leftcenterrightdel
ພາບປະກອບຈາກ: chinhphu.vn

ຕາມນັ້ນແລ້ວ, ໂຄງການດໍາເນີນງານຂອງລັດຖະບານວ່າດ້ວຍການປະຕິບັດມະຕິເລກທີ 06-NQ/TW ໄດ້ວາງອອກ 15 ກຸ່ມເປົ້າໝາຍລະອຽດມຸ່ງເຖິງການພັດທະນາຕົວເມືອງສີຂຽວ, ຮັບປະກັນອະນາໄມສິ່ງແວດລ້ອມ, ຫຼຸດຜ່ອນອາຍພິດເຮືອນແກ້ວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ອັດສະລິຍະ ແລະພັດທະນາແບບຍືນຍົງ. ນາຍົກລັດຖະມົນຕີຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາອົງການເປັນເສນາທິການຜັນຂະຫຍາຍການປະຕິບັດຕ້ອງສຸມໃສ່ບາງທັດສະນະຊີ້ນໍາໃຫຍ່, ໂດຍລະອຽດຕ້ອງຕິດແທດກັບພຶດຕິກໍາຕົວຈິງ, ເລີ່ມມາຈາກພຶດຕິກໍາຕົວຈິງ, ເຄົາລົບພຶດຕິກໍາພາວະວິໄສ, ບົນພື້ນຖານຕີລາຄາລະອຽດສະພາບການຕົວຈິງເພື່ອວາງເປົ້າໝາຍ, ໜ້າທີ່ຕິດແທດກັບສະພາບຕົວຈິງ, ມີລັກສະນະເປັນໄປໄດ້.

ວຽກງານວາງແຜນຝັງຕ້ອງໄປກ່ອນ, ຕ້ອງມີຈິນຕະນາການປ່ຽນແປງໃໝ່ ແລະວິໄສທັດຍຸດທະສາດ, ເສີມຂະຫຍາຍໄດ້ຄວາມສາມາດບົ່ມຊ້ອນທີ່ແຕກຕ່າງກັນ, ກາລະໂອ ກາດທີ່ພົ້ນເດັ່ນ, ທ່າແກ່ງແຍ້ງຂອງທ້ອງຖິ່ນ, ແຂວງ, ເຂດ, ຄົ້ນພົບບັນດາຂໍ້ຄົງຂ້າງ, ອ່ອນດ້ອຍເພື່ອແກ້ໄຂໃຫ້ສອດຄ່ອງ. ການວາງແຜນຝັງ ແລະພັດທະນາຕົວເມືອງຕ້ອງຫັນແຫຼ່ງກໍາລັງເປັນຫຼາຍຮູບຫຼາຍແບບສົມທົບກັບກຳລັງພາຍໃນກັບຕ່າງປະເທດ, ແຫຼ່ງກໍາລັງຂອງລັດກັບສັງຄົມ, ແຫຼ່ງກໍາລັງຂອງປະຊາຊົນ, ຍູ້ແຮງການຮ່ວມມືພາກລັດ. ພ້ອມທັງ, ແບ່ງຂັ້ນ, ແບ່ງສິດອຳນາດ, ຫັນຄວາມຮັບຜິດຊອບເປັນລະອຽດຄຽງຄູ່ກັບການຈັດແບ່ງແຫຼ່ງກໍາລັງທີ່ໃຫ້ສອດຄ່ອງ, ຍົກສູງຄວາມສາມາດປະຕິບັດຂອງບັນດາຂັ້ນ, ຂະແໜງການ; ເພີ່ມທະວີການກວດກາ, ຕິດຕາມກວດກາ...

ໂດຍ: ໄຊນີດາ