leftcenterrightdel
ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານ Jadamba Enkhbayar ເລຂາສະພາຄວາມໝັ້ນຄົງແຫ່ງຊາດມົງໂກນ. ພາບ: ສໍານັກຂ່າວສານຫວຽດນາມ

ຕອນບ່າຍວັນທີ 17 ພຶດສະພາ, ຢູ່ທໍານຽບປະທານປະເທດ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານ Jadamba Enkhbayar ເລຂາສະພາຄວາມໝັ້ນຄົງແຫ່ງຊາດມົງໂກນ ພວມມີການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວໍໍວັນເຖືອງ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ສອງປະເທດຄວນຊຸກຍູ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະທຸກຂັ້ນ, ເພີ່ມທະວີການພົບປະແລກປ່ຽນປະຊາຊົນ. ຫວຽດນາມ ສະເໜີໃຫ້ມົງໂກນ ສະໜັບສະໜູນຄວາມມານະພະຍາຍາມຂອງອາຊຽນ ແລະຫວຽດນາມ ກ່ຽວກັບການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ, ຄວາມເສລີ, ຄວາມປອດໄພໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ. ຫວຽດນາມ ຊົມເຊີຍມົງໂກນ ເປີດກວ້າງການຮ່ວມມືກັບບັນດາປະເທດໃນພາກພື້ນ; ພ້ອມທັງເປັນຂົວເຊື່ອມຕໍ່ໜູນຊ່ວຍມົງໂກນ ເປີດກວ້າງ ແລະເພີ່ມທະວີການພົວພັນກັບອາຊຽນ. ທ່ານປະທານປະເທດ ກໍ່ສະແດງຄວາມປາດຖະໜາຢາກຕ້ອນຮັບທ່ານ Ukhnaagiin Khurelsukh ປະທານາທິບໍດີມົງໂກນ ມາຢ້ຽມຢາມຫວຽດນາມ ໂດຍໄວ.

ສ່ວນທ່ານ Jadamba Enkhbayar ໃຫ້ຮູ້ວ່າ ມົງໂກນ ປາດຖະໜາຢາກເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃຫ້ມີປະສິດທິຜົນ, ໂດຍສະເພາະແມ່ນໃນຂົງເຂດຄົມມະນາຄົມຂົນສົ່ງ, ທາງລົດໄຟ, ການບິນ. ໃນສະພາບການທີ່ພາກພື້ນ ແລະໂລກມີການຜັນແປຢ່າງສົບສົນ, ມົງໂກນປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ໃນຂົງເຂດຮັບປະກັນຄວາມໝັ້ນຄົງເພື່ອຊີວິດທີ່ສະຫງົບສຸກຂອງປະຊາຊົນ.

ໂດຍ:​ ໄຊນີດາ