຫຼງການຮ່ວມ ແລະບັນດາການແລກປ່ຽນ, ສອງຝ່າຍໄດ້ເຫັນດີຕົກລົງຢ່າງສູງກ່ຽວກັບການກຳນົດທິດໃຫຍ່ ແລະສຳຄັນໃນການພົວພັນສອງປະເທດໃນໄລຍະຈະມາເຖິງ. ທີ່ການພົບປະເຈລະຈາລະຫວ່າງທ່ານປະທານປະເທດ ຫວໍວັນເຖືອງ ແລະທ່ານນາຍົກລັດຖະມົນຕີ Kishida Fumio, ສອງຝ່າຍໄດ້ແລກປ່ຽນລົງເລິກ ແລະເຫັນດີເປັນເອກະພາບບັນດາມາດຕະການລະອຽດເພື່ອ ແນໃສ່ເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ, ລວມມີການເພີ່ມທະວີການແລກປ່ຽນ, ພົບປະຂັ້ນສູງ ແລະຂັ້ນຕ່າງໆ; ສືບຕໍ່ເຮັດໃຫ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ODA, ແຮງງານ... ໃຫ້ເລິກເຊິ່ງກວ່າອີກ; ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະເປີດກວ້າງການຮ່ວມມືມາສູ່ຂົງເຂດໃໝ່, ຄື: ການຫຼຸດຜ່ອນການປ່ອຍອາຍພິດ, ພະລັງງານທົດແທນ, ຫັນປ່ຽນດີຈີຕອນ, ຫັນປ່ຽນສີຂຽວ...; ຍູ້ແຮງການພົບປະແລກປ່ຽນປະຊາຊົນ, ການຮ່ວມມືທ້ອງຖິ່ນ; ເພີ່ມທະວີການສົມທົບໃນບັນຫາສາກົນ ແລະພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຍີ່ປຸ່ນ ອີກເທື່ອໜຶ່ງ ຢັ້ງຢືນສະໜັບສະໜູນຫວຽດນາມ ເປັນປະເທດເຈົ້າພາບ ປີ APEC 2027 ແລະພ້ອມແລ້ວທີ່ຈະສົມທົບກັນໜູນຊ່ວຍຫວຽດນາມ ຈັດຕັ້ງເຫດການສໍາຄັນນີ້ປະສົມຜົນສຳເລັດ. ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ລົງນາມໃນບັນດາເອກະສານຮ່ວມມືໃນບັນດາຂົງເຂດຫັນປ່ຽນພະລັງງານ, ການແພດ, ຍົກສູງກຳລັງຄວາມສາມາດປະຕິບັດກົດໝາຍຢູ່ທະເລ ແລະມໍລະດົກວັດທະນະທຳ.

ທີສີ່, ລາຍການຢ້ຽມຢາມອຸດົມສົມບຸນ, ຮອບດ້ານດ້ວຍ 40 ກິດຈະກຳຫຼັກ, ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ຄວາມສະໜິດຕິດພັນຢ່າງສູງລະຫວ່າງການນຳ, ປະຊາຊົນ, ທ້ອງຖິ່ນສອງປະເທດ. ຝ່າຍ ຍີ່ປຸ່ນ ໄດ້ສະຫງວນໃຫ້ທ່ານປະທານປະເທດ ຫວໍວັນເຖືອງ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ການຕ້ອນຮັບຢ່າງສົມກຽດ ແລະພິເສດ. ພະເຈົ້າຈັກກະພັດ ແລະພະມະເຫສີ ຍີ່ປຸຸ່ນ ໄດ້ຈັດງານລ້ຽງ ແລະແລກປ່ຽນຢ່າງສະໜິດສະໜົມ ແລະຈິງໃຈ, ສົມກຽດກັບທ່ານປະທານປະເທດ ຫວໍວັນເຖືອງ ແລະພັນລະຍາ.

ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ມີຫຼາຍການແລກປ່ຽນ, ພົບປະກັບການນຳຂອງລາດຊະວົງ, ລັດຖະບານ, ສະພາແຫ່ງຊາດ ແລະບັນດາອົງການຈັດຕັ້ງເສດຖະກິດ-ສັງຄົມ, ສະມາຄົມມິດຕະພາບ, ບັນດານັກການເມືອງທີ່ມີການປະກອບສ່ວນໃຫ້ການພົວພັນກັບຫວຽດນາມ...; ພ້ອມກັບການນຳ ແລະເພື່ອນມິດ ຍີ່ປຸ່ນ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດທີ່ໄດ້ຈັດຕັ້ງຢ່າງສົມກຽດ. ພິເສດ, ເລື່ອງທ່ານປະທານປະເທດ ຫວໍວັນເຖືອງ ໄດ້ມີບົດກ່າວປາໄສສຳຄັນທີ່ສະພາແຫ່ງຊາດ ຍີ່ປຸ່ນ ແມ່ນຈຸດພົ້ນເດັ່ນຂອງການໄປຢ້ຽມຢາມຄັ້ງນີ້.

ຜ່ານບົດກ່າວປາໄສ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສົ່ງສານເຖິງການນຳ ແລະປະຊາຊົນ ຍີ່ປຸ່ນ ກ່ຽວກັບປະເທດຫວຽດນາມ ປ່ຽນແປງໃໝ່, ເປີດປະຕູ, ຮັກຫອມສັນຕິພາບ, ຄວາມມຸ່ງຫວັງພັດທະນາ, ມີນະໂຍບາຍພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື, ພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ, ສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ກໍ່ຄືປາດຖະໜາຢາກເພີ່ມທະວີການຮ່ວມມື, ແບ່ງປັນຜົນປະໂຫຍດ ແລະກາລະໂອກາດພັດທະນາກັບ ຍີ່ປຸ່ນ.

ຍີ່ປຸ່ນ ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດຫວຽດນາມ ເຂົ້າຮ່ວມຕ່ອງໂສ້ການສະໜອງທົ່ວໂລກຂອງວິສາຫະກິດ ຍີ່ປຸ່ນ ຢ່າງເລິກເຊິ່ງກວ້າງຂວາງກວ່າ; ຍູ້ແຮງການຜັນຂະຫຍາຍບັນດາໂຄງການລົງທຶນທີ່ມີຂອບຂະໜາດໃຫຍ່, ຄຸນນະພາບສູງຢູ່ຫວຽດນາມ, ລວມມີຂົງເຂດກະສິກຳ. ພ້ອມກັນນັ້ນ, ຊຸກຍູ້ການເປີດກວ້າງການຮ່ວມມືໃນຂົງເຂດໃໝ່, ຄື: ປ່ຽນແປງໃໝ່ປະດິດສ້າງ, ຖ່າຍຖອດເຕັກໂນໂລຢີ, ຫັນປ່ຽນດີຈີຕອນ, ຫັນປ່ຽນສີຂຽວ. ຍີ່ປຸ່ນ ໜູນຊ່ວຍຫວຽດນາມ ປະຕິບັດບັນດາຄຳໝັ້ນສັນຍາໃຫ້ມີປະສິດທິຜົນ, ໃນນັ້ນມີການຫຼຸດຜ່ອນການປ່ອຍອາຍພິດລົງລະດັບ 0 ໃນປີ 2050.

ນອກຈາກ, ເພີ່ມທະວີການເຊື່ອມຕໍ່ແຫຼ່ງຊັບພະຍາກອນມະນຸດ, ຍູ້ແຮງການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ, ຮ່ວມມືທ້ອງຖິ່ນ, ສ້າງຄວາມເຂົ້າອົກເຂົ້າໃຈ, ໄວ້ເນື້ອເຊື່ອໃຈ, ຮ່ວມມືທີ່ມີປະສິດທິຜົນ, ແທດຈິງ. ຍີ່ປຸ່ນ ສືບຕໍ່ໜູນຊ່ວຍຫວຽດນາມ ບຳລຸງສ້າງແຫຼ່ງຊັບພະຍາກອນທີ່ມີຄຸນນະພາບສູງ, ບຳລຸງສ້າງພະນັກງານຂັ້ນຍຸດທະສາດ. ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາອົງການຈັດຕັ້ງ, ເວທີປາໄສ ພາກພື້ນ ແລະສາກົນ, ຄື: ສະຫະປະຊາຊາດ, ອາຊຽນ, APEC...

ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ການພົວພັນຫວຽດນາມ-ຍີ່ປຸ່ນ ຈະພັດທະນາຢ່າງແຮງ, ແທດຈິງໃນທຸກຂົງເຂດ, ໂດຍສະເພາະໃນ 3 ຂົງເຂດບຸລິມະສິດຮ່ວມມືເວົ້າຂ້າງເທິງ, ຕອບສະໜອງຜົນປະໂຫຍດຂອງສອງຝ່າຍ ແລະປະກອບສ່ວນເຂົ້າສັນຕິພາບ, ສະຖຽນລະພາບ, ຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ແສງເດືອນ