ຫວຽດນາມ-ຟິລິບປິນ ເພີ່ມທະວີການຮ່ວມມືໃນບັນດາບັນຫາທະເລ ແລະມະຫາສະໝຸດ
ກປ.ອອນໄລ - ຫວ່າງແລ້ວນີ້, ກອງປະຊຸມຂ່າວກຸ່ມປະຕິບັດງານລວມລະຫວ່າງ ຫວຽດນາມ ແລະຟິລິບປິນ ກ່ຽວກັບບັນດາບັນຫາທະເລ ແລະມະຫາສະໝຸດ ຄັ້ງທີ 10 ໄດ້ດໍາເນີນຢູ່ນະຄອນຮະລອງ, ແຂວງກວາງນິງ. ຄະນະຜູ້ແທນຫວຽດນາມ ໂດຍທ່ານ ຫງວຽນແມ້ງດົງ ຮອງປະທານຄະນະກໍາມະການຊາຍແດນແຫ່ງຊາດ (ກະຊວງການຕ່າງປະເທດ) ເປັນຫົວໜ້າຄະນະ. ຄະນະຟິລິບປິນ ໂດຍທ່ານນາງ Maria Angela A.Ponce ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດຮັບຜິດຊອບທະເລ ແລະມະຫາສະໝຸດ, ກະຊວງການຕ່າງປະເທດຟິລິບປິນ ນໍາໜ້າ.
    |
 |
ບັນດາຜູ້ແທນເຂົ້າຮ່ວມກຸ່ມປະຕິບັດງານລວມລະຫວ່າງຫວຽດນາມ ແລະຟິລິບປິນ ກ່ຽວກັບບັນດາບັນຫາທະເລ ແລະມະຫາສະໝຸດ. ພາບ: ກະຊວງການຕ່າງປະເທດ |
ທີ່ກອງປະຊຸມຂ່າວ, ສອງຄະນະຕີລາຄາຄືນໃໝ່ການປະຕິບັດບັນດາຂໍ້ຕົກລົງຢູ່ກອງປະຊຸມຄັ້ງທີ 9 (ເດືອນ ພະຈິກ 2021) ແລະຮັບຮູ້ວ່າ ໂດຍບໍ່ຫົວຊາຕໍ່ພະຍາດໂຄວິດ-19, ສອງຝ່າຍໄດ້ຊຸກຍູ້ການຮ່ວມມືສອງຝ່າຍໃນບັນດາຂົງເຂດຄວາມໝັ້ນຄົງທາງທະເລ, ອາຊີບຫາປາ, ຄົ້ນຄວ້າວິທະຍາສາດທະເລ, ປົກປັກຮັກສາສິ່ງແວດລ້ອມ... ແລະສົມທົບກັນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ. ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີ ແລະເຮັດໃຫ້ການພົວພັນຮ່ວມມືທະເລລະຫວ່າງຫວຽດນາມ ແລະຟິລິບປິນ ເລິກເຊິ່ງຂຶ້ນຕື່ມໃນໄລຍະຈະມາເຖິງ.
ສອງຝ່າຍຖືວ່າການຮ່ວມມືທະເລບໍ່ພຽງແຕ່ປະກອບສ່ວນປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດເທົ່ານັ້ນ, ຫາກຍັງປະກອບສ່ວນໃຫ້ສັນຕິພາບ, ສະຖຽນລະພາບ ແລະຄວາມເປັນລະບຽບຮຽບຮ້ອຍຢູ່ພາກພື້ນ. ສອງຝ່າຍຢັ້ງຢືນຄືນໃໝ່ຄວາມສໍາຄັນຂອງການເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS), ບົດບາດໃຈກາງ ແລະຫຼັກໝັ້ນຂອງອາຊຽນ ກ່ຽວກັບທະເລຕາເວັນອອກໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະແກ້ໄຂຂໍ້ຄັດແຍ້ງກັນໂດຍສັນຕິວິທີ.
ໂດຍ: ໄຊນີດາ