leftcenterrightdel
ຜູ້ແທນເຂົ້າຮ່ວມການເດີນຂະບວນ “ກອງພັນໃຫຍ່ອໍາມະຕະ”. ພາບ: Vietnam+

ທີ່ພິທີ, ທ່ານ Gennady Stepanovich Bezdetko ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະພັນ ລັດເຊຍ ປະຈຳ ຫວຽດນາມ ໄດ້ທົບທວນຄືນວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດ, ຫຼຸດຜົ້ນອອກຈາກລັດທິຟາດຊິດຂອງປະຊາຊົນໂຊວຽດ. ທ່ານ Gennady Stepanovich Bezdetko ຢືນຢັນວ່າ ໂລກໄດ້ ແລະພວມມີການປ່ຽນແປງຫຼາຍຢ່າງ, ແຕ່ໄຊຊະນະທີ່ຍິ່ງໃຫຍ່ໃນສົງຄາມໂລກ ຄັ້ງທີ 2 ແລະບົດບາດຕັດສິນຂອງໂຊວຽດ ໃນການກູ້ຊ່ວຍປະຊາຊົນອອກຈາກໄພພິບັດຟາດຊິດ ຈະເປັນສັດຈະທຳໃນປະຫວັດສາດຂອງມວນມະນຸດຕະຫຼອດໄປ ເຊິ່ງບໍ່ມີອິດທິກໍາລັງໃດສາມາດປະຕິເສດໄດ້. ທີ່ພິທີ, ທ່ານ Borovikov Vladimirovich ເອກອັກຄະລັດຖະທູດເບລາຣຸດ ປະຈຳ ຫວຽດນາມ ສະແດງຄວາມປາດຖະໜາຢາກບັນດາປະເທດໃນໂລກມີສັນຕິພາບ ແລະວັດທະນາຖາວອນ.

ທີ່ພິທີ, ບັນດາຜູ້ແທນໄດ້ສະຫງວນເວລາ 1 ນາທີ ເພື່ອອາໄລຫາບັນດາວິລະຊົນ ແລະນັກຮົບຂອງກອງທັບແດງ ທີ່ໄດ້ເສຍສະຫຼະຊີວິດ ແລະປະຊາຊົນໂຊວຽດ ຜູ້ທີ່ເສຍຊີວິດໃນສົງຄາມປົກປັກຮັກສາປະເທດຊາດ. ກ່ອນໜ້ານັ້ນ, ບັນດາຜູ້ແທນໄດ້ເຂົ້າຮ່ວມການເດີນຂະບວນ  “ກອງພັນໃຫຍ່ອໍາມະຕະ”.

ໂດຍ: ທູຈາງ