ການຢ້ຽມຢາມເພື່ອແນໃສ່ຊຸກຍູ້ອັງກິດ ເຂົ້າເປັນສະມາຊິກສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP) ເຊິ່ງຫວຽດນາມ ແມ່ນໜຶ່ງໃນບັນດາສະມາຊິກສ້າງຕັ້ງ. ນີ້ກໍ່ແມ່ນໂອກາດ ເພື່ອເປັນຂີດໝາຍ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງອັງກິດ ແລະຫວຽດນາມ, ພ້ອມທັງປຶກສາຫາລືກ່ຽວກັບການພົວພັນດ້ານການຄ້າສອງຝ່າຍທີ່ກໍາລັງພັດທະນາຢ່າງແຮງ, ດ້ວຍວົງເງິນການຄ້າສອງສົ້ນເພີ່ມຂຶ້ນ 12,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະມີມຸນຄ່າ 5,9 ຕື້ປອນ.

leftcenterrightdel
ທ່ານ Greg Hands ຮອງລັດຖະມົນຕີຮັບຜິດຊອບນະໂຍບາຍການຄ້າຂອງກະຊວງການຄ້າສາກົນອັງກິດ  ແລະທ່ານ ເຈິ່ນກ໊ວກແຄ໋ງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ. ພາບ: ສະຖານທູດອັງກິດ

ໃນການປຶກສາຫາລືຕໍ່ໄປຂອງ CPTPP ຄາດວ່າໃກ້ຈະດໍາເນີນນັ້ນ, ທ່ານ Greg Hands ສະແດງຄວາມປາດຖະໜາຂອງອັງກິດ ຢາກເຂົ້ົ້າເປັນສະມາຊິກ CPTPP ໃນໄລຍະໄວທີ່ສຸດ. ທ່ານ Greg Hands ເນັ້ນໜັກວ່າ ເລື່ອງອັງກິດ ເຂົ້າເປັນສະມາຊິກ CPTPP ຈະຍູ້ແຮງເສດຖະກິດໃຫ້ສໍາພັນທະມິດການຄ້າທີ່ຟົດຟື້ນ ແລະຂະຫຍັນຂັນເຄື່ອນນີ້, ເພີ່ມເຕີມ 2 ພັນຕື້ປອນເຂົ້າ GDP ຂອງ CPTPP.

ໂດຍ: ໄຊນີດາ