ສື່ມວນຊົນ ສ.ເຊັກ ຕີລາຄາສູງການຢ້ຽມຢາມຫວຽດນາມ ຂອງນາຍົກລັດຖະມົນຕີ Petr Fiala
ກປ.ອອນໄລ - ເວັບໄຊ idnes.cz ເນັ້ນໜັກຄວາມສໍາຄັນກ່ຽວກັບການຮ່ວມມືດ້ານເສດຖະກິດການຄ້າໃນການຢ້ຽມຢາມຂອງນາຍົກລັດຖະມົນຕີ ສ.ເຊັກ ແລະຄວາມຫວັງຂອງຫວຽດນາມ ແລະເຊັກ.
ເນື່ອງໃນໂອກາດຢ້ຽມຢາມ ຫວຽດນາມ ຂອງນາຍົກລັດຖະມົນຕີ Petr Fiala, ໜັງສືພິມຂອງ ເຊັກ ກໍ່ໄດ້ໃຫ້ຂ່າວ ແລະມີບົດຂຽນຕີລາຄາສູງການຢ້ຽມຢາມ ແລະມີຄວາມຫວັງວ່າ ຈະເປີດກາລະໂອກາດຮ່ວມມືພັດທະນາໃນຫຼາຍຂົງເຂດ, ພິເສດແມ່ນເສດຖະກິດການຄ້າ.
    |
 |
ສື່ມວນຊົນ ສ.ເຊັກ ຕີລາຄາສູງການຢ້ຽມຢາມຫວຽດນາມ ຂອງນາຍົກລັດຖະມົນຕີ Petr Fiala. ພາບ:vov.vn |
ເວັບໄຊ Vlada.cz, ລົງບົດຂຽນມີຫົວຂໍ້ວ່າ “ນາຍົກລັດຖະມົນຕີ Petr Fiala ແລກປ່ຽນກັບບັນດາຕາງໜ້າຂັ້ນສູງສຸດຂອງຫວຽດນາມ ກ່ຽວກັບການຮ່ວມມືດ້ານການຄ້າ” ເນັ້ນໜັກວ່າການພົວພັນມິດຕະພາບທີ່ເປັນມູນເຊື້ອຂອງສອງປະເທດຫວຽດນາມ-ເຊັກ ໃນກວ່າ 70 ປີຜ່ານມາ; ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືດ້ານການຄ້າສໍາຄັນສຸດຂອງປະເທດນີ້ຢູ່ ອາຊີຕາເວັນອອກສ່ຽງໃຕ້.
ບົດຂຽນຕີລາຄາສູງການຢ້ຽມຢາມຫວຽດນາມ ຂອງນາຍົກລັດຖະມົນຕີ Petr Fiala ແລະຫວັງວ່າ ເລື່ອງບັນດາການນໍາພ້ອມກັນເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ-ເຊັກ ຢູ່ຮ່າໂນ້ຍ ຈະສ້າງເງື່ອນໄຂໃຫ້ບັນດາບໍລິສັດ ເຊັກ ມີການຮ່ວມມືດ້ານການຄ້າພິເສດໃນບັນດາຂົງເຂດອຸດສາຫະກໍາປ້ອງກັນຊາດ ແລະຂຸດຄົ້ນບໍແຮ່, ພະລັງງານ, ການບິນ, ການແພດ...
ໃນຂະນະນັ້ນ, ເວັບໄຊ idnes.cz ເນັ້ນໜັກເຖິງຄວາມສໍາຄັນກ່ຽວກັບການຮ່ວມມືດ້ານເສດຖະກິດການຄ້າໃນການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີເຊັກ ແລະຫວັງວ່າຫວຽດນາມ ແລະເຊັກ ຈະເພີ່ມທະວີການພົວພັນຮ່ວມມືໃນຂົງເຂດເສດຖະກິດ, ສ້າງເງື່ອນໄຂສະດວກກວ່າໃຫ້ບັນດາວິສາຫະກິດເຊັກ ເຂົ້າເຖິງຕະຫຼາດຫວຽດນາມ ແລະປັບປຸງດູນການຄ້າລະຫວ່າງສອງປະເທດ.
ໂດຍ: ໄຊນີດາ